ຫວຽດນາມປີ 2014 ເສີມຂະຫຍາຍກຳລັງແຮງພາຍໃນເພື່ອພັດທະນາ

(vovworld)-ມື້​ນີ້ ຫວຽດນາມ ຕ້ອນຮັບ​ປີ​ໃຫມ່ 2014 ດ້ວຍ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຢ່າງ​ມີສະຖຽນ​ລະ​ພາບ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ນີ້​ແມ່ນ​ເລີ່​ມມາ​ຈາກ​ບັນດາ​ຜົນງານ​ຂອງ​ຫວຽດນາມ​ໃນ​ຫລາຍ​ຂົງ​ເຂດ: ການ​ເມືອງ, ການ​ພົວພັນ​ກັບ​ຕ່າງປະ​ເທດ, ​ເສດຖະກິດ​ສັງຄົມ, ວັດທະນະທຳ… ​ໃນ​ປີ 2013 ຜ່ານ​ມາ​ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ປ່ຽນ​ໃຫມ່, ​ເຊື່ອມ​​ໂຍ​ງ​ເຂົ້າກັບ​ສາກົນຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ ​ຂອງ​ຫວຽດນາມ. ບົດ​ຂຽນຂອງ​ນັກ​ຂ່າວ​ເລ​ເຟືອງ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ຫວຽດນາມ​ປີ 2014 ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​ເພື່ອ​ພັດທະນາ.

ຫວຽດນາມປີ 2014 ເສີມຂະຫຍາຍກຳລັງແຮງພາຍໃນເພື່ອພັດທະນາ - ảnh 1
ພາບປະກອບ

        ມື້​ທຳ​ອິດ​ຂອງ​ປີ​ໃຫມ່ 2014, ປະຊາຊົນ​ຫວຽດນາມ ມີ​​ເວລາ​ຫວນ​ຄືນ​ປີ 2013 ດ້ວຍ​ບັນດາ​ເຫດການ​ລຽນ​ຕິດ, ​ເປັນ​ຕົ້ນ​ແມ່ນ​ຂ່າວ​ດີ​ໃນ​ຊຸມ​ມື້​ທ້າຍ​ປີ. ນັ້ນ​ແມ່ນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫາ​ກໍ​ຮັບຮ​ອງ​ເອົາ​ລັດຖະທຳ​ມະນູນ​ປີ 2013 ​ແລະ ປັບປຸງ​ກົດໝາຍ​ສຳຄັນ​ບາງ​ສະບັບ, ຂະນະ​ທີ່​ບັນດາ​ຄະນະ, ຂະ​ແຫນງ​ການ​ມີຫນ້າ​ທີ່​ຮັບຜິດຊອບ​ຂອງ​ຫວຽດນາມ ພວມ​ດຳ​ເນີນ​ການ​ເຈລະຈາ​ບັນດາ​ສັນຍາ​ການ​ຄ້າ​ກັບ​ບັນດາ​ຄູ່​ຮ່ວມ​ມື ​ແລະ ພື້ນຖານ​ເສດຖະກິດ​ຊັ້ນ​ນຳ​ຂອງ​ໂລກ ​ເພື່ອ​ສຳ​ເລັດ​ການ​ເຂົ້າ​ຮ່ວມ​ສັນຍາ​ຄູ່​ຮ່ວມ​ມື, ການ​ຮ່ວມ​ມື​ເສດຖະກິດ​ເຂດ​ປາຊີ​ຟີ​ກ.​ນີ້​ແມ່ນ​ບັນດາ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້​ຫວຽດນາມ​ປະຕິບັດ​ຢ່າງ​ແຂງ​ແຮງ​ກ່ຽວ​ກັບ​ການ​ສ້າງ​ລະບອບ, ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ພັດທະນາ​ແຫ່ງ​ຊາດ​ເພື່ອ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ມີ​ປະສິດທິ​ຜົນ.

