ຫາຍເຢືອງຕັ້ງ​ຢູ່ທາງກ້ຳຕາເວັນອອກຂອງເມືອງຫຼວງທັງລອງເມື່ອກ່ອນນີ້

ແຂວງ​ຫາຍ​ເຢືອງ ນອນຢູ່ໃຈ​ກາງ​ເຂດ​ທົ່ງພຽງ​ແມ່ນ​ນ້ຳ​ແດງ, ໄດ້​ຮັບ​ຖື​ວ່າ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອູ່​ຂອງ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຫວຽດ​ນາມ. ເມື່ອ​ກ່ອນນີ້, ແຂວງ​ຫາຍ​ເຢືອງ​ ຕັ້ງ​ຢູ່​ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ພ້ອມ​ກັບ​ບາງ​ແຂວງ, ນະ​ຄອນ​ທີ່​ໃກ້​ຄຽງ ແລະ ໄດ້​ຮັບ​ຖື​ວ່າ ແມ່ນ​ແຂວງ​ໜຶ່ງ​ໃນ ຈຳ​ນວນ 4 ແຂວງ, ນະ​ຄອນ​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງຫຼວງ​ທັງ​ລອງ​ເມື່ອ​ກ່ອນນີ້(ໝາຍ​ເຖິງ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ໃນ​ປະ​ຈຸ​ບັນ). ແຕ່​ດົນ​ນານ​ມາ​ແລ້ວ, ຫາຍ​ເຢືອງມີ​ຊື່​ສຽງ​ຍ້ອນ​ແມ່ນ​ດິນ​ແດນ​ແຫ່ງ​ອະ​ລິ​ຍະ​ທຳ, ​​ມີ​ມູນ​ເຊື້ອປະ​ຫວັດ​ສາດ​ທີ່​ສະ​ຫງ່າ​ລາ​ສີ. ປະ​ຈຸ​ບັນ, ຫາຍ​ເຢືອງແມ່ນ​ແຂວງ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສ​າ​ມາດ​ບົ່ມ​ຊ້ອນເພື່ອ​ພັດ​ທະ​ນາ.

ຫາຍເຢືອງຕັ້ງ​ຢູ່ທາງກ້ຳຕາເວັນອອກຂອງເມືອງຫຼວງທັງລອງເມື່ອກ່ອນນີ້ - ảnh 1
ວັດ​ກົນ​ເຊີນຢູ່​ເທດ​ສະ​ບານ​ຈິ​ລິງ​ໃນ​ແຂວງ​ຫາຍ​ເຢືອງ(baohaiduong)​

     ນະ​ຄອນຫາຍ​ເຢືອງຫ່າງ​ຈາກ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ປະ​ມານ 60 ກິ​ໂລ​ແມັດ​ໄປ​ທາງ​ທິດ​ຕາ​ເວັນ​ອອກ. ນັບ​ແຕ່​ໃດໆ​ມາ, ຫາຍ​ເຢືອງເປັນ​ທີ່​ຮູ້​ຈັກ​ກັນ​ດີຍ້ອນ​ແມ່ນ​ດິນ​ແດນ​ແຫ່ງ​ອະ​ລິ​ຍະ​ທຳ ແລະ ​​ມີ​ມູນ​ເຊື້ອມັກ​ການ​ຮ່ຳ​ຮຽນ. ທາງ​ດ້ານ​ການ​ສຶກ​ສາ, ໃນ​ສະ​ໄໝ​ສັກ​ດີ​ນາ, ຫາຍ​ເຢືອງໄດ້​ນຳ​ໜ້າ​ກ່ຽວ​ກັບ​ຈຳ​ນວນ​ຜູ້​ສອບເສັງ​ໄດ້​ລະ​ດັບ​ປະ​ລີ​ຍາ​ເອກໃນຂອບ​ເຂດ​ທົ່ວ​ປະ​ເທດ​ດ້ວຍ​ຈຳ​ນວນ 472 ຄົນ. ໝູ່​ບ້ານ​ໂມ້​ແຈກ, ເມືອງ​ບີງ​ຢາງໄດ້​ຮັບ​ຖື​ວ່າ ແມ່ນ​ໝູ່​ບ້ານ​ປະ​ລີ​ຍາ​ເອກດ້ວຍ​ຈຳ​ນວນ 39 ຄົນ​ຜ່ານ​ສະ​ໄໝ​ສັກ​ດີນ​າ​ຕ່າງໆ. ມີ​ປະ​ລີ​ຍາ​ເອກຫຼາຍ​ຄົນ​ຂອງຫາຍ​ເຢືອງ​ໄດ້​ກາຍ​ເປັນ​ບັນ​ດາ​ຜູ້​ທີ່​ມີ​ຊື່​ສຽງ​ຍ້ອນ​ໄດ້​ປະ​ດິດ​ຄິດ​ແຕ່ງ​ບັນ​ດາ​ບົດ​ນິ​ພົນ, ບົດ​ປະ​ພັນ​ທີ່​ມີ​ຄຸນ​ຄ່າ​ໃນ​ຂົງ​ເຂດ​ການ​ເມືອງ, ການ​ທະ​ຫານ, ວິ​ທະ​ນາ​ສາດ, ວັດ​ນະ​ຄະ​ດີ, ການ​ຕ່າງ​ປະ​ເທດ​ເຊັ່ນ: ຫງວຽນ​ຈ້າຍ, ເຕ້ວ​ຕິ້ງ, ໝາກ​ດິງ​ຈີ, ຝ້າມ​ຊື​ແມ້ງ, ຫງວຽນ​ຟີ​ແຄງ…

