ອາຊີບຜະລິດເຄື່ອງສິລະປະຫັດຖະກຳດ້ວຍຜືຢູ່ກີມເຊີນແຂວງນີງບີງ


(vovworld)- ເມືອງ​ກີ​ມ​ເຊີນ​ແຂວງ ນິງ​ບີງ ບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ດ້ວຍ​ບັນ​ດາ​ກຸ່ມ​ໂບດ​ຫີນ​ ຟາດ​ຢ້ຽມ ຊື່ງ​ແມ່ນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເຂດ​ດິນ​ຂອງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ຫັດ​ຖະ​ກຳ​ເຮັດ​ດ້ວຍ​​ຜື​ທີ່​ເປັນ​ມູນ​ເຊື້ອ​ອີກ​ດ້ວຍ. ບັນ​ດາ​ຜະ​ລິດ​ຕະ​ພັນ​ເຮັດ​ດ້ວຍຜື ​ຂອງ ກີມ​ເຊີນ ຍາມ​ໃດ​ກໍ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຜູ້​ໃຊ້​ສອຍ​ຢູ່​ພ​າຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ຍ້ອນ​ຄຸນ​ນະ​ພາບ​ທົນ​ທານ, ງາມ​ຕາ ແລະ ລະ​ອຽດ​ລະ​ອ​ໍ. ​ອາ​ຊີບນີ້​ໄດ້​ກາຍ​ເປັນ​ຄວາມ​ເອກ​ອ້າ​ງ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຊົນ​ກີມ​ເຊີນ.

 

ອາຊີບຜະລິດເຄື່ອງສິລະປະຫັດຖະກຳດ້ວຍຜືຢູ່ກີມເຊີນແຂວງນີງບີງ - ảnh 1
​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ດ້ວຍ​ຜື

        ໄປລຽບ​ຕາມ​ເສັ້ນ​ທາງ​ນ້ອຍ​ເຂົ້າ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ໂບດ​ຫີນ​ຟາດ​ຢ້ຽມ ທີ່ຂຶ້ນ​ກັບ​ເມືອງ ກີມ​ເຊີນ, ​ທ່ານ​ຈະ​ພົບ​ເຫັນບັນ​ດາ​ຜະ​ລິດ​​ຕະພັນ​ເຮັດດ້ວຍ​ຜື​​ທີ່​ມີຫລາຍ​ຮູບ​ແບບ, ມີສີ​ສັນ​​ງາມ​ຕາ​ເຊັ່ນ: ໝວກ, ເກີບ… ​ຖືກ​ວາງ​ຂາຍ​ຢູ່​ຮ້ານ​ຂາຍເຄື່ອງ​ທີ່​ລະ​ນຶກ. ນີ້​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໂດຍ​ສີ​ມື​ຄ່ອງ​ແຄ້ວ​ຂອງ​ຊາວ ກີມ​ເຊີນ​ຜະ​ລິດ​ເອງ. ຖ້າ​ທ່ານ​ມາ​ຢ້ຽມ​ຢາມ ເມືອງ​ກີມ​ເຊີນ ໃນ​ມື້​ແດດ​ຮ້ອນ, ຈະ​ເຫັນ​ຜື​ສົດ, ຜື​ແຫ້ງ, ຜື​​ຖືກຍ້ອມ​ສີ​ສັນ​ຫລາກ​ຫລາຍ​ພວມ​​ຕາກ​ແດດຢູ່​ລຽມ​ຕາມ​ຄັນ​ຄູ, ທົ່ງ​ຫ​ຍ້າ​ທີ່ກວ້າງ​ໃຫ​ຍ່​ຫລື​ກຳ​ແພງ. ເມື່ອ​ລົມ​ພັດ​ມາ, ທ່ານ​ຈະ​ຮູ້​ສຶກໄດ້​ກິ່ນ​ຫອມ​​ຂອງດອກ​ຜື​ ປົນ​ກັບ​ກິ່ນ​ຫອມ​ຂອງ​ເຂົ້າ​ສຸກ​ເຫລືອງ​ເຕັມ​ທົ່ງ​ນາ.

