ສະໜາມຫຼວງ ບາດິ່ງ - ແຫ່ງບັນທຶກການສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ

(VOVWORLD) -ນະຄອນຫຼວງ ຮ່າໂນ້ຍ ບໍ່ພຽງແຕ່ແມ່ນສູນກາງການເມືອງ ເສດຖະກິດ ວັດທະນະທຳຂອງທົ່ວປະເທດເທົ່ານັ້ນ ຫາກຍັງແມ່ນແຫ່ງມີສະຖານທີ່ປູຊະນີຍະສະຖານປະຫວັດສາດ ວັດທະນະທຳ ແລະ ປະຕິວັດຫຼາຍແຫ່ງອີກດ້ວຍ. ພິເສດແມ່ນສະໜາມຫຼວງ ບາດິ່ງ ເຊິ່ງແມ່ນແຫ່ງ ກ່ອນນີ້ 76 ປີ ໄດ້ບັນທຶກຈຸດເວລາປະຫວັດສາດທີ່ສຳຄັນຍິ່ງຂອງຊາດ ນັ້ນແມ່ນວັນຖະແຫຼງປະກາດເອກະລາດ ວັນທີ 2 ກັນຍາ ປີ 1945
ສະໜາມຫຼວງ ບາດິ່ງ - ແຫ່ງບັນທຶກການສະຖາປະນາ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ - ảnh 1ສະໜາມຫຼວງ ບາດິ່ງ ທີ່ນະຄອນຫຼວງຮ່າໂນ້ຍ
 
  ສະໜາມຫຼວງ ບາດິ່ງ ກ່ອນການປະຕິວັດເດືອນ ສິງຫາ ຄືວັນທີ 19 ສິງຫາ ປີ 1945 ຍັງເອີ້ນວ່າສະໜາມຫຼວງ ຈອນ ຫຼື ເອີ້ນວ່າສະໜາມຫຼວງ ປຸຍກິນເຢີ ເຊິ່ງແມ່ນຊື່ຄຸນພໍ່ຊາວ ຝລັ່ງ. ນີ້ແມ່ນເຂດດິນລວມມີບັນດາເນື້ອທີ່ດິນຮົກເຮື້ອ ແລະ ໜອງບຶງຫາກໍ່ຖືກຖົມຂຸມໃຫ້ຮາບພຽງນັບ 10 ເຮັກຕາ ຢູ່ຄຽງຂ້າງທຳນຽບຜູ້ວ່າການ ຝລັ່ງ. ການປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດ ສະໜາມຫຼວງຈອນໄດ້ປ່ຽນຊື່ເປັນສວນດອກໄມ້ ບາດິ່ງ. ຄຳວ່າ ບາດິ່ງ ແມ່ນເພື່ອຈົດຈຳການລຸກຮື້ຂຶ້ນຕ້ານ ຝລັ່ງ ຂອງປະຊາຊົນແຂວງ ແທັງຮວ໊າ ໃນທ້າຍສະຕະວັດທີ 19 ໂດຍ ດິງກົງຈ໊າງ ນຳພາ. ຕາມຄວາມຮຽກຮ້ອງຕ້ອງການຂອງລັດຖະບານຊົ່ວຄາວໃນຄາວນັ້ນ ຄະນະຈັດຕັ້ງພິທີຖະແຫຼງປະກາດເອກະລາດ ໄດ້ຕົກລົງເລືອກເອົາສະໜາມຫຼວງ ບາດິ່ງ ເປັນສະຖານທີ່ຈັດຕັ້ງງານຊຸມນຸມມິດຕິງຂະໜາດໃຫຍ່. ໃນພິທີທີ່ສຳຄັນຍິງ ເມື່ອວັນທີ 2 ກັນຍາ ປີ 1945 ຢູ່ສະໜາມຫຼວງ ບາດິ່ງ, ຄະນະຈັດຕັ້ງໄດ້ຕັ້ງແທ່ນໄມ້ສູງ ຖືກອ້ອມດ້ວຍຜ້າ ແລະ ຕິດແຜ່ນຄຳຂວັນ, ເທິງແທ່ນໄມ້ມີເສົາທຸງ ແທ່ນເວທີຄືດັ່ງບືນຕົວຂຶ້ນສູງ ໃນທ່າມກາງທ້ອງຟ້າຍາມລະດູໃບໄມ້ຫຼົ່ນດ້ວຍແສງແດດ ເຫຼືອງອາຮາມເດືອນ ສິງຫາ. ອ້າຍ ຫງວຽນດຶກເຄືອງ ຢູ່ເມືອງ ບາດິ່ງ ເປີດເຜີຍວ່າ:

