ສາດຂອງໝູ່ບ້ານເຮື້ຍໃນແຂວງທ້າຍບີງ

ໝູ່​ບ້ານ​ເຮື້ຍທີ່​ຂຶ້ນ​ກັບ​ຕາ​ແສງເຕີນ​ເລ້​, ເມືອງ​ຮຶງ​ຮ່າ, ແຂວງ​ທ້າຍ​ບີງ ແມ່ນ​ໝູ່​ບ້ານ​ປະ​ກອບ​ອາ​ຊີບ​ຜະ​ລິດ​ສາດ​ທີ່​ມີ​ມາ​ແຕ່​ດົນ​ນານ. ເມື່ອ​ເວົ້າ​ເຖິງ ສາດ​ຂອງ ໝູ່​ບ້ານ​ເຮື້ອ ກໍ​ເວົ້າ​ເຖິງ​ການ​ເຕົ້າ​ໂຮມ​ບັນ​ດາ​ສິ່ງ​ທີ່​ລະ​ອຽດ​ອ່ອນ​ທີ່​ສຸດ​ໃນ​ສາດ​ຜືນ​ໜຶ່ງ, ຈາກ​ຄວາມ​ລະ​ອຽດ​ລະ​ອໍ​ທາງ​ດ້ານວັດ​ຖຸ​ດິບ ຕະຫຼອດ​ຮອດ​ການ​ເລືອກ​ເອົາ​ຜື ແລ້ວ​ກໍ​ຮອດ​ກີ່​ຕ່ຳ​ສາດ. ສາດ​ຂອງ ໝູ່​ບ້ານ​ເຮື້ຍ ກໍ​ແມ່ນ​ຜະ​ລິດ​ຕະ​ພັນ​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ໝູ່​ບ້ານ​ແຫ່ງນີ້ ແລະ ກໍ​ແມ່ນ​ຜະ​ລິດ​ຕະ​ພັນ​ຫັດ​ຖະ​ກຳ​ສິ​ລະ​ປະ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ​ເຂດ ກໍ​ຄື​ໃນ​ທົ່ວ​ປະ​ເທດ.

 

ສາດຂອງໝູ່ບ້ານເຮື້ຍໃນແຂວງທ້າຍບີງ - ảnh 1

ສາດ​ຂອງໝູ່​ບ້ານ​ເຮື້ຍໃນ​ແຂ​ວງ​ທ້າຍ​ບີງ

     ໂດຍ​ຜ່ານ​ໄລ​ຍະ​ທາງ 40 ກມ ຈາກ​ນະ​ຄອນ​ທ້າຍ​ບີງ ໄປ​ຕາມ​ເສັ້ນ​ທາງ​ນ້ອຍ​ໃນ​ທ່າມ​ກາງ​ທົ່ງ​ໄຮ່ທົ່ງ​ນາ​ທີ່​ສຸກ​ເຫຼືອງ​ອາ​ຮາມ, ແຂກ​ທ່ອງ​ທ່ຽວ​ກໍ​ຈະ​ຮອດ​ ໝູ່​ບ້ານ​ເຮື້ຍຊຶ່ງ​ແມ່ນໝູ່​ບ້ານ​​ທີ່​ມີ​ຊື່​ສຽງ​ຂອງ​ແຂວງ​ທ້າຍ​ບີງ​ດ້ວຍ​ຜະ​ລິດ​ຕະ​ພັນ​ສາດທີ່​ມີ​ຄຸນ​ນະ​ພາບ​ສູງ.

