ຮ່ວາງຈູ່, ບ້ານແມ່, ແຫ່ງທີ່ປະທານ ໂຮ່ຈີມິນ ໄດ້ຮັບການກຳເນີດ

ຮ່ວາງຈູ່, ບ້ານແມ່, ແຫ່ງທີ່ປະທານ ໂຮ່ຈີມິນ ໄດ້ຮັບການກຳເນີດ - ảnh 1
ຫໍພິພິດທະພັນປະທານ ໂຮ່ຈີມິນ ມີສະຖາປັດຕະຍະກຳຄືສາລາ, ວັດທີ່ເຄີຍເຫັນຢູ່ພາກເໜືອ
(ພາບ: http://yeudulich.vn)

​(vovworld) - ເມືອງ​ນາມ​ດ່ານ, ​ແຂວງ​ເຫງ້ອານ ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ປະທານ ​ໂຮ່ຈີ​ມິນ, ບ້ານ​ພໍ່​ຂອງ​ປະທານ​ ​ໂຮ່ຈີ​ມິນ​ ຢູ່​ບ້ານ​ກິມລຽນ, ສ່ວນ​ບ້ານ​ແມ່​ຢູ່​ບ້ານ​ຮ່ວາງ​ຈູ່, ຫຼື​ເອີ້ນ​ວ່າ​ບ້ານ​ຈົ່ວ, ​​ເຊິ່ງຫ່າງ​ຈາກ​ບ້ານ​ກິມລຽນ ບໍ່​ໄກ​ປານ​ໃດ. ກຸ່ມ​ປູຊະນີຍະສະຖານ​ຮ່ວາງ​ຈູ່ ລວມມີ​ຫໍ​ບູຊາ​ຕະກູນ ​ຮ່ວາງຊວນ, ​ເຮືອນ​ຂອງ​ພໍ່​ຕູ້ ຮ່ວາງ​ເດື່ອງ ​ແລະ​ເຮືອນ​ມຸ້ງ​ຫຍ້າ - ບ່ອນ​ທີ່​ປະທານ ​ໂຮ່ຈີ​ມິນ​ ໄດ້​ຮັບ​ການ​ກຳ​ເນີ​ດ. ​ເຊີນ​ເພື່ອນ​ມາ​ຢ້ຽມຢາມ​ບ້ານ​ຮ່ວາງ​ຈູ່, ຕາ​ແສງ​ກິມລຽນ, ​ເມືອງ​ນາມ​ດ່ານ, ​ແຂວງ​ເງ້ອານ, ​ແຫ່ງ​ທີ່​ໄດ້​ຕິດ​ພັນ​ກັບ​ອະນຸສອນ​ທີ່​ດີ​​​ໃນ​ຍາມ​ເຍົາ​ໄວຂອງລູກ​ຜູ້ດີ​ເລີດ​ຂອງ​ຊາດ​ຫວຽດນາມ ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 122 ປີ ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ ​ໂຮ່ຈີ​ມິນ ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ Le Phuong ທີ່​ມີ​ຫົວ​ຂໍ້​ວ່າ: ” ຮ່ວາງ​ຈູ່, ບ້ານ​ແມ່, ​ແຫ່ງ​ທີ່​ປະທານ ​ໂຮ່ຈີ​ມິນ ​ໄດ້​ຮັບ​ການ​ກຳ​ເນີ​ດ”.

