ຫຼວງພໍ່ Thich Chuc Tiep ຜູ້ມີໃຈບຸນໃຈກຸສົນຢູ່ວັດ ຮ໋ວງ

(vovworld) - ກ່ອນ​ນີ້ 3 ປີ, ຫຼວງ​ພໍ່ Thich Chuc Tiep​ ​ແມ່ນ ເຈົ້າອະທິການ​ວັດ ຮ໋ວງ ຂຶ້ນ​ກັບ​ຕາ​ແສງ ຮ໋ວງ​ເທື້ອງ, ​ເມືອງ​ດົ່ງ​ຫີ, ​ແຂວງ ທ້າຍ​ງວຽນ. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ວັດ ຮ໋ວງ ​ໄດ້​ກາຍ​ເປັນ​ຄອບຄົວ, ​ແມ່ນ​ບ່ອນ​ເພິ່ງ​ພາ​ອາ​ໄສຂອງ​ເດັກນ້ອຍ​ພະ​ເນ​ຈອນ. ການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຂອງ​ຫຼວງ​ພໍ່​ໄດ້​ຊ່ວຍ​ໃຫ້​ພວກ​ເດັກນ້ອຍ​ຮັບ​ຮູ້​ໄດ້​ຄວາມ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ຄວາມ​ຮັກ​ໄຄ່​ຂອງ​ຄອບຄົວ. ວຽກ​ງານ​ຂອງ​ຫຼວງ​ພໍ່ Thich Chuc Tiep​ ແມ່ນ​ການ​ກະທຳ​ອັນ​ສູງ​ສົ່ງ​ຂອງ​ພະສົງ​ທີ່​ມີ​ຕໍ່​ເດັກ​ອາພັບ.

ຫຼວງພໍ່ Thich Chuc Tiep ຜູ້ມີໃຈບຸນໃຈກຸສົນຢູ່ວັດ ຮ໋ວງ - ảnh 1

ວັດ ຮ໋ວງ ຢູ່ຕາ​ແສງ ຮ໋ວງ​ເທື້ອງ, ​ເມືອງ​ດົ່ງ​ຫີ, ​ແຂວງ ທ້າຍ​ງວຽນ

(ພາບ: google.com.vn)

​ເມື່ອ​ຕ້ອນຮັບ​ພວກ​ຂ້າພະ​ເຈົ້າ​​ໃນວັດ​ ຮ໋ວງ ​ເຊິ່ງຕັ້ງ​ເທິງ​ໂນນ​ພູ​ສູງ​ທີ່ຂຶ້ນ​ກັບ​ຕາ​ແສງ ຮ໋ວງ​ເທື້ອງ, ​ເມືອງ​ດົ່ງ​ຫີ, ​ແຂວງ​ທ໋າຍງວຽນ ນັ້ນ. ຫຼວງ​ພໍ່ Thich Chuc Tiep ​ແບ່ງປັນ​ວ່າ, ກ່ອນທີ່​ເປັນ​ອະທິການ​ຢູ່ວັດ​​ແຫ່ງນີ້, ຫຼວງ​ພໍ່​ແມ່ນ​ຄູ​ສອນ​ຢູ່​ໂຮງຮຽນ​ຊັ້ນ​ກາງສົງ​ແຂວງ ນິງທ້ວນ. ປີ 2010, ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ສະພາ​ບໍລິຫານ​ພຸດທະ​ສາສະໜາ​ແຂວງ ທ໋າຍງວຽນ, ຫຼວງ​ພໍ່​ໄດ້​​ໄປ ທ໋າຍງວນ ​ຮັບ​ໜ້າ​ທີ່​ເປັນ​ອະທິການ​ວັດ. ດ້ວຍ​ນ້ຳ​ໃຈ​ກຸສົນ, ຮັກ​ແພງ​ມະນຸດ, ພ້ອມ​ກັບ​ຄວາມ​ມຸ້ງຫວັງຢາກ​ຊ່ວຍ​ເຫຼືອ​ພວກ​ເດັກນ້ອຍອາພັບ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໄດ້​ຮຳ່ຮຽນ ​ແລະ ມີ​ຊີວິດ​ອິ່ມໜຳສຳລານ. ພໍ່​ຫຼວງ​ໄດ້​ຮັບ​ເອົາ​ເດັກນ້ອຍ 15 ຄົນ​ມາ​ລ້ຽງ.

