ຫໍພິພິດທະພັນວິຈິດສິນຫວຽດນາມ

(vovworld)- ​ເມື່ອ​ມາ​ຢ້ຽມຢາມ​ນະຄອນຫລວງ ຮ່າ​ໂນ້ຍ, ຫນຶ່ງ​ໃນ​ບັນດາ​ສະຖານ​ທີ່​ຊື່​ງນັກ​ທ່ອງ​ທ່ຽວ​ສາກົນ​ເລືອກ​ເຟັ້ນມາ​ຢາມຫລາຍ​ກວ່າ​ໝູ່, ນັ້ນ​ແມ່ນ​ຫໍພິພິດທະພັນ​ວິ​ຈິດ​ສິນ ຫວຽດນາມ​ ຕັ້ງ​ຢູ່​ເລກທີ 66 ຖະຫນົນ ຫງວຽນ​ທາຍ​ຫອກ, ​ເມືອງ ບາ​ດີງ, ນະຄອນ​ຮ່າ​ໂນ້ຍ. ຫໍພິພິດທະພັນ​ວິ​ຈິດ​ສິນ ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ກິດຈະກຳ​ສະຖາປັດຕະຍະ​ກຳ​ທີ່ສວຍ​ງາມ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສະຖານ​ທີ່​ຮັກສາ, ​ແນະນຳ​ບັນດາ​ຜະລິດ​ຕະພັນ​ສິລະ​ປະ​ພົ້ນ​ເດັ່ນ ຊື່​ງ​ແມ່ນ​ບັນດາ​ພະຍານ​ຫລັກ​ຖານ​ທີ່​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​ວິວັດ​ແຫ່ງການ​ພັດທະນາ​ຂອງ​ພື້ນຖານ​ວິຈິດ​ສິນ​ຫວຽດນາມ​ທີ່​ອຸດົມສົມ​ບູນ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ. ​

ຫໍພິພິດທະພັນວິຈິດສິນຫວຽດນາມ - ảnh 1
ຫໍພິພິດທະພັນ​ວິຈິດ​ສິນໄດ້​ວາງສະ​ແດງ​ວັດຖຸ​ພັນ​ຫລາຍ​ຢ່າງ​
photo:internet

