ຫໍພິພິທະພັນສິລະປະຖັກແສ່ວແຫ່ງທຳອິດຢູ່ເຫ້ວ

(VOVWORLD) -ໂດຍຖືກຕັ້ງຢູ່ແຄມແມ່ນ້ຳເຮືອງ, ໃນຖະໜົນຍ່າງ ຫງວຽນດິ່ງຈຽວ ທີ່ນະຄອນເຫ້ວ, ຫໍພິພິທະພັນ ສິລະປະຖັກແສ່ວ XQ ມີກຳລັງດຶງດູດໃຈສຳລັບ ປະຊາຊົນ, ແຂກທ່ອງທ່ຽວ ແລະ ວົງການນັກຄົ້ນຄວ້າສິລະປະ. ຢູ່ແຫ່ງນີ້ໄດ້ແນະນຳ ກ່ຽວກັບອາຊີບຖັກແສ່ວອັນເປັນປະເພນີ ທີ່ເປັນເອກະລັກສະເພາະຂອງຊາວ ຫວຽດນາມໂດຍຜ່ານສິລະປະການຈັດວາງ.
ຫໍພິພິທະພັນສິລະປະຖັກແສ່ວແຫ່ງທຳອິດຢູ່ເຫ້ວ  - ảnh 1ພາບຖັກແສ່ວ XQ

ຮອດຍາມຄ້ອຍຄ່ຳ, ດວງຕາເວັນໄດ້ຄ່ອຍລັດຂອບຟ້າ, ຢູ່ແຄມແມ່ນ້ຳເຮືອງໃນນະຄອນເຫ້ວ ກໍ່ໄດ້ເລີ່ມຮຸ່ງແຈ້ງຂຶ້ນ ຈາກລະບົບດອກໄຟເຍືອງທາງ ເທິງຂົວເຈື່ອງຕຽນ. ບັນດາພາບຖັກແສ່ວໃນຫໍພິພິທະພັນ ສິລະປະຖັກແສ່ວ XQ ຍິ່ງເພີ່ມຄວາມລະອຽດອ່ອນ, ລຶກລັບມະຫັດສະຈັນ ເຮັດໃຫ້ຜູ້ຊົມມີຄວາມຫຼົງໄຫຼ ຍ້ອນແສງໄຟແນອອນສາດສ່ອງໃສ່. ຍ່າງເບິ່ງໃນບັນດາຫ້ອງວາງສະແດງພາບຖັກແສ່ວ ຢູ່ຫໍພິພິທະພັນ ສິລະປະຖັກແສ່ວ XQ, ອ້າຍ ເຈື່ອງວິເລືອງ ແຂກທ່ອງທ່ຽວມາຈາກ ນະຄອນໂຮ່ຈີມິນ ເປີດເຜີຍວ່າ: 

    “ບັນດາພາບຖັກແສ່ວນີ້ ເບິ່ງເປັນໜ້າປະຫຼາດໃຈທີ່ສຸດ ແລະ ມັນມີຄວາມດູດດື່ມທີ່ສຸດ, ມັນໄດ້ພາເຮົາເຂົ້າສູ່ໂລກຕ່າງຫາກ ໃນຂົງເຂດສິລະປະ. ຢູ່ທີ່ນີ້ບໍ່ມີສຽງເນືອງນັນຄືຢູ່ຕາມຖະໜົນຫົນທາງ, ເຮົາສາມາດຮັບຊົມສີ່ງທີ່ຍອດຍິ່ງທາງດ້ານສິລະປະ ໃນບັນຍາກາດງຽບສະງັດ”.

