ຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ ສະຖານທີ່ແນະນຳວັດທະນະທຳຫວຽດນາມ

(vovworld)- ​ຫ​ນ້າ​ເວັບ​ Trip Advisor ມີ​ອິ​ດ​ທິ​ພົນ​ຊື່​ສຽງ​ໃນ​ໂລກ ຕີ​ລາ​ຄາ​ຄຸ​ນ​ນະ​ພາບ​ການທ່ອງ​ທ່ຽວ​- ຫາກໍ່​ມອບ​ຫ​ນັງ​ສືຢັ້ງ​ຢືນ​ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​ດູດ​ດືມ​ຄັ້ງ​ທີ 2 ໃຫ້​ແກ່​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ. ຕາມນັ້ນ​ແລ້ວ, ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ຫວຽດ​ນາມ ​ຖືກຈັດ​ອັນ​ດັບ​ທີ 6 ໃນ​ຈຳ​ນວນ ຫໍ​ພິ​ພິດ​ທະ​ພັນ​ດູດ​ດື່ມກວ່າ​ໝູ່​ຢູ່ ​ໃນອາ​ຊີ 25 ແຫ່ງ. ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ກາຍ​ເປັນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ, ພັກຜ່ອນຢ່ອນ​ອາ​ລົມ, ຮັບ​ຊົມ​ສິ​ລະ​ປະ ແລະ ຂຸດ​ຄົ້ນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ​ເປັນ​ຈຳ​ນວນ​ຫລ​ວ​ງ​ຫລາຍ. ​

ຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ ສະຖານທີ່ແນະນຳວັດທະນະທຳຫວຽດນາມ - ảnh 1
ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ຫວຽດ​ນາມ
photo:internet

         ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ຫວຽດ​ນາມ ຕັ້ງ​ຢູ່​ຖະ​ຫ​ນົນ ຫງວຽນ​ວັນ​ຮ​ວຽນ ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ປະ​ມານ 8 ກິ​ໂລ​ແມັດ. ໂດຍ​ໄດ້​ຮັບ​ການກໍ່​ສ້າງ​ຂຶ້ນ​ແຕ່​ປີ 1997, ມາ​ຮອດ​ປະ​ຈຸ​ບັນ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວທັງພາຍ​ໃນ ແລະ ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ຜ່ານ ​ບັນ​ດາ​ວັດ​ຖຸ​ພັນ​ທຳ​ມະ​ດາ​ສາ​ມັນ​, ສ່ອງ​ແສງ​ໃຫ້​ເຫັນ​ທຸກ​ດ້ານ​ຂອງວັດ​ທະ​ນະ​ທຳ​ມີ​ຮູບ​ຮ່າງ ແລະ ບໍ່​ມີ​ຮູບ​ຮ່າງ, ບັນ​ດາ​ຈຸດ​ພົ້ນດີ​ເດັ່ນ​ໃນ​ຊີ​ວິດ ແລະ ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ບັນ​ດາ​ເຜົ່າ​ຢູ່ ຫວຽດ​ນາມ. ຕາມ ດ​ຣ ລືວ​ຮຸ່ງ, ຮອງ​ຜູ້​ອຳ​ນວຍ​ການ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ແລ້ວ, ນີ້​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ, ເປັນ​ຕົ້ນ​ໃນ​ເມື່ອ ຫໍ​ພິ​ພິດ​ທະ​ພັນ​ຊົນເຜົ່າ​ ​ຢູ່​ພາຍ​ໃນ​ປະ​ເທດ​ປະ​ຈຸ​ບັນ ສ່ວນ​ຫລາຍ ​ດຶງ​ດູດ​ນັກ​ທ່ອງ​ມາ​ຢ້ຽມ​ຊົມ​ບໍ່ໄດ້​ຫລາຍ​ປານ​ໃດ.

        “ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາຫວຽດ​ນາມ ໄລ​ຍະ​ຫາກໍ່​ສ້າງ​ຕັ້ງ​ຂຶ້ນ​ກໍ​​ຢືນ​ຢູ່​ຕໍ່​ຫ​ນ້າສິ່ງ​ທ້າ​ທາຍ ເພາະ​​ໄລຍະນັ້ນ ຫໍ​ພິ​ພິດ​ທະ​ພັນ​ຫລາຍ​ແຫ່ງ​ພາຍ​​, ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຫ​ຍູ​້ງ​ຍາກ. ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ທັ​ງ​ເຄື່ອນ​ໄຫ​ວ​ທັ​ງ​​ຮັບ​ເອົາ​ບົດຮຽນ, ຫັນ​ການ​ເຄື່ອນ​ໄຫວ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ. ນັ້ນ​ແມ່ນ​ເສັ້ນ​ທາງ​ພັດ​ທະ​ນາ​ບັນ​ດາ​ຮູບ​ການ​ເຄື່ອນ​ໄຫວ​ໃຫມ່ ຊື່ງ​ກ່ອນນີ້ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາບໍ່​ທັນ​ຮູ້​ຈັກ​ເຖິງ ແລະ ບໍ່​ເຄີຍ​ເຮັດ​ຈັກ​ເທື່ອ.”