     ດ້ວຍ​ມູນ​ເຊື້ອ​ປະ​ຫວັດ​ສາດ​ແຫ່ງ​ອະ​ລິ​ຍະ​ທຳ​ເຊັ່ນ​ນັ້ນ, ໃນ​ທຸກວັນ​ນີ້, ຫາຍ​ເຢືອງມີ​ຄວາມ​ສາ​ມາດ​ຢ່າງ​ໃຫຍ່ຫຼວງ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ເປັນ​ຕົ້ນ​ແມ່ນ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ ແລະ ງານ​ບຸນ. ປະ​ຈຸ​ບັນ, ຫາຍ​ເຢືອງມີ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ເກືອບ 2000 ແຫ່ງ, ໃນ​ນັ້ນ​ມີ 125 ແຫ່ງ​ໄດ້​ຮັບ​ການຢັ້ງ​ຢືນ​ແມ່ນປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດລະ​ດັບ​ຊາດພ້ອມ​ກັບ​ທິວ​ທັດ​ທຳ​ມະ​ຊາດຫຼາຍ​ແຫ່ງ​ທີ່​ລື​ຊື່ເຊັ່ນ: ພະ​ວິ​ຫານ​ບູ​ຊາ ເຈີນ​ລ້ຽວ, ອະ​ນຸ​ສາ​ວະ​ລີ ເຈີນ​ຮຶງ​ດ້າວ, ວັດ​ອານ​ຟຸ, ຖ້ຳກິ້ງ​ຈູ…ພິ​ເສດ​ກຸ່ມປູ​ຊະ​ນີ​ຍະ​ສະ​ຖານ​ ກົນ​ເຊີນ-ກຽບ​ບາກ ຢູ່​ເທດ​ສະ​ບານ​ຈີ້​ລິງ. ຢູ່​ແຫ່ງນີ້​ມີ ປູ​ຊະ​ນີ​ຍະ​ສະ​ຖານ​ນັບ​ຮ້ອຍ​ແຫ່ງ​ທີ່​ເກັບ​ຮັກ​ສາ​ບັນ​ດາ​ອະ​ນຸ​ສອນ​ກ່ຽວ​ກັບ​ບຸ​ລຸດຜູ້​ມີ​ຊື່​ສຽງ 3 ຄົນ​ໃນ​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມ​ເຊັ່ນ: ເຈີນ​ຮຶງ​ດ້າວ - ນັກ​ການ​ທະ​ຫານ​ທີ່​ດີ​ເດັ່ນ, ຫງວຽນ​ຈ້າຍ - ນັກ​ວັດ​ທະ​ນະ​ທຳ​ທີີ່​ມີ​ຊື່​ສຽງ ແລະ ອາ​ຈານ ຈູ​ວັນ​ອານ. ທ່ານ ເລ​ຢີ​ແມ້ງ ຮອງ​ຫົວ​ໜ້າ​ຄະ​ນະ​ຄຸ້ມ​ຄອງ​ເຂດປູ​ຊະ​ນີ​ຍະ​ສະ​ຖານ​ ກົນ​ເຊີນ-ກຽບ​ບາກໃຫ້​ຮູ້​ວ່າ : 