    ມີພາບຖັກແສ່ວ, ວັດຖຸພັນ, ຮູບຖ່າຍ, ເອກະສານເກືອບ 400 ຢ່າງ ທີ່ນຳມາວາງສະແດງ ທີ່ຫໍພິພິທະພັນ ສິລະປະຖັກແສ່ວ XQ ແມ່ນລວມມີພາບຖັກແສ່ວຊະນິດຕ່າງ, ໂດຍສະເພາະມີພາບຖັກແສ່ວສອງດ້ານ ທີ່ກ່ຽວຂ້ອງເຖິງສິລະປະ ການຫຍິບປັກຖັກແສ່ວ. ຖືກວາງສະແດງຫຼາຍທີ່ສຸດ ແມ່ນບັນດາພາບຖັກແສ່ວສອງດ້ານ ກ່ຽວກັບຮູບພາບທຳມະຊາດ, ຮູບເຄິ່ງຄີງ, ຮູບກ່ຽວກັບດອກໄມ້, ທິດສະດີຕ່າງໆ. ພາບຖັກແສ່ວເຫຼົ່ານັ້ນ ກໍ່ຍັງແນະນຳກ່ຽວກັບປະຫວັດຄວາມເປັນມາຂອງອາຊີບຖັກແສ່ວ, ສິລະປະຖັກແສ່ວ, ກິດຈະການອະນຸລັກຮັກສາ ແລະ ເສີມຂະຫຍາຍອາຊີບທີ່ເປັນປະເພນີ, ຄວາມງາມທາງດ້ານຈິດວິນຍານ ແລະ ຄວາມຄ່ອງແຄ້ວ ຂອງແມ່ຍິງເຫ້ວ. ອ້າຍ ເດນິດ ແຂກທ່ອງທ່ຽວ ມາຈາກສິງກະໂປ ໃຫ້ຮູ້ວ່າ: 

          “ເປັນໜ້າຈັບໃຈອີຫຼີີ ຢູ່ຫໍພິພິທະພັນແຫ່ງນີ້ ກໍ່ມີຫຼາຍສິ່ງຫຼາຍຢ່າງ ທີ່ຂ້າພະເຈົ້າຍັງບໍ່ທັນໄດ້ເຫັນເທື່ອ, ອັນໄດ້ຊ່ວຍໃຫ້ຂ້າພະເຈົ້າ ມີຄວາມເຂົ້າໃຈ ກ່ຽວກັບອາຊີບຖັກແສ່ວ ທີ່ເປັນປະເພນີຂອງຊາວຫວຽດນາມ. ບັນດາພາບຖັກແສ່ວຢູ່ທີ່ນີ້ ແມ່ນມີຄວາມແຕກຕ່າງກັນຫຼາຍ ເມື່ອທຽບໃສ່ ພາບຖັກແສ່ວຂອງຈີນ”.

      ພ້ອມກັບເຂດວາງສະແດງຕ່າງຫາກ ທີ່ດຶງດູດໃຈບັນດາແຂກທ່ອງທ່ຽວ ຜູ້ນິຍົມຊອກຮູ້, ຄົ້ນຄ້ວາຄື ອ້າຍ ເຈື່ອງວິເລືອງ, ອ້າຍ ເດນິດ. ຫໍພິພິທະພັນ ສິລະປະຖັກແສ່ວ XQ ຍັງມີເຂດວາງສະແດງ ຢູ່ກາງແຈ້ງດ້ວຍ ສະຖາປັດຕະຍາກຳສິລະປະ ທີ່ກົມກຽວພ້ອມກັບທຳມະຊາດ ເຊິ່ງລວມມີສວນດອກກ້ວຍໄມ້ປ່າ, ດອກໄມ້ ແລະ ຕົ້ນໄມ້ປະດັບປະເພດຕ່າງໆ. ຢູ່ທີ່ບໍລິເວນນີ້ ກໍ່ເຄີຍຈັດຕັ້ງບັນດາງານບຸນ, ເຫດການວັດທະນະທຳ ໃນແລງວັນສຸກ ແລະ ວັນເສົາປະຈຳອາທິດ ດ້ວຍພິທີແຫ່ນ້ຳຈາກແມ່ນ້ຳເຮືອງ ແລະ ການພົບປະແລກປ່ຽນ ສະແດງສິລະປະພື້ນເມືອງເຫ້ວ. ໃນຫໍພິພິທະພັນແຫ່ງນີ້ ກໍ່ຍັງມີເຂດສະແດງການຫຍິບປັກຖັກແສ່ວ. ມາທີ່ນີ້ແຂກທ່ອງທ່ຽວ ຈະໄດ້ເຫັນປະຈັກຕາ ການຫຍິບປັກຖັກແສ່ວ ດ້ວຍສີມືອັນຄ່ອງແຄ້ວ, ລະອຽດລະອໍເພື່ອສ້າງໃຫ້ມີ ບັນດາພາບຖັກແສ່ວ ທີ່ເປັນໜ້າຈັບອົກຈັບໃຈ. ທ່ານ ຫວໍວັນກວນ ຜູ້ອຳນວຍການໃຫ່ຍ ບໍລິສັດ XQ ຫວຽດນາມ, ຫົວໜ່ວຍຮັບຜິດຊອບ ຫໍພິພິທະພັນ ສິລະປະຖັກແສ່ວ XQ ເວົ້າວ່າ: 

