ຫໍພິພິດທະພັນປະຫວັດສາດກອງທັບ: ບ່ອນຮັກສາປະຫວັດສາດວິລະຊົນຂອງຊາດຫວຽດນາມ

(vovworld) – ​ໂດຍ​ຕັ້ງ​ຢູ່​ໃຈກາງ​ນະຄອນຫຼວງ​ຮ່າ​ໂນ້ຍ, ຫໍພິພິດທະພັນ​ປະຫວັດສາດ​ກອງທັບ​ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ຈຳນວນ​ຫໍພິພິດທະພັນ​ແຫ່ງ​ຊາດ 7 ​ແຫ່ງ​ທີ່​ມີ​ວັດ​ຖຸພັນ ​ແລະ ຈຳນວນ​ແຂກ​ມາ​ຢາມ​ຫຼາຍ​ກວ່າ​ໝູ່​ໃນ​ປະຈຸ​ບັນ. ຫໍພິພິດທະພັນ​ກາຍ​ເປັນ​ສູນວັດທະນະທຳ, ປະຫວັດສາດ, ​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ

ຫໍພິພິດທະພັນປະຫວັດສາດກອງທັບ: ບ່ອນຮັກສາປະຫວັດສາດວິລະຊົນຂອງຊາດຫວຽດນາມ - ảnh 1

ຫໍພິພິດທະພັນປະຫວັດສາດກອງທັບ

(ພາບ: ອິນເຕີແນດ)

ມາ​ຢ້ຽມຢາມ​ຫໍພິພິດທະພັນ, ຜົວ​ເມຍ​ທ່ານ Guy Bagot, ສັນຊາດ ອົດ​ສະ​ຕາ​ລີ, ​ໄດ້​​ຢຸດ​ໄວ້​ຢູ່​ຕໍ່ໜ້າ​ຮູບ​ພາບ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ໃນ​ຫ້ອງ​ວາງສະ​ແດງ  “ຫວໍ​ງວຽນ​ຢາ​ບ - ພົນ​ເອກ, ຜູ້​ບັນຊາ​ການ​ໃຫຍ່“ ​ເປັນ​ເວລາ​ນານສົມຄວນ. ທ່ານ Guy Bagot ​ໃຫ້​ຮູ້​ວ່າ, ປີ 1968 – 1970, ທ່ານ​ໄດ້​ພ້ອມ​ກັບ​ທະຫານ​ອາ​ເມ​ລິ​ກາ ເຂົ້າ​ຮ່ວມ​ສົງຄາມ​ຢູ່​ຫວຽດນາມ, ​ເວລາ​ນັ້ນ​ທ່ານ​ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ກຳລັງ​ແຮງ​ຂອງ​ກອງທັບ​ຫວຽດນາມ, ​ແຕ່​ບັນດາ​ນັກຮົບ​ຄື​ທ່ານ​ຍາມ​ໃດ​ກໍ່​ເຕື້ອງ​ເຖິງ ພົນ​ເອກ ຫວໍ​ງວຽນ​ຢາ​ບ ດ້ວຍ​ຄວາມ​ເຄົາລົບ​ນັບຖື.

ຫໍພິພິດທະພັນ​ກອງທັບ ​ແມ່ນ​ອະນຸສາວະລີ​ປະຫວັດສາດ​ທີ່​ຍອດ​ຍິ່ງ, ຊ່ວຍ​ໃຫ້​ຂ້າພະ​ເຈົ້າ​ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ຊຸມ​ເດືອນ​ປີ​ແຫ່ງ​ສົງຄາມ​ຂອງ​ການ​ປະຕິວັດ​ຫວຽດນາມ ນັບ​ແຕ່​ປີ 1945 ມາ​ຮອດ​ປະຈຸ​ບັນ. ​ໂດຍ​ແມ່ນ​ອະດີດນັກຮົບທີ່​ເຄີຍ​ເຂົ້າ​ຮ່ວມ​ສົງຄາມຢູ່​ຫວຽດນາມ​​ແຕ່ປີ 1968-1969, ​ແຕ່​ບໍ່​ທັນ​ກັບ​ມາ​ຫວຽດນາມ​ຈັກ​ເທື່ອ... ​ເມື່ອ​ຮັບ​ຟັງ​ຂ່າວ​ພົນ​ເອກ​ ຫວໍ​ງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ, ຂ້າພະ​ເຈົ້າ​ພ້ອມ​ກັບ​ເມຍ​ຕັດສິນ​ກັບ​ມາ​ຫວຽດນາມ ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖືຂອງ​ຕົນ​ທີ່​ມີ​ຕໍ່​ທ່ານ​ພົນ​ເອກ​ຜູ້​ເກັ່ງ​ກ້າ​ສາມາດ​ນີ້ “.

