ຮັບຟັງຂັບຈ່ອຍຢູ່ ໂຮ້ຍອານ

(vovworld)- ເມືຶ່ອ​ຮອດ​ຍາມ​ຄ່ຳ​ຄືນບັນຍາກາດ​ຢູ່​ູຄຸ້ມ​ເມືອງ​ເກົ່າໂຮ້ຍອານ​ແມ່ນສ້າງ​ຄວາມ​ປະ​ທັບ​ໃຈ​ , ດ້ວຍ​ແສງ​ໂຄມ​ໄຟ​ທີ່​ມີ​ສີ​ສັນ​ຫລາກ​ຫລາຍ​ໃນ​ທ່າມກາງສຽງ​ດົນ​ຕີທີ່​ມ່ວນ,ສ​ຽງ​ຫົວ​, ສຽງ​ໂຮ່​ຮ້ອງຂອງ​ເດັກ​ນ້ອຍ​ທີ່​ພວມ​ເຂົ້າ​ຮ່ວມ​ການ​ລະ​ຫລິ້ນ​ພື້ນ​ເມືອງ, ໃນ​ນັ້ນ ພິ​ເສດກວ່າ​ແມ່ນ​ສຽງ​ຂັບ​ຈ່ອຍ​ຢູ່​ແຄມ​ແມ່ນ້ຳ​ຮ​ວ່າຍ.

ຮັບຟັງຂັບຈ່ອຍຢູ່ ໂຮ້ຍອານ - ảnh 1
ບັນດານັກສິລະປະກອນສະແດງຂັບຈ່ອຍ

        ​ບຸນ​ແຂ່ງຂັບ​ຈ່ອຍດຳ​ເນີນ​ໄປ​ໃນ​ຍາມ​ຄ່ຳ​ຄືນຂອງທ​ຸກວັນ ​ຢູ່​ໂຮ້ຍ​ອານ​ ໄດ້​ກາຍ​ເປັນ​​ຄວາມ​ຊິນ​ເຄີຍ​ຂອງ​ຊາວ ໂຮ້ຍ​ອານ​ກໍ​ຄື​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເມື່ອ​ມາ​ຢ້ຽມ​ຢາມ​ໂຮ້ຍ​ອານ. ໃນ​ຍາມ​ຄ່ຳ​ຄືນ, ນັກ​ທ່ອງ​ທ່ຽວ​ເຄີຍ​ພາ​ກັນ​ຍ່າງ​ມາ​​​ບໍ​ລິ​ເວນສະຫນາມລະ​ຫວ່າງ ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ ແລະ ແມ່ນ້ຳ​ຮ່​ວາຍ​ເພື່ອ​ຮັບ​ຊົມ ແລະ ເຂົ້າ​ຮ່ວມ​ການ​ລະ​ຫລິ້ນ​ພື້ນ​ເມືອງ​ຕ່າງໆ​ທີ່​ເປັນ​ເອກ​ະ​ລັກ​ສະ​ເພາະ​ຂອງ​ປະ​ຊາ​ຊົນ​ພາກ​ກາງ​ຫວຽດ​ນາມ. ສຽງ​ຂັບ​ຮ້ອງ​ທີ່​ອ​່ອນ​ຊອນ​ຂອງ​ບັນ​ດາ​ນັກ​ສິ​ລະ​ປະ​ກອນ, ສຽງ​ຫົວມ່ວນ​ຊື່ນ​​ຂອງ​ນັກ​ທ່ອງ​ທ່ຽວເມື່ອ​ໄດ້​ຮັບ​ຊົມ​ບັນ​ດາ​ການ​ລະ​ຫລິ້ນ​ພື້ນ​ເມືອງ ໄດ້​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ຮູ້​ສຶກ​ສະ​ບາຍ​ໃຈ​ເມື່ອ​ມາ​ພັກ​ຜ່ອນ​ຢູ່​ທີ່ນີ້.