     “ຫໍພິພິທະພັນ ແມ່ນແຫ່ງຮັບຮູ້ທາງດ້ານ ສິລະປະຖັກແສ່ວ ອັນເປັນປະເພນີ, ຄວາມລະອຽດອ່ອນ, ຄວາມເກັ່ງກ້າສາມາດ, ຄວາມຄ່ອງແຄ້ວ ແລະ ລະດັບຄວາມປານີດຂອງແມ່ຍິງ ຫວຽດນາມ. ຫໍພິພິທະພັນແຫ່ງນີ້ ຍັງສະແດງໃຫ້ເຫັນ ມູນມໍລະດົກທາງດ້ານວັດທະນະທຳຂອງແມ່ຍິງ ທີ່ປະກອບອາຊີບຖັກແສ່ວ, ຫຼືແມ່ນວິທີໂດຍພວກແມ່ຍິງ ປະກອບອາຊີບຖັກແສ່ວ ຖ່າຍທອດ ບອກສອນ ໃຫ້ພວກລູກເຕົ້າເມື່ອເຕີບໃຫ່ຍຂຶ້ນ ຈະມີຄວາມຮັບຜິດຊອບຕໍ່ບ້ານເກີດເມືອງນອນ,  ຮັບຜິດຊອບຕໍ່ຊີວິດມະນຸດ”.

    ໃນຕົ້ນທົດສະວັດ 90 ຂອງສະຕະວັດທີ XX, ຂະນະທີ່ພາບຖັກແສ່ວ ຜ້າໄໝຫວຽດນາມ ສາມາດຂຶ້ນສູ່ຍອດສູງທາງດ້ານສິລະປະ ກໍ່ແມ່ນຈຸດເວລາ ທີ່ນັກສິລະປະການ ຫວໍວັນກວນ ແລະ ຮວ່າງເລະຊວນ ເປີດທິດກ້າວເດີນໃໝ່ ໃຫ້ແກ່ຂະແໜງອາຊີບ ດ້ວຍວິທີປະສານສົມທົບ ບັນດາຈຸດພິເສດຂອງສິລະປະຈິດຕະກຳ ກັບບັນດາສິ່ງທີ່ຍອດຍິ່ງ ທາງດ້ານເຕັກນິກ ຫຍິບປັກຖັກແສ່ວພື້ນເມືອງໂດຍ ນາງ ຮວ່າງເລະຊວນ, ເຊິ່ງແມ່ນຜູ້ໄດ້ກຳເນີດຂຶ້ນຈາກຄອບຄົວ ຢູ່ເຫ້ວ ເປັນຜູ້ສືບທອດ ແລະ ປະດິດຄິດສ້າງ. ການກຳເນີດຂຶ້ນຂອງ ຫໍພິພິທະພັນ ສິລະປະຖັກແສ່ວ XQ ຢູ່ເຫ້ວ ໄດ້ສ້າງຈຸດວັດທະນະທຳ ແລະ ຄວາມເປັນເອກະລັກ ເພື່ອດຶງດູດການທ່ອງທ່ຽວ, ເຮັດໃຫ້ເຂດວັດທະນະທຳ ຢູ່ຖະໜົນເລເລິຍ, ນະຄອນເຫ້ວ ກາຍເປັນສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ, ອັນໄດ້ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ເທື່ອທຽນເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