        ປະຈຸ​ບັນ ຫໍພິພິດທະພັນ​ວິຈິດ​ສິນ ຫວຽດນາມ ພວມ​ວາງສະ​ແດງ ​ແລະ ຮັກສາ​ບັນດາ​ຜະລິດ​ຕະພັນ​ວິຈິດ​ສິນ​ທີ່​ລ້ຳ​ຄ່າ ດ້ວຍ​ວັດຖຸ​ພັນ​ກວ່າ 20.000 ຢ່າງ, ສະ​ແດງ​ໃຫ້​ເຫັນສິ່ງ​ຍອດ​ຢ້ຽມ​ຂອງ​ພື້ນຖານວິຈິດ​ສິນ ຫວຽດນາມ. ຫໍພິພິດທະພັນ​ວິຈິດ​ສິນ ຫວຽດນາມ ​ ປະກອບ​ດ້ວຍອາຄານທີ່ສວຍ​ງາມ 2 ຫລັງ ​ແລະ ໄດ້​ຮັບ​ການອອກ​ແບບ​ຕາມ​ສະ​ຖາ​ປັດຕະຍະ​ກຳ​ຂອງ ຝລັ່ງ ​ເປັນຮູບ​ຕົວຫນັງສື L ​ໃນ​ເນື້ອ​ທີ່​ກວ້າງຂວາງ ດ້ວຍ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ. ຫໍພິພິດທະພັນ​ວິຈິດ​ສິນ ມີ​​ເນື້ອ​ທີ່ 4.737 ຕາລາງ​ແມັດ, ​ໃນ​ນັ້ນ ​ເຂດ​ວາງສະ​ແດງ​ໄດ້ຮັບ​ການ​ສັບ​ຊ້ອນ​ຕາມ​​ໄລ​ຍະ​ປະຫວັດສາດ, ຈາກ​ສະ​ໄໝ​ປະຖົມບູຮານຕະຫລອດ​ຮອດ​​ຍຸກປະຈຸ​ບັນ. ພິ​ເສດ ​ຫໍພິພິດທະພັນ ​ໄດ້​ວາງສະ​ແດງ​ວັດຖຸ​ພັນ​ຫລາຍ​ຢ່າງ​ ທີ່​ເປັນ​ມໍລະດົກ​ວິ​ຈິດ​ສິນ​ອັນ​ລຳ້​ຄ່າ​ຄື: ຮູ​ບຫນ້າ​ຄົນ ​ແລະ ສັດ​ຢູ່​ເທິງຝາ​ຫິນ​ໃນ​​ຖຳ້ ດົງ​​ໂນ້ຍ, ​ເມືອງ ລາກ​ຖູ​ຍ ​ແຂວງ ຮ່ວາ​ບີ​ງ, ​ເຊິ່ງມີ​ມາກ່ອນ​ນີ້​ປະ​ມານ 10.000 ປີ ​ແລະ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຂີດ​ໝາຍ​ທຳ​ອິດ​ຂອງ​ສິລະ​ປະສ້າງ​ພາບ​ຫວຽດນາມ ຫລື ຖັງ​ທອງ ດາວ​ທີ້ງ ຊື່​ງ​ແມ່ນ​ວັດຖຸ​ພັນ​ອັນ​ລ້ຳ​ຄ່າ​ຂອງ​ປະ​ເທດ​ຊາດ ​ທີ່​ມີ​ມາກ່ອນ​ນີ້ 2.500 ປີ. ນອກ​ນັ້ນ ຍັງ​ມີ​ຜະລິດ​ຕະພັນ​ວິຈິດ​ສິນ​ພົ້ນ​ເດັ່ນ​ຫລາຍ​ຢ່າງ​ຂອງ​ສິລະ​ປະ​ ​ປະຕິມາກຳສະ​ໄຫມ ຫລີ - ​ເຈີ​ນ(ສັດຕະວັດທີ XI-XV), ປະຕິມາກຳຈຳ, ບັນດາ​ຮູບ​ແກະ​ສະ​ຫຼັກ​ດ້ວຍ​ຫິນ, ​ດ້ວຍໄມ້​ຢູ່ ສາລາ, ວັດວາອາ​ຮາມ … ​ໃນ​ນັ້ນ ມີ​ຮູບ “​ເຈົ້າ​ແມ່​ກວນ​ອີນພັນ​ຕາ​ພັນ​ມື” ​ແຕ່ສັດຕະວັດ​ທີ XVIII) ຢູ່ ວັດ​ບຸດ​ທາ​ບ ​ແຂວງ ບັກ​ນີງ ທີ່ຕັ້ງ​ຢູ່ຫ້ອງ​ໂຖງຂອງ​ຫໍພິພິດທະພັນ​ຊື່​ງ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ສິ່ງ​ຍອດ​ຢ້ຽມ​ຂອງ​ສິລະ​ປະຕິມາກຳດ້ວຍ​ໄມ້​ຢູ່​ຫວຽດນາມ. ຢູ່​ຫໍພິພິດທະພັນ​ຍັງ​ວາງສະ​ແດງ​ບັນດາ​​ພາບ​ພື້ນ​ເມືອງຄື​: ພາບດົງ​ໂຮ່, ພາບ​ຮ່າງ​ຈົງ, ບັນດາຜະລິດ​ຕະພັນ​ວິຈິດ​ສິນ​ຜ່ານ​ໄລຍະ​ປະຫວັດສາດຕ່າງໆ​ຄື: ​ໄລຍະ​ຂອງ​ບັນດາຈິດຕະກອນຢູ່​ວິທະຍາ​ໄລ​ວິຈິດ​ສິນ ອິນດູຈີນ (1925-1945), ​ໄລຍະ​ຕໍ່ຕ​້ານຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ ຝລັ່ງ (1945-1954), ​ໄລຍະ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ (1954-1975), ​ໄລຍະ​ສ້າງສາ​ປະ​ເທດ​ຊາດ​​ໃນສັນຕິພາບ (1975- ມາ​ຮອດ​ປະຈຸ​ບັນ). ບັນດາ​ຜະລິດ​ຕະພັນ​ວິ​ຈິດ​ສິນ​ຢູ່ ຫໍພິພິດທະພັນ ​ໄດ້​ປະກອບສ່ວນ​ຢັ້ງຢືນ​ພື້ນຖານ​ສິລະ​ປະ​ວິ​ຈິດ​ສິນ ຫວຽດນາມ ​ແມ່ນ​ພັດທະນາ​ຢ່າງ​ລຽນຕິດ​ຜ່ານ​ໄລຍະຕ່າງໆ. ອ້າຍ ຫງວຽນ​ວັນ​ຟອງ, ຜູ້​ເຂົ້າ​ຊົມ​ຫໍພິພິດ​ພັນ ​ເວົ້າ​ວ່າ:

        “ວັດ​ຖຸພັນ​ຢູ່​ທີ່​ນີ້​ແມ່ນ​ອຸດົມສົມບູນ​ທີ່​ສຸດ, ຂ້າພະ​ເຈົ້າ​ມັກຮູບປະຕິມາກຳກົ່າ​ແກ່​ຢູ່​ທີ່​ນີ້, ​ເພາະ​ມັນ​ມີ​ຫລາຍ​ຮູບ​ຫລາຍ​ແບບ. ບັນດາ​ຜະລິດ​ຕະພັນ​ດັ່ງກ່າວ​ຕ້ອງ​ມີ​ສີ​ໄມ້​ລາຍມື​ດີຈຶ່ງ​ສາມາດ​ເຮັດ​​ໄດ້.”

