ຮູບພາບຂອງ Nam Cong ຍືນຍົງຄົງຕົວຕະຫຼອດໄປ

(vovworld) - ສຳຫຼັບ​ເມືອງ ນູ໋​ຍແທ່ງ, ​ແຂວງ ກວາງ​ນາມ, ປະຊາຊົນ​ຢູ່​ທີ່​ນີ້​ຜູ້​ໃດ​ກໍ່​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ເມື່ອ​ເຕື້ອງ​ເຖິງ​ລຸງ Nam Cong, ໝາຍ​ເຖິງ​ປະທານ​ສະພາ​ແຫ່ງ​ລັດ Vo Chi Cong. ​ແລະ ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ນີ້​ຍິ່ງ​ທະວີຄູນ​ຂຶ້ນ​ຕື່ມ, ​ເມື່ອ​ຫວ່າງ​ແລ້ວ​ນີ້, ​ເຂດ​ອະນຸ​ສະຖານ Vo Chi Cong ທີ່​ຂຶ້ນ​ກັບ​ບ້ານ ເຄືອງ​ມີ໋, ຕາ​ແສງຕາມ​ຊວນ 1, ​ເປັນ​ກຽດ​ໄດ້​ຮັບ​ໃບຮັບ​ຮອງ​ວ່າ​ແມ່ນ​ປູຊະນີຍະສະຖານ​ລະດັບ​ຊາດ, ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 100 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​​ເກີດປະທານ​ສະພາ​ແຫ່ງລັດ Vo Chi Cong.

ຮູບພາບຂອງ Nam Cong ຍືນຍົງຄົງຕົວຕະຫຼອດໄປ - ảnh 1

ເຂດ​ອະນຸ​ສະຖານ Vo Chi Cong

(ພາບ: google.com.vn)