    ຢູ່​ພະ​ວິ​ຫານ​ບູ​ຊາ ຝ້າມ​ດົນ​ເລ້ , ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຟັງ​ເລື່ອງ​ລາວ​ກ່ຽວ​ກັບ​ຜູ້ກໍ່​ຕັ້ງ​ອາ​ຊີບ​ຕ່ຳ​ສາດນີ້. ເມື່ອ​ກ່ອນນີ້, ໝູ່​ບ້ານ​ເຮື້ຍກໍ​ໄດ້​ປະ​ກອບ​ອາ​ຊີບ​ຕ່ຳ​ສາດ​ມາ​ແຕ່​ດົນ​ນານ​ແລ້ວ, ແຕ່​ໃຊ້​ກີ່​ຕ່ຳ​ສາດ​ຕັ້ງ​ຊື, ດັ່ງ​ນັ້ນ​ສາດ​ເມື່ອ​ຕ່ຳ​ມາ​ກໍ​ບໍ່​ງາມ ແລະ ບໍ່​ແໜ້ນ. ໃນ​ເມື່ອ​ພໍ່​ຕູ້ ຝ້າມ​ດົນ​ເລ້ ຢູ່ບ້ານ​ເຮື້ອສາມ​າດ​ເສັງ​ໄດ້​ລະ​ດັບ​ປະ​ລິນ​ຍາ​ເອກ​ໃນ​ສະ​ໄໝ​ເຈົ້າ​ຊີ​ວິດ ເລ​ແທ້ງ​ຕົງ ປີ 1481. ພໍ່​ຕູ້​ໄດ້​ຮັບແຕ່ງ​ຕັ້ງໄປ​ເປັນ​ທູດ​ຢູ່​ຈີນ. ໄລ​ຍະ​ຢູ່​ຈີນ ພໍ່​ຕູ້​ໄດ້​ຮຽນ​ເອົາ​ເຕັກ​ນິກ​ການ​ຕ່ຳ​ສາດ​ທີ່​ກ້າວ​ໜ້າ​ຂອງ​ຈີນ, ແລ້ວ​ມາ​ຖ່າຍ​ທອດ​ໃຫ້​ຊາວ​ບ້ານ. ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ມາ, ຜະ​ລິດ​ຕະ​ພັນ​ສາດ​ຂອງ​ໝູ່​ບ້ານ​ມີ​ຄວາມ​ງາມກ​່​ວາ​ເກົ່າ, ເສັ້ນ​ຜື​ກໍ​ຖືກ​ຕ່ຳ​ຢ່າງ​ສະ​ໝ່ຳ​ສະ​ເໝີກວ່າ. ຜະ​ລິດ​ຕະ​ພັນ​ນີ້ ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ໃຊ້​ຈາກ​ປະ​ຊາ​ຊົນ. ຍ້ອນ​ຄຸນ​ງາມ​ຄວາມ​ດີນີ້, ຊາວ​ບ້ານ​ໄດ້​ເຊີດ​ຊູ ພໍ່​ຕູ້ ຝ້າມ​ດົນ​ເລ້ເປັນ​ຜູ້ກໍ່​ຕັ້ງ​ອາ​ຊີບ​ຕ່ຳ​ສາດ ແລະ ໄດ້​ໃຫ້​ກໍ່​ຕັ້ງ​ວິ​ຫານເພື່ອ​ບູ​ຊາ.

      ດ້ວຍ​ມູນ​ເຊື້ອ​ທີ່​ມີ​ມາ​ແຕ່​ດົນ​ນານ, ໝູ່​ບ້ານ​ເຮື້ຍໃນ​ວັນ​ນີ້ ຍັງ​ຄົງ​ສາ​ມາດ​ຮັກ​ສ​າ​ອາ​ຊີບ​ໄວ້​ໄດ້, ອັນ​ໄດ້ຜະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສາດ​ທີ່​ມີ​ຊື່​ສຽງ​ເພື່ອ​ສະ​ໜອງ​ໃຫ້​ແກ່​ລູກ​ຄ້າ. ລຸງ ໂງ​ຢີ​ລຽນ ຜູ້​ປະ​ກອບ​ອາ​ຊີບ​ຕ່ຳ​ສາດ​ມາ​ແຕ່​ດົນ​ນາ​ຢູ່ ໝູ່​ບ້ານ​ເຮື້ຍ ໃຫ້​ຮູ້​ວ່າ ຢູ່​ຕາ​ແສງ ເຕີນ​ເລ້​ມີ​ປະ​ມານ 3.200 ຄອບ​ຄົວ, ໃນ​ນັ້ນ​ມີ 80% ຈຳ​ນວນ​ຄອບ​ຄົວ​ປະ​ກອບ​ອາ​ຊີບ​ຕ່ຳ​ສາດ, ແຕ່​ລະ​ປີ​ສາ​ມາດ​ສະ​ໜອງ​ສາດ​ນັບ​ລ້ານ​ຜືນ​ໃຫ້​ແກ່​ຕະຫຼາດ. ຜ່ານ​ບັນ​ດາ​ໄລ​ຍະ​ເວ​ລາ​ແຫ່ງ​ປະ​ຫວັດ​ສາດ, ຊາວ​ບ້ານ​ຍັງ​ຄົງ​ສາມາດຮັກ​ສາ​ອາ​ຊີບ​ຕ່ຳ​ສາດ​ໄວ້​ໄດ້. ລຸງ ໂງ​ຢີ​ລຽນ ເວົ້າ​ວ່າ:

   “ໄລ​ຍະ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ສຸດ​ແມ່ນ​ໃນ​ຊຸມ​ປີ 60, 70 ຂອງ​ສະ​ຕະ​ວັດ​ກ່ອນ, ບໍ່​ວ່າ​ຜູ້​ໃດ ຢູ່​ແຫ່ງ​ຫົນ​ໃດ​ກໍ​ຕາມ ກໍ​ລ້ວນ​ແຕ່​ນຳໃຊ້​ສາດ. ສາດ​ຂອງໝູ່​ບ້ານ​ເຮື້ຍແມ່ນ​ງາມທີ່​ສຸດ ແລະ ທົນ​ທານ​ດີ. ດັ່ງ​ນັ້ນ, ປະ​ຊາ​ຊົນ​ຈາກ​ສາ​ລະ​ທິດ, ຜູ້​ຢູ່​ໃກ້ ແລະ ໄກ​ຕ່າງ​ກໍ​ເຄີຍ​ມາ​​ຊື້​ສາດ​ຢູ່ບ້ານ​ຂ້າ​ພະ​ເຈົ້າ​ເມືອ​ໃຊ້. ຊື່​ສຽງ​ຮຽງ​ນາມ​ຂອງໝູ່​ບ້ານ​ເຮື້ຍໄດ້​ດົງ​ດັງໄປ​ທົ່ວ​ປະ​ເທດ  ”

      ສາດ​ຂອງໝູ່​ບ້ານ​ເຮື້ຍແມ່ນ​ຖືກ​ຜະ​ລິດ​ດ້ວຍຫຼາຍ​ຮູບ​ແບບ​ຜະ​ລິດ​ຕະ​ພັນ ແລະ ມີຫຼາຍ​ຂະ​ໜາດ​ທີ່​ແຕກ​ຕ່າງ​ກັນ. ຢູ່ໝູ່​ບ້ານ​ເຮື້ອ, ໃນແຕ່​ລະປີ, ບັນ​ດາ​ຄອບ​ຄົວ​ໃນ​ບ້ານ​ເຄີຍ​ຕ່ຳ​ສາດ​ເປັນ​ເວ​ລາ 8 ເດືອນ. ສ່ວນ​ເວ​ລາ​ທີ່​ຍັງ​ເຫຼືອ, ແມ່ນ​ເຂົາ​ເຈົ້າ​ລົງ​ເຮັດໄຮ່ໄຖ​ນາ. ກ່ອນ​ໜ້ານັ້ນ, ຊາວ​ບ້ານ​ເຄີຍ​ຕ່ຳ​ສາດ​ດ້ວຍ​ມື. ເມື່ອ​ເຮັດ​ດ້ວຍ​ມືນັ້ນ, ກໍ​ສາ​ມາດ​ຜະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສາດ​ທີ່​ລະ​ອຽດ​ລະ​ອໍກວ່າ. ແຕ່​ຜະ​ລິດ​ຕະ​ພັນ​ແບບນີ້​ເມື່ອ​ຜະ​ລິດ​ອອກ​ແມ່ນ​ບໍ່ຫຼາຍ. ນາງ ຫງວຽນ​ທູ ລົ້ວ ໃຫ້​ຮູ້​ວ່າ ປະ​ຈຸ​ບັນ, ຊາວ​ບ້ານ​ສ່ວນຫຼາຍ​ໄດ້​ຫັນ​ໄປ​ສູ່​ການ​ຕ່ຳ​ສາດ​ດ້ວຍ​ເຄື່ອງ​ຈັກ​ຊຶ່ງ​ໄດ້​ໃຫ້​ສະ​ມັດ​ຕະ​ພາບສູງກວ່າ, ລາຍ​ຮັບ​ຂອງ​ຜູ້​ຜະ​ລິດ​ກໍ​ຖືກ​ຍົກ​ສູງ​ຂຶ້ນຫຼາຍ​ພໍ​ສົມ​ຄວນ ແຕ່​ສຳ​ຄັນ​ທາງ​ດ້ານ​ຄຸນ​ນະ​ພາບ​ແມ່ນ​ຍັງ​ຄົງ​ໄດ້​ຮັບ​ປະ​ກັນ. ນາງ ຫງວຽນ​ທູ ລົ້ວ ເວົ້າ​ວ່າ :