    ກຸ່ມ​ປູຊະນີຍະສະຖານ​ຮ່ວາງ​ຈູ່ ຕັ້ງ​ໃນເນື້ອ​ທີ່ 3.500 ຕາລາງ​ແມັດ ​ແມ່ນ​ເຮືອນ​ຂອງພໍ່​ຕູ້ ຮ່ວາງ​ຊວນ​ເດືອ່ງ, ​ເຊິ່ງ​ແມ່ນ​ພໍ່​ເຖົ້າ​ ຂອງ​ປະທານ ​ໂຮ່ຈີ​ມິນ, ​ໃນ​ເຮືອນ​ມຸ້ງ​ຫຍ້າ 3 ຫ້ອງ, ​ໃຕ້​ພຸ່ມ​ໄມ້​ໄຜ່​ທີ່​ຂຽວ​ອຸ່ມ​ທຸ່ມ, ທ້າວ​ນ້ອຍ Nguyen Sinh Cung ​ໄດ້​ຮັບ​ການ​ກຳ​ເນີ​ດ​ໃນ​ຕອນ​ເຊົ້າ​ວັນ​ທີ 19/5/1890. ​ປະທານ ​ໂຮ່ຈີ​ມິນ ພຽງ​ແຕ່ດຳລົງ​ຊີວິດ​ຢູ່​ບ້ານ​ແມ່​ເຖິງ​ເວລາ​ມີ​ອາຍຸ 5 ປີ​ເທົ່າ​ນັ້ນ, ​ແຕ່​ຮູບ​ພາບ​ບ້ານ​ແມ່, ພິ​ເສດ​ແມ່ນ​ບັນດາ​ອະນຸສອນ​ທີ່​ຕິດ​ພັນ​ກັບ​ຍາມ​ເຍົາ​ໄວຂອງ​ເພິ່ນ​ຍັງ​ຄົງ​ຝັງ​ເລິກ​ໃນດວງ​ໃຈ Nguyen Sinh Cung, ຈົນ​ຮອດເວລາ​ທີ່​ເພິ່ນ​ໄດ້​ກາຍ​ເປັນ​ປະທານ​ປະ​ເທດ. ນັບ​ແຕ່​ເວລາ​ຍັງ​ນ້ອຍ, ​ເມື່ອ​ດຳລົງ​ຊີວິດ​ຢູ່​ບ້ານຮ່ວາງ​ຈູ່, Nguyen Sinh Cung ສາມາດຮັບ​ຮູ້​ໄດ້​ຄຳ​ສັ່ງສອນ, ຕັກ​ເຕືອນ​ຂອງ​ພໍ່​ເຖົ້າ, ​ແມ່​ເຖົ້າ, ​ກໍ​ຄື​ຄວາມ​ຮັກ​ຂອງ​ພໍ່​ແມ່​ທີ່​ສະຫງວນ​ໃຫ້​ແກ່​ຕົນ. ບ້ານ​ຮ່ວາງ​ຈູ່ຍັງ​ໄດ້​ຮັບ​ການ​ຮູ້ຈັກ​ກັນ​ດີ​ແມ່ນ​ອູ່​ວັດທະນະທຳ​ຂອງ​ແຂວງ​ເງ້ອານ, ດັ່ງ​ນັ້ນ​ສຽງ​ຂັບ​ກ່ອມ, ທຳນອງ​ເພງ​ພື້ນ​ເມືອງ​ໄດ້​ຕິດ​ພັນ​ກັບ Nguyen Sinh Cung ນັບ​ແຕ່​ໄດ້​ຮັບ​ການ​ກຳ​ເນີ​ດຈົນ​ເຖິງ​ເວລາ​ກ່ອນ​ທີ່​ຈະ​ລ່ວງ​ລັບ​ໄປ:

”ນັ້ນ​ແມ່ນ​ຄຳ​ສັ່ງສອນ​ຂອງ​ແມ່​ທີ່​ວ່າ, ລູກ​ຈົ່ງ​ຕັ້ງ​ໃຈ​ຮ່ຳຮຽນ​ໃຫ້​ສົມ​ກັບ​ບຸນຄູນ​ພໍ່​ແມ່, ຈົ່ງ​ເປັນ​ຄົນ​ດີ, ບໍ່​ຖື​ຖານະຕຳ​ແໜ່​ງ​ເປັນ​ສຳຄັນ, ຫາກ​ຕ້ອງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ປະ​ເທດ​ຊາດ”.

