ຮູບພາບທ່ານພົນເອກຫວໍ້ງວຽນຢາບ ຍັງຄົງຝັງເລິກໃນດວງໃຈຂອງຊາວເມື່ອງຟັງ


 (vovworld)-​​​​ ​ຕາ​ແສງເມື່ອ​ງຟັງ-​ເມືອງ​ດ້ຽນບຽນ ​ແມ່ນ​ຖານ​ທີ່ໝັ້ນຂອງ​ກອງ​ບັນຊາ​ການບັ້ນຮົບ​ດ້ຽນບຽນ​ຝູ ຊື່​ງ​ແມ່ນ​ແຫ່ງ​ທີ່​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ໄດ້​ດຳລົງ​ຊີ​ວິດ ​ແລະ ​ເຮັດ​ວຽກ​ໃນ​ຖານະ​ເປັນ​ຜູ້​ບັນຊາ​ການ​ສູງ​ສຸດ​ຂອງບັ້ນຮົບ​ດ້ຽນບຽນ​ຝູ ກ່ອນ​ນີ້ 60 ປີ. ປະຈຸ​ບັນ, ຮູບ​ພາບທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ​ ຄື​ດັ່ງ​ຍັງ​ຄົງ​ຕົວ​ຢູ່​ທຸກແຫ່ງ​, ໃນປ່າດົງ, ​ໃນ​ຕຸບ​ແຄມ​ຫ້ວຍ​ຫຼື​ໃນ​ດວງ​ໃຈ​ຂອງ​ຊາວ​ເມື່ອ​ງຟັງ. ​ໃນ​ລາຍການ​ຄົ້ນຫາ​ຫວຽດນາມ ພາກ​ນີ້, ​ນັກ​ຂ່າວ​ທູ​ຮວາ​ຈະ​ແນະນຳ​ເມື່ອ​ງຟັງ ​ແລະ ອາລົມ​ຈິດ​ຂອງ​ ປຊຊ ​ແຫ່ງນີ້ ທີ່​ມີ​ຕໍ່ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ. ​

ຮູບພາບທ່ານພົນເອກຫວໍ້ງວຽນຢາບ ຍັງຄົງຝັງເລິກໃນດວງໃຈຂອງຊາວເມື່ອງຟັງ - ảnh 1

ສຳນັກ​ບັນຊາ​ບັ້ນຮົບ​ດ້ຽນບຽນ​ຝູ

(ພາບ: http://vietq.vn)

   ​ເມື່ອ​ງຟັງ​ ຫ່າງ​ຈາກ​ນະຄອນ​ດ້ຽນບຽນ​ ​ໄປ​ທາງ​ທິດຕາ​ເວັນ​ອອກ​ ປະມານ 30 ກມ ​ເທົ່າ​ນັ້ນ ແຕ່​ເສັ້ນທາງພັດ​ລະ​ອິດ​ລະ​ອ້ຽວ, ​ທຸລະກັນດານ, ຕ້ອງ​ຂ້າມ​ພູ​ຫຼາຍ​ໜ່ວຍ ​ແລະ ປ່າ​ຫຼາຍ​ແຫ່ງ, ສະນັ້ນ, ຖ້າ​ຂີ່​ລົດ​ໂອ​ໂຕ​ກໍ່​ເສຍ​ເວລາ 2 ຊົ່ວ​ໂມງ​ຈຶ່ງ​ມາ​ຮອດ.

