ອາຫານເຂດຊາຍແດນມ໋ອງກ໋າຍ

(vovworld) - ເມື່ອ​ໄປ​ຢ້ຽມ​ຢາມ​ມ໋ອງ​ກ໋າຍ, ແຂວງກວາງ​ນິງ, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ມີ​ໂອ​ກາດ​ໄດ້​ໄປ​ຕະຫຼາດ​ຊາຍ​ແດນ, ຢ້ຽມ​ຢາມ​ດ່ານ​ຊາຍ​ແດນ, ພັກ​ເຊົາ​ຢູ່​ແຄມ​ແມ່ນ້ຳ​ກາ​ລອງ ຫຼື​ໄປ​ຈ່າ​ໂກມູ້ຍງອກ ອາບ​ນ້ຳ​ທະ​ເລ ກໍ່​ຄືແວ່​ຢາມ​ມູ້ຍ​ຈ່າ​ວິ້, ຫາດ​ຊາຍ​ທະ​ເລ​ຕອນເໜືອສຸດ​ຂອງ​ຫວຽດ​ນາມ, ຖ່າຍ​ຮູບເພື່ອ​ເປັນ​ທີ່​ລະ​ລຶກເທົ່າ​ນັ້ນ, ນັກ​ທ່ອງ​ທ່ຽວ​ຍັງ​ມີ​ໂອ​ກາດ​ໄດ້​ຮັບ​ປະ​ທານ​ອາ​ຫານ​ເຍື່ອງ​ພິ​ເສດ​ສະ​ເພາະ​ຂອງ​ເຂດ​ດິນນີ້​ອີກ​ດ້ວຍ.

ອາຫານເຂດຊາຍແດນມ໋ອງກ໋າຍ - ảnh 1
ນະຄອນມ໋ອງກ໋າຍ
(ພາບ: ອິນເຕີແນດ)

        ກ່ອນ​ຈະ​ເດ​ີນ​ທາງ​ໄປ​ນະ​ຄອນ​ມ໋ອງ​ກ໋າຍ, ພ​ວກ​ເພື່ອນ​ຜູ້​ທີ່​ເຄີຍ​ໄປ​ມ໋ອງ​ກ໋າຍ​ໄ​ດ້​ແນະ​ນຳ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ວ່າ: “ຢ່າ​ລືມ​ຮັບ​ປະ​ທານ​​ເຍື່ອງອາ​ຫານ​ພິ​ເສດ​​ສະ​ເພາະຕ່າງໆຢູ່ມ໋ອງ​ກ໋າຍ ຄື:  ນົກເປັດ​ນ້ຳອ່ອມ, ເຂົ້າ​ປຽກ​ສິນ​ທະ​ເລ,… ”.

​ພາຍຫຼັງ​ເດີນ​ທາງ​ຈາກ​ນະ​ຄອນຫຼວງ​ຮ່າ​ໂນ້ຍ ເປັນ​ເວ​ລາ 5 ຊົ່ວ​ໂມງ, ຮອດ ເວ​ລາ 18 ໂມງ, ພວກຂ້າ​ພະ​ເຈົ້າ​ໄດ້ໄປ​ຮອດ​​ນະ​ຄອນມ໋ອງ​ກ໋າຍ. ຢູ່​ທີ່ນີ້, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອູ່ນ​ສຸດ​ຈິດ​ສຸດ​ໃຈ​ຈາກ​ບັນ​ດາ​ອ້າຍ​ເອື້ອຍ​​ນ້ອງທີ່​ເຮັດ​ວຽກ​ຢູ່​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ. ໃນ​ຄາບ​ເຂົ້າຕ້ອນ​ຮັບ​ພວກ​ຂ້າ​ພະ​ເຈົ້າ​ມີ​ອາ​ຫານຫຼາຍ​ເຍື່ອງ. ອ້າຍ ຮ່​ວາງວັນ​ທື, ຮອງ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ນະ​ຄອນ​ໄດ້​ເວົ້າ​ກັບ​ຜູ້​ຮັບ​ໃຊ້​ແນະ​ນຳ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ອາ​ຫານ​ແຕ່​ລະ​ເຍື່ອງ​.