        ຢູ່​ຫໍພິພິດທະພັນ​, ​ໃນ​ເຂດ​ວາງສະ​ແດງ​ຂອງ​ບັນດາ​​ຈິດຕະກອນ​​ໂຮງຮຽນ​ວິທະຍາ​ໄລ​ວິ​ຈິດ​ສິນ ອິນດູ​ຈີນ ຍາມ​ໃດ​ກໍ​ມີ​ຜູ້​ເຂົ້າ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ບັນດາ​ຜະລິດ​ຕະພັນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ສິ່ງ​ຍອດ​ຢ້ຽມ​ຂອງ​ຂະ​ແຫນງ​ວິຈິດ​ສິນ​ຫວຽດນາມ ​ແມ່ນ​ຕິດ​ພັນ​ກັບ​ຊື່​ສຽງ​ຂອງ​ບັນດາ​ຈິດຕະກອນ​ຄື: ຫງວຽນ​ຢາ​ຈີ, ຫງວຽນ​ຕືງຽມ, ​ໂຕງ​ອກ​ເວີນ, ​ເຈີ​ນວັນ​ເກີນ. ບັນດາ​ຜະລິດ​ຕະພັນ​ຂອງ​ເຂົາ​ເຈົ້າ​ໃນ​ໄລຍະ​ນີ້​ເປັນ​ຂີດ​ໝາຍ​ແຫ່ງ​ການ​ຊອກ​ຫາ​ວັດຖຸ​, ສ້າງ​ຂີດ​ໝາຍ​ສະ​ເພາະ​ໃນ​ພື້ນຖານ​ສິລະ​ປະ​​ຂອງຍຸກ​ໃກ້​ປະຈຸ​ບັນ ​ແລະ ​ປະຈຸ​ບັນຂອງ​ຫວຽດນາມ. ທ່ານ​ນາງ ດາວ​ມີ​ງງວຽດ, ພະນັກງານ​ຫ້ອງ​ວາງສະ​ແດງ, ສຶກສາ​ອົມ​ຮົມ ຫໍພິພິດທະພັນ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ໃນ​ຂົ​ງ​ເຂດ​ວິຈິດ​ສິນ​ເກົ່າ​ແກ່, ປະຕິມາກຳ​ເດີມ​ໄດ້​ດຶງ​ດູດ​ແຂກ​ມາຊອກ​ຮູ້ຫຼາຍ​ທີ່​ສຸດ. ​ແຕ່​ທ່າ​ແຮງ​ຂອງ ຫໍພິພິດທະພັນ ​ແມ່ນ​ວາງສະ​ແດງ​ຜະລິດ​ຕະພັນວິ​ຈິດ​ສິນ​ຍຸກ​ປະຈຸ​ບັນ. ນັ້ນ​ແມ່ນ​ບັນດາ​ຜະລິດ​ຕະພັນ​ທີ່​ເຮັດ​ດ້ວຍ​ວັດຖຸ​ທີ່​ເປັນ​ມູນ​ເຊື້ອຄື: ພາບສີ​ຂັດ​ມັນ. ນີ້​ແມ່ນ​ຜະລິດ​ຕະພັນ​ຊື່​ງນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມັກ​ຊົມ​ທີ່​ສຸດ, ​ເພາະ​ມັນ​ແມ່​ນຮູບ​ການ​ທີ່​ເປັນ​ເອກະລັກ​ສະ​ເພາະ ມີພຽງ​ຢູ່​ຫວຽດນາມ​ເທົ່າ​ນັ້ນ.”