    “ ຢູ່​ບໍ​ລິ​ເວນ​ທາງ​ກ້ຳ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ແຂວງ ຫາຍ​ເຢືອງ, ເຂດປູ​ຊະ​ນີ​ຍະ​ສະ​ຖານ​ ກົນ​ເຊີນ-ກຽບ​ບາກແມ່ນ​ສູນ​ສາ​ສະ​ໜາ​ເຫຼື້ອມ​ໃສ​ຂອງ​ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ເວົ້າລວມ ແລະ ແຂວງ​ຫາຍ​ເຢືອງ​ເວົ້າ​ສະ​ເພາະ. ນີ້​ແມ່ນ​ສະ​ຖານ​ທີ່ນອນ​ໃນ​ເສັ້ນ​ທາງ​ໄປ​ນະ​ມັດ​ສະ​ການ​ຕາມທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອຈາກ​ທັງ​ລອງ​ໄປ​ພູ​ອຽນ​ຕືຊຶ່ງ​ແມ່ນ​ດິນ​ແດນ​ແຫ່ງ​ພຸດ​ທະ​ສາ​ສະ​ໜາ. ຢູ່​ເທດ​ສະ​ບານ ຈີ້​ລິງ, ມີ​ວັດ​ກົນ​ເຊີນ ຕິດ​ພັນ​ກັບ​ສາ​ສະ​ໜາ​ພ​ຸດ, ຫ່າງ​ຈາກນັ້ນ 5 ກິ​ໂລ​ແມັດ​ແມ່ນ​ວິ​ຫານ​ກຽບ​ບາກ ຊຶ່ງ​ແມ່ນ​ບ່ອນ​ບູ​ຊາເຈີນ​ຮຶງ​ດ້າວ - ນັກ​ການ​ທະ​ຫານ​ທີ່​ດີ​ເດັ່ນ​, ຄຽງ​ຂ້າງນັ້ນ​ແມ່ນ​ວິ​ຫານ​ບູ​ຊາຈູ​ວັນ​ອານ ຊຶ່ງ​ແມ່ນ​ອາ​ຈານ​ຮັບ​ຖື​ເປັນ​ແບບ​ຢ່າງ​ຂອງ​ນັກ​ຮຽນ​ຫວຽດ​ນາມ ”

      ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ຫາຍ​ເຢືອງ ບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ດ້ວຍ​ບັນ​ດາ​ປູຊະ​ນີຍະ​ສະ​ຖານ​ປະ​ຫວັດ​ສາດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ທ້ອງ​ຖິ່ນ​ທີ່​ມີຫຼາຍ​ງານ​ບຸນ​ອັນ​ເປັນ​ປະ​ເພ​ນີ. ໃນ​ມື້​ຕົ້ນ​ປີ​ໃໝ່, ຫາຍ​ເຢືອງ​ໄດ້​ມີ​ງານ​ບຸນ​ລັ່ນ​ລະ​ຄັງຢູ່​ວັດ​ດົງ​ເງາະ ທີ່​ເມືອງ​ແທງ​ຮ່າ ອັນ​ໄດ້​ເປີດ​ສາກ​ບັນ​ດາ​ງານ​ບຸນ​ຍາມ​ລະ​ດູ​ບານ​ໃໝ່​ຂອງ​ແຂວງ, ຮອດ​ເດືອນ 8 ໂດຍ​ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ຊຶ່ງ​ແມ່ນ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ​ວຽນ​ມາ, ກໍ​ຮອດ​ເວ​ລາ​ຈັດ​ງານ​ບຸນ​ພະ​ວິ​ຫານ​ກຽບ​ບາກ. ມາ​ຮ່ວມ​ງານ​ບຸນ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ໄດ້​ຮັບ​ຊົມ​ການ​ແຫ່​ວໍ, ເຂົ້າ​ຮ່ວມ​ການ​ລະຫຼິ້ນ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ….

