ຫນອງ ໂຮ່ໄຕ ໃນຊີວິດດ້ານຈິດໃຈຂອງຊາວຮ່າໂນ້ຍ

(vovworld)- ຫນອງ ​ໂຮ່​ໄຕ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ທັດສະນີ​ຍະ​ພາບ​ສວຍ​ງາມ​ຢູ່​ນະຄອນຫລວງ ຮ່າ​ໂນ້ຍ, ຊື່​ງ​ແມ່ນ​ສະຖານ​ທີ່​ມີ​ປູຊະນີຍະສະຖານ​ປະຫວັດສາດ​ວັດທະນະທຳ ຫລາຍ​ແຫ່ງ​ທີ່​ຕິດ​ພັນ​ກັບ​ປະຫວັດ​ຄວາມ​ເປັນ​ມາ ​ແລະ  ພັດທະນາຂອງ ພະ​ລາຊະ​ວັງ ທັງ​ລອງ ​ໃນ​ເມື່ອ​ກ່ອນ ​ແລະ ຮ່າ​ໂນ້ຍ ​ໃນປະຈຸ​ບັນ. ຄວາມ​ງາມ​ຂອງ ຫນອງ​​ໂຮ່​ໄຕ ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ຮູບ​ພາບ​ກ່ຽວ​ກັບ ຮ່​າ​ໂນ້ຍ, ຊື່​ງ​ແມ່ນ​ບ່ອນ​ພົບ​ປະ, ມີ​ອະນຸສອນ​ຫລາຍ​ຢ່າງ​ສຳລັບ​ຊາວ​ຮ່າ​ໂນ້ຍຫລາຍ​ຄົນ ​ແລະ ກໍ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ເປັນ​ຈຳນວນ​ຫລວງຫລາຍ​ເມື່ອ​ເຂົາ​ເຈົ້າມາ​ຢ້ຽມ​ຢາມນະຄອນຫລວງ​ຮ່າ​ໂນ້ຍ.
ຫນອງ ໂຮ່ໄຕ ໃນຊີວິດດ້ານຈິດໃຈຂອງຊາວຮ່າໂນ້ຍ - ảnh 1
ຫນອງ​ໂຮ່​ໄຕ

        ຫນອງ ​ໂຮ່​ໄຕ ​ແມ່ນ​ຫນອງ​ນ້ຳ​ທຳ​ມະ​ຊາດ ຖືກ​ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເຫນືອ​ຂອງ​ນະຄອນຫລວງ ຮ່າ​ໂນ້ຍ ດ້ວຍ​ເນື້ອ​ທີ່​ປະມານ 500 ​ເຮັກຕາ, ມີ​ເສັ້ນທາງ​ອ້ອມ​ຮອບ​ຫນອງ​ດ້ວຍ​ຄວາມ​ຍາວ​ເກືອບ 20 ກີ​ໂລ​ແມັດ. ບັນດາ​ເອກະສານ​ປະຫວັດສາດ​ສະ​ແດງໃຫ້​ເຫັນ​ວ່າ ກ່ອນ​ນີ້​ນັບ​ພັນ​ປີ, ຫນອງ​ໂຮ່​ໄຕ ​ແມ່ນ​ຕອນ​ທີ່​ຍັ​ງ​ເຫລືອຈາກ​ວິວັດ​ການ​ຫັນປ່ຽນ​ກະ​ແສ​ນ້ຳຂອງ​ແມ່​ນ້ຳ​ແດງ. ປະຈຸ​ບັນ ທາງ​ທິດຕາ​ເວັນ​ຕົກ​ຂອງຫນອງ ​ໂຮ່​ໄຕ ຍັງ​ມີ​ຮ່ອງຮອຍ​ຂອງ​ໝູ່​ບ້ານ​ບູຮານ​ຫລາຍ​ແຫ່ງ. ​ໝູ່​ບ້ານ​ແຕ່ລະ​ແຫ່ງ​ລ້ວນ​ແຕ່​ຕິດ​ພັນ​ກັບ​​ປະຫວັດສາດ. ໝູ່​ບ້ານ ງີຕາມ ບ​້ານ​ເກີດ​ເມືອງ​ນອນ​ຂອງ​ນັກ​ກະວີ “ບ່າ​ຮ້ວຽນ​ແທງ​ກວານ”. ໝູ່​ບ້ານ ຊວນ​ຕ໋າວ ມີ​ວິຫານ ຊອກ​ ທີ່ບູຊາ ​ແທງ​ຢອງ.​ ໝູ່​ບ້ານ ຈີກ​ຊ່າ​ຍ ມີ​ວັດ ທຽນ​ນຽນ ບູຊາ ຜູ້​ທີ່​ກໍ່ຕັ້ງ​ອາຊີບ​ຕຳ່​ແຜ່ນ. ໝູ່​ບ້ານ ຖູ້ຍ​ເຄ ມີ​ວັດ ບາ​ແດງ​. ໝູ່​ບ້ານ ​ເຍີ​ດ​ເຕີນ ດ້ວຍ​ສວນ​ດອກ​ຄາຍ​​ສວຍ​ງາມທີ່​ມີ​ຊື່​ສຽງ. ນອກ​ນັ້ນ ມີ​ວັດ​ແຫ່ງ​ຫນຶ່ງ​ທີ່​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​​ເຄີ​ຍມາ​ຢ້ຽມຢາມ ນັ້ນ​ແມ່ນ​ວັດ ​ເຈີ​ນກວກ. ວັດ ​ເຈີ​ນກວກ ຖືກ​ຕັ້ງ​ຢູ່​ແຫລມ​ນ້ອຍ​ໃກ້​ກັບ​ຖະຫນົນ ​ແທງ​ນຽນ, ຊື່​ງ​ແມ່ນ​ເສັ້ນທາງ​ທີ່ສວຍ​ງາມ ​ເປ​ັນຂັ້ນ​​ແບ່ງ​ລະຫວ່າງ​ຫນອງ​ໂຮ່​ໄຕ ​ແລະ ຫນອງ ຈຸກ​ແບກ. ນີ້​ແມ່ນ​ວັດ​ແຫ່ງ​ເກົ່າ​ແກ່​ກວ່າ​ໝູ່​ຢູ່​ຫວຽດນາມ ຊື່​ງ​ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ສັດຕະວັດ​ທີ VI ສະ​ໄຫມ​ລາຊະວົງ ຫລີ​ນາມ​ເດ. ພະ​ອາຈານ ທີ​ກ​ແທງ​ຫຍ໋າ ​ເຈົ້າ​ອະທິການ​ວັດ ​ເຈີ​ນກວກ ​ໃຫ້​ຮູ້​ວ່າ:

        “​ເມື່ອ​ປີ 541-548 ​ ​ໄລຍະ​ທຳ​ອິດວັດ​ແຫ່ງ​ນີ້​ຖືກ​ເອີ້​ນວ່າ ວັດ​ຄາຍ​ກວກ ​ແລະ ​ໄດ້​ຮັບ​ການ​ກໍ່ສ້າງ​ຢູ່​​ແຄມ​ແມ່​ນ້ຳ​ແດງ ຫລັງ​ຈາກ​ນັ້ນ ​ໃນ​ທ້າ​ຍສະ​ໄຫມລາ​ຊະ​ວົງ ​ເລ (​ໃນ​ສັດຕະວັດ​ທີ 17) ຖືກ​ຍ້າຍ​ມາ​ນີ້. ວັດ ​ເຈີ​ນກວກ ມີ​ປະຫວັດສາດ 1440 ປີ. ສຳລັບ ນະຄອນຫລວງ, ນີ້​ແມ່ນ​ວັດ​ເກົ່າ​ແກ່​ກວ່າ​ໝູ່.”

