ຫໍພິພິດທະພັນເຄື່ອງປັ້ນດິນເຜົາກີມລານ

 (vovworld)- ມີ​ວັດ​ຖຸ​ພັນ​ພຽງ​ 300 ຢ່າງ, ຫໍ​ພິ​ພິດ​ທະ​ພັນ​ເຄື່ອງ​ປັ້​ນ​ດິນ​ເຜົາ ກີມ​ລານ, ເມືອງ​ຢາ​ເລີມ ຮ່າ​ໂນ້ຍ ອາດ​ຈະ​ແມ່ນ​ຫໍພິ​ພິດ​ທະ​ພັນທີ່​ມີ​ຂອບ​ຂະ​ຫ​ນາດ​ນ້ອຍກວ່າ​ໝູ່​ຢູ່​ຫວຽດ​ນາມ. ແຕ່​ບັນ​ດາ​ວັດ​ຖຸ​ພັນ​ຢູ່ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ນີ້​ພັດ​ສະ​ແດງ​ໃຫ້​ເຫັນ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງເຄື່ອງ​ປັ້ນ​ດິ​ນ​ເຜົາ​ຫວຽດ​ນາມ ແລະ ອາ​ລົມ​ຈິດ​ຄວາມ​ຮັ​ກ​ແພງຂອ​ງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ສະ​ຫງວນ​ໃຫ້​ແກ່​ທ່ານ Nisimura Manasaki, ນັກ​ບູ​ຮານ​ຄະ​ດີ​ຍີ່​ປຸ່ນ ທີ່ໄດ້​ປະ​ກອບ​ກຳ​ລັງ​ເຫື່ອ​ແຮງ​ເພື່ອກໍ່​ສ້າງ​ຫ​ໍ​ພິ​ພິດ​ທະ​ພັນ​ແຫ່ງນີ້. ບົດ​ຂຽນ​ຂອງ​ນັກ​ຂ່າວ​ໂຕ​ຕວນ​ທີ່​ພາດ​ຫົວ​ເລື່ອງວ່າ: ຫໍ​ພິ​ພິດ​ທະ​ພັນເຄື່ອງປັ້ນ​ດິນ​ເຜົາກີມ​ລານ, ຊື່ງ​ແມ່ນ​ຫ​ໍ​ພິ​ພິດ​ທະ​ພັນ​ບູ​ຮານ​ຄະ​ດີ​ວົງ​ຄະ​ນາ​ຍາດ​​ແຫ່ງທຳ​ອິດ.​

ຫໍພິພິດທະພັນເຄື່ອງປັ້ນດິນເຜົາກີມລານ - ảnh 1
ຫໍ​ພິ​ພິດ​ທະ​ພັນ​ເຄື່ອງ​ປັ້​ນ​ດິນ​ເຜົາ ກີມ​ລານ
ພາບ:internet