ຮ່ວາງຈູ່, ບ້ານແມ່, ແຫ່ງທີ່ປະທານ ໂຮ່ຈີມິນ ໄດ້ຮັບການກຳເນີດ - ảnh 2

ເຮືອນ​ຂອງພໍ່​ຕູ້ ຮ່ວາງ​ຊວນ​ເດືອ່ງ, ​ເຊິ່ງ​ແມ່ນ​ພໍ່​ເຖົ້າ​ ຂອງ​ປະທານ ​ໂຮ່ຈີ​ມິນ

(ພາບ: http://yeudulich.vn)

ຕະຫຼອດ​ຊີວິດ​ແມ່ນ​ອຸທິດ​ໃຫ້​ແກ່​ປະ​ເທດ​ຊາດ, ປະທານ​ໂຮ່ຈີ​ມິນ​ໄດ້​ໄປ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ​ຢູ່​ຫຼາຍ​ປະ​ເທດ, ຫຼາຍ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ, ​ແຕ່​ເພິ່ນ​ພຽງ​ແຕ່​ມີ​ເງື່ອນ​ໄຂ​ກັບ​ເມືອ​ບ້ານ​ເທື່ອ​ດຽວ​ເທົ່າ​ນັ້ນ. ນັ້ນ​ແມ່ນ​ວັນ​ທີ 9/12/1961, ນີ້​ແມ່ນ​​ເທື່ອ​ທຳ​ອິດ ​ແລະ ​ກໍ່​ແມ່ນ​ເທື່ອ​ສຸດ​ທ້າຍທີ່​ທ່ານ​ປະທານ ​ໂຮ່ຈີ​ມິນ​ ກັບ​ເມືອ​ບ້ານ​ຮ່ວາງ​ຈູ່ ພາຍຫຼັງ​ຫຼາຍ​ປີ​ທີ່​​ເດີນທາງ​ອອກຈາກ​ບ້ານ. ວັດຖຸ, ສິ່ງ​ຂອງ​ທັງ​ໝົດ​ໃນ​ເຮືອນ​ຫຼັງ​ນີ້ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ຄື: ​ໂຕະ - ບ່ອນ​ທີ່​ພໍ່ລຸງ​ໂຮ່​ ທ່ານ Nguyen Sinh Sac ສອນ​ລູກ​ຮຽນ, ກີ່​ຕ່ຳຫູກຂອງ​ແມ່ລຸງ​ໂຮ່ ທ່ານ​ນາງ Hoang Thi Loan, ຕຽງ - ບ່ອນ​ທີ່​ບັນດາ​ນັກຮຽນ​ຮູ້ຜູ້​ຮັກ​ຊາດ​ມາ​ປຶກສາ​ເລື່ອງສະຖານະ​ການ​ຂອງ​ປະ​ເທດ​ຊາດກັບ​ທ່ານ Nguyen Sinh Sac. ພິ​ເສດ​ແມ່ນ​ຫີບ​ໄມ້ຍັງ​ຄົງ​ຕັ້ງ​ຢູ່​ບ່ອນ​​ເຊິ່ງ​ກ່ອນ​ນີ້​ທ້າວ​ນ້ອຍ Nguyen Sinh Cung ​ໄດ້​​ເປາະໃສ່​ເພື່ອແອບ​ຍ່າງ​ຫາ​ບ່ອນ​ພໍ່​ອ່ານ​ປື້​ມ. ​ເມື່ອ​ເຫັນ​ປະຈັກ​ຕາ​ບັນດາ​ວັດຖຸ​ພັນ​ທີ່​ຕິດ​ພັນ​ກັບ​ປະທານ ​ໂຮ່ຈີ​ມິນ​ ໃນ​ຄາວຍັງ​ນ້ອຍ, ປ້າ Nguyen Thi Khuyen, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ, ​ເວົ້າ​ວ່າ:

”​ເມື່ອ​ເຫັນ​ວັດຖຸ, ສິ່ງ​ຂອງ​ເຫຼົ່າ​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນໃຈ​ຫຼາຍ ​ແລະ ​ເຫັນ​ວ່າ​ມັນ​ມີ​ຄວາມ​ຊິນ​ເຄີຍ​ກັບ​ຕົນ​ແທ້ໆ. ມາ​ຢ້ຽມຢາມ​ບ້ານ​ຂອງ​ລຸງ​ໂຮ່, ຂ້າພະ​ເຈົ້າ​ຈຶ່ງ​ຮູ້​​ໄດ້ວ່າ, ນັບ​ແຕ່​ເວລາ​ຍັງ​ນ້ອຍ ລຸງ​ໂຮ່​ ໄດ້​ສືບ​ທອດມູນ​ເຊື້ອອັນ​ດີ​ງານ​ຈາກພໍ່, ​ແມ່. ​ແບບ​ແຜນ​ດຳລົງ​ຊີ​ວິດ​ຂອງ​ລຸງ​ເຖິງ​ວ່າທຳ​ມະ​ດາ​ງ່າຍດາຍ, ​ແຕ່​ພັດ​ສູງ​ສົ່ງ​ທີ່​ສຸດ”.

ຮ່ວາງຈູ່, ບ້ານແມ່, ແຫ່ງທີ່ປະທານ ໂຮ່ຈີມິນ ໄດ້ຮັບການກຳເນີດ - ảnh 3

ເຮືອນທີ່ປະທານ ໂຮ່ຈີມິນ ໄດ້ຮັບການກຳເນີດ

(ພາບ: http://yeudulich.vn)

​ໂດຍ​ເຮັດ​ວຽກ​ງານ​ອະທິບາຍ​, ​ແນະນຳ​ກ່ຽວ​ກັບ​ກຸ່ມ​ປູຊະນີຍະສະ ຖານຮ່ວາງ​ຈູ່ ມາ​ເປັນ​ເວລາ 8 ປີ​ແລ້ວ, ​ເອື້ອຍ Nguyen Thi Kim Chi ​ໄດ້​ເຫັນ​ປະຈັກ​ຕາອາລົມ​ຈິດ, ຄວາມ​ສະ​ເທືອ​ນ​ໃຈ​ຂອງ​ນັກ​ທ່ອງ​ທ່ຽວ​ເມື່ອ​ໄດ້​ຮັບ​ຟັງ​ການເລົ່າ​ເລື່ອງ​ກ່ຽວ​ກັບ​ບ້ານ​ແມ່​ຂອງ​ປະທານ ​ໂຮ່ຈີ​ມິນ

”ຂ້າພະ​ເຈົ້າ​ບໍ່​ພຽງ​ແຕ່​ອະທິບາຍ​, ​ແນະນຳກ່ຽວ​ກັບ​ບ້ານ​ແມ່​ຂອງ​ລຸງ​ເທົ່າ​ນັ້ນ, ຫາກ​ຍັງ​ອະທິບາຍ, ​ແນະນຳກ່ຽວກັບ​ເຂດ​ສຸສານ​ຂອງ​ທ່ານ​ນາງ Hoang Thi Loan, ​ແລະ​ບ້ານ​ແຊນ - ​ເຊິ່ງ​ແມ່ນ​ບ້ານ​ພໍ່​ຂອງ​ລຸງ​ໂຮ່ອີກ​ດ້ວຍ. ​ເມື່ອ​ອະທິບາຍ, ​ແນະນຳ​ໃຫ້​ນັກ​ທ່ອງທ່ຽວ​ຟັງ​ບັນດາ​ເລື່ອງ​ລາວ​ກ່ຽວ​ກັບ​ລຸງ​ໂຮ່​ໃນ​ຍາມ​ເຍົາ​ໄວ, ກໍ່​ຄື​ອາລົມ​ຈິດ​ຂອງ​ລຸງ​ທີ່​ມີ​ຕໍ່​ບ້ານ​ຮ່ວາງ​ຈູ່, ຂ້າພະ​ເຈົ້າ​​ເຫັນ​ວ່າ​ຕົນ​ເອງ​ເວົ້າ​ມ່ວນ​ກວ່າ, ​ແລະ​ ມີ​ຄວາມຕື້ນ​ຕັນ​ໃຈ ກວ່າ”.