        ຢູ່​ນະຄອນຫລວງ ຮ່າ​ໂນ້ຍ, ຫນອງ​ໂຮ່​ໄຕ ​ແມ່ນ​ເຂດ​ມີ​ລະບົບ​ມໍລະດົກ, ມີປູຊະນີ​ຍະສະ​ຖານ​ຫລາຍ​ແຫ່ງ. ສະ​ເພາະ​ເຂດ​ຫນອງ ​ໂຮ່​ໄຕ ກໍ​ມີ​ປູ​ສະ​ນີຍະສະ​ຖານ​ປະຫວັດສາດ 62 ​ແຫ່ງ, ​ໃນ​ນັ້ນ ມີ 22 ​ແຫ່ງ​ຖືກ​ຈັດ​​ເຂົ້າ​ບັນຊີ​ລາຍ​ຊື່​ປູຊະນີຍະສະຖານ​ລະດັບ​ຊາດ ​ແລະ 7 ​ແຫ່ງ​ແມ່ນ​ລະດັບ​ນະຄອນ. ​ເມື່ອ​ລະດູບານ​ໃຫມ່​ວຽນມາ, ບັນດາ​​ເຂດ​ວັດວາອາຮາ​ມ​ດັ່ງກ່າວ ​ໄດ້​ດຶງ​ດູດ​ແຂກ​ມາ​ຈາກ​ທຸກ​ສາລະ​ທິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເປັນ​ຈຳນວນ​ຫລວງຫລາຍ. ດ້ວຍທ່າ​ໄດ້​ປຽບ​​ແມ່ນ​ມີ​ທີ່​ຕັ້ງ​ພິ​ເສດ, ຫນອງ​ໂຮ່​ໄຕ ກວມ​ເອົາດ້ານວັດທະນະທຳ​ປະຫວັດສາດ ​ເກືອບທັງໝົດ​, ​ໃນ​ນັ້ນ ມີ​ກິດຈະກຳ​ສິລະ​ປະ​ສະຖາປັດ​ຕະຍະ​ກຳ​ສາສະຫນາ​ທີ່​ພົ້ນ​ເດັ່ນ ຜ່ານ​ບັນດາ​ໄລຍະ​​ແຫ່ງ​ການກໍ່ສ້າງ​ຢ່າງ​ກົມກຽວ ດ້ວຍ​ທິວທັດ​ທຳ​ມະ​ຊາດ​ສວຍ​ງາມ​ຂອງ​ຫນອງ​ໂຮ່​ໄຕ ​ໄດ້​ສ້າງ​ເປັນ​ຄວາມ​ດູດ​ດື່ມ​ສະ​ເພາະ. ນີ້​ກໍ​ແມ່ນ​ສາຍ​ເຫດ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ມາ​ຢ້ຽມຢາມແຫ່ງ​ນີ້ ​ເພື່ອ​ຄົ້ນ​ຫາ​ຫນອງ​​ໂຮ່​ໄຕ. ສຳລັບ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ແລ້ວ, ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ນັ້ນ​ແມ່ນ​ໄດ້​​ໄປ​ຢ້ຽມຢາມ​ຫນອງ​ໂຮ່​ໄຕ ດ້ວຍ​ລົດ​ໄຟຟ້າ​ແລ່ນ​ອ້ອມ​ແອ້ມ​ຫນອງ​ໂຮ່​ໄຕ. ທ່ານ ຫງວຽນ​ກວາງ​ໂລກ, ຢູ່​ເມືອງ ຮາ​ຍບາ​ຈືງ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້ ຂ້າພະ​ເຈົ້າ​ພຽງ​ແຕ່​ໄດ້​ຍິນ​ວ່າ ຫນອງ​ໂຮ່​ໄຕ​ ກວ້າງ​ໃຫຍ່​ເທົ່າ​ນັ້ນ ຫາກ​ບໍ່​ທັນ​ໄປ​ຢ້ຽມຢາມ​ເທື່ອ. ​ແຕ່​ປະຈຸ​ບັນ ​ເມື່ອ​ນັ່ງ​​ເທິງລົດ​​ໄຟຟ້າ​​ໄປຢ້ຽມຢາມ​ຫນອງ​ໂຮ່​ໄຕ ຂ້າພະ​ເຈົ້າ​ຈຶ່ງ​ຮູ້​ຈັກໄດ້​ຫລາ​ຍສິ່ງ​ຫລາຍ​ຢ່າງ, ​​ແລະເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບັນດາ​ໝູ່​ບ້ານ​ອາຊີບ, ບັນດາ​ປູຊະນີຍະສະຖານ, ວັດວາອາ​ຮາມ​ຢູ່​ອ້ອມ​ຫນອງ​ໂຮ່​ໄຕ.”