 

ຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ ສະຖານທີ່ແນະນຳວັດທະນະທຳຫວຽດນາມ - ảnh 2

        ເຂດ​ວາງ​ສະ​ແດງ​ຂອງ ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ແມ່ນ​ອາ​ຄາ​ນ​ຮູບກອງ​ທອງ ມີ​ເນື້ອ​ທີ່ 2500 ຕາ​ລາງ​ແມັດ. ອາ​ຄານ​ຫລັງ​ນີ້ ໄດ້​ຮັບ​ການອ​ອກ​ແບບພິ​ເສດ​ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ຂັ້ນ​ໄດ​ໃນ​ຕືກອາຄານ​ນີ້​ຖືກ​ອອ​ກ​ແບບ​ຕາມ​ຂັ​້ນ​ໄດ​ຂຶ້ນ​ເຮືອນ​ຮ້ານ​ຂອງ​ຊາວ​ເຜົ່າ​ສ່ວນ​ຫນ້ອຍ. ການວາງສະ​ແດງ​ ຢູ່ຫໍ​ພິ​ພິດ​ທະ​ພັນ​ ແມ່ນ​ອີງ​ຕາມ​ໝວດ​ພາ​ສາ​ຄື: ເຂດ​ແນະ​ນຳ​ຊົນ​ເຜົ່າ​ກີງ, ເຂດ​ແນະ​ນຳ​ບັນດາ​ຊົນ​ເຜົ່າ​ທີ່​ຈັດ​ໃນໝວດ​ພາ​ສາ ໄຕ, ໄທ ແລະ ກາ​ຢາຍ, ໝວດ​ພາ​ສາ ມົນ- ຂະ​ແມ, ໝວດ​ພາ​ສາ ນາມ​ດ໋າວ, ເຜົ່າ​ຈຳ, ຈີນ, ຂະ​ແມ…

        ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ໄດ້​​ຮັບ​ການຮັກ​ສາ ແລະ ວາງ​ສະ​ແດງວັດ​ຖຸ​ພັນ​ວັດ​ທະ​ນະ​ທຳ​ຫລາຍ​ຢ່າງຂອງ 54 ຊົນ​ເຜົ່າ​ຫວຽດ​ນາມ ​ຊື່ງລ​ວມ​ ມີວັດ​ຖຸ​ພັນ 27.000 ຢ່າງ, ໃນ​ນັ້ນ 23.000 ຢ່າງ​ກ່ຽວ​ກັບ​ວົງ​ຄະ​ນາ​ຍາດ​ຊົນ​ເຜົ່າ​ຫວຽດ​ນາມ, ສ່ວນ​ຍັງ​ເຫລືອ​ແມ່ນ​ບັນ​ດາ​ວັດ​ຖຸ​ພັນ​ກ່ຽວ​ກັບ​ບັນ​ດາ​ເຜົ່າ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ບັນ​ດາ​ປະ​ເທດ​ອື່ນໆ. ໃນ​ນັ້ນ ຈຳ​ນວນ​ອຸ​ປະ​ກອນ​ຟັງ​ຊົມ ລວມ​ມີຮູບ​ຖ່າຍ​ເອ​ກະ​ສານ 11.000 ​ແຜ່ນ​ກ່ຽວ​ກັບ​ບັນ​ດາ​ຫົວ​ເລື່ອງ​ທີ່​ແຕກ​ຕ່າງ​ກັນ. ໃນ​ອາ​ຄານ​ຫລັງ​ນີ້ ບັນ​ດາ​ວັດ​ຖຸ​ພັນ​ໄດ້​ຮັບ​ການ​ຈັດ​ແບ່ງ ແລະ ວາງ​ສະ​ແດງ​ຕາມ​ແຕ່​ລະ​ເນື້ອ​ໃນ​ຕ່າງ​ກັນ​, ນັກ​ທ່ອງ​ທ່ຽວ​ສາ​ມາດ​ຊອກ​ຮູ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຜ່ານ​ອຸ​ປະ​ກອນ​ນຳ​ໃຊ້​ປະ​ຈຳ​ວັນ​ຂອງ​ເຂົາ​ເຈົ້າ ແລະ ສ່ອງ​ແສງ​ໃຫ​້​ເຫັນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ເຜົ່າ​.

