ຫາຍຟ່ອງ-ນະຄອນຂອງຂົວແຫ່ງຕ່າງໆ

(VOVWORLD) -ສຳລັບບັນດາຜູ້ທີ່ເຄີຍໄປຢ້ຽມຢາມ ແລະ ມີຄວາມຜູກພັນກັບນະຄອນຫາຍຟ່ອງ, ກໍລ້ວນແຕ່ໄດ້ເດີນຜ່ານຂົວຕ່າງໆ ແລະ ມີຄວາມປະທັບໃຈກັບຊື່ເອີ້ນຂອງຂົວຫຼາຍແຫ່ງເຊັ່ນ : ຂົວກວຽຍ, ຂົວຊີມັງ, ຂົວຣ່າວ….ຂົວເຫຼົ່ານັ້ນ ໄດ້ເປັນສັກຂີພິຍານການເຄື່ອນໄຫວທຸກຢ່າງໃນຊີວິດ ກໍຄືບັນດາບາດກ້າວຂະຫຍາຍົວທີ່ແຂງແຮງຂອງນະຄອນຫາຍຟ່ອງ
ຫາຍຟ່ອງ-ນະຄອນຂອງຂົວແຫ່ງຕ່າງໆ - ảnh 1ພິທີເປີດນຳໃຊ້ຂົວຮ່ານ ແລະ ຂົວດັງຕັ້ງຂ້າມແມ່ນ້ຳທ້າຍບີງ 

ສຳລັບຫາຍຟ່ອງແລ້ວ, ບໍ່ພຽງແຕ່ຖືກເອີ້ນວ່າ ແມ່ນນະຄອນທ່າກຳປັ່ນ, ນະຄອນດອກຝາງແດງເທົ່ານັ້ນ, ຫາກຍັງຖືກເອີ້ນດ້ວຍຊື່ໃໝ່ວ່າ : ນະຄອນຂອງຂົວແຫ່ງຕ່າງໆອີກດ້ວຍ. ໄລຍະ 2013-2018 ນະຄອນຫາຍຟ່ອງໄດ້ດຳເນີນການກໍ່ສ້າງຫຼາຍກ່ວາໝູ່ໃນປະຫວັດສາດ, ຊ້ຳບໍໜຳສາມາດທຳລາຍສະຖີຕິຂອງຫວຽດນາມດ້ວຍຂົວນ້ອຍໃຫຍ່ເກືອບ 20 ແຫ່ງ ໄດ້ຮັບການກໍ່ສ້າງສຳເລັດ ເພື່ອຕອບສະໜອງຕາມຄວາມມຸ່ງຫວັງຂອງປະຊາຊົນໃນເຂດ.

    ບົນລຳແມ່ນ້ຳ ແລກໄຈ, ຂົວໃໝ່ 3 ແຫ່ງທີ່ໃສ່ຊື່ວ່າ ຂົວຣ່າວ 2, ຂົວໜ້ຽມ 2, ຂົວດົງເຄຫາຍຟ່ອງ ໄດ້ເຊື່ອມຕໍ່ລະຫວ່າງບັນດາເມືອງເຢືອງກິງ, ກ້ຽນອານ, ອານເຢືອງ. ກາງປີ 2017, ຂົວເຕນວູ້-ແລກຫ້ວຽນຍາວກວ່າ 5,4 ກມ ເຊື່ອມຕໍ່ລະຫວ່າງເມືອງເກາະ ກາດຫາຍກັບດິນຕໍ່ແຜ່ນ ໄດ້ຮັບການກໍ່ສ້າງສຳເລັດ ອັນໄດ້ນຳມາເຊິ່ງໂສມໜ້າໃໝ່ໃຫ້ແກ່ນະຄອນຫາຍຟ່ອງ. ພ້ອມກັນນັ້ນ, ຍັງມີຂົງບາງແຫ່ງເຊັ່ນ: ຂົວຕາມບາກ, ຂົວກວຽຍ, ສະພານລອຍ ຫງວຽນບິງຄຽມ, ເລຮົ່ງຟອງ ກໍໄດ້ຖືກນຳເຂົ້າໃຊ້ການ, ສາມາດຫຼຸດຜ່ອນສະພາບລົດຕິດຕາມທ້ອງຖະໜົນ. ທ່ານນາງ ຮ່ວາງທິຖາວ, ຢູ່ຕາແສງ ຫ້າຫຼີ, ເມືອງຮົ່ງບາງ ແບ່ງປັນວ່າ :