“ນີ້​ແມ່ນ​ອາ​ຫານນົກ​ເປັດ​ນ້ຳ​ອ່ອມ ໂດຍພໍ່​ຄົວ​​ຄົນຈີນປຸງ​ແຕ່ງ. ອາ​ຫານເຍື່ອງນີ້​ແມ່ນ​ຄົວ​ກັບນ້ຳສະອີວ, ເຫັດຫອມ, ຢາ​ພື້ນ​ເມືອງ ແລະ ເຄື່ອງ​ເທດ​ອື່ນ​ອີກ. ແຂກ​ມາ​ກິນເຄີຍ​ເອີ້ນ​ອາ​ຫານ​ເຍື່ອງນີ້​ວ່າ​ແກງ​ນົກ​ເປັດ​ນ້ຳ. ອາ​ຫານນີ້​ແມ່ນ​ດີ​ໃຫ້​ສຸ​ຂະ​ພາບ”.

ອາຫານເຂດຊາຍແດນມ໋ອງກ໋າຍ - ảnh 2

ນົກ​ເປັດ​ນ້ຳ​ອ່ອມກັບຢາພື້ນເມືອງ

(ພາບ: ອິນເຕີແນດ)

ໄປ​ຢ້ຽມ​ຢາມ​ມ໋ອງ​ກ໋າຍ, ນອກ​ຈາກ​ກິນ​ສິນ​ທະ​ເລ​ແລ້ວ, ນົກ​ເປັດ​ນ້ຳ ແມ່ນ​ອາ​ຫານ​ທີ່​ຂາດ​ບໍ່​ໄດ້​ໃນລາຍ​ການ​ອາ​ຫານ​ທີ່​ຄວນ​ຮັບ​ປະ​ທານ. ອາ​ຫານເຍື່ອງ​ທີ່ປຸງ​ແຕ່ງ​ຈາກ ນົກ​ເປັດ​ນ້ຳມີລົດ​ຊາດ​​ຂອງອາ​ຫານ​​ຈີນ, ເພາະ​ວ່າ​ເຄື່ອງ​ເທດ​ເພື່ອ​ປຸງ​ແຕ່ງ​ອາ​ຫານ​ເຍື່ອງນີ້​ລ້ວນ​ແຕ່​ແມ່ນຂອງ​ຈີນ. ນາງ ແຫ້ງ, ຜູ້​ຮັບ​ໃຊ້​ຂອງ​ຮ້ານ​ອາ​ຫານໃຫ້​ຮູ້​ວ່າ, ສາ​ມາດ​ປຸງ​ແຕ່ງນົກ​ເປັດ​ນ້ຳເປັນ​ອ​າ​ຫານຫຼາຍ​ເຍື່ອງ​ໄດ້:

“ນົກ​ເປັດ​ນ້ຳ​ທີ່​ນຳ​ມາ​ປຸງ​ແຕ່ງ​ແຊບ​ທີ່​ສຸດແມ່ນ​ມີ​ນ້ຳ​ໜັກປະ​ມານ 4 ສະຫຼຶງ, ແລະ​ ຖືກລ້ຽງ​ຢູ່​ມ໋ອງ​ກ໋າຍ. ນົກ​ເປັດ​ນ້ຳສາ​ມາດ​ປຸງ​ແຕ່ງເປັນ​ອາ​ຫານ 8 ເຍື່ອງ​ຄື: ນົກ​ເປັດ​ນ້ຳໜຶ້ງ, ນົກ​ເປັດ​ນ້ຳອົບ, ນົກ​ເປັດ​ນ້ຳຂົ້ວ, ນົກ​ເປັດ​ນ້ຳຂົ້ວ​ເກືອ, ນົກ​ເປັດ​ນ້ຳຄົວ, ເຂົ້າ​ປຽກນົກ​ເປັດ​ນ້ຳ, ເຂົ້າ​ໜຽວນົກ​ເປັດ​ນ້ຳ, ນົກ​ເປັດ​ນ້ຳອ່ອມ​ໃນ​ໝໍ້​ດິນ”.