        ສຽງ​ຜູ້​ແນະ​ນຳ: ຢູ່ ຫວຽດ​ນາມ ມີ 54 ຊົນ​ເຜົ່າ​ ແລະ ຖືກ​ແບ່ງ​ເປັນ 11 ໝວດ​ພາ​ສາ​ແຕກ​ຕ່າກ​ງັນ, ລວມ​ມີ: ເມື່ອງ, ໄທ, ຂະ​ແມ, ໄຕ, ນຸ່ງ… ແລະ​ແຕ່​ລະ​ໝວດ​ພາ​ສາ​ກໍ່​ມີສີ​ສັນພິ​ເສດສະ​ເພາະ. ຊາວ​ຫວຽດ​ນາມ ດຳ​ລົງ​ຊີ​ວິດ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ ໃນ​​ເຂດ​​ພູ​ພຽງ, ພູ​ດອຍ ຕະ​ຫລອດ​ຮອດ​ພູ​ສູງ, ເປັນ​ຕົ້ນ​ແມ່ນ​ເຂດ​​ແຄມທະ​ເລ.”

        ເມື່ອ​ເຂົ້າ​ຊົມ​ເຂດ​ວາງ​ສະ​ແດງ, ແນະ​ນຳ​ກ່ຽວ​ກັບ​ຊົນ​ເຜົ່າ​​ຊື່ງກວມ​ເກືອບ 90% ຍອດ​ຈຳ​ນວນ​ພົນ​ລະ​ເມືອງຂອງຫວຽດ​ນາມ ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ລ້ວນ​ແຕ່​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ສຸດ. ດ້ວຍ​ການ​ປະ​ດັບ​ປະ​ດາ, ວາງ​ສະ​ແດງວັດ​ຖຸ​ພັນ​ຢ່າງ​ມີ​ວິ​ທະ​ຍາ​ສາດ, ສົມ​ທົບ​ກັບ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ການ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕານ​້ຳ, ​ການ​ຜະ​ລິດ​ເຄື່ອງ​ຫັດ​ຖະ​ກຳ​ສິ​ລະ​ປະ​ກຳ, ຈັດ​ຕັ້ງ​ງານ​ບຸນ​ຕ່າງໆ​ຂອງ​ບັນ​ດາ​ເຜົ່າ​ຢູ່​ຫວຽດ​ນາມ ແລະ​ອື່ນໆ ​ໄດ້ສ້າງ​ຄວາມ​ຮູ້​ສຶກ​ໃຫມ່​ໃຫ້​ແກ່​ແຂກ​ເຂົ້າ​ຊົມ. ນາງ ເລືອງ​ງອກ​ເຮືອງ ຜູ້​ມາ​ຊົມ​ຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ເປັນ​ຫລາຍ​ຄັ້ງ​ໃຫ້​ຮູ້​ວ່າ:

        “ຢູ່​ທີ່ນີ້ ຂ້າ​ພະ​ເຈົ້າ​ສາ​ມາດ​​ເຂົ້າ​ໃຈໄດ້​ຫລາຍ​ຢ່າງ​ກ່ຽວ​ກັບ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິ​ດ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ຫວຽດ​ນາມ. ພິ​ເສດ ຫໍ​ພິ​ພິດ​ທະ​ພັນ​ຊົນເຜົ່າ​ວິ​ທະ​ຍາ​ຈັດ​ບັນ​ດາ​ລາຍ​ກາ​ນຂ້າພະ​ເຈົ້າ​​ຊອ​ກ​ຮູ້​ໄດ້ຫລາຍ​ກວ່າ ເພາະ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ທັນ​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມຫລາຍ​ແຫ່ງ.  ”