ທ່ານ Nguyen Van Chung, ຮອງ​ຫົວໜ້າ​ອຳນວຍ​ການ​ຄະນະ​ຄຸ້ມ​ຄອງ​ເຂດ​ປູຊະນີຍະສະຖານ​ກິມລຽນ, ​ໃຫ້​ຮູ້​ວ່າ:

”ສຳ​ຫຼັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ, ພວກ​ຂ້າພະ​ເຈົ້າ​ພະຍາຍາມ​ແນະນຳ​​ໃຫ້​ເຂົາ​ເຈົ້າ​ໄດ້​ຮັບ​ຊາບ​ກ່ຽວ​ກັບ​ແນວ​ຄິດ, ອາລົມ​ຈິດ​ຂອງ​ປະທານ ​ໂຮ່ຈີ​ມິນ​ ​ໃນ​ໄລຍະ​ທີ່​​ເພິ່ນ​ດຳລົງ​ຊີວິດ​ຢູ່​ບ້ານ​ຮ່ວາງ​ຈູ່. ພິ​ເສດ, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເມື່ອ​ມາ​ຢ້ຽມຢາມ​ເຂດ​ປູຊະນີຍະສະຖານ​ຮ່ວາງ​ຈູ່ ລ້ວນ​ແຕ່ສະ​ແດງ​ຄວາມ​​ຕື້ນ​ຕັນ​ໃຈ​. ​ເຂົາ​ເຈົ້າ​ຄິດ​ວ່າ, ​ໂດຍ​ແມ່ນປະທານ​ປະ​ເທດ​ຜູ້​ໜຶ່ງ​ທີ່​ມີ​ຊື່​ສຽງ​ຢູ່ໃນ​ໂລກ​ຄື​ແນວ​ນັ້ນ ​ແຕ່​​ເພິ່ນພັດ​ມີ​​ແບບ​ແຜນ​ດຳລົງຊີວິດ​ທຳ​ມະ​ດາ​ລຽບ​ງ່າຍ​ທີ່​ສຸດ, ​ເຂົາ​ເຈົ້າ​ກໍ່​ຕີ​ລາຄາ​ວ່າ, ຜົນ​ສຳ​ເລັດ​ຂອງ​ປະທານ ​ໂຮ່ຈີ​ມິນ​ ແມ່ນ​ເລີ່​ມມາ​ຈາກ​ມູນ​ເຊື້ອ​ຂອງ​ບ້ານ​ເກີດ​ເມືອງ​ນອນ, ມູນ​ເຊື້ອ​ຂອງ​ຄອບຄົວ, ພິ​ເສດ​ແມ່ນ​ເຈດ​ຈຳນົງ​ຂອງ​ເພິ່ນ.”

ກ່ອນ​ທີ່​ລ່ວງ​ລັບ​ໄປ, ປະທານ ​ໂຮ່ຈີ​ມິນ​ ຍັງ​ຢາກ​ໄດ້​ຮັບ​ຟັງ​ທຳນອງ​ເພງ​ພື້ນ​ເມືອງ​ຂອງ​ເງ້ອານ, ​ເພື່ອ​ຫວນ​ຄືນ​ສຽງ​ຂັບ​​ທີ່​ອ່ອນ​ຫວານຂອງ​ແມ່​ໃນ​ເມື່ອ​ກ່ອນ. ອາ​ດ​ເວົ້າ​ໄດ້​ວ່າ​, ບ້ານ​ຮ່ວາງ​ຈູ່, ບ້ານ​ແມ່​ຂອງ​ປະທານ ​ໂຮ່ຈີ​ມິນ ​ແມ່ນ​ແຫ່ງ​ທີ່​ສ້າງ​ເປັນນິດ​ໄສ, ​ບຸກຄະ​ລິກ​ອັນ​ສູງ​ສົ່ງ​ຂອງ​ປະທານ ​ໂຮ່ຈີ​ມິນ ຜູ້ນຳ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ​ຫວຽນາມ.

ຕອບກັບ

ຂ່າວ/ບົດ​ອື່ນ