ຫໍພິພິທະພັນຮຸ່ງເວືອງ - ສະຖານທີ່ວາດພາບເຖິງປະຫວັດສາດທີ່ສະຫງ່າອົງອາດຂອງຊາດຫວຽດນາມ

(VOVWORLD) -ໂດຍຖືກຕັ້ງຢູ່ໂນນໜ່ວຍໜຶ່ງທີ່ຂຶ້ນກັບຕາແສງຮີເກືອງ, ນະຄອນຫວຽດຈີ່, ແຂວງຟູເທາະ ແລະ ນອນໃນກຸ່ມປູຊະນີຍະສາຖານປະຫວັດສາດພະວິຫານຮຸ່ງ, ຫໍພິພິທະພັນແຫ່ງຊາດຮຸ່ງເວືອງ (ໝາຍເຖິງເຈົ້າຊີວິດຮຸ່ງ) ແມ່ນກິດຈະກຳສະຖາປັດຕະຍາກຳທີ່ເປັນເອກະລັກ, ຊຶ່ງແມ່ນບ່ອນເກັບຮັກສາ ແລະ ວາດພາບເຖິງໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງຊາດຫວຽດນາມ. ສະຖານທີ່ແຫ່ງນີ້ຍັງແມ່ນບ່ອນທີ່ຊາວຫວຽດນາມທຸກໆຄົນ, ເຖິງວ່າຢູ່ພາຍໃນຫຼືອາໄສຢູ່ຕ່າງປະເທດກໍ່ຕາມ, ເມື່ອກັບມາຢ້ຽມຢາມໃນແຕ່ລະຄັ້ງກໍ່ລ້ວນແຕ່ຮູ້ສຶກມີຄວາມເອກອ້າງທະນົງໃຈ
ຫໍພິພິທະພັນຮຸ່ງເວືອງ - ສະຖານທີ່ວາດພາບເຖິງປະຫວັດສາດທີ່ສະຫງ່າອົງອາດຂອງຊາດຫວຽດນາມ  - ảnh 1 ຢູ່ທາງໃນຫໍພິພິທະພັນຮຸ່ງເວືອງ

ຫໍພິພິທະພັນຮຸ່ງເວືອງຖືກຕັ້ງໃນເຂດປູຊະນີຍະສະຖານປະຫວັດສາດພະວິຫານຮຸ່ງ, ແມ່ນສະຖານທີ່ພິເສດໃນການເຫຼື້ອມໃສຂອງຊາວຫວຽດນາມແຕ່ລະຄົນ. ຫໍພິພິທະພັນແຫ່ງນີ້ຖືກປຸກສ້າງແຕ່ຊຸມປີທ້າຍທົດສະວັດ 80 ຂອງສະຕະວັດກ່ອນ ແລະ ໄດ້ຜ່ານບັນດາໄລຍະດຳເນີນການບູລະນະປະຕິສັງ ຂອນຫຼາຍຄັ້ງ. ຫໍພິພິທະພັນຮຸ່ງເວືອງຖືກອອກແບບກໍ່ສ້າງໂດຍອິງໃສ່ໂລກກະທັດຂອງຊາວຫວຽດບູຮານດ້ວຍຄວາມສຳນຶກວ່າທ້ອງຟ້າມີຮູບວົງມົນ, ສ່ວນດິນມີຮູບສີ່ຫຼ່ຽມ, ປະກອບດ້ວຍສອງຊັ້ນດ້ວຍເນື້ອທີ່ເກືອບ 1000 ຕາແມັດ. ຖ້າຫາກຢືນຢູ່ຈອມພູເຫງ້ຍລິງມຸ້ງສາຍຕາລົງສູ່ຫໍພິພິທະພັນກໍເຫັນວ່າປຽບເໝືອນຫີບສີ່ແຈສາກທີ່ມະຫຶມາ, ມັນຊ່ວຍໃຫ້ຄົນເຮົາຄິດເຖິງເລື່ອງນິທານເຂົ້າຕົ້ມ ແບ໋ງຈຶງ ແລະ ແບ໋ງໄຢ່ໃນເລື່ອງລາວນິທານປະຫວັດສາດຂອງຊາດຫວຽດນາມ. ປັດຈຸບັນຢູ່ຫໍພິພິທະພັນແຫ່ງນີ້ມີວັດຖຸພັນທີ່ໄດ້ຄົ້ນພົບມາຈາກສະໄໝປະຖົມບູຮານເກືອບ 700 ຢ່າງໃນຍອດຈຳນວນວັດຖຸພັນຖືກເກັບຮັກສາລວມກວ່າ 4000 ຢ່າງຖືກນຳມາວາງສະແດງຢູ່ຫ້າຫ້ອງວາງສະແດງຕາມຫົວເລື່ອງຕົ້ນຕໍເຊັ່ນ ຫົວເລື່ອງກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມໃນສະໄໝປະຖົມບູຮານ; ຫົວເລື່ອງກ່ຽວກັບໄລຍະທຳອິດຂອງການສ້າງສາປະເທດຊາດ; ຫົວເລື່ອງກ່ຽວກັບພາລະກິດ ສ້າງສາລັດວັນລາງຂອງບັນດາເຈົ້າຊີວິດຮຸຸ່ງອົງຕ່າງໆ; ຫົວເລື່ອງກ່ຽວກັບເຂດປູຊະນີຍະສະຖານວິຫານຮຸ່ງ ແລະ ການໄຫວບູຊາເຈົ້າຊີວິດຮຸ່ງບົນພື້ນທີ່ເກົ່າຟອງເຈົາ; ຫົວເລື່ອງກ່ຽວກັບນ້ຳໃຈຄວາມຮັກແພງຂອງປະຊາຊົນ, ຄວາມເອົາໃຈໃສ່ຂອງ ບັນດາລະບອບສັງຄົມທີ່ມີຕໍ່ວິຫານຮຸ່ງ. ຜູ້ນຳທ່ຽວຊົມຄົນໜຶ່ງ ໃຫ້ຮູ້ວ່າ:

     “ ພວກເຮົາພວມຢືນຢູ່ນີ້ແມ່ນຫ້ອງທີສາມຂອງຫໍພິພິທະພັນຮຸ່ງເວືອງດ້ວຍ ຫົວເລື່ອງ “ພາລະກິດສ້າງສາປະເທດວັນລາງຂອງເຈົ້າຊີວິດຮຸ່ງອົງຕ່າງໆ”  ແລະ ຫ້ອງນີ້ກໍ່ໄດ້ວາງສະແດງວັດຖຸພັນເຮັດດ້ວຍທອງ, ສະແດງໃຫ້ເຫັນຍອດສູງທາງດ້ານສິລະປະຫຼໍ່ທອງແດງທີ່ຂື້ນກັບວັດທະນະທຳດົ່ງເຊີນ”.

    ໃນແຕ່ລະວັນ, ຫໍພິພິທະພັນຮຸ່ງເວືອງໄດ້ຕ້ອນຮັບແຂກທ່ອງທ່ຽວນັບພັນເທື່ອຄົນເຂົ້າມາຢ້ຽມຊົມທັດສະນະສຶກສາ. ພິເສດໃນໂອກາດວັນບຸນໄຫ້ວບູຊາເຈົ້າຊີວິດຮຸ່ງ (ວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ແຕ່ລະວັນກໍ່ມີແຂກທອ່ງທ່ຽວເຖິງໝື່ນເທື່ອຄົນເຂົ້າມາຢ້ຽມຊົມເຂດປູຊະນີຍະສະຖານປະຫວັດສາດ ວິຫານຮຸ່ງ ແລະ ແວ່ຢ້ຽມຊົມຫໍພິພິທະພັນຮຸ່ງເວືອງ. ນາງຫງວຽນທິເວິນແອັງ ຫົວໜ້າໜ່ວຍນຳທ່ຽວຊົມຢູ່ຫໍພິພິທະພັນຮຸ່ງເວືອງໃຫ້ຮູ້ວ່າ: 

