ຫນອງໂຮ່ເກືອມ ໝາກຫົວໃຈຂອງນະຄອນຫລວງ

(vovworld)- ​ໂດ​ຍຕັ້ງ​ຢູ່​ໃຈກາງ​ນະຄອນຫລວງ ຮ່າ​ໂນ້ຍ, ຫນອງ ​ໂຮ່​ເກືອ​ມ ງາມ​ດັ່ງ​ຮູບ​ພາບ​ແຜ່ນ​ຫນຶ່ງ. ພ້ອມ​ກັບ​ບັນດາ​ສະຖາປັດຕະຍະກຳ​ບູຮານ​ຄື: ທາດ​ເຕົາ, ຂົວ​ເທ​ຮຸກ, ວິຫານ ຫງອກ​ເຊີນ.. ​ໂຮ່​ເກືອ​ມ ບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມເປັນ​ຈຳນວນ​ຫລວງຫລາຍ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ບ່ອນ​ສະຫນິດ​ຕິດ​ພັນ, ​ແມ່ນຄວາມ​ຮັ​ກ​ແພງ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ ຮ່າ​ໂນ້ຍ​ອີກ​ດ້ວຍ. ສຳລັບ​​ຊາວ​ຮ່າ​ໂນ້ຍ ​ເຖິງ​ວ່າ​ໄປ​ໃສ​ຫລື​ອາ​ໄສ​ຢູ່​ບ່ອນ​ໃດ​ກໍ​ຕາມ ​ແຕ່​ເມື່ອ​​ເວົ້າເຖິງ ຮ່າ​ໂນ້ຍ ຜູ້​ໃດກໍ່​ເຕື້ອງເຖິງ​ຫນອງ ​ໂຮ່​ເກືອ​ມ ດ້ວຍ​ຄວາມ​ຄິດ​ຮອດ​ຄິດ​ເຖິງ​ຫລາຍ. ບົດ​ຂຽນ​ຂອງ​ນັກ​ຂ່າວ ບູ່​ຍຮັ່ງ ທີ່​ພາດ​ຫົວ​ຂໍ້​ວ່າ: ຫນອງໂຮ່ເກືອມ ໝາກຫົວໃຈຂອງ  ນະຄອນຫລວງ

ຫນອງໂຮ່ເກືອມ ໝາກຫົວໃຈຂອງນະຄອນຫລວງ - ảnh 1
ໂຮ່​ເກືອ​ມ
photo:internet

        ຫນອງ​ໂຮ່​ເກືອ​ມ ຫລື ​ເອີ້ນ​ວ່າ ຫນອງ ຮ່ວານ​ກຽມ ​ປະກົດ​ອອກ​ເມື່ອ​ຕົ້ນ​ສັດຕະວັດ​ທີ 15 (ປີ 1428) ​ແມ່ນ​ຕິດ​ພັນ​ກັບ​ເລື່ອງ​ລາວ​​ທີ່​ເລົ່າສືບ​ກັນ​ມາ​ແຕ່​ບູຮານ​ນະ​ການ​ວ່າ ​ເຈົ້າ​ຊີວິດ ​ເລ​ທາຍ​ໂຕ ​ໄດ້​ສົ່ງ​ດາບ​​ອັນ​ລຳ້​ຄ່າ​ຄືນໃຫ້​ແກ່​ເທວະ​ດາເຕົາ​ ພາຍຫລັງ​ຕີ​ຂັບ​ໄລ່​ສັດຕູ​ອອກ​ຈາກ​ປະ​ເທດ​ຊາດ. ຜ່ານ​ການ​ຜັນ​ແປ​ຂອງ​ໄລຍະ​ເວລາ, ຫນອງ​ໂຮ່​ເກືອ​ມ ​ໄດ້​ກາຍ​ເປັນ​ມໍລະດົກ​ສະຖາປັດຕະຍະກຳ​ວັດທະນະທຳ ຢູ່​ໃຈກາງ​ນະຄອນຫລວງ​ຮ່າ​ໂນ້ຍນັບ​ພັນ​ປີ. ກ່ອນ​ນີ້ ສະຖາປັດຕະຍະກຳ​ຢູ່​ອ້ອມ​ແອ້ມ​ຫນອງ ​ໂຮ່​ເກືອ​ມ ສ່ວນ​ຫລາຍ​ແມ່ນ​ອາຄານ ສອງ​ສາມ​ຊັ້ນ ຢູ່​ໃຕ້​ຮົ່ມ​ໄມ້​ທີ່​ຂຽວ​ອຸ່ມ​ທຸ່ມ, ນັບ​ທັງ​ສຳນັກງານ​ການ​ປົກຄອງ​ນະຄອນ​ຮ່າ​ໂນ້ຍ. ໃນ​ບໍ​ລິ​ເວນ​ໜອງ​ໂຮ່​ເກືອມຍັງ​ມີບັນດາ​ສະຖາປັດຕະຍະກຳ​ນ້ອຍ​ຄື: ທາດ​ເຕົາ, ວິຫານ ຫງອກ​ເຊີນ, ຂົວ​ເທ​ຮຸກ ກໍ​ແມ່ນ​ບັນດາ​ກິດ​ຈະ​ກຳ​ສະຖາປັດຕະຍະ​ກຳ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ. ທ່ານ ບຸ່ຍ​ແອ​ງຕວນ, ອາຍຸ​​ເກືອບ 60 ປີ ດຳລົງ​ຊີວິດ​ຢູ່​ຖະຫນົນແຄມ​ຫນອງ ​ໂຮ່​ເກືອ​ມ ດີງຕຽນ​ຮ່ວາງ ​ໃຫ້​ຮູ້​ວ່າ:

        “​ແຕ່​ປີ 1975 ມາ​ຮອດ​ປະຈຸ​ບັນ, ຮ່າ​ໂນ້ຍ ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ ພິ​ເສດ ​ແມ່ນ​ບໍລິ​ເວນ​​ອ້ອມ​ແອ້ມ​ຫນອງ ​ໂຮ່​ເກືອ​ມ. ​​ຖະຫນົນ ດີງຕຽນ​ຮວ່າງ ກ່ອນ​ນີ້ ມີ​ລົດ​ໄຟຟ້າ​ແລ່ນ​ຜ່ານ, ການ​ທຳ​ມາ​ຫາ​ກິນ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້​ ບໍ່​ຟົດ​ຟື້ນ​ຄື​ປະຈຸ​ບັນ. ກອ່ນນີ້ ລະບົບ​ໂທລະ​ໂຄ່ງ​ຢູ່​ອ້ອມ​ຫນອງ​ໂຮ່​ເກືອ​ມ ​ແມ່ນ​ພາຫະນະ​ສື່​ມວນ​ຊົນຖືກນຳ​ໃຊ້​​​ຫລາຍ ​ແຕ່​ມາ​ຮອດ​ປະຈຸ​ບັນ ບໍ່​ໃຊ້​ອີກ.”

