ຫໍພິພິດທະພັນຮ່ອງຮອຍສົງຄາມແລະ ຄວາມມຸ່ງຫວັງສັນຕິພາບ


(vovworld)- ຢູ່ ນະ​ຄອນ​ໂຮ່​ຈິ​ມີນ ນອກ​ຈາກ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ແລ້ວ ຍັງ​ມີ​ສ​ະ​ຖານ​ທີ່​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ມາຊອກ​ຮູ້​ກ່ຽວ​ກັບ​ປ​ະ​ຫວັດ​ສາດ, ປະ​ເທດ​ຊາດ, ຊາວ​ຫວຽດ​ນາມ. ໃນ​ນັ້ນ ຫໍ​ພິ​ພິດ​ທະ​ພ​ັນ​ຮ່ອງ​ຮອຍ​ສົງ​ຄາມ ຊື່ງ​ແມ່ນ​ສະ​ຖາ​ນ​ທີ່​ຂາດບໍ່​ໄດ້​ຂອງ​ນັກ​ທ່ອງ​ທ່ຽວ​ເມື່​ອ​ມາ​ຢ້ຽມ​ຢາມ​ນະ​ຄອນ​ໂຮ່​ຈິ​ມີນ.

ຫໍພິພິດທະພັນຮ່ອງຮອຍສົງຄາມແລະ ຄວາມມຸ່ງຫວັງສັນຕິພາບ - ảnh 1
ຫໍ​ພິ​ພິດ​ທະ​ພັນ​ຮ່ອງ​ຮອຍສົງ​ຄາມ
ພາບ:internet

        ຫໍ​ພິ​ພິດ​ທະ​ພັນ​ຮ່ອງ​ຮອຍສົງ​ຄາມ ຖືກ​ຕັ້ງ​ຢູ່​ເຮືອນເລກ​ທີ​ 28 ຖະ​ຫນົນ ຫວໍ​ວັນ​ເຕີນ ເມືອງ 6 ແມ່ນ​ບ່ອນ​ວາງ​ສະ​ແດງ​ບັນ​ດາ​ຮ່ອງ​ຮອຍ​ສົງ​ຄາມ​ຂອງ ຝ​ລັ່ງ ແລະ ອາ​ເມ​ລິ​ກາຕໍ່​ປະ​ຊາ​ຊົນ​ຫວຽດ​ນາມ ໃນ 21 ປີ ແຕ່​ປີ 1954-1975. ຫໍ​ພິ​ພິດ​ທະ​ພັນ​ແຫ່ງນີ້ ໄດ້​ຮັບ​ການ​ສ້າງ​ຕັ​້ງ​ຂຶ້ນ​ໃນ​ວັນ​ທີ 4/9/1975, ໃນ​ຄາວນັ້ນ ເອີ້ນ​ວ່າ ຫໍ​ວາງ​ສະ​ແດງ​ໂທດ​ກຳ​ສົງ​ຄາມ ຫລັງ​ຈາກນັ້ນ ຖືກ​ປ່ຽນ​ຊື່​ຢ່າງ​ເປັນ​ທາງ​ການ​ແມ່ນ ຫໍ​ພິ​ພິດ​ທະ​ພັນ​ຮ່ອງ​ຮອຍສົງ​ຄາມ. ປີ 2002, ຫໍ​ພິ​ພິດ​ທະ​ພັນ​ຮ່ອງ​ຮອຍສົງ​ຄາມ ໄດ້​ຮັບ​ການກໍ່​ສ້າງ​ໃຫມ່​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ຫໍ​ພິ​ພິ​ດ​ທະ​ພັນ​ທັນ​ສະ​ໄຫມ ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃນ​ການ​ວາງ​ສະ​ແດງ​ເອ​ກະ​ສານ, ວັດ​ຖຸ​ພັນ. ດ້ວຍ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ການ​ວາງ​ສະ​ແດງ​ບັນ​ດາ​ວັດ​ຖຸ​ພັນ ແລະ ການ​ຈັດ​ຕັ້ງ​ເຄື່ອນ​ໄຫວ​ທີ່​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ຫໍ​ພິ​ພິດ​ທະ​ພັນ​ຮ່ອງ​ຮອຍສົງ​ຄາມ ນັບ​ມື້​ນັບ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທ່ານ​ນາງ ຮີ່ງງອກ​ເວີນ, ຜູ້​ອຳ​ນວຍ​ການ ຫໍ​ພິ​ພິດ​ທະ​ພັນ​ຮ່ອງ​ຮອຍສົງ​ຄາມ​ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ ແຕ່​ລະ​ມື້ ຫໍ​ພິ​ພິດ​ທະ​ພັນ​ຮ່ອງ​ຮອຍສົງ​ຄາມ ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ປະ​ມານ 2000 ເທື່ອ​ຄົນ, ໃນ​ນັ້ນ ສ່ວນ​ຫລາຍ​ແມ່ນ​ນັກ​ທ່ອງ​ທ່ຽວ​ສາ​ກົນ, ສ່ວນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ເຄີຍ​ມາ​ຢ້ຽມ​ຢາມ​ໃນ​ວັນ​ທ້າຍ​ອາ​ທິດ. ລະ​ດູ​ຮ້ອນ ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ ຈຳ​ນວນ ຫລາຍກວ່າ.”