  ກ່ອນ​ນີ້ 60 ປີ, ​ເມື່ອ​ງຟັງ​​ແມ່ນ​ບ່ອນ​ຕັ້ງທັບ​ຂອງຂຸມ​ບັນຊາ​ການບັ້ນຮົບ​ດ້ຽນບຽນ​ຝູ ​ ທັງ​ແມ່ນ​ບ່ອນ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຂອງທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ. ຂຸມບັນຊາ​ການຕັ້ງຢູ່​ຄວາມ​ສູງ 1000 ມ ​ເມື່ອ​ທຽບ​ກັບ​ໜ້ານ້ຳທະ​ເລ, ​ໂດຍຊ້ອນຕົວ​ຢູ່​ໃນ​ປ່າ​ດົງ​​ຊື່​ງຊາວ​ເມື່ອ​ງຟັງ​ເຄີຍ​ເອີ້ນ​ດ້ວຍ​ຄວາມ​ນັບຖື​ທີ່ວ່າ “ປ່າ​​ພົນ​ເອກ“ ​ແລະ ​ ​ເອີ້ນ​​ຜູ້​ບັນຊາ​ການ​ສູງ​ສຸດ​​ກອງທັບ ປຊຊ ຫວຽດນາມ ​ໃນ​ຄາວ​ນັ້ນ​ແມ່ນ “​ເຈົ້າກົກຫວໍ້​ງວຽນ​ຢາ​ບ“, ​ເອີ້ນ​ຂຸມ​ຄອງ​ຂອງ​ທ່ານ​ພົນ​ເອກ​ແມ່ນ “​ເຮືອນ​ຂອງ​ເຈົ້າກົກຫວໍ້​ງວຽນ​ຢາ​ບ“. ຈາກ​ຂຸມ​ຄອງບັນຊາຂອງ​ທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ​ໄປ​ຕາມເນີນ​ພູ​​ເບື້ອງ​ຫຼັງ, ​ແລ້ວຂຶ້ນ​ຈອມ​​ພູ ປູ​ກາ ​ສາມາດ​ສັງ​ເກດ​ທັງນະຄອນ​ດ້ຽນບຽນ​ຝູ, ຮ່ອມ​ພູ​ເມື່ອ​ງ​ແທງ ​ແລະ ບັນດາ​ຈຸດ​ທີ່ໝັ້ນຂອງ​ທະຫານ​ຝະລັ່ງ ​​ໃນ​ເມື່ອ​ກ່ອນ​ໄດ້​ຄື: ​ໂນນ​ພູ ຮີມ​ລາມ, ​ໂນນ​ພູ​ເອກະລາດ, ​ໂນນ​ພູ D1, ໂນນ​ພູ C1, ໂນນ​ພູ A1, ຂົວ​ເມື່ອ​ງ​ແທງ… ບ່ອນ​ຢູ່​ຂອງທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ​ແລະ ຫົວໜ້າ​ເສນາ​ທິການ ຮ່ວາງ​ວັນ​ທາຍ ຢູ່​ໃກ້​ທາງ​ອຸມົງ​ໃຕ້​ດິນ​ທີ່​ມີ​ລວງ​ຍາວ 320 ມ ຊື່​ງ​ຂຸດ​ຜ່ານ​​ໃຕ້ໂນນ​ພູ​ແຫ່ງ 1 ​ເພື່ອ​ຫລີກ​ລ້ຽງ​ລະ​ເບີດ ​ແລະ ລູກປືນ​ໃຫ່ຍ. ​ເອື້ອຍ​ຟານ​ທິຮົ່ງຮ່າ ​ແຂກ​ທ່ອງ​ທ່ຽວ​ມາຈາກ​ນະຄອນ​ດ່າ​ນັງ ​ໄປຢ້ຽມຢາມ​ເຂດ​ປູ​ສະ​ນີຍະສະ​ຖານ​​ພົນ​ເອກ ​ໃຫ້​ຮູ້​ວ່າ:

  “ຂ້າພະ​ເຈົ້າອ່ານ​ບົດ​ກະວີ​ຂອງ​ນັກ​ກະວີ​​ໂຕ​ຫິ້ວ ມີ​ຕອນ​ທີ່​ວ່າ: ປ່າ​ປົກປ້ອງ​ທະຫານ, ປ່າ​ປິດ​ລ້ອມ​ສັດຕູ. ມາ​ຮອດ​ກໍ່ເຫັນ​ວ່າ​ຖືກ​ແທ້. ທ່ານ​ພົນ​ເອກ​ໄດ້​ເລືອກ​ສະຖານ​ທີ່​ໄດ້​ຮັບການປົກ​ປ້ອງ​ຈາ​ກປ່າ ​ແລະ ປຊຊ. ພວກ​ເຮົາ​ທຸກ​ຄົນ​ຕ່າງ​ກໍ່ເຄົາລົບ​ນັບຖື​ລຸ່ນພໍ່​ລຸ່ນອ້າຍ​ໃນ​ເມື່ອ​ກ່ອນ​ຍ້ອນ​ວ່າ ​​ໃນ​ເງື່ອ​ນໄຂມີ່​ທຸກ​ຍາກ​ຂາດ​ເຂີນເຊັ່ນ​ນັ້ນ​ແຕ່​ພັດຕີ​ເອົາ​ຊະນະ​ກອງທັບ​ທີ່​ເຂັ້ມ​ແຂງ​ຂອງ​ສັດຕູ​ໄດ້“.