        ​ໂດຍ​ຕັ້ງ​ຢູ່​ໃຈກາງ​ນະຄອນຫລວງ ຮ່າ​ໂນ້ຍ, ຫນອງ ​ໂຮ່​ເກືອ​ມ ​ແມ່ນ​ບ່ອນ​ເຊື່ອມ​ຕໍ່​ລະຫວ່າງ​ຄຸ້ມ​ຖະຫນົນ​ເກົ່າ​ຕ່າງໆ​ຄື: ຮ່າງ​ງາ​ງ, ຮ່າງ​ດາວ, ​ເກົາ​ໂກ, ​ເລືອ​ງວັນ​ການ, ຫລໍ່ສູ …ກັບ​ຄຸ້ມ​ຖະຫນົນໂດຍຊາວ​ຝລ່ັງ​ອອກ​ແບບ​ຕາມ​ສະຖາປັດຕະຍະກຳ​ຂອງ ​ເອີ​ລົບ​​ກ່ອນ​ນີ້​ກວ່າ​ສັດຕະວັດ​ຄື: ຖະຫນົນ ບ໋າ​ວ​ແຄງ, ຍາ​ເທີ່, ຈາງ​ທີ, ຮ່າງ​ບາຍ, ດີງຕຽນ​ຮ່ວາງ… ຫນອງ​ໂຮ່​ເກືອ​ມ ບໍ່​ພຽງ​ແຕ່​ສວຍ​ງາມ​ດ້ວຍ ​ນ້ຳ​ສີຂຽວ​ເທົ່າ​ນັ້ນ ຫາກ​ດ້ວຍ​ຕົ້ນ​ໄມ້ທີ່ ສວຍ​ສົດ​ງົດ​ງາມ​ຢູ່​ອ້ອມ​ແອ້ມ​ຫນອງ​​ ​ອີກ​ດ້ວຍ. ຄຽງ​ຂ້າງ​ນັ້ນ ຂົວ​ເທ​ຮຸກ ຄື​ດັ່ງ​ແຜ່ນ​ແພ​ໄຫມ​ສີ​ແດງ​ພາດ​ກ່າຍ​ລະ​ຫວ່າງຝັ່ງກັບ​ວິຫານ ຫງອກ​ເຊີນ. ບັນດາ​ສະຖາປັດຕະຍະກຳ​ກ່ຽວ​ຂ້ອງ​ເຖິງ ​ໂຮ່​ເກືອ​ມຄື: ທາດ​ບຸດ, ທາດ​ຮ່ວາ​ຟອງ ​ໄດ້​​ເຮັດ​ໃຫ້​ທັດສະນີ​ຍະ​ພາບ​ຂອງ​ໂຮ່​ເກືອ​ມມີຄວາມ​ກົມ​ກຽວ. ​ທ່າມ​ກາງ​ສະ​ພາບ​ແວດ​ລ້ອມທີ່​ອຶກກະ​ທຶກ​ຄືກ​ໂຄມ​​ໃນເຂດ​ຕົວ​ເມືອງ​​ນັ້ນ, ຫນອງ ​ໂຮ່​ເກືອ​ມ ພັດ​ແມ່ນ​ແຫ່ງ​ທີ່​ສ້າງ​ບັນ​ຍາ​ກາດ​ສະຫງົບ​ງຽບ, ດ້ວຍອາກາດ​ປອດ​ໂປ່​ງ, ທັດສະນີ​ຍະ​ພາບສວຍ​ງາມ. ນັ້ນ​ກໍ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສາຍ​ເຫດ​ທີ່​ດຶງ​ດູດ​ປະຊາຊົນຫຼາຍ​ຄົນ​ມາ​ທ່ຽວ, ​ຍ່າງ​ຫລິ້ນ, ຫັດກາຍ ຫລື​ນັ່ງໂອ້​ລົມ​ນຳ​ກັນ​ເທິງ​ຕັ່ງ​ຫິນ​ອ້ອມ​ໜອງ​. ຄວາມ​ງາມ​ແບບ​ເກົ່າ​ແກ່​ຂອງ​ຫນອງ ​ໂຮ່​ເກືອ​ມ ນັບ​ມື້​ນັບ​ດຶງ​ດູດ​ແຂກ​ຄົນ​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫລວງຫລາຍ. ອ້າຍ ​ໂດ​ຢູຍກວາງ ຢູ່ ຖະຫນົນ ຮ່າງກາຍ ຮ່າ​ໂນ້ຍ ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ໄດ້​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່ ຢູ່​ໃກ້​ກັບ​ຫນອງ ​ໂຮ່​ເກືອ​ມມາ​ເປັນ​ເວ​ລາ ກວ່າ 30 ປີ ​ແລ້ວ ສະ​ນັ້ນ ມີ​ອະນຸສອນ​ຫລາຍ​ຢ່າງ​ກັບ​ຫນອງ​ໂຮ່​ເກືອ​ມ. ​ໃນ​ຄາວ​ຍັງ​ນ້ອຍ, ພໍ່​ແມ່​ເຄີຍ​ພາ​ ຂ້າພະ​ເຈົ້າ​ໄປ​ຫລິ້ນ​ຢູ່​ຫນອງ ​ໂຮ່​ເກືອ​ມ, ​ເຂົ້າ​ຢ້ຽມ​ວິຫານ ຫງອກ​ເຊີນ, ປ່ອຍ​ວ່າວຢູ່​ເທິງ​ຂົວ ​ເທ​ຮຸກ. ກ່ອນ​ນີ້ ບັນດາ​ກິດຈະກຳ​ຢູ່​ອ້ອມ​ຫນອງ​ໂຮ່​ເກືອ​ມ ​ບໍ່​ໃຫຍ່​ໂຕ​ມະ​ໂຫຖານ​ ​ແລະ ທັນ​ສະ​ໄຫມຄື​ປະຈຸ​ບັນ. ຂ້າພະ​ເຈົ້າ​ຕິດ​ພັນ​ກັບ​ຫນອງ​ໂຮ່​ເກືອ​ມ ມາ​ແຕ່​ນ້ອຍ, ສະ​ນັ້ນ ​ໄປ​ໃສ​ກໍ​ຄິດ​ຮອດຄິດ​ເຖິງ​ບ່ອນ​ນີ້.  ຂ້າພ​ະ​ເຈົ້າ​ມີ​ໂອກາດ​ໄດ້​ໄປ​ທ່ອງ​ທ່ຽວຫລາຍ​​ແຫ່ງ​​ແລ້ວ ​ແຕ່​ບໍ່​ເຫັນ​ຢູ່​​ແຫ່ງ​ໃດ​ມີ​ທັດສະ​ນີຍະ​ພາບ​ສວຍ​ງາມ ​ແລະ ​ເກົ່າ​ແກ່​ຄື​ຢູ່​ຫນອງ​ໂຮ່​ເກືອ​ມ”.

