ຫໍພິພິດທະພັນປະຕິມາກຳ ຈຳຢູ່ດາຫນັງ

ຢູ່​ນະ​ຄອນ​ດາ​ຫ​ນັງ ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ຄື: ບາ​ນາ, ຫງູ​ແຫ​່ງ​ເຊີນ, ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ໝີ​ເຊີນ, ວັດ ລີງ​ອືງ… ໃນ​ນັ້ນ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຂາດບໍ່​ໄດ້​ໃນ​ລາຍ​ການ​ທ່ອງ​ທ່ຽວ​ ດາ​ຫ​ນັງ ນັ້ນ​ແມ່ນ​ຫໍ​ພິ​ພິດ​ທະ​ພັນ​ປະ​ຕິ​ມາ​ກຳ​ຈຳ. ໃນ​ລາຍ​ການ​ຄົ້ນ​ຫາ​ຫວຽດ​ນາມ​ ພາກ​ນີ້ ເຊີນ​ທ່ານ​ກັບ​ນັກ​ຂ່າວ​ລານ​ແອງ​ມາຢ້ຽມ​ຢາມ ຫ​ໍ​ພິ​ພິດ​ທະ​ພັນ​ປະ​ຕິ​ມາ​ກຳ​ ຈຳ​ຢູ່ດາ​ຫ​ນັງ

 

ຫໍພິພິດທະພັນປະຕິມາກຳ ຈຳຢູ່ດາຫນັງ - ảnh 1
ຫໍ​ພິ​ພິດ​ທະ​ພັນ​ປະ​ຕິ​ມາ​ກຳ​ຈຳ
ພາບ:internet


        ນັກ​ທ່ອ​ງ​ທ່ຽວ​ມາ​ຢ້ຽມ​ຢາມ​ຫໍ​ພິ​ພິດ​ທະ​ພັນ​ປະ​ຕິ​ມາ​ກຳ​ຈຳ ສ່ວນ​ຫລາຍ​ມາ​ຈາກ​ທຸກ​ແຖບ​ຖິ່ນ​ໃນ​ທົ່​ວ​ປະ​ເທດ ແລະ ​ປະ​ເທດຕ່າງໆ​ໃນ​ໂລກ. ຫໍ​ພິ​ພິດ​ທະ​ພັນ​ປະ​ຕິ​ມາ​ກຳ ຈຳ ຢູ່ ດາ​ຫ​ນັງ ມີ​ວັດ​ຖຸ​ພັນ​ນ້ອຍ, ໃຫ​ຍ່​ເກືອບ 2000 ຢ່າງ, ໃນ​ນັ້ນ ມີ​ເກືອບ 500 ຢ່າງ​ພວມ​ວາງ​ສະ​ແດງ​. ປີ 1915, ຫໍ​ພິ​ພິ​ດ​ທະ​ພັນ​ແຫ່ງນີ້​ໂດຍ​ຊາວ​ຝ​ລັ່ງ​ກໍ່​ສ້າງ, ຮຽບ​ຮຽງ, ຮັກ​ສາ, ວາງ​ສະ​ແດງ​ບັນ​ດາ​ວັດ​ຖຸ​ພັນ​ກ່ຽວ​ກັບ​ສິ​ລະ​ປະ​ປະ​ຕິ​ມາ​ກຳ​ຂອງ​ລາ​ຊະ​ອາ​ນາ​ຈັກ ຈຳ​ປາ ຊື່ງ​ຊອກ​ເຫັນ​ຢູ່​ບັນ​ດາ​ທາດ, ກຳ​ແພງ​ຈຳ​ໃນ​ເຂດ​ແຄມ​ທະ​ເລ​ທາງ​ທາງ​ທິດ​ໃຕ້​ພາກ​ກາງ ແລະ ບັນ​ດາ​ແຂວງ​ເຂດ​ໄຕ​ງວຽນ. ໂດຍ​ມີ​ວັດ​ຖຸ​ພັນ​ທີ່​ມີ​ຄຸນ​ຄ່າ​ ເປັນ​ຈຳ​ນວນ​ຫລວງ​ຫລາຍກ່ຽວ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຈຳ ສະ​ນັ້ນ ວິ​ການວາງ​ສະ​ແດງ​ກໍ​ໄດ້​ແບ່ງ​​ອອກເປັນແຕ່​ລະ​ເຂດ​ທີ່​ເໝາະ​ສົມ​ກັບ​ພູ​ມີ​ປະ​ເທດ, ບ່ອນ​ທີ່​ຊອກ​ເຫັນ​ບັນ​ດາ​ວັດ​ຖຸ​ພັນ​ຄື: ໝີ​ເຊີນ, ຈາ​ກ້ຽວ, ດົງ​ເຢືອງ, ທາດ​ເໝີນ. ດ້ວຍ​​ການ​ຈັດ​ວາງ​ສະ​ແດງ​ຄື​ແນວ​ນັ້ນ​ໄດ້​ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ເຫັນ​ໄດ້​ຈຸດ​ພິ​ເສດ​ສະ​ເພາະ​ກ່ຽວ​ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຈຳ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ. ນັກ​ທ່ອງ​ທ່ຽວ​ຜູ້​ຫ​ນຶ່ງ​ທີ່ມາ​ຈາກ ເຢຍ​ລະ​ມັນ​ໃຫ້​ຮູ້​ວ່າ:

        “​ເມື່ອ​ຢ້ຽມ​ຊົມ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງນີ້ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ຫລາຍເມື່ອໄດ້​ຮັບ​ຟັງ​ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ວັດ​ຖຸ​ພັນ​ປະ​ຫ​ວັດ​ສາດ​ທີ່​ວາງ​ສະ​ແດງ​ຢູ່​ທີ່ນີ້. ຫວັງ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​, ຖ້າມ​ີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ຫໍ​ພິ​ພິ​ດ​ທະ​ພັນ​ແຫ່ງນີ້​ອີກ ພວກ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ຟັງ​ແນະ​ນຳຕື່ມ​ອີກ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຈຳ.”

 

ຫໍພິພິດທະພັນປະຕິມາກຳ ຈຳຢູ່ດາຫນັງ - ảnh 2

        ເມື່ອ​ຢ້ຽມ​ຊົມ​ບັນ​ດາ​ຫ້ອງວາງ​ສະ​ແດງວັດ​ຖຸ​ພັນ, ນັກ​ທ່ອງ​ທ່ຽວ​​ໄດ້ເຫັນ​ປະ​ຈັກ​ຕາ​ຮູ​ບ​ເທວະ​ດາ Shiva, Brahma, ແທ່ນ​ບູ​ຊາ ຫມີ​ເຊີນ ທີ່ໄດ້​ຮັບ​ການ​ແກະ​ຄວັດ​ສະ​ຫລັກ​ຢ່າງ​ລະ​ອຽດ​ລະ​ອໍ. ເຖິງວ່າ​​ໄດ້​ຜ່ານ​ການ​ເວ​ລາຫຼາຍ​ປີ​ແລ້ວ​ກໍ​ຕາມ ແຕ່​ມາ​ຮອດ​ປະ​ຈຸ​ບັນ ບັນ​ດາ​ວັດ​ຖຸ​ພັນ​ດັ່ງ​ກ່າວ​ຍັງ​ຄົງ​ຮັກ​ສາຮູບ​ເດີມ​ໄວ​້​ຄື​ເກົ່າ. ບັນ​ດາ​ຜະ​ລິດ​ຕະ​ພັນ​ປະ​ຕິ​ມາ​ກຳ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ຈຳມີ​ຫລາຍ​ຮູບ​ຫລາຍ​ແບບ. ໃນ​ນັ້ນສ່ວນ​ຫລາຍແມ່ນ​ຮູບ​ປັ້ນ​ດ້ວຍດິ​ນ​, ຫຼໍ່ດ້ວຍທອງ ແລະ ຄວັດ​ດ້ວຍຫີນ​ຊາຍແຕ່​ສັດ​ຕະ​ວັດ​ທີ VII -  XV.  ທ່ານ ຫວໍ​ວັນ​ທັງ, ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ທະ​ພັນ​ຈຳ ດາ​ຫ​ນັງ ໃຫ້​ຮູ້​ວ່າ:

“ໃນ​ຊຸມ​ປີມໍ່ໆ​ມານີ້, ຫໍ​ພິ​ພິດ​ທະ​ພັນ​​ໄດ້​ດຳ​ເນີນ​ວຽກ​ງານຊອກ​ຫາວັດ​ຖຸ​ບູ​ຮານ, ບໍ່​ພຽງ​ແຕ່​ເພື່ອ​ຄົ້ນ​ຄ້​ວາ​ເທົ່າ​ນັ້ນ ຫາກ​ຍັງ​ເກັບ​ຮັກ​ສາໄວ້​ອີກ​ດ້ວຍ. ​ການ​ຊອກ​ຫາ​ວັດ​ຖຸ​ບູ​ຮານ​ໃນ 2 ປີ​ຜ່ານ​ມາ​ໄດ້​ຮັບໝາກ​ຜົນ​ດີ​ພ​ໍ​ສົມ​ຄວນ ແລະ ເພີ່ມຈຳ​ນວນ​ວັດ​ຖຸ​ພັນ​ ​ໃຫ້​ແກ່​ຫໍ​ພິ​ພິດ​ທະ​ພັນຕື່ມ​ອີກ.”

