ຫໍພິພິດທະພັນປະຫວັດສາດແຫ່ງຊາດຫວຽດນາມ, ສະຖານທີ່ທັດສະນະສຶກສາອັນດູດດືມ

(vovworld)-ຕົ້ນ​ເດືອນ 10/2013, ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ​ຫວຽດນາມ ​​ແມ່ນ​ສະຖານ​ທີ່​ດຳ​ເນີນ​ກອງ​ປະຊຸມ​ສະຫະ​ສະມາຄົມ​ບັນດາ​ຫໍພິພິດ​ທະ​ພັນ​ອາຊີ ຄັ້ງ​ທີ 4 (ANMA4). ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເປັນ​ກຽດ​ສຳລັບ​ປະ​ເທດ​ເຈົ້າພາບ​ຫວຽດນາມ ​ເທົ່ານັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ, ການຕີ​ລາຄາ​ຈາກບັນດາ​ຫໍພິພິດທະພັນ​ຢູ່ ອາຊີ ສຳລັບ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ​ຫວຽດນາມ​ອິກດ້ວຍ.

        ​ໂດຍ​ຕັ້ງ​ຢູ່​​ເຂດ​ໃຈກາງ​ນະຄອນຫລວງ ຮ່າ​ໂນ້ຍ, ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ກິດຈະກຳ​ສະ​ຖາ​ປັດຕະຍະ​ກຳ​ຝລ່ັງ ທີ່​ງາມຕາ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ນັກ​ທ່ອງ​ທ່ຽວ​ສາກົນ​ວ່າ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫໍພິພິດທະພັນ​ອັນ​ດູດ​ດື່ມ​ຢູ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາຊີ ອີກ​ດ້ວຍ.

ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ບົນ​ພື້ນຖານ​ໂຮມ​ຫໍພິພິດທະພັນ​ປະຫວັດສາດ​ຫວຽດນາມ ​ແລະ ຫໍພິພິດທະພັນ​ປະຕິວັດ​ຫວຽດນາມ​ເຂົ້າ​ເປັນ​ຫນຶ່ງ​ດຽວ​ເມື່ອ​ປີ 2001. ນີ້​ກໍ​ແມ່ນ​ກິດຈະກຳ​ສະຖາປັດຕະຍະກຳ​ ຫໍພິພິດທະພັນ​​ຊື່​ງໄດ້​ຮັບ​ການ​ກໍ່ສ້າງ​ຢູ່​ຫວຽດນາມ​ແຕ່​ດົນ​ນານ​ມາ​ແລ້ວ. ​ໃນ​ນັ້ນ ກິດຈະກຳ ຫໍພິພິດທະພັນ​​ປະຫວັດສາດ​ຫວຽດນາມ ຕັ້ງ​ຢູ່​ເລກ 1 ຖະຫນົນ ຈາງ​ຕຽນ ​ຮ່າ​ໂນ້ຍ, ແມ່ນ​ແຫ່ງ​ທີ່​ໄດ້​ຮັບ​ການ​ກໍ່ສ້າງກວ່າ​ໝູ່ ບົນ​ພື້ນຖານ​ສືບ​ທອດ​ຂອງ ຫໍພິພິດທະພັນ​ Loui Fino ທີ່ຂຶ້ນ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ຂອງຝລັ່ງກ່ຽວ​ກັບ​ບັນດາ​ປະ​ເທດ​ອາຊີ ຖື​ກກໍ່ສ້າງ​ເມ່ືອ​ປີ 1926. ສ່ວນ ຫໍພິພິດທະພັນ​ ປະຕິວັດ​ຫວຽດນາມ ກ່ອນ​ນີ້​ຕັ້ງ​ຢູ່​ເລກທີ 25 ຖະຫນົນ ​ຕົງ​ດານ ກໍ​ແມ່ນ​ສຳນັກງານ​ຂອງ​ພະ​ແນ​ກພາສີ ອິນ​ດູ​ຈີນ ​ໂດຍ​ຊາວ​ຝລັ່ງກໍ່ສ້າງ​ເມື່ອ​ປີ 1917. ຫໍພິພິດທະພັນ​ສອງ​ແຫ່ງ​ດັ່ງກ່າວ ຖືກ​ຕັ້ງ​ຢູ່​ອ້ອມ​ແອ້ມ​ໂຮງ​ລະຄອນ​ໃຫຍ່ ຮ່າ​ໂນ້ຍ ອັນ​ໄດ້​ສ້າງ​ເປັນ​ກຸ່ມ​ສະຖາປັດຕະຍະກຳ​ທີ່​ສວຍ​ງາມ ​ແຕ່​ລະ​ມື້​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຢ້ຽມ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ດຣ ຫວູ​ແມ້ງ​ຮ່າ, ຮອງ​ຜູ້ອຳນວຍການ ຫໍພິພິດທະພັນ​​ປະຫວັດສາດ​ແຫ່ງ​ຊາດ​ຫວຽດນາມ ຖື​ວ່າ:

“ຄວາມ​ໝາຍ​ຂອງ​ການ​ສ້າງ​ຕັ້ງ ຫໍພິພິດທະພັນ​​​ແຫ່ງ​ດັ່ງກ່າວ​ແມ່ນ​ຕາ​ມຄຳ​ເຫັນ​ຂອງ​ບັນດາ​ຜູ້​ຊ່ຽວຊານ, ນັກວິທະຍາສາດ. ສະ​ນັ້ນ ​ເລື່ອງ​ໂຮມ ຫໍພິພິດທະພັນ​​ສອງ​ແຫ່ງ​ເຂົ້າ​ເປັນ​ຫນຶ່ງ​ດຽວ​ແມ່ນ​ຄວາມ​ມຸ່ງ​ມາດ​ຂອງ​ບັນດາ​ນັກວິທະຍາສາດ​ກໍ​ຄື​ຂອງ​ພັກ, ລັດ ​ເພື່ອ​​ເຮັດ​ແນວ​ໃດ​​ໃຫ້ມີ ຫໍພິພິດທະພັນ​​​ແຫ່ງ​ຫນຶ່ງທີ່​ສອ່ງ​ແສງ​​​ໃຫ້​ເຫັນໄລຍະ​ປະຫວັດສາດ​ນັບ​ພັນ​ປີ​ຂອງ​ຊາດ​ຫວຽດນາມ ຈາກ​ຍຸກດຶກ​ດຳ​ບັນ​ຈົນ​ເຖິງ​ປະ​ຈຸ​ບັນ. ​ແລະ ບົດບາດ​ຫນ້າ​ທີ່​ຂອງ​ມັນ​ຕ້ອງ​ໄດ້​ຍົກ​ໃຫ້​ສູງ​ຂຶ້ນ ບົນ​ພື້ນຖານ​ເນື້ອ​ໃນ​ການ​ເຄື່ອນ​ໄຫວ​ໃນ​ເງື່ອນ​ໄຂ​ໃຫມ່.”

ຫໍພິພິດທະພັນປະຫວັດສາດແຫ່ງຊາດຫວຽດນາມ, ສະຖານທີ່ທັດສະນະສຶກສາອັນດູດດືມ - ảnh 1
ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ​ຫວຽດນາມ
ພາບ:vov

ດ້ວຍ​ເນື້ອ​ທີ່​ວາງສະ​ແດງ​ເກືອບ 4.000 ຕາລາງ​​ແມັດ, ມີ​​ເອກະສານ, ວັດ​ຖຸພັນ​ນັບ 10.000 ຢ່າງ, ຫໍພິພິດທະພັນ​ປະຫວັດສາດ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ແນະນຳ​ວິວັດ​ການ​ສ້າງສາ ​ແລະ ພັດທະນາ​ສັງຄົມ​ຫວຽດນາມ ​ແຕ່​ຍຸກ​ດຶກ​ດຳ​ບັນກ່ອນ​ນີ້ 30.000-40.000 ປີ, ​ໄລຍະ​ທຳ​ອິດ​ແຫ່ງ​ການສ້າງສາ​ປະ​ເທດ​ຊາດ(ກ່ອນ​ນີ້ 4000 ປີ), ຕະຫລອດ​ຮອດ​ບັນດາ​ສະ​ໄຫມສັກ​ດີ​ນາ, ບັນດາ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ຂອງ​ຊາດ​ຫວຽດນາມ, ການ​ລຸກ​ຮື​ຂຶ້ນ​ໃນ​ທົ່ວ​ປະ​ເທດ ​ແລະ ສະຖາປະນາ​ປະ​ເທດ ສາທາລະນະ​ລັດ​ປະຊາທິປະ​ໄຕ ຫວຽດນາມ ​​ເມື່ອ​ວັນ​ທີ 2/9/1945. ຫໍພິພິດທະພັນ​ກໍ​ໄດ​້​ແນະນຳ​ບັນດາ​ການ​ຕໍ່ຕ​້ານກູ້​ຊາດ, ໝາກຜົນ​ແຮງ​ງານ​ຂອງ​ປະຊາຊົນ​ຫວຽດນາມ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລຍະ​ປ່ຽນ​ແປງ​ໃຫມ່​ຂອງ​ປະ​ເທດ​ຊາດ. ນອກຈາກ​ບັນດາ​ວັດ​ຖຸພັນ, ​ເອກະສານ ທີ່​ໄດ້​​ນຳມາວາງສະ​ແດງ,​ ຫໍພິພິດທະພັນປະຫວັດສາດ​ແຫ່ງ​ຊາດ​ຍັງ​ຮັກສາ​ເອກະສານ, ວັດ​ຖຸພັນ​ທີ່​ລຳ້​ຄ່າກວ່າ 150.000 ຢ່າງ. ດຣ ຫວູ​ແມ້ງ​ຮ່າ ​ໃຫ້​ຮູ້​ວ່າ:

“​ໃນ​ການ​ຮັບ​ຮອງ​ວັດຖຸ​ພັນ​ອັນ​ລຳ້​ຄ່າ​ຂອງ​ປະ​ເທດ​ຊາດ, ຫໍພິພິດທະພັນປະຫວັດສາດ​ໄດ້​ຮັບ​ການ​ຮັບຮອງ​ຈາກ​ນາ​ຍົກ​ລັດຖະມົນຕີ​ວ່າ ມີ​ວັດ​ຖຸພັນອັນ​ລຳ້​ຄ່າ 10 ຢ່າງ​ຂອງ​ປະ​ເທດ​ຊາດ. ນີ້​ແມ່ນ​ວັດ​ຖຸພັນຫນຶ່ງ​ດຽວ, ມີ​ຄຸນ​ຄ່າ​ວັດທະນະທຳ​​ທີ່​ດີ​ເດັ່ນຂອງ​ຫວຽດນາມ. ຄື ກອງ​ທອງ ດົງ​ເຊີນ, ຖັງ​ທອງ ດາວ​ທີ້ງ. ນີ້​ແມ່ນ​ບັນດາ​ວັດຖຸ​ພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ, ນອກ​ນັ້ນ​ຍັງ ມີ​ວັດຖຸ​ພັນ​ອື່ນອັນ​ລຳ້​ຄ່ານັບ​ແຕ່​​ໄລຍະປະຖົມ​ບູຮານ​ຕະຫລອດ​ຮອດ​ປະຈຸ​ບັນ ​ແລະ ບັນດາ​ວັດຖຸ​ພັນ​ໃນ​ຍຸກ​​ໃກ້​ນີ້, ຕົວຢ່າງ:ປຶ້ມບັນທຶກ​ປະຈຳ​ວັນໃນ​ຄຸກ​ຂອງ​ປະທານ​ໂຮ່ຈິ​ມີນ.”

