ຫຼີເຊີນ ມຸ່ງໄປສູ່ການສ້າງເປັນສູນທ່ອງທ່ຽວທະເລໝູ່ເກາະ

(VOVWORLD) -     ເດືອນພະຈິກປີ 2022 ກົມການເມືອງສູນກາງພັກໄດ້ປະກາດໃຊ້ມະຕິວ່າດ້ວຍການພັດທະນາເສດຖະກິດສັງຄົມແລະການຮັບປະກັນການປ້ອງກັນຊາດປ້ອງກັນຄວາມສະຫງົບເຂດຕອນເໜືອຂອງພາກກາງແລະເຂດແຄມທະເລຂອງພາກກາງເຖິງປີ 2030 ວິໄສທັດເຖິງປີ 2045. ຕາມນັ້ນແລ້ວໄດ້ກຳນົດວາງແຜນຜັງຫຼີເຊີນແຂວງກວ໋າງເຫງຍກາຍເປັນສູນທ່ອງທ່ຽວທະເລໝູ່ເກາະ. 30 ປີເຕັມນັບແຕ່ໄດ້ຮັບການສ້າງຕັ້ງຄືວັນທີ 1 ມັງກອນປີ 1993 ອົງຄະນະພັກອຳນາດການປົກຄອງກອງທັບແລະປະຊາຊົນຫຼີເຊີນ ໄດ້ຮ່ວມແຮງຮ່ວມໃຈກໍ່ສ້າງເມືອງເກາະໃຫ້ກາຍເປັນຕົວເມືອງທະເລສີວິໄລທັນສະໄໝໂດຍໄວຕິດພັນກັບການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ
ຫຼີເຊີນ ມຸ່ງໄປສູ່ການສ້າງເປັນສູນທ່ອງທ່ຽວທະເລໝູ່ເກາະ - ảnh 1ເມືອງເກາະຫຼີເຊີນພາຍຫຼັງ 30 ປີແຫ່ງການສ້າງຕັ້ງ ແລະຂະຫຍາຍຕົວ

      ເມືອງຫຼີເຊີນແມ່ນເມືອງເກາະຖືກແຍກອອກຈາກເມືອງບິ່ງເຊີນຂອງແຂວງກວ໋າງຫງາຍນັບແຕ່ ເດືອນມັງກອນປີ 1993 ແລະໄດ້ກາຍເປັນເມືອງເກາະດ້ານໜ້ານັບແຕ່ນັ້ນເປັນຕົ້ນມາ. ເມືອງເກາະນອນຢູ່ທາງທິດຕາເວັນອອກສຽງເໜືອຂອງແຂວງກວ໋າງຫງາຍຫ່າງຈາກດິນຕໍ່ແຜ່ນ 15 ໄມທະເລ. ເດືອນເມສາປີ 2007 ແຂວງກວ໋າງຫງາຍໄດ້ເປີດສາຍທ່ອງທ່ຽວ “ທະເລເກາະຫຼີເຊີນ” ແລະນັບແຕ່ນັ້ນເປັນຕົ້ນມາຫຼີເຊີນໄດ້ຮັບຖືວ່າເປັນເກາະສະຫວັນເຮັດໃຫ້ຈິດໃຈມະນຸດຫຼົງໄຫຼ. ພາຍຫຼັງ 30 ປີແຫ່ງການກໍ່ສ້າງແລະຂະຫຍາຍຕົວລະດັບການເຕີບໂຕ ເສດຖະຖະກິດສະເລ່ຍຂອງເມືອງຫຼີເຊີນ ບັນລຸແຕ່ 10% ຫາ 12% ຕໍ່ປີ. ປີ 2022 ມູນຄ່າບັນດາຂະແໜງເສດຖະກິດບັນລຸເກືອບ 3.850 ຕື້ດົ່ງທົບກວ່າ 45 ເທົ່າເມື່ອທຽບໃສ່ປີ 1993.ລາຍຮັບສະເລ່ຍໃສ່ຫົວຄົນຢູ່ເມືອງຫຼີເຊີນໃນປັດຈຸບັນບັນລຸກວ່າ 37 ລ້ານຕໍ່ປີເພີ່ມຂຶ້ນທົບ 192 ເທົ່າເມື່ອທຽບໃສ່ໄລຍະກ່ອນນີ້ 30 ປີ. ທ່ານ ມາຍຢາງຢູ່ອານຫ໋າຍເມືອງຫຼີເຊີນເປີດເຜີຍວ່າ:

       “ນັບແຕ່ເມືອງຫຼີເຊີນໄດ້ຮັການສ້າງຕັ້ງຂຶ້ນລັດກໍ່ໄດ້ລົງທຶນຢ່າງຄົບຖ້ວນໃຫ້ແກ່ຊາວເກາະຫຼີເຊີນ ຄືເສັ້ນທາງໄປມາ, ໂຮງຮຽນ, ສຸກສາລາກໍ່ໃຫຍ່ໂຕໂອ້ໂຖງ. ລູກຫຼານກໍ່ໄດ້ໄປໂຮງຮຽນທັງໝົດ. ເປັນຕົ້ນມີໄຟຟ້າໃຊ້.ພໍ່ແມ່ພີ່ນ້ອງຢູ່ເກາະຫຼີເຊີນດີໃຈທີ່ສຸດ”.

