ອະນຸສາວະລີປະທານໂຮ່ຈີມິນໃນທ່າມກາງທະເລທ້ອງຟ້າ ທາງທິດຕາເວັນອອກພາກເໜືອ

(VOVWORLD) -ເມື່ອງເກາະດ່ານໜ້າໂກໂຕແຂວງກວ໋າງນິງແມ່ນສະຖານທີ່ພຽງແຫ່ງດຽວໃນທົ່ວປະເທດເຊິ່ງທ່ານປະທານໂຮ່ຈີມິນ ໄດ້ເຫັນດີໃຫ້ຕັ້ງຮູບປັ້ນຂອງເພິ່ນ ໃນຄາວເພິ່ນຍັງມີຊີວິດຢູ່. ໂດຍຜ່ານກວ່າເຄິ່ງສະຕະວັດ, ຮູບປັ້ນປະທານໂຮ່ຈີມິນມຸ່ງໜ້າສູ່ທະເລຕາເວັນອອກຍາມໃດກໍ່ມີທີ່ຕັ້ງພິເສດໃນຫົວໃຈຂອງປະຊາຊົນເມືອງເກາະເວົ້າສະເພາະແລະຂອງທົ່ວປະເທດເວົ້າລວມ
ອະນຸສາວະລີປະທານໂຮ່ຈີມິນໃນທ່າມກາງທະເລທ້ອງຟ້າ ທາງທິດຕາເວັນອອກພາກເໜືອ - ảnh 1ອະນຸສາວະລີປະທານໂຮ່ຈີມິນໃນເກາະ ໂກໂຕ

    ໃນຊຸມວັນເດືອນພຶດສະພາ, ທ້ອງຟ້າຢູ່ ໂກໂຕ ແຈ່ມໃສ. ບັນດາເສັ້ນທາງໃນເກາະມີດອກຊິມສີອິດພາກັນບານສະພັງ.ປ້າເຈິ່ນທິຈັກອາຍຸ 79 ຢູ່ເທດສະບານເມືອງໂກໂຕຍັງຈື່ດີກ່ຽວກັບອະນຸສອນໃນ 60 ປີຄືນຫຼັງ. ຄາວນັ້ນປ້າມີອາຍຸພຽງ 19 ປີແມ່ນທະຫານລາດພ້ອມກັບທະຫານໃນເກາະໄດ້ຮັບມອບໝາຍໜ້າທີ່ປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ພິທີຕ້ອນຮັບປະທານໂຮ່ຈີມິນມາຢາມເມືອງເກາະເມື່ອວັນທີ 9 ພຶດສະພາປີ 1961. ປ້າຈັກເລົ່າຄືນສູ່ຟັງວ່າ:

     “ໃນມື້ປະທານໂຮ່ຈີມິນລົງຍາມເກາະ,ເບິ່ງເພິ່ນແມ່ນຄົນເຈົ້າຊູ້. ມີປະຊາຊົນນັບ 1.000 ຄົນຈາກເກາະຕ່າງໆຄືແທັງເລິນ, ໂກໂຕກໍ່ລ້ວນແຕ່ມານີ້ ແຕ່ລະຄົນກໍ່ໄດ້ຈັບທຸງແດງດາວຄຳເພື່ອຂ່ຳນັບຮັບຕ້ອນປະທານໂຮ່ຈີມິນມາຢາມ”.

       ດ້ວຍຄວາມເຄົາລົບນັບຖືທີ່ສະຫງວນໃຫ້ປະທານໂຮ່ຈີມິນ, ກອງທັບ ແລະ ປະຊາຊົນເມືອງເກາະ ໂກໂຕໄດ້ຂໍອະນຸຍາດໃຫ້ຕັ້ງຮູບປັ້ນຂອງເພິ່ນໃນເກາະເພື່ອໃນແຕ່ລະວັນກໍ່ໄດ້ຮັບຊົມຮູບພາບຂອງເພິ່ນ. ຄວາມມຸ່ງຫວັງຂອງປະຊາຊົນໃນເກາະແມ່ນໄດ້ຮັບຄວາມເຫັນດີຈາກປະທານໂຮ່ຈີມິນ. ປີ 1968 ອະນຸສາວະລີປະທານໂຮ່ຈີມິນຖືກນັກປະຕິມາກຳຫງວຽນວັນເກ໊ ພ້ອມກັບບັນດາເພື່ອນຮ່ວມອາຊີບໄດ້ລົງມືປະຕິບັດ. ນີ້ແມ່ນສະຖານທີ່ພຽງແຫ່ງດຽວທີ່ປະທານໂຮຈີມິນ ໄດ້ໃຫ້ຕັ້ງຮູບປັ້ນເມື່ອເພິ່ນຍັງມີຊີວິດຢູ່. ບ່ອນທີ່ປະທານໂຮ່ຈີມິນພົບປະກັບພະນັກງານປະຊາຊົນໃນເກາະປັດຈຸບັນໄດ້ກາຍເປັນເຮືອນທີ່ລະນຶກ. ນາງຫງວຽນທິເມນຢູ່ເກາະໂກໂຕໃຫ້ຮູ້ວ່າ:

       “ບໍ່ພຽງແຕ່ໃນວັນບຸນ, ວັນບຸນເຕັດຫຼືການໄປເດີນທະເລທີ່ຫ່າງໄກເທົ່ານັ້ນ, ຫາກຍັງນັບທັງວັນພິເສດຂອງຄອບຄົວຄືວັນສ້າງຄອບຄົວ, ເມື່ອການຮ່ຳຮຽນໄດ້ຮັບຜົນດີພວກກຂ້າພະເຈົ້າກໍ່ລ້ວນແຕ່ມາຈູດທູບໄຕ້ທຽນ ເພື່ອແຈ້ງຜົນງານຕໍ່ເພິ່ນ, ຫວັງວ່າປະທານໂຮ່ຈີມິນຈະຊ່ວຍເຫຼືອໃຫ້ປະເທດຊາດມີສັນຕິພາບປະຊາຊົນມີຄວາມສະຫງົບສຸກວຽກງານທຸກຢ່າງດຳເນີນໄປດ້ວຍດີ, ຮູບປັ້ນປະທານໂຮ່ຈີມິນໃນເກາະໂກໂຕບໍ່ພຽງແຕ່ແມ່ນສະຖານທີ່ແຫ່ງຈິດວິນຍານອຸ້ມຊູຊ່ວຍເຫຼືອໃຫ້ປະຊາຊົນເທົ່ານັ້ນ ຫາກຍັງມີຄວາມໝາຍພິເສດສຳລັບຊາວເມືອງເກາະອີກດ້ວຍ. ຄວາມເອກອ້າງທະນົງໃຈຢ່າງໃຫຍ່ຫຼວງທີ່ສຸດຂອງປະຊາຊົນຢູ່ເມືອງເກາະໂກໂຕແມ່ນໃນແຕ່ລະວັນກໍ່ໄດ້ຮັບຊົມຮູບພາບປະທານໂຮ່ຈີມິນໃນເກາະ”.

       ໂດຍຈົດຈຳຄຳສັ່ງສອນຂອງປະທານໂຮ່ຈີມິນ, ຊາວເມືອງເກາະໂກໂຕໄດ້ມານະພະຍາຍາມໄດ້ກໍ່ສ້າງເກາະດ່ານໜ້າໃຫ້ຍືນຍົງ. ປີ 2013 ເມື່ອຕາຂ່າຍໄຟຟ້າແຫ່ງຊາດໄດ້ຖືກເຊື່ອມຕໍ່ຈາກດິນຕໍ່ແຜ່ນຮອດເກາະດ້ວຍລະບົບສາຍສົ່ງເກືອບ 60 ກິໂລແມັດໄດ້ນຳພະລັງງານໄຟຟ້າມາຮັບໃຊ້ປະຊາຊົນຢູ່ເມືອງເກາະອັນໄດ້ເປັນຂີດໝາຍບາດລ້ຽວໃໝ່ຢູ່ເກາະແຫ່ງນີ້. ໂດຍແມ່ນໜຶ່ງໃນບັນດາອ້າຍຄູຄົນທຳອິດໄດ້ໄປຢູ່ເກາະເມື່ອປີ 1982 ແລະໄດ້ທີວຄວາມຜູກພັນມາຮອດປັດຈຸບັນ, ລຸງເລມິງເຕິນອາຍຸ 72 ປີຢູ່ເທດສະບານເມືອງເກາະໂກໂຕແບ່ງປັນວ່າ:

      “ການປ່ຽນແປງຢູ່ເມືອງເກາະໂກໂຕທີ່ຕ້ອງເວົ້າເຖິງນັ້ນແມ່ນການພັດທະນາເສດຖະກິດ. ໂກໂຕໃນປັດຈຸບັນບໍ່ມີຜູ້ທຸກຍາກອີກແລ້ວ, ປັດຈຸບັນໄດ້ມີໄຟຟ້າ, ທາງຄົມມະນາຄົມ, ໂຮງຮຽນ, ສຸກສາລາມີພື້ນຖານວັດຖຸຄົບຖ້ວນແລະພິເສດມີຄວາມສາມັກຄີລະຫວ່າງປະຊາຊົນໃນເກາະໂກໂຕ”.

      ເມືອງເກາະໂກໂຕຈາກດິນແດນທີ່ຮົກເຮື້ອ ຫວ່າງເປົ່າ ທຸກຍາກມາຮອດປັດຈຸບັນໄດ້ມີການປ່ຽນແປງເທື່ອລະກ້າວກາຍເປັນເມືອງເກາະທຳອິດໃນທົ່ວປະເທດເຊິ່ງລັດຖະບານໄດ້ຮັບຮອງແມ່ນເມືອງຊົນນະບົດໃໝ່. ໂກໂຕພວມປ່ຽນແປງໃນແຕ່ລະວັນສົມກັບຄຳສັ່ງສອນເມື່ອປະທານໂຮ່ຈີມິນລົງຢ້ຽມຢາມ. ຜ່ານກວ່າ 60ປີ, ຮູບປັ້ນປະທານໂຮ່ຈີມິນ ຍັງຄົງຢືນຢ່າງສະຫງ່າອົງອາດຕໍ່ໜ້າລົມ ແລະ ແດດ. ເມື່ອງເກາະໂກໂຕໃນທຸກວັນນີ້ພວມນັບມື້ນັບພັດທະນາໃນທຸກດ້ານ, ປະຊາຊົນໃນເມືອງຕັດສິນໃຈ ສາມັກຄີເປັນຈິດໜຶ່ງໃຈດຽວປະກອບສ່ວນສ້າງໂກໂຕ ໃຫ້ກາຍເປັນແກ້ວມະນີຢູ່ດ່ານໜ້າທາງທິດຕາເວັນອອກພາກເໜືອຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