        ເມື່ອ​ເວົ້າ​ເຖິງ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ​​ເຮັດ​ເຄື່ອງປັ້ນ​ດິນ​ເຜົາ​ບູຮານ​ຢູ່ ຮ່າ​ໂນ້ຍ, ຜູ້​ຄົນ​ທັງ​ຫລາຍ​ເຄີຍ​ຄິດ​ເຖິງ​ໝູ່​ບ້ານ​​ເຮັດ​ເຄື່ອງປັ້ນ​ດິ​ນ​ເຜົາ ບາດ​ຈ່າງ ຢູ່​ແຄມ​ແມ່​ນ້ຳ​ແດງ ​ຫາກບໍ່​ມີ​ຫລາຍ​ຄົນ​ຮູ້​ຈັກໝູ່​ບ້ານ​ເຮັດ​ເຄື່ອງປັ້ນ​ດິນ​ເຜົາ ກີມ​ລານ ທີ່​ມີ​ຊື່​ສຽງໃນ​ປະ​ຫວັດ​ສາດ​ ​ໂດຍຫ່າງ​ຈາກ​ໝູ່​ບ້ານບາດ​ຈາງບໍ່​ໄກປານ​ໃດ. ພາຍ​ຫລັງ​ນ້ຳ​ຖວ້ມ​ເກີດ​ຂຶ້ນ​ຄັ້ງ​ຕ່າງໆ​, ແຄມ​ແມ່​ນ້ຳ​ແດງ​ຖືກ​ເສາະ​ເຈືອນ, ປະ​ຊ​າ​ຊົນ​ຢູ່​ທີ່ນີ້​​​ເກັບ​ໄດ້​ບັນ​ດາ​ຕອນ​​ເຄື່ອງປັ້ນ​ດິນ​ເຜົາ​ບູ​ຮານ, ຊຳ້​ບໍ່​ໜຳ​ບາງ​ຜະລິດ​ຕະພັນ​ມີ​ຮູບ​ຮ່າງຄື​ດັ້ງ​ເດີມ. ຈາກ​ນັ້ນ ນັກ​ຄົ້ນ​ຄ້​ວາ​ວັດ​ທ​ະ​ນະ​ທຳ​ຈຶ່ງ​ມີ​ການ​ສັງ​ເກດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ໝູ່​ບ້ານ​ເຮັດ​ເຄື່ອງປັ້ນ​ດິນ​ເຜົາ​​ແຫ່ງນີ້. ພ້ອມ​ກັນ​ນັ້ນ ປະ​ຊາ​ຊົນ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ໃນ​ໝູ່​ບ້ານ​ກໍ​ໄດ້​​ເກັບ​ໄດ້ບັນ​ດາ​ຕອນ​​ເຄື່ອງປັ້ນ​ດິນ​ເຜົາ​ບູ​ຮານ​ມາ​ຄົ້ນ​ຄ້​ວາ​ຊອກ​ຮູ້​ວິ​ທີ​ຜະ​ລິດ​ເຄື່ອ​ງ​ປັ້ນ​ດິນ​ເຜົາ​ຂອງ​ຄົນ​ລຸ້ນກ່ອນ. ຫລັງ​ຈາກ​ນັ້ນ ດ້ວຍ​ການ​ຮ່ວມ​ມື​ຄົ້ນ​ຄ້ວາ​ກັບ​ບັນດາ​ນັກວິທະຍາສາດ​ຕ່າງປະ​ເທດ, ບັນດາ​ວັດຖຸ​ພັນ​ທີ່​ຮຽບຮຽງ​ມາ​ໄດ້ນັ້ນ ​ໄດ້​ປະກອບສ່ວນ​ຢັ້ງຢືນ​ການ​ຄົ້ນ​ພົບ​ທີ່​ສຳຄັນ​ວ່າ: ​ບໍລິ​ເວນ​ໝູ່​ບ້ານ​           ກີ​ມລານ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ໝູ່​ບ້ານ​ອາຊີບເຮັດ​ເຄື່ອງ​ປັ້ນດິນ​ເຜົາ​ບູຮານ, ຊື່​ງ​ແມ່ນ​ສະຖານ​ທີ່​ສະ​ຫນອງບັນດາ​ຜະລິດ​ຕະພັນ​​ເຄື່ອງປັ້ນດິນ​ເຜົາ​ຕົ້ນຕໍ​ໃຫ້​ແກ່​ພະ​ລາຊະ​ວັງ ທັງ​ລອງ ​ໃນ​ເມື່ອ​ກ່ອນ. ທ່ານ ຫງວຽນ​ວັນ​ຍູງ, ນັກ​ສິລະ​ປະການ​ອາ​ຍຸ​ສູງ​ຢູ່ ໝູ່​ບ້ານ ກີ​ມລານ, ​ແມ່ນ​ ​ຜູ້​ສຸດ​ຈິດ​ສຸດ​ໃຈ​ປະກອບ​ບັນດາ​ວັດຖຸ​ພັນ​ເພື່ອ​ສ້າງ​ຫໍພິພິດທະພັນ​​ເຄື່ອງ​ປັ້ນດິນ​ເຜົາ​ ກີ​ມລານ ​ເລົ່າ​ສູ່​ຟັງ​ວ່າ:

        “ຄອບຄົວ​ພວກ​ຂ້າພະ​ເຈົ້າ​ດຳລົງ​ຊີວິດ​ຢູ່​ແຄມ​​ແມ່​ນຳ້. ກ່ອນ​ນີ້ ບໍ່​ທັນ​ມີ​ນຳ້ສ້າງ​ຂຸດ, ການ​ດຳ​ເນີນຊີວິດ​ປະ​ຈຳ​ວັນຂອງປະຊາຊົນ​ໃນ​ບ້ານ​ສ່ວນ​ຫລາຍ​​ແມ່ນ​ອີງ​ໃສ່​ນຳ້​ຢູ່​ແມ່​ນຳ້. ສະ​ນັ້ນ ພາຍຫລັງ​ນຳ້​ຢູ່​ແມ່​ນຳ້​ຫລຸດ​ລົງ, ຊາວບ້ານ​ຄົ້ນ​ພົບ​​ເຄື່ອງ​ປັ້ນດິນ​ເຜົາ​ບູຮານບາງ​ຕອນ. ​ຍ້ອນ​ແມ່ນ​ຜູ້​ເມົາ​ມົວ​ກັບ​ອາຊີບ​ເຮັດ​ເຄື່ອງປັ້ນດິນ​ເຜົາ, ສະ​ນັ້ນ ຂ້າພະ​ເຈົ້າຈຶ່ງ​ເກັບ​​ຮັກສາ​ບັນດາ​ວັດຖຸ​ພັນ​ທີ່​ມີ​ຄ່າ​ນັ້ນ.”

        ບັ້ນ​ຂຸດ​ຄົ້ນ​ຄັ້ງ​ຕ່າງໆ​ຂອງ​ບັນດາ​ນັກ​ບູຮານ​ຄະດີ​ໄດ້​ປະຕິບັດໃນ​ຫລາຍ​ປີ ​ແລະ ​ເກັບ​ມາ​ໄດ້​ວັດ​ຖຸພັນ​ນັບ​ພັນ​ຢ່າງ​ຊ່ຶງ​​ໄດ້​ຮັບ​ການ​ຜະລິດ​​ໃນ 10 ສັດຕະວັດ, ​ແຕ່​ສັດຕະວັດ​ທີ 7-17. ​ໃນ​ນັ້ນ​ເປັນ​ຫນ້າ​ສົນ​ໃຈ ​ແມ່ນ​ເຄື່ອງ​ປັ້ນດິນ​ເຜົາ​ຜະລິດ​ແຕ່​ສະ​ໄຫມ​ເຈົ້າ​ຊີວິດ ​ເຈີ​ນ.  ຈາກ​ບັນດາ​ວັດ​ຖຸພັນ​ທີ່​ມີຄ່າ​ນັ້ນ ​ແມ່ນ​ເລີ່​ມມີແນວ​ຄວາມ​ຄິດ​ສ້າງ​ຫໍພິພິດທະພັນ​ເຄື່ອງ​ປັ້ນດິນ​ເຜົາ ກີ​ມລານ.  ​ແລະ ສຸດ​ທ້າຍ ຫໍພິພິດທະພັນ​ແຫ່ງ​ນີ້ ​ໂດຍ​ແມ່ນ ກຸ່ມຄົນ​ທີ່​ມີ​ຊື່ວ່າ“ກັບ​ຄືນ​ເມືອ​ກົກ​ເຄົ້າ​​ເຫງົ້າ​ກໍ”ຂອງ​ບັນດາຜູ້​ອາຍຸ​ສູງ​ໃນ​ໝູ່​ບ້ານ ກີ​ມລານ ພ້ອມ​ດ້ວຍ ດຣ Nishimura Masanari ຊາວ​ຍີ່ປຸ່ນ ​ປະຕິບັດ ​ແລະ ​ນຳ​ເຂົ້າ​ເຄື່ອນ​ໄຫວ​ແຕ່​ເດືອນ 3/2013.