    “ ເມື່ອ​ກ່ອນນີ້, ເຄີຍ​ຕ່ຳ​ສາດ​ດ້ວຍ​ມື, ດັ່ງ​ນັ້ນ ຜະ​ລິດ​ຕະ​ພັນ​ສາດ​ກໍ​ບໍ່​ໄດ້ຫຼາຍ ຄື 2 ຄົນ​ເຮັດ​ໄດ້​ສາດ​ 2 ຄູ່​​ຕໍ່​ວັນ. ປະ​ຈຸ​ບັນ, ໄດ້​ຫັນ​ໄປ​ສູ່​ການ​ຕ່ຳ​ສາດ​ດ້ວຍ​ເຄື່ອງ​ຈັກ, ກໍ​ສາ​ມາດ​ຜະ​ລິດ​ໄດ້​ຜະ​ລິດ​ຕະ​ພັນ​ສາດຫຼາຍກວ່າ, ໃນ​ມື້​ໜຶ່ງ​ຄົນ​ໜຶ່ງ​ກໍສາ​ມາດ​ຜະ​ລິດ​ໄດ້​​ສາດ 20 ຄູ່, ລາຍ​ຮັບ​ກໍ​ຖືກ​ຍົກ​ສູງ​ຂຶ້ນ. ຊາວ​ບ້ານ​ກໍ​ດີ​ໃຈຫຼາຍ, ຜູ້​ໃດ​ກໍ​ຫ້າວ​ຫັນ​ຕ່ຳ​ສາດ ”

     ໂດ​ຍ​ຖືກ​ຕັ້ງ​ຢູ່​ບໍ​ລິ​ເວນ​ໃກ້​ກັບ​ແມ່​ນ້ຳ​ແດງ ແລະ ແມ່​ນ້ຳຫຼວກ, ໝູ່​ບ້ານ​ເຮື້​ຍມີ​ເງື່ອນ​ໄຂ​ສະ​ດວກ​ໃນ​ການ​ປູກ​ຜື ເພື່ອ​ໃຊ້​ເປັນ​ວັດ​ຖຸ​ດິບ​ເພື່ອ​ຕ່ຳ​ສາດ. ເສີມ​ຂະ​ຫຍາຍ​ທ່າ​ແຮງ​ເປັນ​ເຂດ​ມີ​ວັດ​ຖຸ​ດິບຫຼວງຫຼາຍ ພ້ອມ​ກັບ​ເຕັກ​ນິກການ​ຕ່ຳ​ສາດ, ໝູ່​ບ້ານ​ເຮື້ຍສາ​ມາດ​ຜະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລ​ັກ​ສະ​ເພາະ ຊຶ່ງບໍ່​ມີ​ຢູ່​ແຫ່ງ​ໃດ​ໃນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ​ສາ​ມາດ​ຜະ​ລິດ​ໄດ້. ສາດ​ຂອງໝູ່​ບ້ານ​ເຮື້ອຖືກ​ຍ້ອມ​ສີຫຼາກຫຼາຍ​ທີ່​ແຕກ​ຕ່າງ​ກັນ ຊຶ່ງ​ຂຶ້ນ​ກັບ​ການ​ສັ່ງ​ຊື້ ແລະ ຄວາມ​ນິ​ຍົມ​ຂອງ​ລູກ​ຄ້າ. ຈຸດ​ພິ​ເສດ​ຂອງສາດ​ຂອງໝູ່​ບ້ານ​ເຮື້ຍ ແມ່ນ​ນາຍ​ຊ່າງ​ຢູ່ນີ້​ເຄີຍ​ຕ່ຳ​ເປັນ​ຮູບດອກ​ບົວ, ດອກ​ກຸຫຼາບ ແລະ ຕາມ​ຕົວ​ໜັງ​ສື​ຕ່າງໆ. ນີ້​ແມ່ນ​ວິ​ທີ​ຕ່ຳ​ສາດ​ທີ່​ຕ້ອງ​ການ​ມີ​ປະ​ສົບ​ການ ແລະ ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ນ່າຍ​ຊາງ, ທັງ​ນີ້​ໄດ້​ສ້າງ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃຫ້​ສາດ​ຜື​ຂອງໝູ່​ບ້ານ​ເຮື້ຍ ແລະ ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ຂອງ​ລູກ​ຄ້າ​ທັງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