       ປັດຈຸບັນຫຼີເຊີນມີສະຖານທີ່ພັກເຊົາ 133 ແຫ່ງ ປະກອບດ້ວຍຫຼາຍກວ່າ 1.000 ຫ້ອງ, ຄຸນນະພາບການບໍລິການນັບມື້ນັບຍົກສູງຂຶ້ນ. ການພັດທະນາການທ່ອງທ່ຽວກໍ່ໄດ້ສ້າງວຽກເຮັດງານທຳ ແລະລາຍຮັບໃຫ້ແກ່ແຮງງານປະມານ 7.000 ຄົນ. ມາຮອດປັດຈຸບບັນຈຳນວນແຂກທ່ອງທ່ຽວໄປທ່ຽວຢູ່ເກາະແມ່ນປະມານ 265.000 ຄົນຕໍ່ປີ. ນາງຟານທິແທັງຊາວຫວຽດນາມອາໄສຢູ່ ອາເມລິກາທ່ຽວຢູ່ເກາະຫຼີເຊີນໃຫ້ຮູ້ວ່າ:

     “ມາທ່ຽວເກາະຫຼີເຊີນຂ້າພະເຈົ້າກໍ່ໄດ້ຢ້ຽມຊົມທັດສະນະສຶກສາໄດ້ຮັບການແນະນຳຫຼາຍສະຖານທີ່ທ່ອງທ່ຽວ ທີ່ຍາກຈະຫາໄດ້. ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຕໍ່ປະເທດຫວຽດນາມມີເກາະຫຼີເຊີນສວຍໝູ່ເກາະງາມເຊັ່ນນີ້”.

    ເມືອງເກາະຫຼີເຊີນໄດ້ກຳນົດການຈັບຫາປາ ລ້ຽງປູກສິນໃນນ້ຳ ແມ່ນຂະແໜງເສດຖະກິດທີ່ສຳຄັນຕິດພັນກັບການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ. ໂດຍໄດ້ຮັບການໜູນຊ່ວຍຈາກລັດຊາວປະມົງຢູ່ເມືອງເກາະໄດ້ກ້າຫານລົງທຶນຕໍ່ເຮືອໃຫຍ່ ເພື່ອເດີນທະເລຫາປາຢ່າງມີປະສິດທິຜົນແລະຖືກຕ້ອງຕາມກົດໝາຍ. ປັດຈຸບັນຫຼີເຊີນມີເຮືອຫາປາໃຫຍ່ຫຼາຍກວ່າ 500ລຳ. ລຸງເຢືອງມິງແທັງ ຊາວປະມົງຢູ່ເກາະຫຼີເຊີນໃຫ້ຮູ້ວ່າ:

     “ຊາວປະມົງພວກຂ້າພະເຈົ້າມີຊິວິດຕ້ອງຕິດພັນກັບທະເລ. ພໍ່ແມ່ພີ່ນ້ອງຍາມໃດກໍ່ໄດ້ກຳນົດການຫາປາ ການເດີນທະເລເພື່ອສ້າງເສດຖະກິດແລະປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ”.

      ທ່ານນາງຟ້າມທິເຮືອງ ປະທານຄະນະກຳມະການປະຊາຊົນເມືອງຫຼີເຊີນໃຫ້ຮູ້ວ່າ ມະຕິຂອງອົງຄະນະພັກ ແຂວງ ກວ໋າງຫງາຍຄັ້ງທີ 20 ແລະມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງໄດ້ກຳນົດວ່າຕ້ອງນຳຫຼີເຊີນກາຍເປັນແກ່ນສານຊຸກຍູ້ການພັດທະນາການທ່ອງທ່ຽວຂອງແຂວງ. ໃນສະເພາະໜ້າໃນປີ 2023 ທາງທ້ອງຖິ່ນສູ້ຊົນໃຫ້ຍອດມູນຄ່າການຜະລິດບັນດາຂະແໜງເສດຖະກິດເພີ່ມຂຶ້ນແຕ່ 12% ຫາ 13% ແລະຕ້ອນຮັບແຂກທ່ອງທ່ຽວແຕ່ 200.000 ຫາ 250.000 ເທື່ອຄົນ. ທ່ານນາງຟ້າມທິເຮືອງໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ກຳນົດວ່າ ເສດຖະກິດທ່ອງທ່ຽວແມ່ນຈຸດສຸມ. ບົນພື້ນຖານແຜນການຟື້ນຟູເສດຖະກິດສັງຄົມຂອງແຂວງ. ພວກຂ້າພະເຈົ້າກໍ່ໄດ້ມອບໝາຍໜ້າທີ່ລະອຽດໃຫ້ແກ່ບັນດາຂະແໜງ. ພວກຂ້າພະເຈົ້າເລັ່ງໃສ່ວຽກງານປະຕິຮູບດ້ານບໍລິຫານນຳພາໃນການລິຫານເພື່ອສ້າງຄວາມເພິງພໍໃຈໃຫ້ແກ່ປະຊາຊົນ”.

       ບົນພື້ນຖານບັນດາຜົນງານທີ່ຍາດມາໄດ້ໃນ 30 ປີທີ່ຜ່ານມານີ້ແມ່ນພື້ນຖານເພື່ອໃຫ້ແຂວງກວ໋າງເຫງຍ ສະຫງວນແຫຼ່ງກຳລັງຢ່າງໃຫຍ່ຫຼວງເພື່ອສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງຫຼີເຊີນໃຫ້ຖືກຕາມການກຳນົດທິດ. ທາງທ້ອງຖິ່ນກໍ່ໄດ້ຕັດສິນໃຈປະຕິບັດໂດຍໄວທີ່ສຸດເພື່ອສົມກັບຄວາມສາມາດບົ່ມຊ້ອນແລະທີ່ຕັ້ງບົດບາດທີ່ສຳຄັນຂອງຫຼີເຊີນພິເສດແມ່ນທີ່ຕັ້ງທາງດ້ານປ້ອງການຊາດ ປ້ອງກັນຄວາມສະຫງົບກໍ່ຄືທະເລເກາະໃນທົ່ວປະເທ

ຕອບກັບ

ຂ່າວ/ບົດ​ອື່ນ