        ຕາມ​ຄຳ​ບອກ​ເລົ່າ​ຂອງ​ຜູ້​ເຖົ້າ​ຜູ້​ແກ່​ຢູ່ ກີມ​ເຊີນ ແລ້ວ, ​ ຫງວ​ຽນ​ກົງ​ຈື ບຸ​ລຸດ​ຜູ້​ມື​ຊື່​ສຽງໄດ້​ຮັບ​ການ​ເຊີດ​ຊູ​ຈາກ​ ປະ​ຊາ​ຊົນ ກີມ​ເຊີນ​ວ່າ ແມ່ນ​ຜູ້​ກໍ່​ຕັ້ງອາ​ຊີບ​ຜະ​ລິດ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ດ້ວຍ​ຜື. ເພີ່ນ​ໄດ້​ນຳ​ເອົາ​ອາ​ຊີບ​ປູກ​ຕົ້ນ​ຜື ແລະ ຕ່ຳ​ຜື ​ມາສອນ​ໃຫ້​ຊາວ​ກີມ​ເຊີນ. ສຳ​ລັບ​ປະ​ຊາ​ຊົນ​ເຂດ​ທະ​ເລ ກີມ​ເຊີນ​ແລ້ວ, ອາ​ຊີບ​ຜະ​ລິດ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ດ້ວຍ​ຜື ບໍ່​ພຽງ​ແຕ່​ແມ່ນ​ອາ​ຊີບ​ເສີມ​ຄວາມ​ງາມເທົ່າ​ນັ້ນ ຫາກ​ຊາວ​ທ້ອງ​ຖິ່ນ​ຖື​ວ່າ​ນີ້ແມ່ນ​ອາ​ຊີບ​ທີ່ນຳ​ມາ​ເຊິ່ງ​ລາຍ​ຮັບ​ ບໍ່​ແມ່ນ​ຫ​ນ້ອຍ ໃຫ້​ແກ່​ເຂົາ​ເຈົ້າອີກ​ດ້ວຍ​.

        ຕ່ຳ​ສາດ ແລະ ຜະ​ລິດ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ດ້ວຍ​ຜື ແມ່ນ​ວິ​ວັດ​ການ​ອອກ​ແຮງ​ງານ​ທີ່​​ຫ​ຍຸ້ງ​ຍາກລ​ຳ​ບາກຂອງ​ຊາວ​ກີມ​ເຊີນ. ຂັ້ນ​ຕອນ​ຜະ​ລິດ​ທັງ​ໝົດ​ລ້ວນ​ແຕ່​ເຮັດ​ດ້ວຍ​ມື, ຮຽກ​ຮ້ອງ​ນາຍ​ຊ່າງ​ຕ້ອງ​ມີ​ສີ​ມື​ອັນ​ຄ່ອງ​ແຄ້ວ, ລະ​ອຽດ​ລະ​ອໍ, ລະ​ມັດ​ລະ​ວັງ ຈາກ​ຂັ້ນ​ຕອນ​ຄັດ​ເລືອກ​ຕົ້​ນ​​ຜື, ຕາກ​ຜື​ໃຫ້​ແຫ້ງ​ຕະ​ຫລອດ​ຮອດ​ວິ​ທີ​ຕ່ຳ​ຜື. ທ່ານ ໂດ໋​ດີງ​ດືກ, ຢູ່ ຕາ​ແສງ ດົງ​ເຮືອງ ເມືອງ ກີມ​ເຊີນ, ຜູ້​ມີປະ​ສົບ​ການຕ່ຳ​ສາດ​ມາ​ເປັນ​ເວ​ລາ 40 ປີ​ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ຄັດ​ເລືອກ​ຜື​​​ສົດງາມ, ສະ​ຫມ່ຳ​ສະ​ເຫມີ ແລະ ບໍ່​ໃຫ​ຍ່​ປານ​ໃດ ເວ​ລາ​ຕ່ຳ​ຈຶ່ງ​ງາມ. ພວກ​ຂ້າ​ພ​ະ​ເຈົ້າ​ຊື້​ຜື​ເປັນ​ໂຕນ ແລະ ​ນຳ​ໄປ​ຕາກ​ແດດ ແລ້ວ​ມ້ຽນ​ໄວ້ ເພື່ອ​ຮັບ​ໃຊ້​ກາ​ນ​ຜະ​ລິດ​ໃນ​ຕະ​ຫລອດ​ປີ.”

        ກີມ​ເຊີນ ມີ​ສາດ​ 2 ປະ​ເພດ ຖືກ​ຕ່ຳ​ດ້ວຍ​ມື ນັ້ນ​ແມ່ນ​ສາດ​ສີ​ຂາວ​ຂອງ​ຕົ້ນ​ຜື ແລະ ສາດ​ຍ້ອມ​ສີ​ເປັນ​ລວດ​ລາຍ​ທີ່​ງາມ​ຕາ. ສະ​ເລ່ຍ ມື້​ຫ​ນຶ່ງ ຄົນ​ງານຜູ້​ຫ​ນຶ່ງ​ສາ​ມາດ​ຕ່ຳ​ສາດ​ໄດ້ 1 ຜືນ.