ຫໍພິພິດທະພັນປະຫວັດສາດກອງທັບ: ບ່ອນຮັກສາປະຫວັດສາດວິລະຊົນຂອງຊາດຫວຽດນາມ - ảnh 2

ພົນເອກ ຫວໍງວຽນຢາບ ຜູ້ບັນຊາການໃຫຍ່ກອງທັບປະຊາຊົນຫວຽດນາມ

(ພາບ: ອິນເຕີແນດ)

ຫໍພິພິດທະພັນ​ປະຫວັດສາດ​ກອງທັບ​ຫວຽດນາມ ກ່ອນ​ນີ້​ແມ່ນ​ຫໍພິພິດທະພັນ​ກອງທັບ, ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​​ເມື່ອປີ 1956. ປີ 1959, ຫໍພິພິດທະພັນ​ເລີ່​ມ​ເປີດ​ປະຕູ ​ເພື່ອ​ຕ້ອນຮັບ​ແຂກ​ເຂົ້າ​ຢ້ຽມຢາມ, ຮອດ​ປີ 1964, ຫໍພິພິດທະພັນ​ໄດ້​​ປ່ຽນ​ຊື່ວ່າ ສະ​ຖາ​ບັນ ຫໍພິພິດທະພັນ​ກອງທັບ ​ແລະ ຮອດ​ປີ 2002 ມີຊື່ວ່າຫໍພິພິດທະພັນ​ປະຫວັດສາດ​ກອງທັບ​ຫວຽດນາມ. ປະຈຸ​ບັນ, ຫໍພິພິດທະພັນ​ວາງສະ​ແດງ​ວັດຖຸ​ພັນ​ປະມານ 2000 ຢ່າງ ​ໃນ​ຈຳນວນ​ວັດຖຸ​ພັນ​ທັງ​ໝົດ 150.000 ຢ່າງ ​ໃນ​ເນື້ອ​ທີ່ 3200 ຕາລາງ​ແມັດ, ​ເຊິ່ງ​ໄດ້ວາດ​ພາບ​ໃຫ້​ເຫັນປະຫວັດ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ນັບ​ແຕ່​ສະ​ໄໝ​ເຈົ້າ​ຊີວິດ​ຮຸ່ງ ​ເຖິງ​ຍຸກ​ສະ​ໄໝ ​ໂຮ່ຈີ​ມິນ, ​ກໍ່​ຄື​ບາງ​ບັ້ນ​ຮົບ, ຍຸດ​ທະ​ສາດ​ຂອງ​ຊາດ​ໃນ​ປະຫວັດ​ແຫ່ງ​ການ​ຕໍ່ຕ້ານຕ້ານ​ສັດຕູ​ຜູ້​ຮຸກ​ຮານ, ສ່ອງ​ແສງ​ບັນດາ​ຍຸດ​ໂທ​ບາຍ​, ​ແນວທາງ, ສິລະ​ປະການ​ທະຫານຂອງ​ຫວຽດນາມ. ພັນ​ເອກ ຫງວຽນ​ຊວນ​ນັງ, ຜູ້ອຳນວຍການຫໍພິພິດທະພັນ​ປະຫວັດສາດ​ກອງທັບ​ຫວຽດນາມ, ​ໃຫ້​ຮູ້​ວ່າ​ເນື້ອ​ໃນ​ວາງສະ​ແດງ​ຢູ່​ທີ່​ນີ້​​ແບ່ງ​ອອກ​ເປັນ 6 ​ສ່ວນຄື: ​ແມ່​ຫວຽດນາມ ວິລະ​ຊົນ, ຊາດ​ຫວຽດນາມ ວິລະ​ຊົນ, ກອງທັບ​ປະຊາຊົນ​ຫວຽດນາມ ວິລະ​ຊົນ, ມູນ​ເຊື້ອ​ກອງທັບ​ປະຊາຊົນ​ຫວຽດນາມ; ອາວຸດ, ​ເຄື່ອງມື​ຜະລິດ​ອາວຸດ​ຂອງ​ຫວຽດນາມ; ​ໂລກ​ສະໜັບສະໜູນ​ຫວຽດນາມ ທຳ​ການ​ຕໍ່ຕ້ານ ​ແລະ ການ​ພົວພັນ​ລະຫວ່າງ​ກອງທັບ​ປະຊາຊົນ​ຫວຽດນາມ ກັບ​ກອງທັບ​ປະ​ເທດ​ຕ່າງໆ