        ສັນຍານ​​ເປັນ​ຫນ້າ​ຊື່ນ​ຊົມ​ຈາກ​ບັນດາ​ດັດ​ຊະນີ​ສຳຄັນ

        ບັນດາ​ດັດຊະນີ​ສຳຄັນ​ຊື່​ງຫວຽດນາມ ບັນລຸ​ໄດ້​ໃນ​ປີ 2013 ຈະ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ຫວຽດນາມ​ພັດທະນາ​ດີກວ່າ​ໃນ​ປີ 2014. ຫວຽດນາມ ຍັງ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ເມື່ອ GDP ບັນລຸ​ປະມານ 5,42%, ​ເຖິງ​ວ່າ​ຕົວ​ເລກ​ນີ້​ບໍ່​ທັນ​ບັນລຸ​ຄາດໝາຍ 5,5% ທີ່​ໄດ້​ວາງ​ອອກກໍ​ຕາມ, ​ແຕ່​ນີ້​ແມ່ນດັດຊະນີ​ພັດທະນາ​ຢ່າງ​ເໝາະ​ສົມ, ສະ​ແດງ​ໃຫ​້​ເຫັນ​ສັນຍານ​ຂອງ​ການ​​ຟື້ນ​ຕົວ. ພ້ອມ​ກັບ​ການ​ດຶງ​ດູດ​ການ​ລົງທຶນ​ຈາກຕ່າງປະ​ເທດບັນລຸ​ປະມານ 21,6 ຕື້ USD, ວົງ​ເງິນ​ສົ່ງ​ອອກ​ບັນລຸ 132,3 ຕຶ້ USD, ​ເປັນ​ຫນ້າ​ສົນ​ໃຈ​ແມ່ນ​ອັດຕາ​ສ່ວນ​ການນຳ​ເຂົ້າ​ເກີນ​ດຸນຫລຸດ​ລົງ ສະ​ແດງ​ໃຫ້​ເຫັນ​ຈຸດ​ເດັ່ນ​ໃນ​ຮູບ​ພາບ​ເສດຖະກິດ​ຫວຽດນາມ. ບົນ​ພື້ນຖານ​ນັ້ນ​ໃຫ້​​ເຫັນ​ວ່າ ຫວຽດນາມ ສາມາດ​ບັນລຸ​ລະດັບ​​ເຕີບ​ໂຕ​ເປັນ​ປົກກະຕິ ​ແລະ ໝັ້ນ​ຄົງ​ໃນ​ປີ 2014. ທ່ານ ​ເລ​ດັງ​ຢວັນ ຜູ້​ຊ່ຽວຊານ​ເສດຖະກິດ​ຖື​ວ່າ:

        “​ເສດຖະກິດ​ຫວຽດນາມ ປີ 2013 ບັນລຸ​ການ​ເຕີບ​ໂຕກ​ວ່າ, ​ໄພ​ເງິນ​ເຟີ້​ຫລຸດ​ລົງ ​ແລະ ອັດຕາ​ແລກປ່ຽນ​​ເງິນຕາເປັນ​ປົກກະຕິ, ການ​ຮັກສາ​ເງິນຕາ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ, ນັ້ນ​ແມ່ນ​ການ​ປົວ​ແປງ​ທີ່​ເປັນ​ຫນ້າ​ຊ່ືນ​ຊົມ. ​ແງ່​ຫວັງ​ເສດຖະກິດ​ສອງ​ປີ​ຈະ​ມາ​ເຖິງ​ແມ່ນ​ອີງ​ໃສ່​ການ​ປະຕິ​ຮູບ, ການ​ປ່ຽນ​ໃຫມ່. ຂ້າພະ​ເຈົ້າ​ຫວັງ​ວ່າ​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງຫນ້າ ​ເພາະວ່າ ລັດຖະບານ​​​ໄດ​້ກ້າວ​ເດີນ​ຢ່າງຖືກ​ທິດ​ແລ້ວ.”