ຫນອງໂຮ່ເກືອມ ໝາກຫົວໃຈຂອງນະຄອນຫລວງ - ảnh 2
ນັກທ່ອງທ່ຽວຕ່າງປະເທດກໍມັກນັ່ງພັກຜ່ອນຢູ່ແອ້ມຫນອງ
ໂຮ່ເກືອມ
photo:internet

        ​ໃນ​ໂອກາດ​ວັນ​ບຸນ​ສຳຄັນ​ຂອງ​ປະ​ເທດ​ຊາດ ຄື: ວັນຊາດ ຫລື ​ບຸນປີ​ໃຫມ່​ປະ​ຈຳ​ຊາດ, ຫນອງ ​ໂຮ່​ເກືອ​ມ ​ແມ່ນ​ສະຖານ​ທີ່​ເຕົ້າ​ໂຮມ​ແຂກ​ມາ​ຈາກ​ທຸກ​ສາລະ​ທິດ​ເປັນ​ຈຳ​ນວນຫຼວງຫຼາຍ, ​ເພື່ອ​ລະ​ຫລິ້ນ, ຢ່ອນ​ອາລົມ. ທ່ານ ບູ່​ຍ​ແອ​ງຕວນ​ໃຫ້​ຮູ້​ວ່າ:

        “ຫນອງ​ໂຮ່​ເກືອ​ມ ນັບ​ມື້​ນັບ​ກາຍ​ເປັນ​ສູນວັດທະນະທຳ​ໃຫຍ່​ຂອງ​ນະຄອນຫລວງ, ນອກຈາກ​ສະຫນາມ​ຫລວງ ບາ​ດີງ, ຫນອງ​ໂຮ່​ເກືອ​ມ ຍັງ​ແມ່ນ​ສະຖານ​ທີ່​ຈັດ​ຕັ້ງ​ຫລາຍ​ເຫດການ​ທີ່​ສຳຄັນ​ໃນ​ປີ. ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ສຳຄັນ​ຂອງ​ປະ​ເທດ​ຊາດ, ຫນອງ​ໂຮ່​ເກື​ອມ ​ໄດ້​ຮັບ​ການ​ປະດັບ​ປະດາ​ຢ່າງສວຍ​ງາມ. ບັນດາ​ເຫດການ​ວັດທະນະທຳ, ກິລາ, ສິລະ​ປະນັ້ນ ​ໄດ້​ດຶງ​ດູດຜູ້​ມາຊົມ​ເປັນ​ຈຳນວນ​ຫລວງຫລາຍ, ນອກ​ນັ້ນ​ໜອງ​ໂຮ່​ເກືອມຍັງ​ອຶງ​ດູດ​ແຂດສາກົນຫຼາຍ​ຄະ​ນະມາ​ຢ້ຽມຢາມອີກ​ດ້ວຍ. ປະຊາຊົນ ດຳ​ລົງ​ຊີວິດ​ຢູ່​ອ້ອມ​ແອ້ມ​ຫນອງ ​ໂຮ່​ເກືອ​ມ ກໍ​ຮູ້​ສຶກ​ເອກອ້າງ​ທະ​ນົງ​ໃຈຫຼາຍ ​ເພາະ​ວ່ານີ້​ແມ່ນສະຖານ​ທີ່​ຮູ້​ຈັກ​ກັນ​ດີ​ຂອງ ປະຊາຊົນ​ໃນ​ທົ່ວ​ປະ​ເທດ ​ແລະ ​ແຂກ​ສາກົນ​. ໂດຍ​ແມ່ນ​ຜູ້​ດຳລົງ​ຊີວິດ​ຢູ່​ທີ່​ນີ້ ຂ້າພະ​ເຈົ້າ ກໍ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຮັກສາ​ໂຮ່​ເກ​ືອມ​ໃຫ້​ສວຍ​ງາມກວ່າ.”