        ອອກ​ຈາກ​ອາ​ຄານກອງ​ທອງ, ນັກ​ທ່ອງ​ທ່ຽວ​​ສືບ​ຕໍ່ໄປ​ຢ້ຽມ​ຊົມ​ຫໍ​ພິ​ພິດ​ທະ​ພັນ​ກ່າງ​ແຈ້ງ. ບັນ​ດາ​ຫລັງ​ຄາ​ເຮືອນ​ຂອງ​ຊາວ​ເຜົ່າ ເອ​ເດ, ຮ່າ​ຍີ່, ເຮືອນ​ຣົງ​ຂອງ​​ປະ​ຊາ​ຊົນ​ບັນ​ດາເຜົ່າ ຢູ່​ເຂດໄຕງວຽນ, ຊາວ​ເຜົ່າ​ກີງ ໄດ້​ສ້າງ​​ຄວາມ​ປະ​ທັບ​ໃຈໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ໃນ​ບໍ​ລິ​ເວນ​ທີ່ກວ້າງ​ໃຫ​ຍ່, ຕົ້ນ​ໄມ້​ໄບ​ຫ​ຍ້າ​ຂຽວ​ສົດ​ງົດ​ງາມ ດ້ວຍ​ບັນ​ດາ​ສວນ​ປູກ​ຜັກ, ທົ່ງ​ຫ​ຍ້າ​ຂຽວອ່ອນ, ເສັ້ນ​ທາງ​ໃນ​ໝູ່​ບ້ານ​…ທັງ​ໝົດ​ເຫົຼ່ານັ້ນ​ໄດ້ເຮັດ​ໃຫ້​ຫໍ​ພິ​ພິດ​ທະ​ພັນ​ມີ​ຄວາມ​ງາມ​ຍາກ​ທີ່​ພັນ​ລະ​ນາ​ໄດ້. ດ​ຣ ລືວ​ຮຸ່ງ ໃຫ້​ຮູ້​ວ່າ:

        “​ຫໍ​ພິ​ພິດ​ທະ​ພັນຊົນ​ເຜົ່າ​ວິ​ທະ​ຍາດ​ຫວຽດ​ນາມ ແມ່ນ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ທຳ​ອິດ​ຂອງ​ຫວຽດ​ນາມ ທີ່ມີ​ເຂດ​ວາງ​ສະ​ແດງ​ກ່າງ​ແຈ້ງ, ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທັງ​ໝົດ​ຢູ່​ທີ່ນີ້ ລ້ວນ​ແຕ່​ແມ່ນ​ຊາວ​ຊົນ​ເຜົ່າ​ເປັ​ນ​ຜູ້​ກໍ່ສ້າງ​​ຂຶ້ນ. ບັນ​ດາ​ຫລັງ​ຄາ​ເຮືອນ​ຢູ່​ທີ່ນີ້ ມີ​ຕົ້ນ​ກຳ​ເນີດ​ຂອງ​ມັນ, ຜ່ານ​ທັດ​ສະ​ນະ, ວິ​ທ​ີ​ສຳ​ພັດ​ໃຫມ່​ທີ່​ກ້າວ​ຫ​ນ້າ, ເໝາະ​ສົມ​ກັບ​ສັງ​ຄົມ, ຄວາມ​ຮຽກ​ຮ້ອງ​ການ​ພັດ​ທະ​ນາ​ຂອ​ງ​ຫ​ໍ​ພ​ິ​ພິດ​ທະ​ພັນກໍ​ຄ​ື​ຄວ​າມ​ນິ​ຍົມ​ຂອງ​ຜູ້​ຊົມ​ນັ້ນແມ່ນ​ທິດ​ທາງ​ທີ່​ຖືກ​ຕ້ອງ, ເຮັດ​ໃຫ້​ບັນ​ດາ​ຜູ້​​ເຂົ້າ​ຮ່ວມ​ການສ້າງ​ຕັ້ງ​ຫໍ​ພິ​ພິດ​ທ​ະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຫລາຍ.”

        ໃນ 6 ເດືອນ​ຕົ້ນ​ປີ 2013 ມີ​ແຂກເຂົ້າ​ຊົມ​ ຫໍ​ພິ​ພິດ​ທະ​ພັນ ເກືອບ 250.000 ເທື່ອ​ຄົນ, ເພີ່ມ​ຂຶ້ນ 6% ເມື່ອ​ທຽບ​ໃສ່​ປີ 2012. ​ພາຍ​ຫລັງມາ​ຢ້ຽມ​ຢາມ ຫໍ​ພິ​ພິດ​ທະ​ພັນ ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນລ້ວນ​ແຕ່ຮູ້​ສຶກປະ​ທັບ​ໃຈ. ດັ່ງ​ນັ້ນ ​ ຫໍ​ພິ​ພິດ​ທະ​ພັນຊົນ​ເຜົ່າ​ວິ​ທະ​ຍາ​ຫວຽດ​ນາມ ​ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂາດບໍ່​ໄດ້​ໃນ​ລາຍ​ການ​ທ່ອງ​ທ່ຽວ​ຢູ່ ຮ່າ​ໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