ຫໍພິພິດທະພັນເຄື່ອງປັ້ນດິນເຜົາກີມລານ - ảnh 2

        ປະຈຸ​ບັນ ຫໍພິພິດທະພັນ​ເຄື່ອງ​ປັ້ນດິນ​ເຜົາ ກີ​ມລານ ຕັ້ງ​ຢູ່​ໃກ້​ກັບ​ສຳນັກງານ ຄະນະ​ກຳມະການ​ປະຊາ​ຊົນ​ຕາ​ແສງ ກີ​ມລານ ​ແລະ ​ເປີດ​ປະຕູ​ໃນ​ວັນ​​ເສົາ,​ວັນ​ທິດ​ປະຈຳ​ອາທິດ. ຫໍພິພິດທະພັນ​​ແຫ່ງ​ນີ້ ມີ​​ເນື້ອ​ທີ່ປະມານ 200 ຕາລາງ​ແມັດ, ຊື່​ງລວມມີ ​ວັດຖຸ​ພັນ​ປະມານ 300 ຢ່າງ. ​ແລະ ບັນດາວັດ​ຖຸພັນ​ຢູ່​ທີ່​ນີ້​​ເປັນ​ຕົວ​ແທນ​ໃຫ້​ແກ່​ປະຫວັດ​ຄວາມ​ເປັນ​ມາ​ຂອງ​ເຄື່ອງ​ປັ້ນດິນ​ເຜົາ​ຫວຽດນາມ, ດ້ວຍ​ຜະລິດ​ຕະພັນ​​ເຄື່ອງປັ້ນດິນ​ເຜົາ​ຫລາຍ​ຊະນິດໄດ້​ຮັບ​ການ​ຜະລິດ​​ແຕ່​ສະ​ໄຫມ​ເຈົ້າ​ຊີວິດ ລີ ຕະຫລອດ​ຮອດ​​ໄລ​ຍະທ້າ​ຍສະ​ໄຫມ​ເຈົ້າ​ຊີວິດ ​ເລ. ​​ບັນດາ​ຜະລິດ​ຕະພັນ​ເຄື່ອງ​ປັ້ນດິ​ນ​ເຜົາ​​ເຫລົ່ານັ້ນລ້ວນ​ແຕ່​ໄດ້​ຮັບ​ການ​ຜະລິດ​ດ້ວຍ​ເຕັກນິກ​ສູງ ​ແລະ ກ່ອນ​ນີ້​ພຽງ​ແຕ່​ຜູ້ມີຍົດສັກ​ຕຳ​ແຫນ່​ງ, ຜູ້​ຮັ່ງມີ​ນຳໃຊ້. ຜ່ານ​ການວາງສະ​ແດງ, ວິທີ​ແນ​ະນຳ​ຂອງ​ປະຊາຊົນ​ຢູ່​ທີ່​ນີ້​ ​ສະ​ແດງ​ໃຫ້​ເຫັນ​ວ່າ ໝູ່​ບ້ານ​ປັ້ນດິນ​ເຜົາ ກີ​ມລານ ​ແມ່ນ​ສູນ​ຜະລິດ​ເຄື່ອງ​ປັ້ນ​ດິນ​ເຜົາ​ບູຮານ ​ແລະ ອາຊີບ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ໄດ້​ພັດທະນາ​ຢ່າງ​ແຮງ​​ແຕ່​ສັດຕະວັດ​ທີ 13-14.

        ດ້ວຍ​ຜົນສຳ​ເລັດ​ຈາກ​ການ​ເກັບ​ຮັກສາ​ຕອນ​​ເຄື່ອງປັ້ນດິນ​ເຜົາບູຮາ​ນ, ຫໍພິພິດທະພັນ​ເຄື່ອງ​ປັ້ນດິນ​ເຜົາ ກີ​ມລານ ​ໄດ້​ຮັບ​ການ​ເຊີດ​ຊູ​ທີ່​ພິທີ​ມອບ​ລາງວັນ ບູ່​ຍຊວນ​ຝາຍ ​ເພື່ອ​ຄວາມ​ຮັກ​ຕໍ່​ນະຄອນ ຮ່າ​ໂນ້ຍ ​ໃນ​ວັນ​ທີ 29/8/2013 ຫວ່າງ​​ແລ້ວ​ນີ້ ​ໃນໝວດ​ວຽກ​ງານ​, ​​ແນ​ວຄວາມ​ຄິດມີ​ຄຸນ​ນະພາ​ບວິ​ທະຍາ​ສາດ ​ແລະ ສິລະ​ປະ​ສູງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ຫນິດຕິດ​ພັນ​ ​ທຸກ​ດ້ານ​ຂອງ​ຊີວິດ​ການ​ເປັນ​ຢູ່ ​ແລະ ​​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ຕໍ່​ນະຄອນ​ຮ່າ​ໂນ້ຍ.

