ອ່າວຮ້າລອງ-ທັດສະນີຍະພາບໄດ້ຮັບການຮັບຮອງເປັນມໍລະດົກທຳມະຊາດຂອງໂລກສອງຄັ້ງ

(vovworld)- ອ່າວ​ຮ້າ​ລອງ ແມ່ນ​ເຂດ​ທະ​ເລ​ໝູ່​ເກາະ​ຂຶ້ນ​ກັບ​ແຂວງ ກວ໋າງ​ນີງ, ຫ່າງ​ຈາກ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ​ທາງ​ທິດ​ຕ​າ​ເວັນ​ອອກ​ສຽ​ງ​ເຫ​ນືອ ປະ​ມານ 180 ກິ​ໂລ​ແມັດ. ປີ 1994 ສະ​ພາ​ມໍ​ລະ​ດົກ​ໂລກ​ຂຶ້ນ​ກັບ​ຄະ​ນະ​ກຳ​ມະ​ການ​ວັດ​ທະ​ນະ​ທຳ​ສຶກ​ສາ​ວິ​ທະ​ຍາ​ສາດ​ສ​ປ​ຊ​ ເປັນ​ຄັ້ງ​ທຳ​ອິດ​ຮັບ​ຮອງ​ອ່າວ​ຮ້າ​ລອງ​​​ເປັນມ​ໍ​ລະ​ດົກ​ທຳ​ມ​ະ​ຊາດ​ໂລກ ຍ້ອນ​ຄຸນ​ຄ່າ​ກ່ຽວ​ກັບຫລັກ​ຄວາມ​ງາມ. ປີ 2000, ສະ​ພາ​ມໍ​ລະ​ດົກ​ໂລກ​ສືບ​ຕໍ່​ຮັບ​ຮອງ​ອ່າວ​ຮ້າ​ລອງ​ແມ່ນ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 2 ຍ້ອນ​ຄຸ​ນ​ຄ່າ​ທ​ໍ​ລະ​ນີ​ສາດ. ມາ​ຮອດ​ປະ​ຈຸ​ບັນ, ທັດ​ສະ​ນີ​ຍະ​ພາບ​ໃນ​ໂລກ​ທີ່ໄດ້​ຮັບ​ການ​ຕີ​ລາຄາຄື​ດັ່ງກ່າວ​ແມ່ນ​ບໍ່​ມີ​ຫລາຍ.

ອ່າວຮ້າລອງ-ທັດສະນີຍະພາບໄດ້ຮັບການຮັບຮອງເປັນມໍລະດົກທຳມະຊາດຂອງໂລກສອງຄັ້ງ - ảnh 1
ອ່າວຮ້າລອງ
ພາບ:internet

        ໃນ​ລາຍ​ການ​ທ່ອງ​ທ່ຽວ ຮ້າ​ລອງ​ ພຽງ​ເວ​ລາ​ຫ​ນຶ່ງມື້, ນັກ​ທ່ອງ​ທ່ຽວບໍ່​ ສາ​ມາດ​ຢ້ຽມ​ຢາມ​ອ່​າວຮ້າ​ລອງ​ທັງ​ໝົດ​ໄດ້, ເພາະ​ວ່າ ອ່າວ​ຮ້າ​ລອງ ມີ​ເນື້ອ​ທີ່​ 1553 ​ຕາ​ລາງກິ​ໂລ​ແມັດ ດ້ວຍ​ເກາະ​ໃຫ​ຍ່​ນ້ອຍ​ທັງມີ​ຊື່ ແລະ ບໍ່​ມີ​ຊື່​ເກືອບ 2000 ແຫ່ງ. ເກາະ​ຫີນ​ນັບ​ພັນ​ແຫ່ງແມ່ນ​ຜະ​ລິດ​ຕະ​ພັນສິລິ​ປະ​ ​ປະດິດ​ສ້າງ​ ຂະໜາດ​ໃຫ​ຍ່​ຂອງ​ທຳ​ມະ​ຊາດ, ສ້າງ​ເປັນທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ​ຂອງ​ຮ້າ​ລອງ. ເກາະ​ແຕ່​ລະ​ແຫ່ງ​ລ້ວນ​ແຕ່​ມີ​ຮູບຮ່າງ​ທີ່​ແຕກ​ຕ່າງ​ກັນ. ສິ່ງ​ທີ່​ສ້າງ​ຄວາມປະ​ທັບ​ໃຈ​ທີ່​ສຸດ, ນັ້ນ​ແມ່ນ​ ເວ​ລາລ່ອງ​ເຮືອ​...​​ ຜ່ານ​ບັນ​ດາ​ເກາະ​ໃຫ​ຍ່ນ້ອຍໄປຢ້ຽມ​ຊົມ​ອ່າວ​ຮ້າ​ລອງ. ເອື້ອຍ ຮ່​ວາງ​ທູ່ຍ​ແອງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ນະ​ຄອນ​ໂຮ່​ຈິ​ມີນ, ເປັນ​ຄັ້ງ​ທຳ​ອິດ​ມາ​ຢ້ຽມ​ຢາມ​ອ່າວ​ຮ້າ​ລອງ​ໃຫ້​ຮູ້​ວ່າ:

“ຂ​້າ​ພະ​ເຈົ້າ​ໄດ້​ຮັບຊົມ​ອ່າວ​ຮ້າ​ລອງ​ຜ່ານ​ຮູບ​ເງົາ ແລະເຫັນ​ວ່າ​ງາມ​ຫລາຍ. ແຕ່​ມາ​ບັດ​ນີ້ ຂ້າ​ພະ​ເຈົ້າ​ຈຶ່ງໄດ້​ນັ່ງ​ເທິງ​ເຮືອ​​ໄປຢ້ຽມ​ຊົມ​ອ່າວ​ຮ້າ​ລອງ, ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຫ​ນ່ວຍ​ພູ​ ​ທີ່ໃຫ​ຍ່​ໂຕ​ມະ​ໂຫ​ຖານ. ພວກ​ຫລານ​ໄປ​ທ່ຽວນຳ​ກໍ​ມັກ​ຫລາຍ ເພາະ​ຍັງ​ໄດ້​ເຫັນ​ນົກ​ອີນ​ຊີ​ບິນ​ຈາກ​ພູ​ລົງ. “

        ອ່າວ​ຮ້າ​ລອງ ບໍ່​ພຽງ​ແຕ່​ມີ​ຄວາມ​ງາມ​ດ້ວຍ​ຮູບຊົງ​ຂອງ​ພູ​ຫີນ ນ້ຳ​ທະ​ເລ​ທີ່​ຂຽວ​ສະອາດ ​ແລະ ທ້ອງຟ້າ​ສົດ​ໃສ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ຄວາມ​ດູດ​ດື່ມ​ດ້ວຍ​ລະບົບ​ຖ້ຳ ທີ່​ສວຍ​ງາມ ​ແລະ ມີ​ຊີວິດ​ຊີວາອື​ກດ້ວຍ.

ອ່າວຮ້າລອງ-ທັດສະນີຍະພາບໄດ້ຮັບການຮັບຮອງເປັນມໍລະດົກທຳມະຊາດຂອງໂລກສອງຄັ້ງ - ảnh 2
ຖຳ້ ທຽນ​ກຸງ
ພາບ:internet

ໃນ​ລະ​ບົບ​ຖ້ຳຂອງ​ອ່າວ​ຮ້າ​ລອງ ນັ້ນ, ​ຖຳ້ ທຽນ​ກຸງ, ເດົາ​ໂກ, ສຶງສົດ ມີ​ຄວາມ​ງາມ​ມະຫັດສະຈັນ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເມື່ອ​ເຂົ້າ​ຢ້ຽມ​ຊົມ​ໃນຖຳ້​ລ້ວນ​ແຕ່ຮູ້ສຶກ​ຕົກ​ສະ​ເຫ​ງິ້ຕໍ່​ຄວາມ​ງາມ​ຂອງຫີນ​ຍ້ອຍ​​ດ້ວຍ​ຮູບ​ຮ່າງ​ທີ່​ແຕກ​ຕ່າງ​ກັນໂດຍ​ທຳ​ມະ​ຊາດ​ສ້າງ​ຂຶ້ນກ່ອຍນີ້​ນັບ​ຮ້ອຍ​ປີ. ອ້າ​ຍ ​ໂດກ​ວກຮຸ່ງ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ນະຄອນຫລວງ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “​ເມື່ອ​ຍ່າງ​ເຂົ້າ​ຖ້ຳ​ຮູ​້ສຶກອາກາດ​ເຢັນ​ສະບາຍ.  ຖ້ຳ​ນີ້​ຖືກຕັ້ງ​ຊື່​​ວ່າສຶງ​ສົດ​ (ຕົກສະ​ເງີ້) ແມ່ນ​ເໝາະ​ສົມ​ທີ່​ສຸດ. ​ເພາະ​ຜູ້​ໃດ​ເຂົ້າ​​​ຖຳ້​ກໍ​ຕົກ​ສະ​ເຫ​ງິ້ຕໍ່​ຄວາມ​ງາມທີ່​ເປັນ​ຫລາຍ​ຮູບ​ຫລາຍ​ແບບຂອງ​ຖຳ້ ​ໂດຍ​ທຳ​ມະ​ຊາດ​ດົນ​ບັນດານ​ໃຫ້.”