ຫນອງ ໂຮ່ໄຕ ໃນຊີວິດດ້ານຈິດໃຈຂອງຊາວຮ່າໂນ້ຍ - ảnh 2
​ວັດ​ເຈີນກວກ
ພາບ:eva.vn

        ຫນອງ​​ໂຮ່​ໄຕ ປະຈຸ​ບັນ ບໍ່ພຽງ​ແຕ່​ສວຍ​ງາມ​ຍ້ອນ​ຫນ້ານຳ້​ຂຽວ​ແລະ​ກວ້າງ​ໃຫຍ່​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ງາມ​ດ້ວຍສີສັນ​ຫລາກ​ຫລາຍ​ຂອງ​ດອກ​ໄມ້​ນາໆ​ຊະນິ​ດ. ອາກາດ​ຢູ່​ຫນອງ​ ​ໂຮ່​ໄຕ ຍາມ​ໃດ​ກໍ​ປອດ​ໂປ່​ງ​ເຢັນ​ສະບາຍ ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ທ່ານ​ຍິ່ງ​ສະຫວາດສະ​ເຫວີຍ​ກວ່າ. ​ແຕ່ລະ​ເຊົ້າ ບໍ່​ພຽງ​ແຕ່ຊາວ​ຮ່າ​ໂນ້ຍ​ເທົ່າ​ນັ້ນ  ຫາກ​ຍັງ​ມີ​ຊາວ​ຕ່າງປະ​ເທດ​ພວມ​ດຳ​ລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່ ຮ່າ​ໂນ້ຍ ຫລາຍ​ຄົນ ກໍ​ມັກ​ຍ່າງ​​ເລາະ​ຫລິ້ນ ຫລື​ອອກກຳລັງກາຍ​ຢູ່​ອ້ອມ​ຫນອງ​ໂຮ່​ໄຕ ​ເພື່ອ​ສູບ​ອາກາດ​ປອດ​ໂປ່​ງ​ໃນ​ຍາມ​ເຊົ້າ. ສ່ວນ​ໃນ​ຍາມ​ສາຍ​ັນ ຫນອງ​ໂຮ່​ໄຕ ​ແມ່ນ​ສະຖານ​ທີ່​ເພື່ອ​ໃຫ້​ຫລາຍ​ຄົນ​ພົບ​ປະ​ໂອ້​ລົມ​ນຳ​ກັນ ຫລື​ແບ່ງປັນ​ບັນດາ​ອະນຸສອນ, ວຽກ​ງານ. ບາງ​ຄົນ​ນັ່ງ​ດື່ມ​ກາ​ເຟກັບ​ໝູ່​ເພື່ອນຢູ່​ຮ້ານ​ຂາຍ​ກາ​ເຟອ້ອມ​ຫນອງ​ໂຮ່​ໄຕ. ​ໃນ​ຊຸມ​ມື້​ວັນ​ບຸນ ຫລື ວັນທ້າຍ​ອາທິດ, ຊາວ​ຮ່າ​ໂນ້ຍ ​ເຄີຍ​​ເຕົ້າ​ໂຮມ​ກັນ​ຢູ່​ຫນອງ​​ໂຮ່​ໄຕ ​ເພ່ືອ​ພົບ​ປະກັນ, ຫລື​ຮັບ​ປະທານ​ອາຫານ​ຢູ່​ຮ້ານ​ອາຫານ​… ຍ້ອນ​ບັນດາສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ດັ່ງກ່າວ​​ໄດ້​ເຮ​ັດ​ໃຫ້ຫນອງ​ໂຮ່​ໄຕ ​​ກາຍ​ເປັນ​ສະຖານ​ທີ່​ຕິດ​ພັນ​ກັບ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