ຫໍບູຊາພະບິດາ - ຫໍບູຊາພະແມ່: ເສົາຫຼັກໝາຍວັດທະນະທຳ ຢູ່ດິນແດນທາງທິດຕາເວັນອອກສ່ຽງເໜືອຂອງປະເທດຊາດ

(VOVWORLD) -ຍາກທີ່ຈະຫາໄດ້ຢູ່ແຫ່ງໃດ ເຊິ່ງຢູ່ແມ່ນ້ຳລຳດຽວມີຫໍບູຊາສອງແຫ່ງທີ່ ສັກສິດຍັງຄົງຕົວ ແລະ ຖືກຕັ້ງກົງກັນຂ້າມກັນ ດ້ວຍໄລຍະປະຫວັດສາດມາແຕ່ດົນນານຄື ຫໍບູຊາພະບິດາ - ຫໍບູຊາພະແມ່ຢູ່ເມືອງ ບາແຈ໊ ແຂວງ ກວ໋າງນິງ. ປູຊະນີຍິສະຖານ ຫໍບູຊາພະບິດາ - ຫໍບູຊາພະແມ່ ແມ່ນພະຍານຫຼັກຖານໃຫ້ແກ່ຂະບວນວິວັດແຫ່ງການພິຊິດທຳມະຊາດ, ຄົ້ນຫາເຂດຊາຍແດນທາງທິດເໜືອຂອງປະເທດຊາດ ກໍ່ຄືໃນກິດຈະການຕ້ານສັດຕູຈາກພາຍນອກເຂົ້າມາຮຸກຮານ ເພື່ອປົກປັກຮັກສາດິນດອນຕ່ອນຫຍ້າ ຊຶ່ງປູ່ຍ່າຕາຍາຍໄດ້ປະໄວ້ໃຫ້. ບໍ່ພຽງແຕ່ແມ່ນສະຖານທີ່ດຳເນີນຊີວິດການເຫຼືອມໃສ ຂອງບັນດາເຜົ່າອ້າຍນ້ອງໃນເມືອງ ບາແຈ໊ ແຂວງ ກວ໋າງນິງ ເທົ່ານັ້ນ ນີ້ຍັງແມ່ນສະຖານທີ່ທ່ອງທ່ຽວຂອງແຂກທີ່ມາຈາກສາລະທິດໃນໂອກາດງານບຸນ ບຸນປີໃໝ່ປະຈຳຊາດ ລະດູບານໃໝ່ວຽນມາອີກດ້ວຍ
ຫໍບູຊາພະບິດາ - ຫໍບູຊາພະແມ່: ເສົາຫຼັກໝາຍວັດທະນະທຳ  ຢູ່ດິນແດນທາງທິດຕາເວັນອອກສ່ຽງເໜືອຂອງປະເທດຊາດ - ảnh 1ຫໍບູຊາພະບິດາ

     ແມ່ນ້ຳ ບາແຈ໊ ມີລວງຍາວ 80 ກິໂລເມັດ ດ້ວຍສາຍນ້ຳໄຫຼຄົດງໍ ຜ່ານບັນດາໜູ່ບ້ານລຽບຕາມເສັ້ນທາງຫຼວງ 18 ໄຫຼເຂົ້າສູ່ເທດສະບານເມືອງ ບາແຈ໊ ແຂວງ ກວ໋າງນິງ. ນັບແຕ່ໃດໆມາ ປາກແມ່ນ້ຳແຫ່ງນີ້ຍັງມີຫໍບູຊາສອງແຫ່ງທີ່ຍັງຄົງຕົວຢູ່ ນັ້ນແມ່ນ ຫໍບູຊາພະບິດາ - ຫໍບູຊາພະແມ່ເຊິ່ງໄດ້ຕິດພັນກັບເລື່ອງລາວຕໍ່ຕ້ານພວກສັດຕູ ມົງໂກ່ນ ຂອງເຈົ້າຊີວິດສອງອົງໃນສະໄໝລາດຊະວົງ ເຈິ່ນ. ທ່ານ ຮວ່າງມິງດຶກ ຮອງເລຂາຄະນະພັກຕາແສງ ນາມເຊີນ ເມືອງ ບາແຈ໊ ຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານ ຫໍບູຊາພະບິດາ - ຫໍບູຊາພະແມ່ ໃຫ້ຮູ້ວ່າ:

      “ເຂດປູຊະນີຍະສະຖານແຫ່ງນີ້ ມີທີ່ຕັ້ງຍຸດທະສາດທາງດ້ານການທະຫານ ແລະ ແມ່ນແຫ່ງສາມາດຊຸກເຊື່ອງພົນທະຫານ ເພື່ອຝຶກຊ້ອມ. ໃນໄລຍະເວລານັ້ນ, ທ່ວງທ່າ ແລະ ກຳລັງຂອງສັດຕູ ແມ່ນເຂັ້ມແຂງທີ່ສຸດ, ບັນດາເຈົ້າຊີວິດໃນລາດຊະວົງ ເຈິ່ນ ໄດ້ຖອນກຳລັງມາຍັງເຂດນີ້ ໃຫ້ນາຍພົນ ເລບ໊າດຶກ ເປັນຜູ້ບັນຊາຢູ່ແຫ່ງນີ້ ເພື່ອສືບຕໍ່ສູ້ຮົບ  ຫຼັງຈາກນັ້ນ ບັນດາເຈົ້າຊີວິດ ໄດ້ອອກຈາກເຮືອ ຍ່າງໄປສູ່ ຖຸ໋ຍຈູ໊ ໝາຍເຖິງ ເມືອງ ຖຸ໋ຍງວຽນ ນະຄອນ ຫ໋າຍຟ່ອງ, ຕໍ່ຈາກນັ້ນກໍ່ຖອຍໄປຍັງແທັງຮວ໊າ ເພື່ອສືບຕໍ່ຕ້ານພວກສັດຕູ ມົງໂກ່ນ”

       ບັນດາຜູ້ຖົ້າຜູ້ແກ່ໃນໝູ່ບ້ານເລົ່າສູ່ຟັງວ່າ ຫໍບູຊາພະບິດາ ຖືກຊາວບ້ານປຸກສ້າງຂຶ້ນ ເພື່ອບູຊານາຍພົນ ເລບ໊າດຶກ. ຫໍບູຊາພະບິດາ ມຸ່ງໜ້າສູ່ທິດຕາເວັນຕົກສຽງໃຕ້, ເມື່ອກ່ອນນີ້ຢູ່ບໍລິເວນຫໍບູຊາມີເນື້ອທີ່ປະມານ 50 ຕາແມັດເທົ່ານັ້ນ ແຕ່ມາຮອດປີ 2015 ປູຊະນີຍະສະຖານຫໍບູຊາພະບິດາ ໄດ້ຮັບການປະຕິສັງຂອນ ດ້ວຍເນື້ອທີ່ທັງໝົດກວ່າ 500 ຕາແມັດ ປະກອບດ້ວຍສາມຫ້ອງໃຫຍ່ ແລະ ສອງຫ້ອງນ້ອຍຢູ່ສອງເບື້ອງ, ຫຼັງຄາຖືກມຸງດິນຂໍ ທາງຫຼັງອີງໃສ່ພູ ທາງໜ້າມຸ່ງໄປສູ່ແມ່ນ້ຳທີ່ງົດງາມທີ່ສຸດ.

ຫໍບູຊາພະບິດາ - ຫໍບູຊາພະແມ່: ເສົາຫຼັກໝາຍວັດທະນະທຳ  ຢູ່ດິນແດນທາງທິດຕາເວັນອອກສ່ຽງເໜືອຂອງປະເທດຊາດ - ảnh 2ຫໍບູຊາພະແມ່

ກົງກັນຂ້າມກັບຫໍບູຊາພະບິດາ, ຢູ້ຟາກຝັ່ງແມ່ນ້ຳເບື້ອງນັ້ນ ແມ່ນຫໍບູຊາພະແມ່ ເຊິ່ງແມ່ນບ່ອນບູຊາພະແມ່ ເທື່ອງງ່ານ. ໃນວັນທີ 1 ເດືອນ 3 ໄລ່ຕາມຈັນທະປະຕິທິນ ແຕ່ລະປີ ຊາວທ້ອງຖິ່ນກໍ່ໄດ້ຈັດຕັ້ງງານບຸນ ຫໍບູຊາພະບິດາ - ຫໍບູຊາພະແມ່. ຈຸດທີ່ເປັນເອກະລັກຂອງງານບຸນ ແມ່ນພິທີແຫ່ນ້ຳຈາກປາກແມ່ນ້ຳ ບາແຈ໊ ໄປສູ່ຫໍບູຊາພະບິດາ ເພື່ອປະຕິບັດພິທີສົງພະ. ນອກຈາກນັ້ນ ກໍ່ຍັງມີພິທີແຫ່ພະອໍລະຫັນສອງອົງ ເຊິ່ງແມ່ນບັນດາຜູ້ກໍ່ຕັ້ງໝູ່ບ້ານ, ພິທີຖວາຍທູບທຽນບູຊາຂອງປະຊາຊົນບັນດາເຜົ່າໃນເມືອງ ບາແຈ໊ ແລະ ພິທີປ່ອຍປາລົງສູ່ແມ່ນ້ຳ ບາແຈ໊... ນາງ ລຸກມາຍເຟືອງ ຢູ່ຕາແສງນາມເຊີນ ເມືອງ ບາແຈ໊ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