ໃນ​ບັນ​ຍາ​ກາດ​ສະ​ຫງົບ​ງຽບ, ເກົ່າ​ແກ່​ຂອງ​ຫໍ​ພິ​ພິດ​ທະ​ພັນ, ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ແຕ່​ລະ​ຢ່າງ​​ທີ່​ວາງ​ສະ​ແດງ​ຢູ່​ທີ່ນີ້ ລ້ວນ​ແຕ່​ມີ​​ຄວາມ​ໝາຍ​ດ້ານ​ວັດ​ທະ​ນະ​ທຳຂອງ​ຊົນ​ເຜົ່າ​ຈຳ. ເຖິງວ່າ​ຜ່ານ​ໄລ​ຍະ​ເວ​ລາ​ອັນ​ຍາວ​ນານ  ຖືກ​ຜົນ​ສະ​ທ້ອນ​ຈາກ​ທຳ​ມະ​ຊາດ​ກໍ​ຕາມ ແຕ່​ຄວາມ​ງາມ ແລະ ຄຸນ​ຄ່າ​ເດີມຂອງບັນ​ດາ​ວັດ​ຖຸ​ພັນ​ເຫົ່ຼ່ານັ້ນ​ຍັ​ງ​ຄົງ​ໄດ້ຮັບ​ການ​ຮັກ​ສາ​ໄວ້​ຢູ່ ​. ນັ້ນ​ກໍ​ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ຫໍ​ພິ​ພິ​ດ​ທະ​ພັນ​ນັບ​ມື້​ນັບ​ຫລາຍ. ອ້າຍ​ເລ​ຫວູ​ບາວ, ຜູ້​ນຳ​ທ່ຽວ ຢູ່ ແຂວງ ເທື່ອ​ທຽນ​ເຫ້ວ ໃຫ້​ຮູ້​ວ່າ:

“ເມື່ອ​ມາ​ຢ້ຽມ​ຢາມ ດາ​ຫ​ນັງ, ເຂົ້າ​ຢ້ຽມ​ຊົມ​ຫໍ​ພິ​ພິດ​ທະ​ພັນ​ວັດ​ທະ​ນະ​ທຳ​ຈຳ, ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ຊາບບັນ​ດາ​ຈຸດ​ພິ​ເສດ​ສະ​ເພາະ​​ຂອງສະ​ຖາ​ປັດ​ຕະ​ຍະ​ກຳ, ວິ​ຈິດ​ສິນ​ກໍ​ຄື​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ຜ່ານ​ໄລ​ຍະ​ເວ​ລາ. ຜ່ານນັ້ນ ຊ່ວຍ​ໃຫ້​ເຂົາ​ເຈົ້າ​​ມີ​ຄວາມເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ ແລະ ຂ້າ​ພະ​ເຈົ້າ​​ຮູ້​ສຶກເອກ​ອ້າງ​ທະ​ນົງ​ໃຈ​​ທີ່​ສຸດກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ.”

ຫໍ​ພິ​ພິດ​ທະ​ພັນ​ຈຳ ດາ​ຫ​ນັງ ໄດ້​ຮັບ​ການກໍ່​ສ້າງ​ຕາມ​ຮູບ​ແບບ​ສະ​ຖາ​ປັດ​ຕະ​ຍະ​ກຳ Gothic. ໂດຍຕັ້ງ​ຢູ່​ລະ​ຫວ່າງ​ຖະ​ຫ​ນົນ 2 ສາຍ​ທີ່​ສວຍ​ງາມ​ຂອງ​ນະ​ຄອນ ດາ​ຫ​ນັງ ​ແມ່ນ ຖະ​ຫ​ນົນ 2/9 ແລະ ຖະ​ຫ​ນົນ ຈືງ​ຫ​ນື​ເວືອງ. ນີ້​ແມ່ນ​ສະ​ຖາ​ນ​ທີ່​ດຶງ​ດູດ​​ຜູ້​ນິ​ຍົມ​ວັດ​ທະ​ນະ​ທຳ​ຈຳ​ມາ​ຢາມ​ເປັນ​ຈຳ​ນວນຫຼວງຫຼາຍ

ຕອບກັບ

ຂ່າວ/ບົດ​ອື່ນ