       “ປູ່ຍ່າຂ້າພະເຈົ້າຄາວຍັງມີຊີວິດຢູ່ນັ້ນ ເຄີຍພາຂ້າພະເຈົ້າໄປຫຼິ້ນຢູ່ທີ່ນີ້ ແລະ ໄດ້ເລົ່າກ່ຽວກັບບັນດາອະນຸສອນວັນປະກາດເອກະລາດໃຫ້ລູກຫຼານຟັງ. ຈາກບັນດາເລື່ອງລາວໃນການຕໍ່ຕ້ານຕ້ານ ຝລັ່ງ ຕະຫຼອດຮອດວັນປູ່ຍ່າໄປເຂົ້າຮ່ວມ ພິທີໂຮມຊຸມນຸມມິດຕິງ ເມື່ອວັນທີ 2 ກັນຍາ ປີ 1945, ຄວາມຮູ້ສຶກໃນຄາວນັ້ນແມ່ນພູມໃຈທີ່ສຸດ ເມື່ອປະເທດຊາດມີເອກະລາດ”.

       ນັບແຕ່ນັ້ນເປັນຕົ້ນມາ ສະໜາມຫຼວງ ບາດິ່ງ ແມ່ນສະຖານທີ່ຈັດຕັ້ງງານຊຸມນຸມມິດຕິງຂະໜາດໃຫຍ່ ໃນບັນດາເຫດການສະເຫຼີມສະຫຼອງປະຫວັດສາດ ຫຼື ໃນພິທີຕ້ອນຮັບບັນດາຄະນະຜູ້ແທນສາກົນມາຢ້ຽມຢາມ ຫວຽດນາມ.  ໄລຍະຕໍ່ມາຢູ່ຝາກທາງເບື້ອງກົງກັນຂ້າມຂອງສະໜາມຫຼວງ, ລັດ ຫວຽດນາມ ໄດ້ໃຫ້ກໍ່ສ້າງຫໍປະຊຸມສະພາແຫ່ງຊາດ ແລະ ຄຽງຂ້າງນັ້ນແມ່ນອະນຸສາວະລີ ອາໄລຫາບັນດານັກຮົບວິລະຊົນທີ່ໄດ້ສະຫຼະຊີວິດເພື່ອຊາດ. ວັນທີ 2 ກັນຍາ ປີ 1969 ປະທານ ໂຮ່ຈີມິນ ໄດ້ເຖິງແກ່ມໍລານະກຳ. ສະຫໜາມຫຼວງ ບາດິ່ງ ແມ່ນສະຖານທີ່ບັນທຶກພິທີໄຫ້ວອາໄລຢ່າງສົມກຽດໃຫ້ແກ່ປະທານ ໂຮ່ຈີມິນ ຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ, ຕໍ່ຈາກນັ້ນບໍ່ດົນ, ພັກ ແລະ ລັດ ຫວຽດນາມ ໄດ້ຕົກລົງເລືອກເອົາສະໜາມຫຼວງ ບາດິ່ງ ແມ່ນສະຖານທີ່ປຸກສ້າງສຸສານປະທານ ໂຮ່ຈີມິນ. ແລະ ໃນປີ 1990 ເນື່ອງໃນໂອກາດ ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດຂອງເພິ່ນ, ມີກິດຈະກຳສະຖາປັດຕະຍາກຳອີກແຫ່ງໜຶ່ງ ກໍ່ໄດ້ຖືກກໍ່ສ້າງຢູ່ຄຽງຂ້າງສະໜາມຫຼວງ ບາດິ່ງ ນັ້ນແມ່ນຫໍພິພິທະພັນ ໂຮ່ຈີມິນ ແລະ ໃນມໍ່ໆມານີ້ແມ່ນກິດຈະກຳ ຫໍສະພາແຫ່ງຊາດຫຼັງໃໝ່ ຖືກກໍ່ສ້າງປີ 2015 ອັນໄດ້ປະກອບສ່ວນເຮັດໃຫ້ບໍລິເວນສຸສານ ເພີ່ມຄວາມສົມບູນ ແລະ ສວຍງາມ.