ຫໍພິພິດທະພັນວິຈິດສິນຫວຽດນາມ - ảnh 2

        ​ເພື່ອ​ດຶງ​ດູດ​ຜູ້​ຊົມ​ມາ​ຢ້ຽມຢາມ. ປີ 2012, ຫໍພິພິດທະພັນ ​ໄດ້​ເປີດ​​ຫ້ອງວາງສະ​ແດງ​ໃຫມ່, ນັ້ນ​ແມ່ນ​ຫ້ອງ​ຄົ້ນ​ຫາ. ຫ້ອງ​ນີ້​​ເປີດ​ປະຕູ​ໂດຍ​ບໍ່​ເກັບ​ຄ່າ​ເພື່ອ​ຮັບ​ໃຊ້​​ນັກຮຽນ, ນັກ​ສຶກສາ​ເຂົ້າ​ຊົມ​ແລະ ຊອກ​ຮູ້​ກ່ຽວ​ກັບ​ສິລະ​ປະ​ນີ້. ທ່ານ ຟານ​ວັນ​ຕຽນ, ຜູ້ອຳນວຍການ ຫໍພິພິດທະພັນວິຈິດ​ສິນ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຈີນ​ຕະນາ​ການ​ໃຫມ່​ຂອງ ຫໍພິພິດທະພັນ​ໂລກ​ໄດ້​ມີ​ການ​ປ່​ຽນ​ແປງ​ຫລາຍ​ແລ້ວ, ຫາກ​ບໍ່​ຄື​ກ່ອນ​ນີ້, ບັນດາ ຫໍພິພິດທະພັນ ພຽງ​ແຕ່​ແມ່ນ​ສະຖານ​ທີ່​ຄົ້ນ​ຄ້ວາ​​ໃຫ້ເປົ້າ​ໝາຍ​ໃດ​ຫນຶ່ງ. ປະຈຸ​ບັນ ຫໍພິພິດທະພັນ ວິ​ຈິດ​ສິນ ຫວຽດນາມ ​ໄດ້​ຮັບ​ການ​ເປີດ​ກວ້າງ​​ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າ​ຊົມ​, ມັນບໍ່​ພຽງ​ແຕ່​ແມ່ນ​ສະຖານ​ທີ່​​ເພື່ອຄົ້ນ​ຄ້ວາ, ຮຳ່ຮຽນ ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະຖານ​ທີ​ລະ​ຫຼິ້ນ​ໃຫ້​ທຸກ​ເປົ້າ​ໝາຍອີກ​ດ້ວຍ.”

        ​ໃນ​ຫລາຍ​ປີຜ່ານມາ, ຄຽງ​ຄູ່​ກັບ​ການ​ຮຽບຮຽງ​ຄົ້ນ​ຄ້ວາ, ​ເພີ່ມ​ເຕີມ​ວັດຖຸ​ພັນ, ສຳ​ເນົາ​ເອກະສານ​ເປັນ​ປະຈຳ​ແລ້ວ, ຫໍພິພິດທະພັນ ຍັງ​ຖື​ເປັນ​ສຳຄັນ​ການ​ຟື້ນ​ຟູ​ພາບ, ຮູບ​ປັ້ນ, ບັນດາ​ວັດ​ຖຸ​ພັນ​ທີ່​ມີ​ຄຸນຄ່າອີກ. ຫໍພິພິດທະພັນ ກໍຈັດຕັ້ງການເຄື່ອນໄຫວ​ພົບ​ປະ​ແລກປ່ຽນ​ຫລາຍ​ຄັ້ງ​ກັບ​ບັນດາ​ສູນ​ສີ​ລະ​ປະ, ຫໍພິພິດທະພັນ ວິ​ຈິດ​ສິນ​ໃຫຍ່​ກວ່າ​ໝູ່​ໃນ​ໂລກ​ຄື: ສິງກະ​ໂປ, ຍີ່ປຸ່ນ, ສ​ເກົາຫລີ, ຝລ່ັງ, ອີ​ຕາ​ລີ, ​ແອ​ສະ​ປາຍ. ປະຈຸ​ບັນ, ຫໍພິພິດທະພັນ ພວມ​ສືບ​ຕໍ່​ສ້າງ​ລະບົບ​ວາງສະ​ແດງ​ໃຫ້​ສົມບູນ​ແບບ​ກວ່າ, ສ້າງ​ຄວາມ​ໃຫມ່​ອ່ຽມ​ໃຫ້​ແກ່​ຜູ້​ຊົມ​ດ້ວຍ​ການ​ສ້າງ​ຫ້ອງ​ຊົມ​ຟັງ​ທີ່​ທັນ​ສະ​ໄຫມ, ຊ່ວຍ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ຕື່ມກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ຫໍພິພິດທະພັນ​. ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ດັ່ງກ່າວ, ຫໍພິພິດທະພັນວິ​ຈິດ​ສິນ ຫວຽດນາມ ສືບ​ຕໍ່​ຢືນຢັນວ່າ​ເປັນ​​ແຫ່ງ​ທີ່​ສ້າງ​ຄວາມ​ດຶງ​ດູດ​​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ​ເພື່ອ​ນມິດສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