        ໃນ​ເບື້ອງ​ຕົ້ນ, ​ບຸນ​ແຂ່ງຂັບ​ຈ່ອຍ​ພຽງ​ແຕ່​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂດຍ​ສູນ​ວັດ​ທະ​ນະ​ທຳ​ກິ​ລາ​ຂອງ​ນະ​ຄອນ ໂຮ້ຍ​ອານ ຈັດ​ຂຶ້ນ ເພື່ອ​ວາດ​ພາບ​ບັນ​ຍາ​ກາດ​​ຄ່ຳຄືນພະ​ຈັນຂອງ​ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ​ ດ້ວຍ​ຈຸດ​ປະ​ສົງ​ແມ່ນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພັກ​ຜ່ອນ​ຢູ່​ໂຮ້ຍ​ອານ​ໃຫ້​ຍາວກວ່າ. ແຕ່​ມາ​ຮອດ​ປະ​ຈຸ​ບັນ, ຂັບ​ຈ່ອຍ​ໄດ້​ກາຍ​ເປັນ​ການ​ລະ​ຫລິ້ນ​​ຂອງ​ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ​ໃນ​ຍາມ​ຄ່ຳ​ຄືນ. ທ່ານ ຫວໍ​ຟຸ່ງ, ຜູ້​ອຳ​ນວຍ​ການ​ສູນ​ວັດ​ທະ​ນະ​ທຳ​ກິ​ລາ ນະ​ຄອນ​ໂຮ້ຍ​ອານ​ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ ມີ​ການ​ລະ​ຫລິ້ນ 2 ຢ່າງ​ໄດ້​ຢືນ​ຢັນ​ການ​ຄົງ​ຕົວ ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ ນັ້ນ​ແມ່ນ​ການ​ລະ​ຫລິ​້ນ​ທັບໝໍ້​​ໃຫ້ແຕກ ແລະ ການ​ແຂ່ງຂັບ​ຈ​ອ່ຍ. ປີ 1998 ເມື່ອ​ພວກ​ຂ້າ​ພະ​ເຈົ້າ​ປະ​ຕິ​ບັດ​ລາຍ​ການ​​ບຸນ​ຄ່ຳ​ຄືນ​ຢູ່​ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ, ການ​ລະ​ຫລິ້ນນີ້​ພຽງ​ແຕ່​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ເທົ່າ​ນັ້ນ. ແຕ່​ມາ​ຮອດ​ປະ​ຈຸ​ບັນ, ການ​ລະ​ຫລິ້ນ​ນີ້​ຖືກ​ຈັດ​ຂຶ້ນ​ໃນ​​ຍາມ​ຄ່ຳ​ຄືນຂອງ​ທຸກ​ມື້ ແລະ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫລາຍ​ຄົນ.”

ຮັບຟັງຂັບຈ່ອຍຢູ່ ໂຮ້ຍອານ - ảnh 2
ນັກທ່ອງທ່ຽວເຂົ້າຊົມການຂັບຈອ່ຍເປັນຈຳນວນຫລວງຫລາຍ
ພາບ:internet

        ໂດຍ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັບ​ຈ່ອຍ​ໃນ​ຊຸມມື້​ທຳ​ອິດ, ນັກ​ສິ​ລະ​ປະ​ກອນ ເລືອງ​ດາງ, ສັງ​ກັດ​ສູນ​ວັດ​ທະ​ນະ​ທຳ​ກິ​ລາ ຂອງ​ນະຄອນ ໂຮ້ຍ​ອານ ແມ່ນ​ຜູ້​ເຂົ້າ​ຮ່ວມ​ການ​ຂັບ​ຈ່ອຍ​ທຸກ​ຄ່ຳ. ທ່ານ ດາງ ໃຫ້​ຮູ້​ວ່າ: ຂັບ​ຈ່ອຍ​ແມ່ນ​ການ​ລະ​ຫລິ້ນ​ທີ່​ຂາດບໍ່​ໄດ້​ໃນ​ການ​ດຳ​ລົງ​ຊີ​ວິດ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ໂຮ້ຍ​ອານ. ຈາກ​ຜູ້​ເຖົ້າ​ຜູ້​ແກ່​ຕະ​ຫລອດ​ຮອດ​ຊາວ​ຫ​ນຸ່ມ, ເດັກ​ນ້ອຍ ລ້ວນ​ແຕ່​ສາມາດ​ຂັບ​ຈ່ອຍ​ໄດ້.

        “ສຳ​ລັບຊາວ​ໂຮ້ຍ​ອານ ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ແມ່ນ​ສິ່ງ​ທີ່​ຂາດບໍ່​ໄດ້​ໃນ​ຊ​ີ​ວິດ​ດ້ານ​ຈິດ​ໃຈ. ນັບ​ແຕ່​ຄາວ​ຍັງ​ນ້ອຍ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ສຽ​ງ​ຂັບ​ຈ່ອຍ​ຈາກ​ແມ່​ເຖົ້າ​ແລ້ວ ສະ​ນັ້ນ ຂັບ​ຈ່ອຍ​ຄ່ອຍໆ​ເປັນ​ຄວາມ​ຊິນ​ເຄີຍ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.”