            ປັດຈຸບັນສະໜາມຫຼວງ ບາດິ່ງ ນອນຢູ່ຖະໜົນ ຮຸ່ງເວືອງ ດ້ວຍເນື້ອທີ່ກວ່າ 32.000 ຕາເມັດ. ນີ້ແມ່ນສະຖານທີ່ດຳເນີນບັນດາເຫດການທີ່ສຳຄັນຄື ພິທີອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ພິທີເດີນຂະບວນສວນສະໜາມ, ພິທີຊຸມນຸມມິດຕິງ... ແຕ່ລະວັນຢູ່ແຫ່ງນີ້ ກໍ່ໄດ້ດຳເນີນພິທີຊັກທຸງ ແລະ ຫຼົດທຸງ ເຊິ່ງແມ່ນພິທີລະດັບຊາດ ໄດ້ຮັບການເຊັນອະນຸມັດເມື່ອປີ 2001 ຈາກລັດຖະບານ. ນາງ ເຮຶອງຢາງ ຢູ່ເມືອງ ບິ່ງແທັ້ງ ນະຄອນ ໂຮ່ຈີມິນ ແບ່ງປັນວ່າ:

     “ຂ້າພະເຈົ້າມາຢ້ຽມຢາມ ຮ່າໂນ້ຍ ເປັນຄັ້ງທຳອິດໃນຄາວມີອາຍຸ 10 ປີ ແລະ ຂ້າພະເຈົ້າໄດ້ເຂົ້າຄຳນັບສຸສານປະທານ ໂຮ່ຈີມິນ ໄດ້ລະຫຼິ້ນຢູ່ສະໜາມຫຼວງແຫ່ງນີ້. ຂ້າພະເຈົ້າຍັງຈື່ດີ ໃນການມາຢ້ຽມຢາມຮ່າໂນ້ຍ ເທື່ອໜຶ່ງ ກົງກັບໂອກາດວັນຊາດ ວັນທີ 2 ກັນຍາ ໃນຕອນເຊົ້າມື້ນັ້ນ ຂ້າພະເຈົ້າໄດ້ໄປສະໜາມຫຼວງແຕ່ເຊົ້າໆ ຂ້າພະເຈົ້າຄິດວ່າເຮົາໄປໄວກວ່າໝູ່ ແຕ່ເມື່ອມາຮອດ ກໍ່ໄດ້ເຫັນມີຫຼາຍຄົນໄດ້ມາກ່ອນແລ້ວ ເພື່ອເຂົ້າຮ່ວມພິທີຊັກທຸງ. ຄວາມຮູ້ສຶກໄດ້ຂັບຮ້ອງເພງຊາດໃນມື້ນັ້ນ ແມ່ນບໍ່ອາດຫຼົງລືມ ແລະ ຍາກທີ່ຈະພັນລະນາໄດ້ ຂ້າພະເຈົ້າມີຄວາມຕື້ນຕັນໃຈ ແລະ ມີຄວາມເປັນກຽດຢ່າງຍິ່ງ”.

       ສະໜາມຫຼວງ ບາດິ່ງ ໄດ້ກາຍເປັນສະຖານທີ່ລື້ງເຄີຍ ແລະ ສັກກາລະບູຊາ ແມ່ນຄວາມເອກອ້າງທະນົງໃຈ ບໍ່ພຽງແຕ່ຂອງຊາວນະຄອນຫຼວງເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈຂອງປະຊາຊົນໃນທົ່ວປະເທດ ແລະ ເປັນສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງແຂກທ່ອງທ່ຽວສາກົນອີກດ້ວຍ. ມາຢາມສະໜາມຫຼວງ ບາດິ່ງ ກໍ່ແມ່ນໂອກາດ ເພື່ອໃຫ້ແຕ່ລະຄົນເພີ່ມຄວາມເຂົ້າໃຈ ກ່ຽວກັບຄວາມປະເສີດເລີດລ້ຳຂອງເອກະລາດ ເສລີພາບ ແລະ ເພີ່ມຄວາມເອກອ້າງທະນົງໃຈ ກ່ຽວກັບມູນເຊື້ອປະຕິວັດທີ່ສະຫງ່າອົງອາດຂອງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