ອະນຸລັກຕະຫຼາດບົນແມ່ນ້ຳ ກ໊າຍຣັງ ຕາມທິດກົມກຽວ “ທຳມະຊາດ - ສ້າງເອງ”

(VOVWORLD) -ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດ ດື່ມ ຂອງນະຄອນ ເກິ່ນເທີ ເຄີຍໄດ້ຮັບການຄັດເລືອກຈາກວາລະສານທ່ອງທ່ຽວ Rough Guide  ຂອງອັງກິດ ແມ່ນໜຶ່ງໃນຕະຫຼາດ 10 ແຫ່ງທີ່ໜ້າປະທັບໃຈທີ່ສຸດໃນໂລກ. ເພື່ອຮັກສາບັນດາຈຸດທີ່ເປັນເອກະລັກສະເພາະ ຂອງຕະຫຼາດບົນແມ່ນ້ຳ ກໍ່ຄືດຶງດູດແຂກທ່ອງທ່ຽວ, ນະຄອນ ເກິ່ນເທີ ພວມຜັນຂະຫຍາຍແຜນ “ອະນຸລັກ ແລະ ພັດທະນາຕະຫຼາດບົນແມ່ນ້ຳ ກ໊າຍຣັງ” ຕາມທິດກົມກຽວ
ອະນຸລັກຕະຫຼາດບົນແມ່ນ້ຳ ກ໊າຍຣັງ ຕາມທິດກົມກຽວ “ທຳມະຊາດ - ສ້າງເອງ” - ảnh 1 ຕະຫຼາດບົນແມ່ນ້ຳ ກ໊າຍຣັງ

ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ເຄີຍແລກປ່ຽນຊື້ຂາຍສະເພາະແຕ່ຜະລິດຕະພັນກະເສດ, ໝາກໄມ້ຊະນິດຕ່າງໆ ພ້ອມກັບສິນຄ້າສະບຽງອາຫານ ຮັບໃຊ້ການກິນດື່ມບົນລຳແມ່ນ້ຳ ແລະ ກໍ່ແມ່ນສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກຂອງເມືອງ ກ໊າຍຣັງ ນະຄອນ ເກິ່ນເທີ. ບັນດາປະເພນີດຳເນີນຊີວິດ, ແບບວິທີແລກປ່ຽນຊື້ຂາຍສິນຄ້າ ທີ່ເປັນເອກະລັກຂອງຊາວທ້ອງຖິ່ນ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າລວມ ແລະ ນະຄອນ ເກິ່ນເທີ ເວົ້າສະເພາະ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຫຼາຍ ພ້ອມທັງສວມບົດບາດສຳຄັນທີ່ສຸດ ໃນການພັດທະນາການທ່ອງທ່ຽວຂອງນະຄອນ ເກິ່ນເທີ. ຕາມທ່ານ ເວືອງກົງແຄັງ ຮອງປະທານຄະນະກຳມະການປະຊາຊົນເມືອງ ກ໊າຍຣັງ ນະຄອນ ເກິ່ນເທີ ແລ້ວ ພ້ອມກັບບັນດາບັນຫາຊ່ວຍໜູນສັງຄົມ, ສິ່ງແວດລ້ອມ, ໃນແຜນ “ອະນຸລັກ ແລະ ພັດທະນາຕະຫຼາດບົນແມ່ນ້ຳ ກ໊າຍຣັງ” ທາງນະຄອນຍັງນຳເຂົ້າໂຄງການກໍ່ສ້າງຝັ່ງເຈື່ອນແມ່ນ້ຳ ເກິ່ນເທີ - ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ໃນນັ້ນ ຝັ່ງເຈື່ອນຕອນຢູ່ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ຈະໄດ້ຮັບຄວາມເອົາໃຈໃສ່ອອກແບບເປັນພິເສດ ເພື່ອແທດເໝາະກັບຈຸດພິເສດສະເພາະ ການເຄື່ອນໄຫວຂອງຮູບແບບ “ທ່ານ້ຳ” ຢູ່ຕະຫຼາດບົນແມ່ນນ້ຳ. ທ່ານ ເວືອງກົງແຄັງ ກ່າວວ່າ:

 “ພາຍຫຼັງກໍ່ສ້າງສຳເລັດ ຈະສ້າງເງື່ອນໄຂ ເພື່ອໃຫ້ການຂົນສົ່ງສິນຄ້າຂອງພວກພໍ່ຄ້າຊາວຂາຍຢ່າງສະດວກສະບາຍ ແລະ ຮັບປະກັນຄວາມງາມຂອງຕະຫຼາດ. ແຂກທ່ອງທ່ຽວອາດຈະຢືນເທິງຝັ່ງ ເພື່ອຮັບຊົມທິວທັດທຳມະຊາດຂອງຕະ ຫຼາດ”.