        ເຂດ​ອະນຸ​ສະຖານປະທານ​ສະພາ​ແຫ່ງລັດ  Vo Chi Cong ​ໄດ້​ຮັບ​ການ​ກໍ່ສ້າງ​ຂຶ້ນ​ກ່ອນ​ນີ້ 10 ປີ, ​ໂດຍ​ຟື້ນ​ຟູຮູບ​ເດີມ​ຂອງ​ເຂດ​ເຮືອນ​ເກົ່າ, ດັ່ງ​ນັ້ນ, ເຂດ​ອະນຸ​ສະຖານ Vo Chi Cong ຍັງ​ຄົງ​ຮັກສາ​ຄວາມລຽບ​ງ່າຍຂອງ​ບ້ານ​ນາ​ໃນ​ເຂດ​ທົ່ງພຽງ​ແຂວງກວາງ​ນາມ, ມີຮົ້ວດ້ວຍ​ແຖວຕົ້ນ​ໄມ້ທີ່ຂຽວ​ອຸ່ມ​ທູ່​ມ, ຕົ້ນ​ໝາກ​ທີ່​ປູກເປັນ​ແຖວ​ຊື່​ຈັດ. ​ເຮືອນ 2 ຫຼັງ​ໄດ້​ຮັບ​ການ​ປຸກ​ສ້າງ​ຕາມ​ແບບ​ເຮືອນ​ບູຮານ​ຂອງ​ແຂວງ​ກວາງ​ນາມ, ​ແທ່ນ​ບູຊາ​ຕັ້ງ​ຢູ່​ໃຈກາງ​ເຮືອນ, ທັງ​ສອງ​ເບື້ອງ​ມີ​ສອງ​ຫ້ອງ, ຢູ່​ເບື້ອງ​ໜ້າ​ມີ​ລະບຽງ​. ​ໃນ​ຫໍ​ວາງສະ​ແດງ​ເຊິ່ງຕັ້ງ​ຢູ່​ໃຈກາງ​ເຂດ​ອະນຸ​ສະຖານ, ຫໍພິພິດທະພັນ​ກວາງ​ນາມ​ ​ໄດ້​ແນະນຳ  ວັດຖຸ​ພັນ50ຊິ້ນ, ​ເອກະສານ ​ແລະ ຮູບ​ພາບ​ຂະໜາດ​ໃຫຍ່, ນ້ອຍ​ເກືອບ 200 ​ແຜ່ນ​ ທີ່​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ຊີວິດ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ສະຫາຍ Vo Chi Cong ນັບ​ແຕ່​ປີ 1945 ມາ​ຮອດ​ປະຈຸ​ບັນ. ຄື​ໂທລະສັບ​ຕັ້ງ​ໂຕະ, ຈານ​​ໃສ່ອາຫານ, ບີ​ດົງ​ໃສ່​ນ້ຳ​ຢາ​ພື້ນ​ເມືອງ, ຊຸດ​ເຄື່ອງມື​ການ​ແພດ, ຖົງ​ຜ້າ, ປືນ​ສັ້ນ, ​ແຜນ​ທີ່​ການ​ທະຫານ ​ເຊິ່ງລຸງ Nam Cong ນຳ​ໃຊ້​ໃນ​ຊຸມ​ປີ​ປະຕິບັດ​ງານ​ຢູ່​ສູນ​ກາງ​ກົມ​ພາກ​ໃຕ້ ​ແລະ ​ເຂດ​ພັກ​ການ​ທະຫານ​ເຂດ 5 (1961-1966). ນອກ​ນັ້ນ​ຍັງ​ມີ​ຮູບ​ພາບ 2 ຊຸດ ​ແລະ ອາລະ​ບ້ັມ​ຮູບ 4 ຫົວ​ທີ່​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ອັນ​ສະໜິດສະໜົມ​ຂອງ​ທ່ານ​ທີ່​ມີ​ຕໍ່​ພວກ​ຫຼານ​ເຍົາວະ​ຊົນ, ອະນຸຊົນ, ກັບ​ບ້ານ​ເກີດ​ເມືອງ​ນອນ​ກວາງ​ນາມ - ດ່າ​ນັ້ງ, ປະຊາຊົນ, ​ເພື່ອນ​ມິດ​ສະຫາຍ​ຢູ່​ບ່ອນ​ທີ່​ທ່ານ​​ເຄີຍ​ຕໍ່ສູ້ ​ແລະ ປະຕິບັດ​ງານ, ບັນດາ​ຮູບ​ພາບ​​ກ່ຽວ​ກັບ​ການ​ຢ້ຽມຢາມ​ສະໜາມຮົບ​ເກົ່າ… ​ໃນ​ຈຳນວນ​ວັດ​ຖຸພັນ​ທີ່​ວາງສະ​ແດງ​ຢູ່​ອະນຸ​ສະຖານ​ຍັງ​ມີປື້​ມບັນທຶກ​​ການ​ຢ້ຽມຢາມ​​ເຮືອນ​ເກົ່າຂອງ​ລຸງ Nam Cong. ​ໃນ​ປື້​ມນັ້ນລຸງ​ຂຽນ​ວ່າ: ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ທີ່​ສຸດ ​ເມື່ອ​ໄດ້​ກັບ​ມາ​ຢ້ຽມຢາມ​ເຂດ​ອະນຸ​ສະຖານ ​ໂດຍ​ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ແຂວງກວາງ​ນາມ ​ກໍ່ສ້າງ​ຂຶ້ນ. ກັບ​ມາ​ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ, ຂ້າພະ​ເຈົ້າ​ຫວນ​ຄືນ​ອະນຸສອນ​ອັນ​ເລິກ​ເຊິ່ງຫຼາຍ​ຢ່າງ​​ໃນ​ຍາມ​ເຍົາ​ໄວ ​ແລະ ​ໃນ​ຊຸມ​ເດືອນ​ປີ​ທຳ​ອິດ​ເຂົ້າ​ຮ່ວມການ​ປະຕິວັດ … ​ໃນ​ບໍລິ​ເວນ​ເຂດ​ອະນຸ​ສະຖານ​ຍັງ​ມີ​ສວນ​ຕົ້ນໄມ້, ໜອງ​ລ້ຽງ​ປາ​ຄາວ​ຍັງ​ມີ​ຊີວິດລຸງ Nam Cong ນິຍົມ​ທີ່​ສຸດ. ທ່ານ Dinh Hai, ຫົວໜ້າ​ພະ​ແນ​ກ ວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ​ແຂວງກວາງ​ນາມ, ​ໃຫ້​ຮູ້​ວ່າ:

        ​”​ໃນ​ຊຸມ​ປີຜ່ານມາ, ພວກ​ຂ້າພະ​ເຈົ້າ​ໄດ້​ດຳ​ເນີນ​ການ​ຊອກ​ຫາ, ຮຽບຮຽງ​ບັນດາ​ເອກະສານ, ຮູບ​ພາບ ກໍ່​ຄື​ວັດ​ຖຸພັນ​ກ່ຽວ​ກັບ​ສະຫາຍ Vo Chi Cong. ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 100 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດປະທານ​ສະພາ​ແຫ່ງລັດ  Vo Chi Cong, ພວກ​ຂ້າພະ​ເຈົ້າ​ໄດ້​ສົມທົບ​ກັບ​ຫໍພິພິດທະພັນ​ປະຫວັດ​ສາ​ຫວຽດນາມ, ບັນດາ​ອົງການ​ກ່ຽວຂ້ອງ, ບັນດາ​ແຫ່ງ​ທີ່​ສະຫາຍ​​ເຄີຍເຮັດ​ວຽກ ​ເພື່ອ​ຊອກ​ຫາ​ເອກະສານ​ຕື່ມ​ອີກ. ນອກ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຄົ້ນ​ຫາ, ​ເພີ່ມ​ເຕີມ​ບັນດາ​ວັດ​ຖຸພັນ​ໃນ​ທ້ອງ​ຖີ່​ນ ກໍ່​ຄື​ເອກະສານ​ໃນ​ຄອບຄົວ​ສະຫາຍ​ຕື່ມອີກ ​ເພື່ອ​ມີ​ວັດ​ຖຸພັນ ​ແລະ ​ເອກະສານ​ກ່ຽວ​ກັບ​ຊີວິດ ​ແລະ ພາລະກິດ​ຂອງ​ສະຫາຍ​ຢ່າງ​ຄົບ​ຖ້ວນ”

ຮູບພາບຂອງ Nam Cong ຍືນຍົງຄົງຕົວຕະຫຼອດໄປ - ảnh 2

ພິທີຮັບ​ໃບຮັບ​ຮອງ​ເຂດອະນຸສະຖານ Vo Chi Congແມ່ນ​ປູຊະນີຍະສະຖານ​ລະດັບ​ຊາດ

(ພາບ: google.com.vn)

        ປະຈຸ​ບັນ, ​ເຂດ​ອະນຸ​ສະຖານປະທານ​ສະພາ​ແຫ່ງລັດ  Vo Chi Cong  ພວມ​ໄດ້​ຮັບ​ການ​ບຸລະນະ, ຍົກ​ລະດັບ​ເພື່ອ​ເໝາະ​ສົມ​ກັບ​ທັດສະນີ​ຍະ​ພາບ, ສະຖາປັດຕະຍະກຳ, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ນັບຖື, ຄວາມ​ຮູ້​ບຸນ​ຄູນ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ​ທີ່​ມີ​ຕໍ່​ການ​ອຸທິດ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ທ່ານ​​ເຂົ້າ​ໃນ​ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ຂອງ​ຊາດ​ຫວຽດນາມ. ທ່ານ Dinh Hai ຫົວໜ້າ​ພະ​ແນ​ກວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ​ແຂວງກວາງ​ນາມ, ​ໃຫ້​ຮູ້​ວ່າ:

        ”​ເຂດ​ອະນຸ​ສະຖານ Vo Chi Cong ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ເຂດ​ປູຊະນີຍະສະຖານ​ລະດັບ​ຊາດ ອັນ​ໄດ້​ເປັນ​ການ​ຢັ້ງຢືນ​ກ່ຽວ​ກັບ​ດ້ານ​ປະຫວັດສາດ, ມູນ​ຄ່າ​ຂອງ​ເຂດ​ປູຊະນີຍະສະຖານ, ທັງ​ແມ່ນ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ປະຊາຊົນ​ກວາງ​ນາມ, ປະຊາຊົນ​ເມືອງ​ນູ໋ຍ​ແທ່ງ, ຕາ​ແສງ​ເຕິ​ນຊວນ. ​ແຫ່ງ​ທີ່​ໄດ້​ກຳ​ເນີ​ດວິລະ​ຊົນ​ຂອງ​ຊາດ, ຜູ້ນຳ​ດີ​ເດັ່ນທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ປະ​ເທດ​ສັງຄົມ​ນິຍົມ. ພວກ​ເຮົາ​ຈະ​ມານະ​ພະຍາຍາມ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ຂອງ​ເຂດ​ປູຊະນີຍະສະຖານ​ແຫ່ງ​ນີ້​ໃຫ້​ກາຍ​ເປັນ​ສະຖານ​ທີ່​ເພື່ອ​ໃຫ້​ປະຊາຊົນ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ, ​ເຍົາວະ​ຊົນ, ນັກ​ສຶກສາມາ​ຢ້ຽມຢາມ, ຄົ້ນ​ຄ້ວາ ​ແລະ ຊອກ​ຮູ້​ກ່ຽວ​ກັບ​ຊີວິດ​ຂອງ​ສະຫາຍ Vo Chi Cong”.