”​ໃນ​ຄອບຄົວ​ລ້ຽງ​ລູກ​ໜຶ່ງ​ຄົນ​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແລ້ວ, ລ້ຽງ​ລູກ​ຫຼາຍ​ຄົນຢູ່​ໃນ​ວັດຍິ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກວ່າ. ດັ່ງ​ນັ້ນ​ອາດຕະມາ​ຈຶ່ງ​ນຳ​ໃຊ້​ວິທີ​ປຸກລະດົມ, ​ໄກ້​ສິດ​ຕິດ​ແທດ​ກັບ​ພວກ​ນ້ອງ, ຮັບ​ຟັງ​ແນວ​ຄິດ​ຈິດ​ໃຈ ກໍ່​ຄື​ຄວາມ​ມຸ້ງ​ມາດ​ປາຖະໜາ​ຂອງ​ພວກ​ນ້ອງ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ສ່ວນ​ໃດ​ສ່ວນ​ໜຶ່ງ​ໃຫ້​​ແກ່ພວກ​ນ້ອງ, ຜ່ານ​ນັ້ນ​ໄດ້​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຊີວິດ​​ແລະ​​ຄວາມ​ເບິ​ກບານ​ມ່ວນ​ຊື່ນ​ໃຫ້​ແກ່​​ເຂົາ​ເຈົ້າ”

ຫຼວງພໍ່ Thich Chuc Tiep ຜູ້ມີໃຈບຸນໃຈກຸສົນຢູ່ວັດ ຮ໋ວງ - ảnh 2

ຫຼວງ​ພໍ່ Thich Chuc Tiepແລະພວກເດັກອາພັບ

​ເມື່ອ​ເຫັນ​ພວກ​ເດັກນ້ອຍ​ລະ​ຫຼິ້ນ​ຕໍ່ໜ້າ​ປະຕູ​ວັດ, ບໍ່​ມີ​ໃຜ​ຄິດ​ໄດ້​ວ່າ​ເຂົາ​ເຈົ້າ​ພັດແມ່ນ​​ເດັກ​ອາພັບ. ມີ​ບາງ​ຄົນ​ກຳ​ພ້າ​ທັງ​ພໍ່ ​ແລະ ​ແມ່, ບາງ​ຄົນ​​ພໍ່​ແມ່ຍັງ​ມີ​ຊີວິດ​ຢູ່​ແຕ່​ຄອບຄົວ​ທຸກ​ຍາກ​ຫຼາຍ, ບາງ​ຄົນ​ຄອບຄົວ​ບໍ່​ມີ​ຄວາມ​ສຸກ, ຫຼື​ພໍ່​ແມ່​ຖືກ​ຈຳ​ຄຸກ…​ແຕ່​ເມື່ອ​ຫຼວງ​ພໍ່​ຮັບ​ມາ​ລ້ຽງ​ໃນ​ວັດ, ພວກ​ຫຼານ​ໄດ້ດຳລົງ​ຊີວິດ​ໃນ​ຄວາມ​ຮັກ​​ໄຄ່​ຂອງ​ຫຼວງ​ພໍ່ ​ແລະ ພວກ​ເພື່ອນ​ທີ່​ມີ​ຊາຕາ​ດຽວ​ກັນ ​ປຽບ​ເໝືອນ​​ໃນ​ຄອບຄົວ​ດຽວ​ຢ່າງ​ແທ້​ຈິງ. ນ້ອງ Tran Hai Long ຜູ້​ທີ່​ຫຼວງ​ພໍ່ໄດ້​ຮັບ​ມາ​ລ້ຽງ​ໃນ​ວັດ​ເປັນ​ເວລາ 2 ປີ ​ແບ່ງປັນ​ວ່າ, ພໍ່, ​ແມ່​ນ້ອງ​ຍັງ​ມີ​ຊີວິດ​ຢູ່, ​ແຕ່​ຄອບຄົວ​ທຸກ​ຍາກ​ຫຼາຍ​ບໍ່​ມີ​ເງື່ອນ​ໄຂ​ໃຫ້​ນ້ອງ​ໄປ​ຮຽນ, ​ແຕ່​ເມື່ອ​ໄດ້​ຮັບ​ເຂົ້າ​ວັດ, ຫຼວງ​ພໍ່​ໄດ້​​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ທຸກ​ຢ່າງ ​ແລະ ສ້າງ​ເງື່ອນ​ໄຂ​​ໃຫ້​ນ້ອງ​ໄດ້​ຮຳ່ຮຽນ.