      “ໃນຊຸມວັນເພັງ, ວັນທີ 1 ຫຼື ວັນບຸນເຕັດ, ປະຊາຊົນໃນຕາແສງນາມເຊີນ ເຄີຍມານີ້ ຈູດທູບໄຕ້ທຽນ ໄຫວ້ບູຊາພາວະນາໃຫ້ມີສຸຂະພາບເຂັ້ມແຂງ ມີຄວາມໂຊກດີໃນການດຳລົງຊີວິດ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານ. ປະຊາຊົນພວກຂ້າພະເຈົ້າຮູ້ສຶກວ່າມີຄວາມເອກອ້າງທະນົງໃຈທີ່ສຸດ”.

      ທ່ານ ຮ່າງອກຕຸ່ງ ຫົວໜ້າຂະແໜງຖະແຫຼງຂ່າວ ວັດທະນະທຳ  ເມືອງ ບາແຈ໊ ໃຫ້ຮູ້ວ່າ ສະເລ່ຍແຕ່ລະປີມີແຂກທ່ອງທ່ຽວປະມານ 10.000 ເທື່ອຄົນ ມາຢ້ຽມຊົມ ໄຫວ້ບູຊາຢູ່ເຂດປູຊະນີຍະສະຖານແຫ່ງນີ້.  ທ່ານ ຮ່າງອກຕຸ່ງ ເວົ້າວ່າ:

     “ດ້ວຍປູຊະນີຍະສະຖານແຫ່ງໜຶ່ງທີ່ມີປະຫວັດສາດ ມາແຕ່ 700 ກວ່າປີ, ປູຊະນີຍະສະຖານປະຫວັດສາດ ຫໍບູຊາພະບິດາ - ຫໍບູຊາພະແມ່ ຈະແມ່ນສະຖານທີ່ວັດທະນະທຳຈິດວິນຍານ ເຊື່ອມຕໍ່ກັບລະບົບປູຊະນີຍະສະຖານວິຫານວັດວາອາຮາມ ແລະ ສະຖານທີ່ປະຫວັດສາດອື່ນໆ ໃນແຂວງ ກວ໋າງນິງ ພ້ອມທັງເຊື່ອມຕໍ່ກັບບັນດາປູຊະນີຍະສະຖານໃນເຂດອີກດ້ວຍ”.

      ທ້າຍປີ 2020 ປູຊະນີຍະສະຖານແຫ່ງນີ້ ໄດ້ຮັບການຮັບຮອງ ແມ່ນປູຊະນີຍະສະຖານປະຫວັດສາດລະດັບຊາດ. ນີ້ແມ່ນຄວາມເອກອ້າງທະນົງໃຈອັນໃຫຍ່ຫຼວງຂອງປະຊາຊົນຢູ່ແຫ່ງນີ້ ເຊິ່ງສະແດງໃຫ້ເຫັນເປັນເຂດດິນແດນ ແລະ ປະຊາຊົນໄດ້ສ້າງຂີດໝາຍປະຫວັດສາດ ນັບແຕ່ຮ້ອຍປີກ່ອນນີ້. ປູຊະນີຍະສະຖານຢູ່ແຫ່ງນີ້ ມີຄຸນຄ່າປຽບເໝືອນເສົາຫຼັກໝາຍວັດທະນະທຳທີ່ຍືນຍົງຄົງຕົວ ຢັ້ງຢືນອະທິປະໄຕຜຶນແຜ່ນດິນຂອງ ຫວຽດນາມ ຢູ່ບໍລິເວນທາງທິດຕາເວັນອອກສຽງເໜືອຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