ອາຊີບຜະລິດເຄື່ອງສິລະປະຫັດຖະກຳດ້ວຍຜືຢູ່ກີມເຊີນແຂວງນີງບີງ - ảnh 2
ຜື​ຍ້ອມ​ເປັນ​ສີ​ສັນ​ຫລາກ​ຫລາຍ​ກ່ອນ​ທີ່​ຜະ​ລິດ
ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ
ພາບ:dulichnamchau.com

        ຍ້ອນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ນັບ​ມື້​ນັບ​ສູງ​ຂອ​ງ​ຕະ​ຫລາດ, ບັນ​ດາ​ຜະ​ລິດ​ຕະ​ພັນ​ເຮັດ​ດ້ວຍ​ຜື​ຢູ່ ກີມ​ເຊີນ ຍາມ​ໃດ​ກໍ​ພັດ​ທະ​ນ​າ​ຢ່າງບໍ່​ຢຸດຢັ້ງ ແລະ ຜະ​ລິດ​ຕາມ​ທ່າ​ອ່ຽງ​ນິ​ຍົມ​ຂອງ​ລູກ​ຄ້າ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ປະ​ຈຸ​ບັນ ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​​ດ້ວຍ​ຜືຢູ່ ກີມ​ເຊີນ ໄດ້​ສົ່ງ​ໄປ​ຂາຍ​ຢູ່​ຫລາຍ​ທ້ອ​ງ​ຖິ່ນ​ພາຍ​ໃນ​ປະ​ເທດ ແລະ ສົ່ງ​ອອກ​ໄປ​ຍັງ​ຫລາຍ​ປະ​ເທດ​ໃນ​ໂລກ. ຜະ​ລິດ​ຕະ​ພັນ​ແຕ່​ລະ​ປະ​ເພດ​ເຖິງວ່າ​ແມ່ນ​​ວັດ​ຖຸ ຫລື​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ດ້ວຍ​ຜື​ກໍ​ລ້ວນ​ແຕ່​ແມ່ນ​ໝາກ​ຜົນ​ແຫ່ງວິ​ວັດ​ການ​ປະ​ດິດ​ສ້າງ​ຂອງ​ນາຍ​ຊ່າງ. ປ້າ ຫວູ​ທິ​ດາວ, ຢູ່​ບ້ານ ກຽນ​ທາຍ ໃຫ້​ຮູ້​ວ່າ:

        “ຜື​ເຮັດ​ເຄື່ອງ​ທີ່​ລະ​ນຶກ​ເປັນ​ຫລາຍ​ປະ​ເພດ. ຕົວ​ຢ່າງ​ຄື: ກະ​ເປົາ, ຫີບ, ສັດ…ນາຍ​ຊ່າງ​ຕ້ອງ​ອອກ​ແບບ​ແນວ​ໃດ​ໃຫ້​ງາມ​ຕາ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ສະ​ນັ້ນ ເຮັດ​ອາ​ຊີບນີ້​ຮຽກ​ຮ້ອງ​ຕ້ອງ​ມີ​ຫົວຄິດ​ປະ​ດ​ິດ​ສ້າງ, ປ່ຽນ​ໃຫມ່​ຮູບ​ແບບ​ເປັນ​ປະ​ຈຳ.”

        ບັນ​ດາ​ປະ​ສົບ​ການ, ທັກ​ສະ​ໃນ​ການ​ຕ່ຳ​ສາດ​ ແລະ ຜ​ະ​ລິດ​ບັນ​ດາ​ຜະ​ລິດ​ຕະ​ພັນ ດ້ວຍ​ຜື ຍັງ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຈາກ​ປະ​ຊາ​ຊົນ​ກີມ​ເຊີນ. ຢູ່​ລະ​ບຽງ​ເຮືອນ ຫລື ເດີນ​ບ້ານ ແມ່ນ​ບ່ອນ​ທີ່​ແມ່​ຍິງ ກີມ​ເຊີນ ເຄີຍ​ນັ່ງ​ຕ່ຳ​ຜື, ສອນ​ໃຫ້​ກັນ​ວິ​ທີ​ເຮັດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໃຫມ່​ດ້ວຍ​ຜື.