ເມື່ອ​ເວົ້າ​ເຖິງ​ເຍື່ອງອາ​ຫານນົກ​ເປັດ​ນ້ຳ, ອ້າຍ​ທື ໄດ້​ແນະ​ນຳ​ດ້ວຍ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າ, ນີ້​ແມ່ນ​ອາ​ຫານ​ບຳ​ລຸງ​ສຸ​ຂະ​ພາບ. ​ປະ​ຈຸ​ບັນ, ຢູ່​ມ໋ອງ​ກ໋າຍ ມີຫຼາຍ​ຟາມ​ລ້ຽງນົກ​ເປັດ​ນ້ຳ. ນອກ​ຈາກ​ອາ​ຫານ​ເຍື່ອງ​ຕ່າງໆ​ທີ່​ປຸງ​ແຕ່ງ​ຈາກນົກ​ເປັດ​ນ້ຳແລ້ວ, ປາ​ທູ​ອ່ອມ​​ໝາກ​ເຂືອ​ສີ​ອິດ​ກໍ່​ແມ່ນ​ອາ​ຫານ​ພິ​ເສດ​ສຳ​ລັບ​ຜູ້​ທີ່​ໄປ​ມ໋ອງ​ກ໋າຍ ເທື່ອ​ທຳ​ອິດ​ຄື​ພວກ​ຂ້າ​ພະ​ເຈົ້າ.

“ນີ້​ແມ່ນ ປາ​ທູ​ອ່ອມ​​ໝາກ​ເຂືອ​ສີ​ອິດ, ໃນ​ອາ​ຫານ​ເຍື່ອງນີ້​ມີ​ໝາກ​ເຂືອ​ສີ​ອິດ, ໝາກ​ເຜັດ​ຂຽວ, ໝາກ​ເຜັດ​ແດງ, ເຫັດຫອມ, ອາ​ຫານເຍື່ອງນີ້​ແມ່ນຂອງ​ຈີນ, ແຕ່​ເມື່ອ​ນຳ​ເຂົ້າ​ຫວຽດ​ນາມ, ເຂົາ​ເຈົ້າ​ໄດ້​ເອົາຜັກ​ອີ່​ເລີດ,  ຜັກຫອມເຮືອດ ໃສ່​ຕື່ມເຮັດ​ໃຫ້​ອາ​ຫານ​ເຍື່ອງນີ້​ຫອມ ແລະ ແຊບກວ່າ.

ອາຫານເຂດຊາຍແດນມ໋ອງກ໋າຍ - ảnh 3

ປາ​ທູ​ອ່ອມ​​ໝາກ​ເຂືອ​ສີ​ອິດ

(ພາບ: ອິນເຕີແນດ)

​​ໄປ​ມ໋ອງ​​ກ໋າຍ ຖ້າ​ຫາກ​ບໍ່​ໄດ້​ກິນ​ເຂົ້າ​ປຽກ​ສິນ​ທະ​ເລ ແມ່ນບໍ່​ທັນ​ເຂົ້າ​ໃຈ​ໝົດ​ກ່ຽວ​ກັບ​ເຂດ​ດິນແຫ່ງນີ້. ອ້າຍ ຫງວຽນ​ຫວຽດ​ເດິກ, ຢູ່​ບໍ​ລິ​ສັດ​ທ່ອງ​ທ່ຽວ ຫື້ວ​ງິ (Huu Nghi) ກວາງ​ນິງ, ໃຫ້​ຮູ້​ວ່າ, ອ້າຍ​ໄດ້​ໄປຫຼາຍ​ແຫ່ງ ແລະ ກິນ​ເຂົ້າ​ປຽກ​ຫຼາຍ​ປະ​ເພດ​ແລ້ວ, ແຕ່​ເຫັນ​ວ່າ​ເຂົ້າ​ປຽກ​ສິນ​ທະ​ເລ​ຢູ່​ມ໋ອງ​ກ໋າຍ​ ມັນ​ມີ​ລົດ​ຊາດ​ພິ​ເສດ​ ແລະ ແຊບຫຼາຍ.