        ຫວຽດນາມ ຢືດໝັ້ນ​ບັນດາ​ຈຸດໝາຍ​ພັດທະນາ

​ເວທີ​ປາ​ໄສ​ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ເປັນ​ຄັ້ງ​ທຳ​ອິດ​ຈັດ​ຂຶ້ນ​​ໃນ​ຕົ້ນ​ເດືອນ 12/2013 ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ວິວັດທະນາ​ການ​ພັດທະນາ​ຂອງ​ຫວຽດນາມ, ຫັນ​​ໄລຍະ​ຮ່ວມ​ມື​ລະຫວ່າ​ງລັດຖະບານ​ຫວຽດນາມ​ກັບ​ບັນດາ​ນັກ​ອຸປະຖຳ​ພັດທະນາ​ໄປ​ສູ່​ໄລຍະ​ໃຫມ່: ຫວຽດນາມ​ຈາກ​ປະ​ເທດ ຕ້ອງຮັບ​ການ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງ​ບັນດາ​ນັກ​ອຸປະ​ຖຳ. ທີ່​ເວທີ​ປາ​ໄສ, ທ່າ​ນ ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​​ແນະນຳ​ບັນດາ​ຈຸດໝາຍ, ການ​ກຳນົດ​ທິດ​ພື້ນຖານ​ຂອງ​ຫວຽດນາມ​ໃນ​ປີ 2014. ຕາມ​ນັ້ນ​ແລ້ວ, ຫວຽດນາມ ຈະ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ,​ຄວບ​ຄຸມ​ໄພ​ເງິ​ນ​ເຟີ້, ຍູ້​ແຮງ​ການ​ສົ່ງ​ອອກ, ຄວບ​ຄຸມ​ການ​ນຳ​ເຂົ້າ, ຄຽງ​ຄູ່​ກັນ​ນັ້ນ ສືບ​ຕໍ່​ຢືດໝັ້ນ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່. ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່, ຈຸດ​ສຸມ​ແມ່ນ​ສ້າງ​ໂຄງປະ​ກອບ​ການ​ລົງທຶນ​ຄືນ​ໃຫມ່, ​ໃນ​ນັ້ນ ​ມີ​ການ​ລົງທຶນ​ຂອງ​ລັດ, ສ້າງ​ໂຄງ​ປະກອບ​ທະນາຄານ​ຄືນ​ໃຫມ່. ພ້ອມ​ກັບ​ຫນ້າ​ທີ່​ພັດທະນາ​ເສດຖະກິດ, ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫນຶ່ງ​ໃນ​ບັນດາ​ບຸລິມະສິດ​ສຳຄັນ​ຂອງ​ລັດຖະບານ​ຫວຽດນາມ ​ໃນ​ປີ 2014. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ:

        “​ໃນ​ປີ 2014, ສຸມ​ໃສ່​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດ​ດີກາ​ນສັງຄົມ​ໃຫ້​ດີກ​ວ່າ. ລັດຖະບານ​ຫວຽດນາມ ຈະ​ສຸມ​ໃສ່​ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ, ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ພິ​ເສດ​ແມ່ນ​ຫລຸດຜ່ອນ​ຄວາມທຸກ​ຍາກ​ສຳລັບ​ປະຊາຊົນ​ບັນດາຊົນ​ເຜົ່າ​ສ່ວນ​ຫນ້ອຍ​ ດ້ວຍ​ບັນດາ​ນະ​ໂຍບາຍ​ແທດ​ຈິງ, ມີປະສິດທິ​ຜົນ.”