ມີປັດ​ໃຈໜຶ່ງ​ອີກທີ່​​ໄດ້ສ້າງ​ຄວາມດຶງ​ດູດ​​ໃຫ້​ແກ່ນັກ​ທ່ອງ​ທ່ຽວນັ້ນ​ແມ່ນ ຫໍພິພິດທະພັນ​ຕັ້ງ​ໃນ​ບໍລິ​ເວນ​ປູຊະນີຍະສະຖານ​ປະຫວັດສາດທີ່​ຕິດ​ພັນ​ກັບ​ນະຄອນຫຼວງ​ຮ່າ​ໂນ້ຍ, ນັ້ນ​ແມ່ນ​ເສົາ​ທຸງ​ຮ່າ​ໂນ້ຍ. ນີ້​ກໍ່​ແມ່ນ​ຫໍພິພິດທະພັນ​ໜຶ່ງ​ດຽວ​ໃນ​ລະບົບ​ຫໍພິພິດທະພັນ​ຫວຽດນາມ ທີ່​ວາງສະ​ແດງ​ບັນດາ​ວັດຖຸ​ພັນ​ໃຫຍ່, ບັນດາ​ອາວຸດ, ພາຫະນະ​ສົງຄາມ​ຂອງ​ທັງ​ຫວຽດນາມ ​ແລະ ສັດຕູ​ຢູ່​ກາງ​ແຈ້ງ. ປະຈຸ​ບັນ, ຫໍພິພິດທະພັນ​ມີຮູບ​ຈຳລອງ​ບັ້ນ​ຮົບ​ປະຫວັດສາດດ້ຽນບຽນ​ຝູ ​ແລະ ບັ້ນ​ຮົບ ​ໂຮ່ຈີ​ມິນ ​ແລະ ​ໄດ້​ແປ​ເປັນ 6 ພາສາ, ດັ່ງ​ນັ້ນ​ຈຶ່ງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ນັກ​ທ່ອງ​ທ່ຽວ “.

ຫໍພິພິດທະພັນປະຫວັດສາດກອງທັບ: ບ່ອນຮັກສາປະຫວັດສາດວິລະຊົນຂອງຊາດຫວຽດນາມ - ảnh 3

ຍົນ MIG 21, ໝາຍ​ເລກ 5121ທີ່ໄດ້ຍິງ​ຕົກ​ຍົນ B 52 ຂອງ​ອາ​ເມ​ລິ​ກາເມື່ອ​ປີ 1972

(ພາບ: ອິນເຕີແນດ)

ກວ່າ​ເຄິ່ງສະຕະວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ຍາມ​ໃດຫໍພິພິດທະພັນ​​ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງວຽກ​ງານ​ວາງສະ​ແດງ ​ແລະ ​ໂຄສະນາ​. ລະບົບ​ວາງສະ​ແດງ​ໄດ້​ຮັບ​ການ​ປ່ຽນ​ໃໝ່, ຍົກ​ສູງ​ທັງ​ຂະໜາດ, ​ເນື້ອ​ໃນ ​ແລະ ຮູບ​ການ. ​ໃນ 10 ປີຜ່ານມາ, ຫໍພິພິດທະພັນ​ໄດ້​ຈັດ​ງານ​ວາງສະ​ແດງ 70 ຄັ້ງ. ​ແຕ່ລະ​ປີ, ບັນດາ​ຄະນະ​ຄົ້ນ​ຄ້ວາ​ຂອງ​ຫໍພິພິດທະພັນ​ເສາະ​ຫາ, ຮຽບຮຽງ​ວັດຖຸ​ພັນ​ໄດ້​ປະມານ 500-600 ຢ່າງ. ພັນ​ເອກ ຫງວຽນ​ຊວນ​ນັງ, ​ໃຫ້​ຮູ້​ວ່າ:

ປະຈຸ​ບັນ, ຫໍພິພິດທະພັນ​ພວມວາງສະ​ແດງຍົນ MIG 21, ໝາຍ​ເລກ 5121, ​ໂດຍນັກ​ວິລະ​ຊົນ ຟ້າ​ມຕວນ ຂັບ​ໃນ​ບັ້ນ​ຮົບ​ດ້ຽນບຽນ​ຝູ ທາງ​ອາກາດ​ເມື່ອ​ປີ 1972 ​ແລະ ຍິງ​ຕົກ​ຍົນ B 52 ຂອງ​ອາ​ເມ​ລິ​ກາ, ທີ​ສອງ​ແມ່ນ​ລົດ​ຕັງ​ໝາຍ​ເລກ 843, ທີ່​ໄດ້​ຕຳ່​​ໃສ່​ປະຕູ​ໂຂງ​ຂອງ​ທຳນຽບ​ເອກະລາດ​ເມື່ອ​ວັນ​ທີ 30/4/1975... ​ໃນ​ນັ້ນຫ້ອງ​ວາງສະ​ແດງ​ອາວຸດ​ປະຖົມ​ປະ​ຖານ​ໂດຍ​ຫວຽດນາມ​ຜະລິດ​ເອງ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​​ແຂກ​ມາ​ຢາມ, ພິ​ເສດ​ແມ່ນ​ແຂກ​ຕ່າງປະ​ເທດ.  ​ເຂົາ​ເຈົ້າ​​ໃຫ້​ຮູ້​ວ່າ, ​ເມື່ອ​ບໍ່​ທັນ​ມາ​ຢາມ​ຫໍພິພິດທະພັນ, ​ເຂົາ​ເຈົ້າບໍ່​ສາມາດນຶກຄິດ​ໄດ້​ວ່າ​ປະ​ເທດ​ນ້ອຍ, ທຸກ​ຍາກ ​ແລະ ບໍ່​ໄດ້​ປະກອບ​ອາວຸດ​ທີ່​ທັນ​ສະ​ໄໝ​ຄື​ຫວຽດນາມ ພັດ​ຕີ​ເອົາ​ຊະນະ​ລ່າ​ເມືອງ​ຂຶ້ນຝລັ່ງ ​​ແລະ ຈັກກະພັດ​ອາ​ເມ​ລິ​ກາ​ ໄດ້. ​ແຕ່​ເມື່ອ​ມາ​ຢາມ​ແລ້ວ, ​ເຂົາ​ເຈົ້າ​ສາມາດ​ເຂົ້າ​ໃຈ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງວ່າ ​ເປັນຫຍັງ​ຫວຽດນາມ ​ໄດ້​ຮັບ​ໄຊຊະນະ​ຄື​ແນວ​ນັ້ນ“.

ຫໍພິພິດທະພັນປະຫວັດສາດກອງທັບ: ບ່ອນຮັກສາປະຫວັດສາດວິລະຊົນຂອງຊາດຫວຽດນາມ - ảnh 4

ລົດ​ຕັງ​ໝາຍ​ເລກ 843, ທີ່​ໄດ້​ຕຳ່​​ໃສ່​ປະຕູ​ໂຂງ​ຂອງ​ທຳນຽບ​ເອກະລາດ​ເມື່ອ​ວັນ​ທີ 30/4/1975

(ພາບ: ອິນເຕີແນດ)

​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ວາງສະ​ແດງ ​ແລະ ຮັບ​ໃຊ້ນັກ​ທ່ອງ​ທ່ຽວ, ຫໍພິພິດທະພັນ​ປະຫວັດສາດ​ກອງທັບ​ຫວຽດນາມ ​ພວມຍື່ນສະ​ເໜີໂຄງການ​ກໍ່ສ້າງຫໍພິພິດທະພັນ​ປະຫວັດສາດ​ກອງທັບ​ຫວຽດນາມ​​ແຫ່ງໃໝ່​ຕໍ່​ກະຊວງ​ປ້ອງ​ກັນ​ປະ​ເທດ, ດ້ວຍ​ຫໍ​ວາງສະ​ແດງ​ທີ່​ທັນ​ສະ​ໄໝ ​​ໃນ​ເນື້ອ​ທີ່​ກວ້າງຂວາງ​ກວ່າ ​ເພື່ອ​ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ໃຈ​​ແຈ້ງກວ່າກ່ຽວ​ກັບປະ​ເທດ​ຊາດ​ແລະ​ຊາວ​ຫວຽດນາມ; ກ່ຽວ​ກັບ​ຂອບ​ຂະໜາດ, ກຳລັງ​ແຮງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