     “ ນັບແຕ່ມີຂົວ, ປະຊາຊົນບໍ່ວ່າຜູ້ໃດ ລ້ວນແຕ່ມີຄວາມພາກພູມໃຈ, ສາມາດໄປມາຢ່າງສະດວກສະບາຍ, ນະຄອນກໍເພີ່ມຄວາມສວຍງາມຫຼາຍຂຶ້ນ ”

    ຂົວແບກດັງ ຕັ້ງຂ້າມແມ່ນ້ຳເກີມ ກໍພວມຢູ່ໃນໄລຍະຮີບຮ້ອນໃຫ້ສຳເລັດ. ເມື່ອນຳເຂົ້າໃຊ້ການ, ການໄປມາຈາກຫາຍຟ່ອງຫານະຄອນຫ້າລອງ, ແຂວງ ກວາງນິງ ພຽງໃຊ້ເວລາພຽງ 30 ນາທີເທົ່ານັ້ນ. ຂົວຫ່ານ ແລະ ຂົວດັງ ກໍໄດ້ເລີ່ມລົງມືກໍ່ສ້າງໃນຊຸມມື້ຕົ້ນເດືອນພຶດສະພາປີ 2017 ແລະ ໄດ້ເປີດນຳໃຊ້ໃນວັນທີ 1 ມັງກອນປີ 2018. ສຳລັບໂຄງການກໍ່ສ້າງທາງແຄມທະເລເຊື່ອມຕໍ່ແຂວງທ້າຍບີງ ມີຄວາມຍາວ 30,9 ກມ ຕັດຕັ້ງຂ້າມຜ່ານເມືອງຕຽນລ້າງ, ກ້ຽນຖຸ້ຍ ແລະ ເມືອງໂດ່ເຊີນ. ບົນເສັ້ນທາງນີ້ ກໍໄດ້ກໍ່ສ້າງຂົວ 7 ແຫ່ງ.

    ໃນປີ 2017 ນະຄອນຫາຍຟ່ອງຍັງສ້າງຄວາມເຊື່ອໝັ້ນໃຫ້ແກ່ຊາວນະຄອນ ທ່າກຳປັ່ນ ເມື່ອຜັນຂະຫຍາຍດຳເນີນການກໍ່ສ້າງ 18  ໂຄງການຈຸດສຸມເພື່ອເປີດກ້ວາງບໍລິເວນເຂດຕົວເມືອງ. ທ່ານ ຫງວຽນຫງອກມິນ, ຢູ່ຕາແສງ ເຈີນງວຽນຮ້ານ ທີ່ເມືອງ ເລເຈີນ, ນະຄອນ ຫາຍຟ່ອງ ໃຫ້ຮູ້ວ່າ : 

     “ ຂ້າພະເຈົ້າເຫັນວ່າ ນະຄອນຫາຍຟ່ອງນັບມື້ນັບພັດທະນາ ແລະ ສວຍງາມ. ຂ້າພະເຈົ້າມີຄວາມຕົກສະເງີ້ ເມື່ອເຫັນວ່າ ເຂດໃຈກາງຖືກແກ່ຍາວຈາກທ່າກຳປັ່ນຫາ ຕາມບາກ. ຢູ່ 2 ຟາກ ກໍລ້ວນແຕ່ສວຍງາມ, ອາກາດປອດໂປ່ງ ແລະ ທຸກໆຄົນຕ່າງກໍຍ້ອງຍໍຊົມເຊີຍ ”