        ສຳລັບ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ແລ້ວ,​ ຮ້າ​ລອງ​ສວຍ​ງາມ​ກວ່າ​ໝູ່​ໃນ​ຍາມ​ສາຍັນ. ສ່ວນ​ໃນ​ຍາມ​ຄຳ່​ຄືນ ຮ້າ​ລອງ​ ກໍ​ສ້າງ​ຄວາມ​ປະທັບ​ໃຈ​ໃຫ້​ນັກ​ທ່ອງ​ທ່ຽວ ດ້ວຍ​ສີສັນ​ຫລາກ​ຫລາຍ​ຂອງ​​ໄຟ​ດອກ​ທີ່​ສ່ອງ​ແສງຈາກ​ບັນດາ​ເຮືອທ່ອງ​ທ່ຽວບົນ​ທະ​ເລ​. ສຽງຄື້ນທະ​ເລ​ທົບ​ໃສ່​ຝັ່ງພ້ອມ​ກັບ​ສາຍ​ລົມ​ຢູ່​ນອດທະ​ເລພັດ​ມາ ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້ສຶກ​ສະຫວາດສະ​ເຫວີຍ​ທີ່​ສຸດ. ທ່ານ Paul, ນັກ​ທ່ອງ​ທ່ຽວມາ​ຈາກ ຝລ່ັງ ​ເວົ້າວ່າ:

“ທິວ​ທັດ​ທຳ​ມະ​ຊາດ​ຢູ່​ອ່າວ​ຮ້າ​ລອງ​ສວຍ​ງາມ​ຫລາຍ, ພວກ​ຂ້າພະ​ເຈົ້າ​ມັກ​ທີ່​ສຸດ. ນີ້​ແມ່ນ​​​ແຫ່ງ​ທີ່​ສວຍ​ງາມ​ພິ​ເສດ. ຖ້າ​ຜູ້​​ໃດ​ໄປ​ຢ້ຽມຢາມຫວຽດນາມ ​ຈົ່ງ​ມາ​ຢ້ຽມ​ ​ອ່າວ​ຮ້າ​ລອງ. ​ເມື່ອ​ກັບ​ບ້ານ, ຂ້າພະ​ເຈົ້າ​ຈະ​ໃຫ້​ໝູ່​ເພື່ອນ ​ແລະ ຄອບຄົວ​​​ຊົມ​ບັນດາ​ຮູບ​ຖ່າຍກ່ຽວ​ກັບ​ຮ້າ​ລອງ.”

ດ້ວຍ​ບັນດາ​ຄຸນຄ່າ​ພິ​ເສດກ່ຽວ​ກັບ​ຫລັກ​ຄວາມ​ງາມຂອງ ອ່າວ​ຮ້າ​ລອງ ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ອ່າວ​ຮ້າ​ລອງ ​ບໍ່​ພຽງ​ແຕ່​ຢ້ຽມຢາມ​ສິ່ງ​ມະຫັດ​ສະ​ຈັນ​ຂອງ​ໂລກ​ເທົ່າ​ນັ້ນ ຫາກ​ຍັງ​ຢ້ຽມຊົມ​ຫໍພິພິດທະພັນ​ທໍ​ລະ​ນີສາດ​ອັນ​ລຳ້​ຄ່າ​ທີ່​ໄດ້​ຮັບ​ກາ​ນຮັກສາ​​ໄວ້ຢູ່​ກາງ​ແຈ້ງມາ​ເປັນ​ເວລາ​ນັບ 300 ລ້ານ​ປີອີກ​ດ້ວຍ. ບັນດາ​ຖຳ້​ດັ່ງກ່າວ​ແມ່ນ​ພະຍານ​ຫລັກ​ຖານ​ຢ່າງ​ມີ​ຊີວິດ​ຊີວາ​ກ່ຽວ​ກັບ​​ລະດັບ​ນຳ້​ທະ​ເລຜ່ານ​​ແຕ່ລະ​ໄລ​ຍະ​. ສິ່ງ​ແວດ​ລ້ອມ​ທໍລະນີ​ສາດ​ຂອງ​ອ່າວ​ຮ້າ​ລອງ ຍັງ​ແມ່ນ​​ແຫຼ່ງກຳ​ເນີ​ດ​ບັນດາ​ຄຸນຄ່າ​ອື່ນ​ຄື: ຊີວະ​ນາ​ໆ​ພັນ, ວັດທະນະທຳ​ບູຮານ​ຄະດີ ​ແລະ ບັນດາ​ຄຸນຄ່າ​ວັດທະນະທຳ​ມະນຸດ​ອື່ນ. ສະ​ນັ້ນ ​ແຂວງ ກວ໋າງນີງ ພວມ​ດຳ​ເນີນ​ການ​ຍື່ນ​ສະ​ເຫ​ນີ UNESCO ຮັບຮອງ​ອ່າວ​ຮ້າ​ລອງ​ແມ່ນ​ມໍລະດົກ​ໂລກ​ຄັ້ງ​ທີ 3, ​ໂດຍ​ອີງ​ໃສ່​ບັນດາ​ຄຸນ​ຄ່າ​ກ່ຽວ​ກັບ​ບູຮານ​ຄະດີ ​ແລະ ຊີວະ​ນາໆ​ພັນ​​ໃນ​ອ່າວ​ຮ້າ​ລອງ. ​ເປັນ​ອັນວ່າ ຮ້າ​ລອງ ຈະ​ສືບ​ຕໍ່​ຢືນຢັນ​ແມ່​ນທັດສະນີ​ຍະ​ພາບ​ທີ່ຂາດ​ບໍ່​ໄດ້​ໃນ​ລາຍການ​ທ່ອງ​ທ່ຽວ​ ບັນດາ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​ຂອງ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