        ຫໍ​ພິ​ພິດ​ທະ​ພັນ​ຮ່ອງ​ຮອຍສົງ​ຄາມ ລວມ​ມີ 2 ເຂດ: ເຂດ​ກ່າງ​ແຈ້ງ ແລະ ໃນ​ຮົ່ມ. ຈາກ​ປະ​ຕູ​ເຂົ້າ​ຫ​ໍ​ພິ​ພິດ​ທະ​ພັນ​ແມ່ນ​ເຂດ​ວາງ​ສະ​ແດງ​ບັນ​ດາ​ປະ​ເພດ​ອາ​ວຸດ, ພາ​ຫະ​ນະ​ການ​ທະ​ຫານ​ຂອງອ​າ​ເມ​ລິ​ກາ ຊື່ງ​ລວມ​ມີ​ບັນ​ດາ​ປະ​ເພດ​ເຮືອ​ບິນ​, ລົດ​ຖັງ, ລູກ​ປືນ, ລູກ​ລະ​ເບີດ. ເຂດ​ວາງ​ສະ​ແດງ​ໃນ​ຮົ່ມ ດ້ວຍ​ວັດ​ຖຸ​ພັນ 15.000 ຢ່າງ ແລະ ຮູບ​​ຖ່າຍ​ພ້ອມ​ກັບ​ຟິມຮູບ​ເງົາ​ເອ​ກະ​ສານ​ກ່ຽວ​ກັບ​ໄລ​ຍະ​ຕໍ່​ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນຝ​ລັ່ງ ແລະ ຈັກ​ກະ​ພັດ​ອາ​ເມ​ລິ​ກາ, ກ່ຽວ​ກັບ​ສົງ​ຄາມ​ຢູ່​ເຂດຊາຍ​ແດນ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ໃຕ້, ສົງ​ຄາມ​ປົກ​ປັກ​ຮັກ​ສາ​ເຂດ​ຊາຍ​ແດນ​ທາງ​ພາກ​ເຫນືອ. ບັນ​ດາ​ຮູບ​ຖ່າຍ​ກ່ຽວ​ກັບສົງ​ຄາມ, ພົ້ນ​ເດັ່ນ​ແມ່ນ​ເຫດ​​ການເຂັ່ນ​ຂ້າ​ສາ​ມັນ​ຊົນ, ຮູບ​ຫວ່ານ​ທາດ​ພິດ​ເຄ​ມີ​ຢູ່​ພາກ​ໃຕ້, ຖີ້ມ​ລູກ​ລະ​ເບີດ​ທຳ​ລາຍ​ພາກ​ເຫນືອ, ບັນ​ດາ​​ວັດ​ຖຸ​ພັນ​ຕ່າງໆຄື: ຮູບ​ແບບ ຄຸກ ຄອກ​ເສືອ, ​​ເຄື່ອງ​ຕັດ​ຄໍອຸ​ປະ​ກອນ​ທໍ​ລະ​ມານ.. ໄດ້​ສ້າງ​ຄວາມ​ສະ​ເທືອນ​ໃຈ​ຕໍ່​ຜູ້​ຊົມ.

        ຫໍ​ພິ​ພິດ​ທະ​ພັນ ມີ​ຫ້ອງວາງ​ສະ​ແດງ​ພິ​ເສດ​ທີ່​ມີ​ຊື່​ວ່າ: “ຫວນ​ຄື​ນ​ອະ​ດີດ​ຕະ​ການ " ນີ້​ກ​ໍ​ແມ່ນ​ຫ້ອງວາງ​ສະ​ແດງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ເປັນ​ຕົ້ນ​ແມ່ນ​ນັກ​ທ່ອງ​ທ່ຽວ​ສາ​ກົນ. ເອື້ອຍ ທູ​ເຊືອງ, ຜູ້​ນຳ​ທ່ຽວ​ຢູ່ ຫໍ​ພິ​ພິດ​ທະ​ພັນ ໃຫ້​ຮູ້​ວ່າ:

        “ ຫ້ອງ​ວາງ​ສະ​ແດງ ຫວນ​ຄືນ​ອະ​ດີດ​ຕະ​ການ ນີ້ ໂດຍ ​ຊາວ ອ​ັງ​ກິດ ຜ​ູ້​ຫນຶ່ງ​ ແລະ ​ ຊາວ ເຢຍ​ລະ​ມັນຜູ້​ຫນຶ່ງ ປະ​ຕິ​ບັດ ດ້ວຍ​ຈຸດ​ປະ​ສົງ​ແມ່ນ​ຄິດ​ເຖິງ​ບັນ​ດາ​ເພື່ອ​ນມິດ​ຂອງ​ເຂົາ​ເຈົ້າ. ມີ​​ຮູບ​ຖ່າຍ 2 ແຜ່ນ ເຮັດ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ກ່ຽວ​ກັບ​ເຈດ​ຈຳ​ນົງ, ກຳ​ລັງ​ແຮງ​​ແຫ່ງຄວາມ​ເປັນ​ທຳ​ໃນ​ການ​ຕໍ່​ຕ້ານ​ຕ້ານ​ຈັກ​ກະ​ພັດ​ອາ​ເມ​ລິ​ກາ​ກູ້​ຊາດ​ຂອງ​ຊາວ​ຫວຽດ​ນາມ. ເມື່ອ ຊາວ​ອາ​ເມ​ລິ​ກາ ດຳ​ເນີນ​ສົງ​ຄາມ​ຢູ່ ຫວຽດ​ນາມ ເຂົາ​ເຈົ້າ​ນຳ​ໃຊ້​ບັນ​ດາ​ພາ​ຫະ​ນະ​ການ​ທະ​ຫານ​ທັນ​ສະ​ໄຫມ​ຄື: ບັນ​ດາ​ປະ​ເພດ​ເຮຶອ​ບິນ​ຂົນ​ສົ່ງ​ທະ​ຫານ. ສ່ວນກອງ​ທັບ​ຫວຽດ​ນາມ ຢູ່ ພາກ​ເຫນືອ ເມື່ອ​ລຳ​ລຽງ​​ໜູນ​ຊ່ວຍ​ໃຫ້ແກ່​ສະ​ຫນາມ​ຮົບ​ພາກ​ໃຕ້ ລ້ວນ​ແຕ່​ຕ້ອງ​ຍ່າງ​ ແລະ ​ໃຊ້ອາ​ວຸດ​ຫລ້າ​ຫລັງ. ບັນ​ດາ​ຮູບ​​ຖ່າຍເຫລົ່າ​ນັ້ນ​ແມ່ນສະ​ແດງ​ໃຫ້​ເຫັນ​ວ່າ ກອງ​ທັບ​ຫວຽດ​ນາມ ເຖິງວ່າ ​ໃຊ້ອາ​ວຸດ​​ຫລ້າ​ຫລັງ ແຕ່​ສຸດ​ທ້າຍ​​ກໍ​ສາ​ມາດ ​ຍາດ​​ໄດ້ໄຊ​ຊະ​ນະ”

ຫໍພິພິດທະພັນຮ່ອງຮອຍສົງຄາມແລະ ຄວາມມຸ່ງຫວັງສັນຕິພາບ - ảnh 2
​ແຕ່​ລະ​ມື້ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ​ຫໍ​ພິ​ພິດ​ທະ​ພັນ
ເປັນ​ຈຳ​ນວນ​ຫລວງ​ຫລາຍ
ພາບ:internet

        ​ຢູ່​ຊັ້ນ 2 ຂອງຫໍ​ພ​ິ​ພິດ​ທະ​ພັນ​ຮ່ອງ​ຮອຍ​ສົງ​ຄາມຍັງ​ມີ​ຫ້ອງວາງ​ສະ​ແດງ​ພາບ​ແຕ້ມ​ເຍົາ​ວະ​ຊົນ​ ດ້ວຍ​ຊື່​ວ່າ: “ນົກ​ກາງ​ແກ​ຂາວ”. ນີ້​ແມ່ນ​ບ່ອນ​ວາງ​ສະ​ແດງ​ບັນ​ດາ​ພາບ​ແຕ້ມ​ໂດຍ​ພວກ​ນ້ອງ​ເຍົາ​ວະ​ຊົນ​ແຕ້ມ ຜ່ານ​ຫລາຍ​ຫົວ​ເລື່ອງ​ກ່ຽ​ວ​ກັບ ຄວາມ​ຮັກຕໍ່​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ, ​ພໍ່​ແມ່, ​ປູ່​ຍ່າ​ຕາ​ຍາຍ..  ບັນ​ດາ​ພາບ​ແຕ້ມນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄຝ່​ຝັນ​ຂອງ​ເດັກ​ນ້ອຍ ​ຫວັງ​ຢາກໄດ້​ດຳ​ລົງ​ຊີ​ວິດ​ໃນ​ປະ​ເທດ​ສັນ​ຕິ​ພາບ, ໄດ້​ໄປ​ໂຮງ​ຮຽນ ໄດ້​ເຮັດ​ວຽກ​ທີ່​ຕົນ​ເອງ​ມັກ.