     ພ້ອມກັນນັ້ນ, ນະຄອນຫາຍຟ່ອງຍັງຍູ້ແຮງການຍົກສູງຄຸນນະພາບວຽກງານໜູນຊ່ວຍສັງຄົມອີກດ້ວຍ. ຢູ່ເຂດຊົນນະບົດ, ກໍໄດ້ຍູ້ແຮງການກໍ່ສ້າງຊົນນະບົດໃໝ່, ຢູ່ເຂດຕົວເມືອງຂອງນະຄອນ, ກໍພວມບູລະນະສ້ອມແປງຄືນບັນດາຕຶກເຮືອນລວມທີ່ໄດ້ເກົ່າແລ້ວ.

   ເພື່ອພັດທະນາຄົມມະນາຄົມ, ນະຄອນຫາຍຟ່ອງກໍໄດ້ກຳນົດວ່າ ຕ້ອງມີກຳລັງໜູນທີ່ເປັນໄມ້ງັດເພື່ອຮັບເອົາກະແສຟອງລົງທຶນໃໝ່ຂອງບັນດາວິສາຫະກິດຢູ່ພາຍໃນປະເທດ, ບັນດາກຸ່ມບໍລິສັດໃຫຍ່ ພາກເອກະຊົນທີ່ລົງທຶນເຂົ້າ ນະຄອນຫາຍຟ່ອງ. ທ່ານ ວູ້ຢີຕຸ່ງ ຫົວໜ້າພະແນກຄົມມະນາຄົມຂົນສົ່ງ ນະຄອນຫາຍຟ່ອງ ໃຫ້ຮູ້ວ່າ : 

     “ ກ່ຽວກັບບັນຊີລາຍຊື່ບັນດາໂຄງການທີ່ໄດ້ລົງທຶນໄລຍະປານກາງໄລຍະ 2017-2020, ໃນສະເພາະໜ້າ ຂະແໜງຄົມມະນາຄົມຂົນສົ່ງຕ້ອງສຸມໃສ່ຍູ້ແຮງລະດັບຄວາມຄືບໜ້າບັນດາໂຄງການທີ່ໄດ້ໝັ້ນໝາຍຈັດສັນແຫຼ່ງທຶນ. ຂ້າພະເຈົ້າເຊື່ອໝັ້ນວ່າ ທາງດ້ານຄົມມະນາຄົມກ້າວເດີນກ່ອນເພື່ອເປີດຊ່ອງທາງ ກໍຈະສາມາດດຶງດູດບັນດາແຫຼ່ງເງິນລົງທຶນຈາກຕ່າງປະເທດ, ແລ້ວ ບັນດາກຸ່ມບໍລິສັດໃຫຍ່ຢູ່ພາຍໃນປະເທດ ຈະເຂົ້າມາລົງທຶນຢູ່ນະຄອນຫາຍຟ່ອງ ”

      ດ້ວຍລະບົບແມ່ນ້ຳໃຫຍ່ 16 ສາຍໃນບໍລິເວນນະຄອນຫາຍຟ່ອງ ລວມຄວາມຍາວກວ່າ 300 ແມັດ, ພ້ອມກັບຈຸດພິເສດທາງພູມສາດຂອງເຂດປາກທະເລ, ຂົວແຫ່ງຕ່າງໆແມ່ນສິ່ງທີ່ສຳຄັນໃນລະບົບຄົມມະນາຄົມ, ອັນໄດ້ເປີດກາລະໂອກາດເພື່ອເຊື່ອມຈອດການແລກປ່ຽນຄ້າຂາຍ, ພັດທະນາເສດຖະກິດສັງຄົມຂອງນະຄອນຫາຍຟ່ອງ. ຄາດວ່າ ໃນໄລຍະແຕ່ນີ້ຫາປີ 2030, ນະຄອນຫາຍຟ່ອງຈະສືບຕໍ່ມີຂົວໃໝ່ຕື່ມອີກ 30 ແຫ່ງ ເພື່ອກາຍເປັນນະຄອນຂອງຂົວແຫ່ງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