“ເມື່ອ​ເວົ້າ​ເຖິງ​ມ໋ອງ​ກ໋າຍ, ແມ່ນ​ເຕື້ອງ​ເຖິງ​ເຂົ້າ​ປຽກ​ສິນ​ທະ​ເລ, ບໍ່​ພຽງ​ແຕ່​ຄົວ​ພ້ອມ​ກັບ​ສິນ​ທະ​ເລ​ເທົ່າ​ນັ້ນ, ຫາກ​ຍັງ​​ຄົວ​ກັບ​ຊີ້ນ​ປະ​ເພດ​ອື່ນໆ​ອີກ. ເຂົາ​ເຈົ້າ​ເຄີຍ​ເວົ້າ​ວ່າ, ສາວ​ເດີ່ມ​ຮ່າ, ໄກ່​ຕຽນ​ອຽນ, ໝູ​ມ໋ອງ​ກ໋າຍ. ໃນເຂົ້າ​ປຽກສິນ​ທະ​ເລ​ມີ ກຸ້ງ, ປູ, ໄສ້ໝູ່, ຕັ​ບ, ໝາກ​ຫົວ​ໃຈ​ໝູ, ພັກ​ຫອມ, ເຄື່ອງ​ເທດ…”

ອາຫານເຂດຊາຍແດນມ໋ອງກ໋າຍ - ảnh 4

ເຂົ້າ​ປຽກ​ສິນ​ທະ​ເລ

(ພາບ: ອິນເຕີແນດ)

ຕາມ​ອ້າຍ​ ເດິກ​ແລ້ວ, ຢາກ​ຮັບ​ປະ​ທານ​ອາ​ຫານ​ທຸກ​​ເຍື່ອງ​ຂອງມ໋ອງ​ກ໋າຍ​ໃຫ້​ໝົດ​ນັ້ນ, ນັກ​ທ່ອງ​ທ່ຽວ​ຕ້ອງ​​​​ມີເວ​ລາຢູ່ທີ່ນີ້​ນັບ​ເປັນ​ເດືອນ. ອາ​ຫານ​ຢູ່ ມ໋ອງ​ກ໋າຍ ​ອຸ​ດົມ​ສົມ​ບຸນ​ດ້ວຍຫຼາຍ​ເຍື່ອງ. ເພາະ​ວ່າ​ມ໋ອງ​ກ໋າຍ ແມ່ນ​ນະ​ຄອນຕິດກັບ​ຊາຍ​ແດນ, ທັງ​ແມ່ນ​ແຫ່ງ​ທີ່​ມີ​ພື້ນ​ຖານເສດ​ຖະ​ກິດ​ພັດ​ທະ​ນາ ດັ່ງ​ນັ້ນ​ຈຶ່ງ​ດຶງ​ດູດ​ປະ​ຊາ​ຊົນ​ຈາກ​ທຸກ​ແຖບ​ຖີ່ນ​ມາ​ດຳ​ລົງ​ຊີ​ວິດ, ທຳ​ມາ​ຫາ​ກິນ​ຢູ່​ທີ່ນີ້ ແລະ ເຂົາ​ເຈົ້າ​ກໍ່​ໄດ້ນຳ​ເອົາ​ວິ​ທີ​ປຸງ​ແຕ່ງ​ອາ​ຫານ​ຂອງ​ແຕ່​ລະ​ເຂດໄປ​ພ້ອມ. ດັ່ງ​ນັ້ນ, ມາ​ຢ້ຽມ​ຢາມ​ມ໋ອງ​ກ໋າຍ ແມ່ນມາ​ຕະຫຼາດ​ອາ​ຫານ​ທີ່​ອຸ​ດົມ​ສົມ​ບຸນ​​ດ້ວຍຫຼາຍ​ເຍື່ອງ, ຫຼາຍ​ປະ​ເພດ, ພ້ອມ​ກັບວິ​ທີ​ປຸງ​ແຕ່ງ​ອາ​ຫານທີ່​ແຕກ​ຕ່າງ​ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