        ໃນ​ຈຳ​ນວນນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ຫໍ​ພິ​ພິດ​ທະ​ພັນ ມີ​ 70% ແມ່ນ​ຊາວ​ຕ່າງ​ປະ​ເທດ. ເຂົາ​ເຈົ້າ​ມາ​ນີ້ ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ສົງ​ຄາມ​ຢູ່ ຫວຽດ​ນາມ, ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຄວາມສູນ​ເສຍ​, ການ​ເສຍ​ສະ​ຫລະ ແລະ ຄວາມ​ເສຍ​ຫາຍ​ບໍ່​ສາ​ມາດ​​ທົດ​ແທນ​ໃຫ້​ປະ​ຊ​າ​ຊົນ​ຫວຽດ​ນາມ ໄດ້. ຄວາມ​ຮູ້​ສຶກ​ລວມ​ຂອງ​ນັກ​ທ່ອງ​ທ່ຽວ ແມ່ນ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ ສະ​ເທືອນ​ໃຈ. ປື້ມ​ບັນ​ທຶກ​ຄວາມ​ຮູ້​ສຶກ​ຂອງ​ນັກ​ທ່ອງ​ທ່ຽວ​ນັບ ສິບ​ຫົວ ຢູ່ ຫ​ໍ​ພິ​ພິດ​ທະ​ພັນ​ນີ້ ກໍ​ແມ່ນ​ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ ແລະ ມີ​ຄວາມ​ໝາຍ​. ໃນ​ຈຳ​ນວນ​ນັກ​ທ່ອງ​ທ່ຽວນ​ັບ​ພັນ​ຄົນ​ນັ້ນ, ມີ​ຜູ້​ຫນຶ່ງ​ມາ​ຈາກ ສະ​ວິດ​ໄດ້​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ມາ​ຈ​າກ​ປະ​ເທດ​ສວຍ​ງາມ ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ສົງ​ຄາມ, ຂ້າ​ພະ​ເຈົ້າມີ​ຄຳ​ເຫັນ​ດັ່ງ​ນີ້: ບັນ​ດາ​ນັກ​ການ​ເມືອງ​ທັງ​ໝົດ ແລະ ການ​ນຳ​ພວມ​ມີ​ເຈດ​ຈຳ​ນົງ​ດຳ​ເນີນ​ສົງ​ຄາມ ແລະ ບັນ​ດາ​ຜູ້​​ມີ​ສ່ວນກ່ຽວຂ້ອງ​​ເຖິງສົງ​ຄາມ ຄວນ​ມາ​ຢ້ຽມ​ຢາມ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງນີ້. ຫວັງ​ວ່າ ເຂົາ​ເຈົ້າ​ຄວນ​ພິ​ຈາ​ລະ​ນາ​ຄືນ! ເພື່ອ ສັນ​ຕິ​ພາບ, ສັນ​ຕິ​ພາບ, ສັນ​ຕິ​ພາບ.”

ຫໍ​ພິ​ພິດ​ທະ​ພັນ​ຮ່ອງ​ຮອຍສົງ​ຄາມ​ແມ່ນ​ຫນຶ່ງ​ໃນ​ບັນ​ດາສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ 10 ແຫ່ງ ໃນ​ລາຍ​ການ​ທ່ອງ​ທ່ຽວ ນະ​ຄອນ​ໂຮ່​ຈິ​ມີນ 100 ສິ່ງ​ທີ່​ຈັບ​ອົກ​ຈັບ​ໃຈ. ນີ້​ກໍ​ແມ່ນ ຫໍ​ພິ​ພິດ​ທະ​ພັນ​​ຫນຶ່ງ​ດຽວ​ຢູ່ ຫວຽນາມ ໄດ້​ນຳ​ເຂົ້າ​ລະ​ບົບ ຫໍ​ພິ​ພິດ​ທະ​ພັນ​​ ​ເພື່ອ​ສັນ​ຕິ​ພາບ​ ກວ່າ 60 ແຫ່ງ ຂອງ ອົງ​ການ​ວັດ​ທະ​ນະ​ທຳ ວິ​ທະ​ຍາ​ສາດ ແລະ ສຶກ​ສາ ສ​ປ​ຊ UNESCO. ຫໍ​ພິ​ພິດ​ທະ​ພັນ​ຮ່ອງ​ຮອຍສົງ​ຄາມ ແມ່ນ​ສະ​ຖານ​ທີ່​ຮຽກ​ຮ້ອງ​ໃຫ້​ສ້າງ​ໂລກ​ສັນ​ຕິ​ພາບ​.

ຕອບກັບ

ຂ່າວ/ບົດ​ອື່ນ