ຮູບພາບທ່ານພົນເອກຫວໍ້ງວຽນຢາບ ຍັງຄົງຝັງເລິກໃນດວງໃຈຂອງຊາວເມື່ອງຟັງ - ảnh 2

​ເຂດ​ປູ່​ສະ​ນີຍະສະ​ຖານ​ເມື່ອ​ງຟັງ

(ພາບ: nhandan.com.vn)

  ກ່ວາ​ເຄິ່ງສັດຕະວັດ​​ໄດ້​ລ່ວງ​ເລີຍ​ໄປ​ແລ້ວ, ​ແຕ່ ປຊຊ ​ເມື່ອ​ງຟັງ ​ໄດ້​ປົກ​ປັກ​ຮັກສາ​ເຂດ​ປູ​ສະ​ນີຍະສະ​ຖານສຳນັກບັນຊາ​ການບັ້ນຮົບ​ດ້ຽນບຽນ​ຝູ ​ແລະ ທິວ​ທັດ​ທຳ​ມະ​ຊາດຢູ່​ອ້ອມ​ຂ້າງ​ໄວ້ຢ່າງ​ລອບ​ຄອບ​ທີ່​ຖ້ວນ​ເໝືອນ​​ຫໍພິພິຕະພັນ​ຂອງ​ນະຄອນ​ດ້ຽນບຽນ​ຝູ. ​ແຂກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ມາ​​ແຫ່ງ​ນີ້​ເພື່ອ​ຢ້ຽມ​ຊົມ, ຄົ້ນຄ້ວາ. ​ແລະ ກໍ່ມີ​ນັກຮົບ​ເກົ່າຫຼາຍ​ຄົນ​​ກັບ​ມາສະໜາມຮົບ​ເກົ່າ​ເພື່ອ​​ຫວ​ນຄື​ນບັນດາ​ອະນຸສອນ​ທີ່​ທຸກ​ຍາກ​ລຳບາກ​ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ກ້າ​ຄົງ​ອົງອາດ​​ໃນຍາມ​ໄວ​ໜຸ່ມ​ຂອງ​ຕົນ. ຖ້າ​ມາ​ຢາມ​ເຮືອນຮ້ານຫຼັງ​ໜຶ່ງ​ແຄມ​ພູ​ ແຂກ​ທ່ອງ​ທ່ຽວອາດ​ສາມາດ​ໄດ້​ພົບ​ກັບ​ແມ່ຕູ້ ລໍ່​ທິໂດຍ, ຜູ້​ທີ່​ໄດ້​ຂົນຂວາຍ​ແມ່ຍິງ​ເມື່ອ​ງຟັງ ປະກອບ​ເຂົ້າສານ, ​ເຂົ້າ​ເປືອກ, ງົວ, ຄວາຍ​ສະໜັບສະໜູນ​​ໃຫ້​ແກ່ການ​ຕໍ່ຕ້ານ ​ແລະ ​ໄດ້ຮັບ​ຟັງ​ແມ່​ຕູ້​ເລົ່າ​ເລື່ອງ​ກ່ຽວ​ກັບ ບັ້ນຮົບ​ດ້ຽນບຽນ​ຝູ ​ແລະ ທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ:

      “​​ມື້ປົດ​ປ່ອຍ​ດ້ຽນບຽນວັນ​​ທີ 7/5 ຂ້າ​ພະເຈົ້າກໍ່​ຮູ້ຈັກ. ມີພະນັກງານ​ຜູ້​ໜຶ່ງ​ໄດ້​​ແຈ້ງຂ່າວວ່າພວກ​ເຮົາ​ໄດ້​ປົດ​ປ່ອຍ​ດ້ຽນບຽນ​ ​ແລ້ວ. ​ແຕ່​ຄາວ​ນັ້ນ​ ຊາວບ້ານບໍ່​ໄດ້​ອຳ​ລາ​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ, ພຽງ​ແຕ່​ໄດ້​ພົບ​ເພິ່ນ​ເພິ່ນ​ກັບມາ​ດ້ຽນບຽນ ​ເຂົ້າຮ່ວມ​ສະ​ເຫຼີ​ມສະຫຼອງ​ໄຊຊະນະ​ດ້ຽນບຽນ​ຟູ ຄົບຮອບ 50 ປີ​ເທົ່າ​ນັ້ນ. ນີ້​ແມ່ນ​ຮູບ​ທີ່​ຂ້າພະ​ເຈົ້າຖ່າຍ​ກັບ ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ“.