        ຫນອງ​ໂຮ່​ເກືອ​ມ ບໍ່​ພຽງ​ແຕ່​ສວຍ​ງາມ​ໃນ​ສາຍຕາ​ຂອງ​ປະຊາຊົນ​ນະຄອນຫລວງ ຮ່າ​ໂນ້ຍ ​ເທົ່າ​ນັ້ນ ຫາກ​ຍັງ​​ແມ່ນສະຖານ​ທີ່​ດູດ​ດື່ມ​ສຳລັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​​ເມື່ອ​ມາ​ຢ້ຽມຢາມ​ຮ່າ​ໂນ້ຍອີກ​ດ້ວຍ.  ອ້າ​ຍ Diego, ນັກ​ທ່ອງ​ທ່ຽວ​ມາ​ຈາກ ​ແອດ​ສະ​ປາຍ ​ແບ່ງປັນ​ວ່າ:

        “ຂ້າພ​ະ​ເຈົ້າ ມັກ​ຊົມ​ທັດສະນີ​ຍະ​ພາບ​ຫນອງ​ໂຮ່​ເກືອ​ມ ທີ່​ສຸດ, ​ເພາະ​ຢູ່​ທີ່​ນີ້ ມີ​ຕົ້ນ​ໄມ້​ໃບ​ຫຍ້າ​ທີ່​ສວຍງາມ. ຢູ່​ອ້ອມ​ຫນອງ​ໂຮ່​ເກ​ືອມ ກໍມີກິດຈະກຳທີ່​ສວຍ​ງາມຫລາຍແຫ່ງ ທີ່​ໄດ້ ສ້າງ​ຄວາມ​ປະ​ທັບ​ໃຈໃຫ້​ແກ່​ຂ້າ​ພະ​ເຈົ້າ. ​ເມື່ອ​ກັບ​ຄືນ​ເມືອ​ປະ​ເທດ, ຂ້າພະ​ເຈົ້າ​ຈະ​ແນະນຳ​ຫນອງ ​ໂຮ່​ເກືອ​ມ ​ໃຫ້​ໝູ່​ເພື່ອນ​ໄດ້​ຮັບ​ຊາບ.”

        ​ເຖິງ​ວ່າ ບໍ່​ແມ່ນ​ຫນອງ​ທີ່​ມີ​ເນື້ອ​ທີ່​ກວ້າງ​​ໃຫຍ່​ກວ່າ​ໝູ່​ຢູ່ ຮ່າ​ໂນ້ຍ ກໍ​ຕາມ, ​ແຕ່​ຫນອງ​ໂຮ່​ເກ​ືອມ ​ພັດ​ຕິດ​ພັນ​ກັບ​ຊີວິດ ​ແລະ ຈິດ​ໃຈ​ຂອງ​ຊາວ​ຫວຽດ​ນາມ​ຫລາຍ​ຄົນ. ຜ່ານ​ການ​ຜັນ​​ແປ​ຂອງ​​ໄລຍະ​ເວລາ, ຫນອງ​ໂຮ່​ເກືອ​ມ ຍັງ​ຄົງ​ຮັກ​ສາ​ຄວາມ​ງາມທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໄວ້​ເໝືອນ​ເດີມ, ​ເຮັດ​ໃຫ້​ຜູ້​ໃດ​ມາ​ຢ້ຽມຢາມ​ແລ້ວ ກໍ​ຢາກ​ກັບ​ຄືນ​ມາ​ຢາມອີກ​ຄັ້ງ​ໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