ລະບົບ​ວາງສະ​ແດງ​ຂອງ ຫໍພິພິດທະພັນປະຫວັດສາດ​ແຫ່ງ​ຊາດ ຫວຽດນາມ​ແມ່ນ​ປະຕິບັດ​ຕາມ​ຫລັກການ​ວາງ​ສະ​ແດງ​ຕາມ​ລາຍ​ສະຖິຕິ​ປະຈຳ​ປີ, ຖື​ວັດ​ຖຸພັນ​ເປັນ​ພາສາຕົ້ນຕໍ, ສົມທົບ​ລະຫວ່າງ​ການວາງສະ​ແດງ​ຕາມ​ແຕ່ລະ​ໄລຍະ ​ແລະ ​ເຫດການ​ປະຫວັດສາດ ກັບ​ການວາງສະ​ແດງ​ວັດຖຸ​ພັນຕາ​ມທິດ​ວາງສະ​ແດງ​ເປີດ ສ້າງ​ເງື່ອນ​ໄຂ​ເພື່ອ​ວາງສະ​ແດງ​ບັນດາ​ວັດຖຸ​ພັນ​ໃຫມ່, ​ເຮັດ​ໃຫ້​​ໂສມ​ຫນ້າການ​ວາງສະ​ແດງ​ຍາມ​ໃດ​ກໍ​ໃຫມ່​ອ່ຽມ, ດຶງ​ດູດ​ຜູ້​ຊົມ. ຫວ່າງ​ແລ້ວ​ນີ້ ຫໍພິພິດທະພັນປະຫວັດສາດ​ແຫ່ງ​ຊາດວາງສະ​ແດງ​​ວັດຖຸ​ພັນ​ເກືອບ 150 ຢ່າງ ຂຶ້ນ​ກັບ​ມໍລະດົກ​ສາສະຫນາ​ພຸດ ​ແລະ ຕະກຽງ​ບູຮານ​ຫວຽດນາມ​ ຕາມ​ຮູບ​ການ​ເຕັກ​ໂນ​ໂລ​ຊີ 3 D(ມີຕີ). ນີ້​​ເປັນ​ຄັ້ງ​ທຳ​ອິດ ຫໍພິພິດທະພັນ​ແຫ່ງ​ຫນຶ່ງ​ຢູ່​ຫວຽດນາມ ວາງສະ​ແດງ​ຕາມ​ຮູບ​ການ​ດັ່ງກ່າວ ບົນ​ພື້ນຖານ​ສຳ​ພັດ​ກັບ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວຫນ້າ​ໃນ​ໂລກ. ອ້າ​ຍຮ່ວາງ​ກວກ​ຫວຽດ, ພາລະ​ກອນ​ຢູ່ ຫໍພິພິດທະພັນປະຫວັດສາດ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ນຳ​ລະບົບ​​ແນະນຳ​ລວງ​ຕາ ດ້ວຍ​ພາສາ​ອັງກິດ, ພາສາ​ຫວຽດ ​ແລະ ຫລາຍ​ພາສາ​ເພື່ອ​ໃຫ້​ຜູ້​ຊົມ​ສາມາດ​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວສານ​ໄດ້. ຢູ່​ໃນ​ບັນດາ​ຫ້ອງ​ວາງສະ​ແດງ​ແບບ​ລວງ​ຕາ ພວກ​ຂ້າພະ​ເຈົ້າ​​ໃຊ້ບັນດາ​ຮູບ​ຈຳລອງ 3 D, ກ້າວຫນ້າ​ທີ່​ສຸດ​ໃນ​ໂລກ​, ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ສາມາດກຳ​ໄດ້​ຂໍ້​ມູນ​​ຢ່າງ​ມີ​ຊີວິດ​ຊີວາ​ກວ່າ.”

        ​ຊື່​ງ​ແມ່ນ​ຫນື່ງ​ໃນ​ບັນດາ​ກິດຈະກຳ​ສະຖາປັດຕະຍະກຳ​ທີ່ສວຍ​ງາມ, ຫໍພິພິດທະພັນປະຫວັດສາດ​ແຫ່ງ​ຊາດ ຍັງ​ມີ​ລະບົບ​ວາງສະ​ແດງ​ອຸດົມ​ສົມບູນ ດ້ວຍ​ການ​ເຄື່ອນ​ໄຫວ​ສະ​ເພາະ​ຂະ​ແຫນງ, ​ຫົວ​ເລື່ອງ​ສະ​ເພາະ​ເປີດ​ກວ້າງ, ຫໍພິພິດທະພັນປະຫວັດສາດ​ແຫ່ງ​ຊາດຫວຽດນາມບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​ຮັກສາ​ສິ່ງ​ຍອດ​ຢ້ຽມ​ຂອງ​ອະດີດຕະການ​ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ມູນ​ເຊື້ອ​ວັດທະນະທຳ​ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ​ ​ແລະ​ແມ່ນ​ສະຖານ​ທີ່​ດຶງ​ດູ​ດນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ສະ​ເພາະ 10 ​ເດືອນ ປີ 2013 ນີ້ ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ຫໍພິພິດທະພັນປະຫວັດສາດ​ແຫ່ງ​ຊາດ ຂຶ້ນ​ເຖິງ 63.000 ​ເທື່ອ​ຄົນ. ​ໂດຍ​ມີການ​ເຄື່ອນ​ໄຫວ ​ຕິດ​ພັນ​ກັບ​ການທ່ອງທ່ຽວ, ຍູ້​ແຮງ​ການ​ເຊື່ອມ​ຕໍ່​ກັບ​ບັນດາ​ ຫໍພິພິດທະພັນ​ແຫ່ງ​ອື່ນ​ພາຍ​ໃນ​ພາກ​ພື້ນ​, ຫໍພິພິດທະພັນປະຫວັດສາດ​ແຫ່ງ​ຊາດ ຫວຽດນາມ ພວມ​ກາຍ​ເປັນ​ຈຸດ​ນັດ​ພົບ​ອັນ​ດູດ​ດ່ືມ​ຂອງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