       ພ້ອມ​ກັບ​ບັນ​ດາ​ງານ​ບຸນ​ອັນ​ເປັນ​ປະ​ເພ​ນີ, ຫາຍ​ເຢືອງ ແລະ ເຂດ​ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ແຂວງນີ້ ຍັງ​ມີ​ຊື່​ສຽງ​ຍ້ອນ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອູ່​ຂອງ​ພື້ນ​ຖານ​ສິ​ລະ​ປະ​ຂັບ​ແຈວ​ຂອງ​ເຂດ​ທົ່ງ​ພຽງ​ພາກ​ເໜືອ. ນອກ​ຈາກນັ້ນ, ຢູ່​ແຫ່ງນີ້​ຍັງ​ເກັບ​ຮັກ​ສາ​ບັນ​ດາ​ປະ​ເພ​ດສິ​ລະ​ປະພື້ນ​ເມືອງ​ເຊັ່ນ: ສິ​ລະ​ປະ​ຂັບ​ຕວງ, ຂັບ​ກາ​ຈູ , ຂັບ​ກ້ຽວ, ຂັບ​ກອ່ມ​ລູກ, ພິ​ເສດ​ແມ່ນ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ​. ທ່ານຝ້າມ​ວັນ​ຕອງ, ຫົວ​ໜ້າ​ກອງ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ ຕາ​ແສງ​ຮົ່ງ​ຟອງ​ໃຫ້​ຮູ້​ວ່າ : 

     “ ບັນ​ດາ​ລາຍ​ການ​ສະ​ແດງຂອງກອງ​ລະ​ຄອນ​ຕຸກ​ກະ​ຕາ​ນ້ຳ ຕາ​ແສງ​ຮົ່ງ​ຟອງ ແມ່ນບັນ​ດາ​ການ​ເຄື່ອນ​ໄຫວສັງ​ຄົມ​ຂອງ​ທ້ອງ​ຖິ່ນ. ນອກ​ຈາກວຽກ​ໄຮ່​ການ​ນາ, ພໍ່​ແມ່​ປະ​ຊາ​ຊົນ​ກໍ​ຄຳ​ນຶງ​ເຖິງວຽກ​ງານ​ຂອງ​ຕົນ​ຢູ່​ຕາມ​ທົ່ງ​ໄຮ່​ທົ່ງ​ນາ ເພື່ອ​ສ້າງ​ເປັນ​ລະ​ຄອນ​ຊຶ່ງວາດ​ພາບ​ເຖິງ​ການ​ອອກ​ແຮງ​ງານ, ທຸກ​ເຫດ​ການ​ທີ່​ເກີດ​ຂຶ້ນ​ໃນ​ການ​ດຳ​ລົງ​ຊີ​ວິດ. ແລະ​ເມື່ອ​ຈັດ​ງານ​ບຸນ​ແຕ່​ລະ​ຄັ້ງ, ກໍ​ນຳ​ມາ​ສະ​ແດງ​ເພື່ອ​ສ້າງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ, ລະ​ດົມ​ກຳ​ລັງ​ໃຈ​ແກ່​ພໍ່​ແມ່​ພີ​ນ້ອງ​ໃນ​ການ​ອອກ​ແຮງ​ງານ, ທຳ​ການ​ຜະ​ລິດ ”

      ຫາຍ​ເຢືອງ​ໃນ​ປະ​ຈຸ​ບັນຫຼື​ເຂດ​ທາງ​ທິດ​ຕາ​ເວນ​ອອກ​ຂອງ​ເມືອງຫຼວງ​ທັງ​ລອງ​ເມື່ອ​ກ່ອນນີ້ ຍາມ​ໃດ​ກໍ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ​ຂອງ​ດິນ​ແດນ​ທີ່​ສັກ​ສິດ​ໃຫ້​ກຳ​ເນີດ​ບັນ​ດາ​ບຸກ​ຄົນ​ທີ່ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ. ບັນ​ດາ​ລູກ​ຮັກຫຼານ​ແພງ​ຂອງ​ຫາຍ​ເຢືອງ ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມສືບ​ທອດ, ເສີມ​ຂະ​ຫຍາຍ​ບັນ​ດາ​ມູນ​ເຊື້ອ​ອັນ​ດີ​ງາມນັ້ນ​ໃນ​ການ​ດຳ​ລົງ​ຊີ​ວິດ​ໃຮ​ນ​ວັນ​ນີ້​ເພື່ອ​ສ້າ​ງ​ສາ​ແຂວງ​ຫາຍ​ເຢືອງ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ​ພ້ອມ​ກັນ​ນັ້ນ ກໍເສີມ​ຂະ​ຫຍາຍບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ອັນ​ດີ​ງາມ​ຂອງ​ທ້ອງ​ຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