 ປັດຈຸບັນໃນແຕ່ລະວັນ ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ມີເຮືອແຕ່ 250 - 300 ລຳ ແວ່ຊື້ຂາຍຍົກຜະລິດຕະພັນກະເສດ, ມີເຮືອນ້ອຍປະມານ 30 ລຳ ແວ່ຊື້ຂາຍໝາກໄມ້, ອາຫານຂອງທ້ອງຖິ່ນ. ຕາມນັກຄົ້ນຄວ້າວັດທະນະທຳ ເຍິມຮຸ່ງ ແລ້ວ, ພາຍຫຼັງທີ່ໄດ້ຮັບການສ້າງຕັ້ງຂຶ້ນເປັນຮູບປະທຳ ແລະ ພັດທະນາມາເປັນ 100 ປີ, ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ສາມາດຢັ້ງຢືນ ແມ່ນຕະຫຼາດບົນແມ່ນ້ຳທຳມະຊາດ, ແມ່ນແມ່ນ້ຳຂາຍຍົກດ້ວຍພາຫະນະຫຼາຍຢ່າງ ແລະ ມີແຫຼ່ງສິນຄ້າອຸດົມສົມບູນ. ເພາະສະນັ້ນເປົ້າໝາຍສຳຄັນ ແມ່ນຕ້ອງອະນຸລັກການເຄື່ອນໄຫວ ພົວພັນແລກປ່ຽນຊື້ຂາຍ ແລະ ວັດທະນະທຳຢູ່ຕະຫຼາດບົນແມ່ນ້ຳ. ຖ້າຫາກອະນຸລັກໄດ້ຢ່າງມີປະສິດທິຜົນ ຈະສາມາດກາຍເປັນຜະລິດຕະພັນທ່ອງທ່ຽວແບບຍືນຍົງໄດ້. ທ່ານ ຫງວຽນແຄັ໊ງຕຸ່ງ ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວ ນະຄອນ ເກິ່ນເທີ ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າໃຫ້ບຸລິມະສິດແກ່ບັນດາວິທີການແກ້ໄຂ ກ່ຽວກັບການ ພັດທະນາວັດທະນະທຳທ້ອງຖິ່ນ ສຳລັບບັນດາການເຄື່ອນໄຫວ ດຳເນີນຊີວິດຂອງປະຊາຊົນ ເຊິ່ງໄດ້ສະແດງອອກຜ່ານວິທີສອນໃຫ້ແກ່ຊາວທ້ອງຖິ່ນ ກ່ຽວກັບມະນຸດສຳພັນດ້ວຍພາສາຕ່າງປະເທດ, ຊຸດຮຽນແນະນຳ ຜະລິດຕະພັນ ແຕ່ລະ ຢ່າງ, ເຮືອແຕ່ລະຊະນິດ ເພື່ອໃຫ້ເຂົາເຈົ້າສາມາດ ພົວພັນແລກປ່ຽນກັບແຂກທ່ອງທ່ຽວ. ພ້ອມກັນນັ້ນກໍ່ສອນໃຫ້ເຂົາເຈົ້າສາມາດຂັບຮ້ອງ ເດີນກາຕານຕື໋ ໄດ້ ແລະ ຈັດຕັ້ງການເຄື່ອນໄຫວດຳເນີນຊີວິດຊຸມຊົນ, ບັນດາລາຍການສະແດງ ສິລະປະ ຂັບເດີນກາຕາຍຕື໋ ໃນແຕ່ລະອາທິດບົນລຳແມ່ນ້ຳ”.

ຕະຫຼາດບົນແມ່ນ້ຳ ກ໊າຍຣັງ ມີບົດບາດສຳຄັນທີ່ສຸດໃນການພັດທະນາການທ່ອງທ່ຽວຂອງ ເກິ່ນເທີ ເວົ້າສະເພາະ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເວົ້າລວມ. ການອະນຸລັກຕະຫຼາດບົນແມ່ນ້ຳ ແລະ ວັດທະນະທຳຕະຫຼາດບົນແມ່ນນ້ຳ ກ໊າຍຣັງ ແມ່ນວິທີຮັກສາສ່ວນໜຶ່ງຂອງປະຫວັດສາດ, ຄວາມເປັນເອກະລັກທາງດ້ານວັດທະນະທຳແມ່ນ້ຳລຳເຊ ເຂດພາກຕາເວັນຕົກ ເຊື່ອມຈອດການພັດທະນາການທ່ອງທ່ຽວ, ໃນຍຸກສະໄໝໃໝ່, ການອະນຸລັກຕ້ອງຮັບປະກັນຄວາມເຫັນດີເຫັນພ້ອມ ແລະ ກົມກຽວທາງດ້ານຜົນປະໂຫຍດ ຂອງທັງພວກພໍ່ຄ້າຊາວຂາຍຢູ່ຕະຫຼາດ - ຊາວກະສິກອນ - ແຂກທ່ອງທ່ຽວ - ລັດ; ມີວິທີເຮັດໃໝ່, ແຕ່ກໍ່ຕ້ອງຮັກສາຄຸນຄ່າທີ່ເປັນມູນເຊື້ອຂອງຕະຫຼາດບົນແມ່ນ້ຳ ກ໊າຍຣັງ.

ຕອບກັບ

ຂ່າວ/ບົດ​ອື່ນ