ສຽງ​ຂັບ​ຈ່ອຍ

        ເນື້ອ​ໃນ​ຂອງ​ບັນ​ດາ​ທຳ​ນອງ​ເພງ​ໃນ​ບຸນ​ແຂ່ງ​ຂັບ​ຈ່ອຍ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ວັດ​ທະ​ນະ​ທຳ​ມະ​ນຸດ ແລະ ມ​ີ​ລັກ​ສະ​ນະ​ສຶກ​ສາ​ສູງ. ບັນ​ດາ​ທຳ​ນອງ​ເພງ​ ແມ່ນ​ເວົ້າ​ເຖິງ​ຄວາມ​ຮັກ​ແພງບ້ານ​ເກີດ​ເມືອງນອນ, ນ້ຳ​ໃຈ​ຮັກ​ຊາດ, ຍ້ອງ​ຍໍ​ອາ​ລົມ​ຈິດຄວາມ​ຮັກ​ແພງ​ຂອງ​ຜູ້​ເປັນພໍ່​​ເປັນແມ່​, ຂອງ​ພົວ​ເມຍ, ເຊີ​ດ​ຊູ ຄຸນ​ສົມ​ບັດ, ຄຸນ​ນະ​ທາດ​ອັນ​ດີ​ງາມ​ຂອງ​ມະ​ນຸດ, ຕຳ​ນີ​ບັນ​ດາ​ໄພ​ສັງ​ຄົມ, ຮີດ​ຄອງ​ປະ​ເພ​ນີ​ຫລ້າ​ຫລັງ​. ອາດ​ຈະ​ເວົ້າ​ໄດ້​ວ່າ ບຸນ​ແຂ່ງ​ຂັບ​ຈ່ອຍ ແມ່ນ​ເວ​ທີ​ສະ​ແດງ​ບັນ​ດາ​ທຳ​ນອງ​ເພງ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ທາງ​ທິດ​ໃຕ້​ພາກ​ກາງ​ຫວຽດ​ນາມ. ສະ​ນັ້ນ ບຸນ​​ແຂ່ງຂັບ​ຈ່ອຍ ບໍ່​ພຽງ​ແຕ່​ດຶງ​ດູດ​ຊາວ​ທ້ອງ​ຖິ່ນ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ເທົ່າ​ນັ້ນ ຫາກ​​ນັບ​ທັງນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາ​ລະ​ທິດ​ເມ​ື່ອ​ມີ​ໂອ​ກາດ​ມາຢ້ຽມ​ຢາມ ໂຮ້ຍ​ອານ. ນັກ​ທ່ອງ​ທ່ຽວຕ່າງ​ປະ​ເທດ​ນັ​ບ​ຮ້ອຍ​ຄົນ​ ບໍ່​ເຂົ​້າ​ຮ່ວມ​ໂດຍ​ກົງ​ໃນບຸນ​​ແຂ່ງຂັບ​ຈ່ອຍ ແຕ່​ເຂົາ​ເຈົ້າ​ກໍ​ຢືນ​ຢູ່ນອກ​ເພື່ອ​ຮັບ​ຊົມ, ລະ​ດົມ​ກຳ​ລັງ​ໃຈ​​ແກ່ຜູ້​ຂັບ​ຈ່ອຍ, ເຈືອ​ຈານ​ກັບ​ບັນ​ຍາ​ກາດ​ມ່ວນ​ຊື່ນ​ຢູ່​ທີ່ນີ້. ເມື່ອສິ້ນ​ສຸດ​​ບຸນແຂ່ງ​ຂັບ​ຈ່ອຍ, ຜູ້​ຊະ​ນະ​ຈະ​ໄດ້​ຮັ​ບ​ຂອງ​ຂວັນ​ພູດ​ຫ​ນື່ງ ຄື: ໂຄມ​ໄຟ, ຊື່ງ​ແມ່ນ​ຂອງ​ຂວັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ໂຮ້ຍ​ອານ. ແຕ່​ສິ່ງ​ສຳ​ຄັນ​ສຳ​ລັບ​ນັກ​ທ່ອງ​ທ່ຽວ ນັ້ນ​ແມ່ນ​ເຂົາ​ເຈົ້າ​ໄດ້​ເຈືອ​ຈານ​ເຂົ້າ​ກັບ​ບັນ​ຍາ​ກາດ​ທີ່​ຟົດ​ຟື້ນ​ແລ​ະ​​ດູດ​ດື່ມ​ຂອງ​ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ.

ຕອບກັບ

ຂ່າວ/ບົດ​ອື່ນ