ຫໍພິພິດທະພັນ​ເຄື່ອງ​ປັ້ນດິນ​ເຜົາ ກີ​ມລານ ​ໄດ້​ຮັບ​ກາ​ນ​ເຊີດ​ຊູ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເປັນ​ກຽດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວບ້ານ ກີ​ມລານ ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ເງື່ອນ​ໄຂ​ເປີດ​ທິດ​ພັດທະນາ​ໝູ່​ບ້ານ​ອາຊີບ ກີ​ມລານ​ອີກ​ດ້ວຍ. ທ່ານ ​ເຈີ​ນດືກຈີ, ຮອງ​ປະທານ​ຄະນະ​ກຳມະ​ການ​ປະຊາຊົນ ຕາ​ແສງ ກີ​ມລານ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເປີດ​ບັນດາ​ທິດ​ທ່ອງ​ທ່ຽວ ​ແລະ ພັດທະນາ​ໝູ່​ບ້ານ​ອາຊີບ ​ເພື່ອ​​ໃຫ້​ທຸກ​ຄົນ​ມີ​ໂອກາດ​ໄດ້​ສຳ​ພັດ​ກັບ ຫໍພິພິດທະພັນ​ເຄື່ອງ​ປັ້ນດິນ​ເຜົາ ກີ​ມລານ, ຄຽງ​ຄູ່​ກັນ​ນັ້ນ ພວກ​ຂ້າພະ​ເຈົ້າ​ຢາກ​ກໍ່ສ້າງ​ເຂດ​ວາງສະ​ແດງ​ບັນດາ​ຜະລິດ​ຕະພັນ​ປັ້ນດິນ​ເຜົາ​ຊື່​ງປະຈຸ​ບັນ​ພວມ​ຜະລິດ​ຢູ່​ໝູ່​ບ້ານ ກີ​ມລານ ​ແລະ ​ເຂດ​ສອນ​ອາຊີບ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ​ໃຫ້​ຄົນ​ລຸ້ນຫນຸ່ມ​. ສະ​ນັ້ນ ຫໍພິພິດທະພັນ​ເຄື່ອງ​ປັ້ນດິນ​ເຜົາ ກີ​ມລານ ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ, ​ແມ່ນ​ມໍລະດົກ​ວັດທະນະທຳ​ໄດ້​ຮັບ​ກ​ານ​ເສີມ​ຂະຫຍາຍ ​ແລະ ມີ​ຄຸນຄ່າ​ໃນ​ການ​ພັດທະນາ​ວັດທະນະທຳ ​ແລະ ພັດທະນາ​ເສດຖະ​ກິດ​ສັງຄົມ.”

        ປະຈຸ​ບັນ ຫວຽດນາມ ມີ ຫໍພິພິດທະພັນ​ປະມານ 120 ​ແຫ່ງ ນັບ​ທັງຂັ້ນ ແຂວງ,​ ນະຄອນ ​ແລະ ສະ​ເພາະ​ຂະ​ແຫນງ, ​ແຕ່ ຫໍພິພິດທະພັນ​ຂັ້ນ​ຕາ​ແສງ​ ມີ​ພຽງ​ແຕ່ ​ແມ່ນຫໍພິພິດທະພັນ​ເຄື່ອງ​ປັ້ນດິນ​ເຜົາ ກີ​ມລານ. ຫໍພິພິດທະພັນ​​ຂັ້ນ​ຕາ​ແສງ​ແຫ່ງ​ທຳ​ອິດ​ຢູ່​ປະ​ເທດ​ຫວຽດນາມ ມີ​ຄວາມ​ໝາຍ​ສຳຄັນ ຕັກ​​ເຕືອນ​ໃຫ້ຊາວບ້ານ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ໝູ່​ບ້ານ​ອາຊີບ, ​ໃນ​ນັ້ນ ກຳລັງ​​ເຫ່ືອ​ແຮງ​ຂອງ​ຄົນ​ລຸ້ນກ່ອນ​ປະ​ໄວ້​ຜ່ານ​ບັນດາ​ຜະລິດ​ຕະພັນ​ເຄື່ອງ​ປັ້ນດິນ​ເຜົາ.

ຕອບກັບ

ຂ່າວ/ບົດ​ອື່ນ