”ຫຼວງ​ພໍ່​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ທຸກ​ສິ່ງທຸກ​ຢ່າງ​ໃຫ້​ພວກ​ນ້ອງ. ອັນ​ໃດ​ທີ່​ພວກ​ນ້ອງ​ຕ້ອງການ​ຫຼວງ​ພໍ່​ກໍ່​ພະຍາຍາມ​ຕອບ​ສະໜອງ​ໃຫ້ ​ເພື່ອ​ຊ່ວຍ​ພວກ​ນ້ອງມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃນ​ຊີວິດ​ປະຈຳ​ວັນ, ບາງ​ເທື່ອ​ຫຼວງ​ພໍ່​ກໍ່​ໃຫ້​ພວກ​ຫຼານ​ໄປ​ຫຼິ້ນ. ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຂອງ​ຫຼວງ​ພໍ່​ໄດ້​ເຮັດ​ໃຫ້​ພວກ​ນ້ອງ​ຮູ້ສຶກ​ມ່ວນ​ຊື່ນ ​ແລະ ອຸ່ນ​ອ່ຽນ​ໃຈ​ກວ່າ”

ຫຼວງພໍ່ Thich Chuc Tiep ຜູ້ມີໃຈບຸນໃຈກຸສົນຢູ່ວັດ ຮ໋ວງ - ảnh 3

ພວກເດັກອາພັບໃນວັດຮ໋ວງ

​ໂດຍ​ແມ່ນ​ສາສະ​ນີກະ​ຊົນ​ຜູ້​ໜຶ່ງ​ທີ່​ດຳລົງ​ຊີວິດ​ຢູ່​ໄກ້​ວັດ, ​ແຕ່​ລະ​ມື້, ທ່ານ Dong Van Minh ​ໄດ້​ເຫັນ​ປະຈັກ​ຕາ​ການ​ກະທຳ​ອັນ​ດີງາມ​ຂອງ​ຫຼວງ​ພໍ່ Thich Chuc Tiep. ທ່ານ Minh  ​ໃຫ້​ຮູ້​ວ່າ ປະຊາຊົນ​ທັງ​ໝົດ​ຢູ່​ທີ່​ນີ້​ລ້ວນ​ແຕ່​ສະໜັບສະໜູນ​ວຽກ​ງານ​ກຸສົນ​ຂອງ​ຫຼວງ​ພໍ່. ​