ຮູບພາບທ່ານພົນເອກຫວໍ້ງວຽນຢາບ ຍັງຄົງຝັງເລິກໃນດວງໃຈຂອງຊາວເມື່ອງຟັງ - ảnh 3

ບ່ອນຢູ່ແລະເຮັດ​ວຽກ​ຂອງທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ

(ພາບ: http://vietq.vn)

​   ປະຈຸ​ບັນ,  ໃນ​ຄວາມ​ຊົມ​ຈຳ​ຂອງ​ຊາວ​ເມື່ອ​ຟັງ​, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ມີ​ອາຍຸ 100 ປີ​ເຕັມ​ຄື​ແມ່ຕູ້ ລໍ່​ທິໂດຍ ​ ​ແມ່ນ​ອະນຸສອນ​ໃນ​ໄລຍະ​ເວລາ​ທີ່​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບດຳລົງ​ຊີວິດ ​ແລະ ຕໍ່ສູ້​ຢູ່​ທີ່​ນີ້​ແມ່ນ​ຄວາມ​ຄິດ​ຮອດ​ຄິ​ເຖິງ ​ແລະ ຮັກ​ແພງ​ເພິ່ນ. ແມ່ຕູ້ ລໍ່​ທິໂດຍ ຢືນຢັນ​ວ່າ: ຖ້າ​ບໍ່​ມີທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ, ຊີວິດຂອງຊາວ​ເມື່ອ​ງຟັງ ຈະ​ບໍ່​ມີ​ຄວາມ​ຜາ​ສຸກ​ຄື​ໃນ​ທຸກ​ວັນ​ນີ້. ສ່ວນ​ເອື້ອຍ ລໍ່​ທີ່​ຈຸ​ງ ຊາວ​ເມື່ອ​ງຟັງ​ ໃຫ້​ຮູ້​ວ່າ:

  “ອາລົມ​ຈິດ​ຄວາມ​ຮັກ​ແພງຂອງ​ລູກ​ຫຼານ​ຊາວ​ເມື່ອ​ຟັງ ທີ່​ມີ​ຕໍ່ທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ​​ແມ່ນ​ເໜືອ​ກ່ວາ​ພໍ່ຄິງ. ພໍ່​ຄິງພຽງ​ແຕ່​ລ້ຽງ​ລູກ​​ໃຫ້​ເຕີບ​ໃຫ່ຍເທົ່າ​ນັ້ນ, ສ່ວນ​ທ່ານ​ພົນ​ເອກຢາ​ບ ພັດມີຄວາມ​ຮັກ​ແພງ​ອັນ​ໃຫ່ຍຫຼວງ ທີ່​ມີຕໍ່​ຊາວ​ເມື່ອ​ງຟັງ. ຄຸນງາມ ຄວາມດີ​ຂອງ​ເພິ່ນ​ແມ່ນ​ໃຫ່ຍຫຼວງທີ່​ສຸດ, ​ເໜືອ​ກ່ວາ​ຄຸນງາມຄວາມດີ​ຂອງ​ພໍ່​ແມ່​ຕົນ, ຍ້ອນ​ເພິ່ນ​ໄດ້ປົກ​ປັກ​ຮັກສາ ​ແລະ ປົດ​ປ່ອຍ​ເມື່ອ​ງຟັງ ​ແລະ ທັງ​ດ້ຽນບຽນ​ອີກ“

​   ປະຈຸ​ບັນ, ຊາວ​ເມື່ອ​ງຟັງ ຍັງ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຍ້ອນ​ໄດ້​ພ້ອມ​ກັບ​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ​ແບ່ງ​ທຸກ​ແບ່ງ​ສຸກ​ໃນ​ບັ້ນຮົບ​ດ້ຽນບຽນ​ຝູ ກ່ອນນີ້​. ​ໃນ​ຫຼາຍ​ປີ​ມາ​ນີ້, ​ເມື່ອງ​ຟັງ ​ໄດ້​ກາຍ​ເປັນບ້ານ​ເກີດ​ເມືອງ​ນອນ​ແຫ່ງ​ທີ 2 ຂອງ ທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ. ​ເທບ​ນິຍາຍ​ກ່ຽວ​ກັບທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ​ແລະ ​ໄຊຊະນະ​ດ້ຽນບຽນ​ຝູ ຈະ​ຍົນ​ຍົງ​ຄົງ​ຕົວ​ຕະຫຼອດ​ໄປ​ພ້ອມ​ກັບ​​ດິນ​ແດນ​ເມື່ອ​ງຟັງ./.

ຕອບກັບ

ຂ່າວ/ບົດ​ອື່ນ