        ຮັກສາ​ສະພາບ​ການ​ເປັນ​ປົກກະຕິ​ເພື່ອ​ພັດທະນາ​ຈາກກຳລ​ັງ​ແຮງ​ພາຍ​ໃນ​ທີ່​ມີ​ຢູ່​ແລ້ວ

        ວັນ​ທີ 01/11/2013, ຫວຽດນາມ ​ໄດ້​ຕ້ອນຮັບ​ພົນລະ​ເມືອງ​ຜູ້​ທີ 90 ລ້ານ​ ​ແລະ ຫວຽດນາມ ພວມ​ໃນ​ໄລຍະ​ມີ​ປະຊາກອນ​ເປັນ​ຈຳ​ຫນວນ​ຫລາຍ ດ້ວຍ​ທ່າ​ໄດ້​ປຽບ​ຫລາຍ​ຢ່າງ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບຄົນງານ. ນີ້​ແມ່ນ​ສິ່ງ​ສະດວກ, ​ແມ່ນ​ແຫ​ລ່ງກຳລັງ​ພາຍ​ໃນ, ​ແມ່ນ​ກາລະ​ໂອກາດ​ດີ​ເພື່ອ​ໃຫ້​ຫວຽດນາມ ສືບ​ຕໍ່​ພັດທະນາ​ແບບ​ຍືນ​ຍົງ​ໃນ​ປີ​ຍູ້​ແຮງ​ວິວັດ​ທະ​ນາ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄຫມ. ພັດ​ທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ຫນຶ່ງ​ໃນ 3 ມາດ​ຕະການ​ບຸກທະລຸ​ຍຸດ​ທະ​ສາດ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ຍົກ​ສູງ​ກຳລັງ​ແກ້​ງ​ແຍ້ງລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ອື່ນ​​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ແຫ​ລ່ງຊັ​ບພະ​ຍາກ​ອນມະນຸດ​ອຸດົມ​ສົມບູນ, ທັງ​ມີ​ພູມ​ປັນຍາ, ສາມາດ​ຮັບ​​ເອົາ​ການ​ປ່ຽນ​ແປງ​ໃຫມ່​ຢ່າງ​ວ່ອງ​ໄວ​ຈະ​ສ້າງ​ບັນດາ​ບາດກ້າວ​ອັນ​ໝັ້ນ​ແກ່ນ​ຂອງ​ຫວຽດນາມ ​ໃນ​ປີ 2014 ​ແລະ ຊຸມ​ປີ​ຕໍ່​ໄປ. ດຣ Franz Jessen , ຫົວຫນ້າ​ຄະນະ​ຜູ້​ແທນ ອີ​ຢູ ປະຈຳ ຫວຽດນາມ ຖື​ວ່າ:
        “ຂ້າພະ​ເຈົ້າ​ຄິດ​ວ່າ ຫວຽດນາມ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ ​ແລະ ບັນດາ​ຄວາມ​ສາມາດ​ບ່ົມ​ຊ້ອນ​ນີ້​ຫວຽດນາມ​ໄດ້​​ເສີມ​ຂະຫຍາຍ​ລະດັບ​ສູງ​ສຸດ. ຫວຽດນາມ ພວມ​ປະຕິບັດ​ຂົງ​ເຂດ​ການ​ສຶກສາ​ເປັນ​ຢ່າງ​ດີ. ​​ເປັນ​ຕົ້ນ​ໝາກຜົນ​ຂອງ​ໂຄງການ​ປະ​ເມີນ​ນັກຮຽນ​ສາກົນ(PISA 2012) ຊື່​ງຕາມ​ຕາຕະລາງ​ຈັດ​ອັນດັບ ນັກຮຽນ​ຫວຽດນາມ​ ຢືນ​ອັນ​ດັບ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ຫລາຍ​ປະ​ເທດ​ຮັ່ງມີ​ໃນ​ໂລກ. ປະຈຸ​ບັນ ຫວຽດນາມ ມີ​ພົນ​ລະ​ເມືອງ​ຫນຸ່ມ​ແຫນ້ນ​ເປັນ​ຈຳນວນ​ຫລາຍ ​ແລະ ​ເຂົາ​ເຈົ້າ​ມີ​ລະດັບ​ຄວາມ​ຮູ້. ນີ້​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຫວຽດນາມ.”

        ​ເພື່ອ​ປະຕິບັດ​ບັນດາ​ຄາດໝາຍ​ຫນ້າ​ທີ່​ທີ່​ວາງ​ອອກ​ໃນ​ປີ 2014 ໃຫ້​ໄດ້, ຄວນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ, ຈາກ​ລັດຖະບານ, ບັນດາ​ຂະ​ແຫນງ​ການ​ຂັ້ນ​ຕ່າງໆຕະຫລອດ​ຮອດ​ປະຊາຊົນ​ເພື່ອ​ເສີມ​ຂະຫຍາຍ​ແຫ​ລ່ງກຳລັງ​ພາຍ​ໃນ​ຂອງ​ຫວຽດນາມ. ຄວາ​ມຕັດ​ສິນ​ໃຈ, ຢືດໝັ້ນ​ປະຕິບັດ​ຈຸດໝາຍ​ພັດທະນາ​ທີ່​ໄດ້​ວາງ​ອອກ ​ໃນປີ 2014 ຈະ​ແມ່ນ​ປີ​ທີ່​ພື້ນຖານ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ​ພັດທະນາ​ຢ່າງ​ດີງາມ.

ຕອບກັບ

ຂ່າວ/ບົດ​ອື່ນ