ອາຊີບຜະລິດເຄື່ອງສິລະປະຫັດຖະກຳດ້ວຍຜືຢູ່ກີມເຊີນແຂວງນີງບີງ - ảnh 3
ບັນ​ດາ​ນັກ​ທ່ອງ​ທ່ຽວ​ເຄີຍ​ຊື້​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ດ້ວຍ​ຜື​ເພື່ອ​ເປັນ​ຂອງ​ຂວັນມອບ​ໃຫ້​ໝູ່​ເພື່ອນ
ພາບ:vtr.org.vn

        ອາ​ຊີບ​ປູກ​ຜື ແລ​ະ ຜະ​ລິດ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ດ້ວຍ​ຜື ພວມ​ກາຍ​ເປັນ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ຂອງ ກີມ​ເຊີນ. ນີ້​ແມ່ນ​ອາ​ຊີບ​ທີ່​ມີ​ມາ​ແຕ່​ດົນ​ນານ​ຢູ່ ກີມ​ເຊີນ ແລະ ຕິດ​ພັ​ນ​ກັບ​ປະ​ຊາ​ຊົນ​ແຕ່​ລະ​ຄົນ​ຕະ​ຫລອດ​ຊີ​ວິດ. ສະ​ນັ້ນ ​ເຖິງ​ວ່າຊາວ​ກີມ​ເຊີນ​ຈະທຳ​ມາ​ຫາ​ກິນ​ຢູ່​ຫ່າງ​ໄກ​ ແຕ່​ຍາມ​ໃດ​ກໍ​ຄິດ​ເຖິງ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ຂອງບ້ານ​ເກີດ​ເມືອງນອນຕົນ.  ເພື່ອນ ຢ​ວານ​ມີງ​ແທງ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ຄ້າ ແບ່ງ​ປັນ​ວ່າ:

        “ເມື່ອ​ກັບ​ເມືອ​ບ້ານ ນ້ອງ​ຮູ້​ສຶກ​ມີ​ຄວາມອົບ​ອຸ່ນ​ຫລາຍ​​​ເມື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຮັດ​ດ້ວຍ​ຜື ຊື່ງ​ແມ່ນ​ບັນ​ດາ​ວັດ​ຖຸ​ທີ່​ນ້ອງ​ລື້ງ​ເຄີຍ​ແຕ່​ຄາວ​ຍັງ​ນ້ອຍ. ສະ​ນັ້ນ ມີ​ເວ​ລາ​ຫວ່າງ ນ້ອງ​ພ້ອມ​ກັບ​ຄອບ​ຄົວ​ຜະ​ລິດ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ຫລາຍ​ປະ​ເພດ ທັງ​ຂາຍ, ທັງ​ເປັນ​ຂອງຕ້ອນ​ໃຫ້​ໝູ່​ເພື່ອນ​.”

        ພາຍ​ຫລັງ​ໄປ​ຢ້ຽມ​ຢາມ ໂບດ​ຟາດ​ຢ້ຽມ, ນັກ​ທ່ອງ​ທ່ຽວ​ແຕ່​ລະ​ຄົນ ລ້ວນ​ແຕ່​ເລືອກ​ເຟັ້ນ​ໃຫ້​ຕົນ​​ຜະ​ລິດ​ຕະ​ພັນ​ເຮັດ​ດ້ວຍ​ຜື​ບາງ​ຢ່າງ​ໃນ​ຮ້ານ​ຂາຍ​ເຄື່ອງ​​ເປັນທີ່​ລະ​ນຶກ​ຢູ່​ອ້ອມ​​ໂບດ ຫລື​ລຽບ​ຕາມ​ເທດ​ສະ​ບານ ຟາດ​ຢ້ຽມ ເພື່ອ​ເປັນ​​ເຄື່ອງ​ທີ່ລະ​ນຶກ​ ​ຫລື​ມອບ​ໃຫ້​ໝູ່​ເພື່ອນ​,​ ຍາດ​ຕິ​ພິ່​ນ້ອງເປັນ​ຂອງ​ຂວັນ. ບັນ​ດາ​ຜະ​ລິດ​ຕະ​ພັນ​ດັ່ງ​ກ່າວເປັນ​ເອ​ກະ​ລັກ​ສະ​ເພາະ, ​ມີ​ຄວາມທົນ​ທານ, ງາມ​ຕາ ພຽງ​ແຕ່​ມີ​ຢູ່ ກີມ​ເຊີນ ແຂວງ ນີງ​ບີງ ​ເທົ່າ​ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