”ມາ​ຮອດ​ປະຈຸ​ບັນ​ມີ​ເດັກນ້ອຍ​ແຕ່​ຊັ້ນ​ປະຖົມ ​ເຖິງ ຊັ້ນ​ມັດທະຍົມ​ຕອນ​ປ່າຍ​ທັງ​ໝົດສິບ​ກວ່າ​ຄົນພວມ​ຢູ່​ໃນ​ວັດ. ຫຼວງ​ພໍ່​ໄດ້​ຊີ້​ລົດ​ຖີບ​ໃຫ້​ເດັກນ້ອຍ​ຜູ້​ລະ​ຄັນ​ເພື່ອ​ໄປ​ຮຽນ ​ແລະ ຈັດ​ເວລາ​ຮຽນ, ກິນ​ເຂົ້າ, ສວດ​ມົນ​ຢ່າງ​ລະອຽດ​ໃຫ້​ພວກ​ຫຼານ. ຫຼວງ​ພໍ່​ເວົ້າ​ວ່າ​ເມື່ອ​ເຕີບ​ໃຫຍ່​ແລ້ວ​ພວກ​ຫຼານ​ຢາກ​ເຮັກ​ວຽກ​ຫຍັງ​ກໍ່​ໄດ້​ຕາມ​ໃຈ​ມັກ. ນີ້​ແມ່ນ​ການ​ກະທຳ​ດີ​ທີ່​ສຸດ. ປະຊາຊົນ​ຢູ່​ທີ່​ນີ້​ຜູ້​ໃດ​ກໍ່​​ເຄົາລົບ ​ແລະ ຮັກ​ແພງຫຼວງ​ພໍ່”

​ເຖິງ​ວ່າ​ຊີວິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ, ​ແຕ່​ສຳ​ຫຼັບຫຼວງ​ພໍ່ Thich Chuc Tiep ​ແລ້ວ, ຄວາມ​ເບິ​ກບານ​​ທີ່​ສຸດ​ຂອງ​ຫຼວງ​ພໍ່​ນັ້ນ​ແມ່ນ​ໄດ້​ເຫັນ​ພວກ ”ລູກ” ຂອງ​ຕົນມີ​ຄວາມ​ມ່ວນ​ຊື່ນ ​ແລະ ຮຳ່ຮຽນ​ເກັ່ງ. ຫຼວງ​ພໍ່ Thich Chuc Tiep ​ແບ່ງປັນ​ວ່າ:

”ອາດຕະມາ​ຫວັງ​ວ່າ, ​ເມື່ອ​ມາ​ດຳລົງ​ຊີວິດ​ໃນ​ວັດ​ພວກ​ຫຼານ​ຈະ​​ໄດ້​ຮຳ່ຮຽນ, ​ໄດ້​ຖື​ສິນ​ກິນ​ບວດ ​ເພື່ອ​ມີ​ຄວາມ​ຮູ້​, ພິ​ເສດ​ແມ່ນ​ມີ​ຄວາມ​ຮູ້ໂດຍ​ພື້ນຖານ ​ພາຍຫຼັງ​ເຕີບ​ໃຫຍ່​ຈະ​ປະກອບສ່ວນ​ຮັບ​ໃຊ້​ໃຫ້​ແກ່​ປະ​ເທດ​ຊາດ. ອາດຕະມາ​ຫວັງ​ວ່າ​ວັດ​ຈະ​ມີ​​ເງື່ອນ​ໄຂ​ດີກ​ວ່າ​ອີກ ​ເພື່ອ​ສາມາດ​ຮັບ​ເອົາ​ເດັກນ້ອຍ​ອາພັບ​​ມາ​ລ້ຽງໄດ້​ຫຼາຍ​ກວ່າ”

ການ​ເວລາ​​ລ່ວງ​ເລີຍ​ໄປ, ບັນດາ​ເດັກນ້ອຍ​ກຳພ້າ, ​ເດັກ​ພະ​ເນ​ຈອນ ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ກໍ່ໄດ້​ເຕີບ​ໃຫຍ່​ໃນ​ຄວາມ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ຂອງຫຼວງ​ພໍ່ Thich Chuc Tiep. ຢູ່​ວັດ​ແຫ່ງ​ນີ້​ພວກ​ນ້ອງ​ໄດ້​ດຳລົງ​ຊີວິດ​ໃນ​ຄວາມ​ຮັກ​ແພງ ​ແລະ ​ໄດ້​ໄປ​​ຮຳ່​ຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