          “ເຂດປູຊະນີຍະສະຖານວິຫານຮຸ່ງແມ່ນສະຖານທີ່ບູຊາບັນພະບຸລຸດຂອງຊາດຫວຽດນາມ. ແມ່ນບ່ອນທີ່ຊາວຫວຽດນາມທຸກໆຄົນ ລ້ວນແຕ່ມີຄວາມຫວັງຢາກມາຢ້ຽມຢາມ. ໃນການເດີນທາງກັບຄືນສູ່ກົກເຄົ້າເຫົ້ງາກໍນັ້ນ, ຫໍພິພິທະພັນແຫ່ງນີ້ ກໍ່ແມ່ນສະຖານທີ່ພິເສດເມື່ອມາຢ້ຽມຢາມວິຫານຮຸ່ງ. ຫໍພິພິທະພັນແຫ່ງນີ້ແມ່ນບ່ອນເກັບຮັກສາວັດຖຸພັນທີ່ມີຄ່າຫາຍາກຫຼາຍຢ່າງ, ທັງນີ້ກໍ່ຊ່ວຍໃຫ້ແຂກ ທ່ອງທ່ຽວທັງຫຼາຍ ສາມາດເຫັນໄດ້ວ່າ ໃນຍຸກສະໄໝເຈົ້າຊີວິດຮຸ່ງ, ພ້ອມກັບບັນດາຄຸນຄ່າທີ່ພວກເຮົາໄດ້ຮັບຮູ້ກ່ຽວກັບການເຫຼື້ອມໃສໄຫວບູຊາເຈົ້າຊີວິດຮຸ່ງນັ້ນ ກໍ່ມີວັດຖຸພັນທີ່ມີຄ່າຫາຍາກຫຼາຍຢ່າງໄດ້ຖືກຊອກເຫັນຢູ່ແຫ່ງນີ້ເຊິ່ງເປັນຫຼັກຖານຢັ້ງຢືນຍຸກສະໄໝເຈົ້າຊີວິດຮຸ່ງແມ່ນຍຸກສະໄໝມີຈິງໃນປະຫວັດສາດ”.

     ວັດຖຸບູຮານແຕ່ລະຢ່າງໃນສະໄໝເຈົ້າຊີວິດຮຸ່ງທີ່ນຳມາວາງສະແດງຢູ່ຫໍພິພິທະພັນກໍ່ລ້ວນແຕ່ແມ່ນວັດຖຸທີ່ສັກສິດເຊື່ອມຕໍ່ບັນດາເທບນິຍາຍເຂດດິນແດນແຫ່ງບັນພະບຸລຸດ.  

         ຈາກບັນດາວັດຖຸພັນ, ເຄື່ອງມືຮັບໃຊ້ການຜະລິດ, ເຄື່ອງໃຊ້ໃນຊີວິດປະຈຳວັນຂອງຊາວຫວຽດບູຮານ, ກໍລ້ວນແຕ່ໄດ້ສ່ອງແສງສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳໃນແຕ່ລະໄລຍະປະຫວັດສາດ, ອັນໄດ້ເຮັດໃຫ້ຜູ້ມາຊົມມີຄວາມປະທັບໃຈທີ່ສຸດ. ປ້າຫງວຽນທູເຮື່ອງແຂກມາຈາກຮ່າໂນ້ຍໃຫ້ຮູ້ວ່າ:  

   “ໂດຍແມ່ນຊາວຫວຽດນາມ, ບໍ່ວ່າຜູ້ໃດກໍ່ຕ້ອງຮູ້ຈັກເຖິງເທບນິຍາຍທີ່ມີຊື່ສຽງ, ນັ້ນແມ່ນພະບິດາ ລາກລອງກວນ ແລະ ພະແມ່ເອົາເກີ, ມາຢ້ຽມຊົມຢູ່ຫໍພິພິທະພັນແຫ່ງນີ້ ກໍ່ຄືມາຢ້ຽມຊົມຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ, ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດຕໍ່ກົກເຄົ້າເຫງົ້າກໍຂອງຊາດຫວຽດ ນາມ ແລະ ປະຫວັດສາດທີ່ສະຫງ່າອົງອາດໃນການສ້າງສາປະເທດຊາດຂອງປູ່ຍ່າຕາຍາຍພວກເຮົາ”.

    ການກໍ່ສ້າງຫໍພິພິທະພັນຮຸ່ງເວືອງຢູ່ເຂດປູຊະນີຍະສະຖານວິຫານຮຸ່ງໄດ້ຕອບສະໜອງຄວາມມຸ່ງຫວັງຂອງຊາວຫວຽດນາມທັງຢູ່ພາຍໃນ ແລະ   ຕ່າງປະເທດເມື່ອກັບມາຢ້ຽມຢາມດິນແດນແຫ່ງບັນພະບຸລຸດໃນແຕ່ລະເທື່ອ. ຫໍພິພິທະພັນຮຸ່ງເວືອງຍັງເປັນບ່ອນຊ່ວຍໃຫ້ແຂກທ່ອງທ່ຽວສາກົນສາມາດເຂົ້າໃຈໄດ້ເຖິງກົກເຄົ້າເຫງົ້າກໍຂອງຊາດຫວຽດນາມ, ວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ, ຫຼັກສິນທຳຂອງຊາວຫວຽດນາມ, ຈາກນັ້ນກໍ່ເພີ່ມຄວາມຮັກແພງ ແລະ ນິຍົມຊົມຊອບປະເທດຫວຽດນາມຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