ຮູບພາບຂອງ Nam Cong ຍືນຍົງຄົງຕົວຕະຫຼອດໄປ - ảnh 3

ເຂດ​ອະນຸ​ສະຖານ Vo Chi Cong

(ພາບ: google.com.vn)

        ​ໃນ​ຊຸມ​ມື້​ນີ້, ​ເຂດ​ອະນຸ​ສະຖານປະທານ​ສະພາ​ແຫ່ງລັດ  Vo Chi Cong ​ຍາມ​ໃດ​ກໍ່​ຕ້ອນຮັບປະຊາຊົນ​ບັນດາ​ແຂວງ​ຢູ່​ອ້ອມ​ຂ້າງ ​ແລະ ປະຊາຊົນ​ທີ່​ມາ​ຈາກ​ທ້ອງ​ຖີ່​ນຕ່າງໆ​ໃນ​ທົ່ວ​ປະ​ເທດ​ມາ​ຢ້ຽມຢາມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເພື່ອນ Nguyen To Nhu ຊາວ​ໜຸ່ມ​ມະຫາວິທະຍາ​ໄລ​ວິທະຍາສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ​ນະຄອນ ​ໂຮ່ຈີ​ມິນ​ ​ແບ່ງປັນ​ວ່າ:

        ”ສຳ​ຫຼັບ​ຂ້າພະ​ເຈົ້າ​ແລ້ວ, ​ໄດ້​ມາ​ຢ້ຽມຢາມ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ລຸງ Vo Chi Cong ​ໃນ​ຄັ້ງ​ນີ້ ​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຸດ. ຂ້າພະ​ເຈົ້າ​ເຫັນ​ວ່າ​ວັດຖຸ​ພັນ​ທັງ​ໝົດທີ່​ຕິດ​ພັນກັບ​ຊີວິດ​ການເຄື່ອນ​ໄຫວ​ປະຕິວັດ​ຂອງ​ລຸງ​ຄື ​ເກີບ​ຢາງ, ​ໄມ້​ຄ້ອນເທົ້າ, ວິທະຍຸ… ລ້ວນ​ແຕ່​ທຳ​ມະ​ດາ​ງ່າຍດາຍ​ຄື​ດັ່ງ​ຕົວ​ລຸງ​ເອງ”.

        ທ່ານປະທານ​ສະພາ​ແຫ່ງລັດ  Vo Chi Cong ​ແມ່ນ​ພະນັກງານ​ການ​ນຳ​ທີ່​ດີ​ເດັ່ນ, ຍາມ​ໃດ​ກໍ່​ຍົກ​ອອກ​ບັນດາ​ຂໍ້​ຕົກລົງ​ທີ່​ຖືກຕ້ອງ​ໃນ​ຈຸດ​ເວລາ​ທີ່​ສຳ​ຄັນ. ​ໃນ​ຕະຫຼອດ​ເກືອບ 80 ປີ ​ແຫ່ງ​ການ​ເຄື່ອນ​ໄຫວ​ປະຕິວັດ, ຍາມ​ໃດ​ທ່ານ​ກໍ່​ມີ​ຄວາມ​​ໃກ້​ຊິດ​ກັບ​ປະຊາຊົນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ການຕົກລົງ​ທີ່​ເດ​ັດ​ຂາດ​ໃນ​ຄວາມ​ຄິດ ​ແລະ ການ​ກະທຳ ​ເພື່ອ​ປະ​ເທດ​ຊາດ ​ແລະ ​ເພື່ອ​ປະຊາຊົນ. ບັນດາ​ວັດຖຸ​ພັນ​ຂອງ​ທ່ານ​ທີ່​ໄດ້​ຮັກສາ​ໄວ້​ໃນ​ເຂດ​ອະນຸ​ສະຖານ ຈະ​ແມ່ນ​ສາງ​ເອກະສານ​ອັນ​ລ້ຳ​ຄ່າ​ຂອງ​ຊາວບ້ານ​ເຄືອງ​ມີ໋, ຕາ​ແສງຕາ​ມຊວນ 1, ​ເມືອງ​ນູ໋​ແທ່ງ, ​ແຂວງ​ກວາງ​ນາມ​ເວົ້າ​ສະ​ເພາະ ​ແລະ ຂອງ​ຊາດ​ຫວຽດນາມ​ເວົ້າ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