ຮ່ວາງເອິນ - ວັດບູຮານຂອງຮ່າໂນ້ຍ


(vovworld) – ​ເມື່ອ​ເຕື້ອງ​ເຖິງ​ວັດວາອາ​ຮາມ​ບູຮານ​ຢູ່​ຮ່າ​ໂນ້ຍ, ​ເຂົາ​ເຈົ້າ​ເຄີຍ​ເວົ້າ​ເຖິງ​ວັດ​ມົດ​ກົດ (ວັດ​ເສົາ​ດຽວ), ວັດ ​ເຈິ໋ນກວົກ ຫຼື​ວັດ ກວ໋ານຊື໋. ​ແຕ່​ວ່າ​ມີ​ວັດ​ແຫ່ງ​ໜຶ່ງ​ຕັ້ງ​ຢູ່​ແຄມ​ໜອງ ​ໂຮ່​ໄຕ ພັດ​ແມ່ນ​ໜຶ່ງ​ໃນ​ຈຳນວນວັດ​ບູຮານ​ທີ່​ສຸດ​ຢູ່ຮ່າ​ໂນ້ຍ, ນັ້ນ​ແມ່ນ​ວັດຮ່ວາງ​ເອິນ. ວັດ​ຮ່ວາງ​ເອິນ​ ແມ່ນ​ໜຶ່ງ​ໃນ​ບັນດາ​ປູຊະນີຍະສະຖານ​ປະຫວັດສາດ ວັດທະນະທຳ ​ແລະ ທັດສະນີ​ຍະ​ພາບ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະຄອນຫຼວງຮ່າ​ໂນ້ຍ.

ຮ່ວາງເອິນ - ວັດບູຮານຂອງຮ່າໂນ້ຍ - ảnh 1
ຮ່ວາງເອິນ - ວັດບູຮານຂອງຮ່າໂນ້ຍ

(ພາບອິນເຕີແນດ)

        ຕາມ​ບັນດາ​ເອກະສານ​ມາ​ແຕ່ບູຮານ​ແລ້ວ, ໝູ່​ບ້ານ​ກວາງ​ບ໋າ ​ແມ່ນ​ມີ​ມາ​ແຕ່​ສະ​ໄໝ ​ໂບ໋ກ໋າຍດ້າຍ​ເວື​ອງຝຸ່ງຮຶງ ຕີ​ສັດຕູ​​ຖາງ​ທີ່ມາ​ຮຸກ​ຮານ​ເມື່ອ (ປີ 791). ຜ່ານ​ການ​ເວລາ, ໝູ່​ບ້ານ​ບູຮານ ກວາງ​ບ໋າ ບໍ່​ພຽງ​ແຕ່​ແມ່ນ​ໝູ່​ບ້ານ​ປູກ​ຕົ້ນ​ໄມ້​ປະດັບ​ທີ່​ມີ​ຊື່​ສຽງເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ທີ່​ຮັກສາ​ຫຼາຍ​ຄຸນຄ່າ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອອີກ​ດ້ວຍ. ດ້ວຍ​ບັນດາ​ຜະລິດ​ຕະພັນຄື: ຊາດ​ອງດອກ​ບົວ, ຕົ້ນ​ກ້ຽງ​ນ້ອຍ​ປະດັບ ​ແລະ  ປູຊະນີຍະສະຖານ​ວັດທະນະທຳ​ທີ່​ມີ​ມາ​ແຕ່ບູຮານຂອງ​ເຂດ​ດິນ​​ແຫ່ງນີ້​ຄື: ວັດ​ຮ່ວາງ​ເອິນ. ວັດ​ຕັ້ງ​ຢູ່​ແຄມ​ໜອງ​ໂຮ່​ໄຕ, ທ່າມ​ກາງ​ບໍລິ​ເວນ​ທີ່​ມີ​ຄວາມສະ​ຫົງ​ບງຽບ, ອັນ​ໄດ້​ເຮັດ​ໃຫ້​ວັດ​ແຫ່ງ​ນີ້​ມີ​ຄວາມ​ເຄັ່ງ​ຂືມກວ່າ​ອີກ. ​ເມື່ອ​ຍິນສຽງ​ສວດ​ມົນ​​ໃນ​ວັດ, ຜູ້​ໄປ​ນະມັດສະການ​ກໍ່​ຮູ້ສຶກ​ວ່າ​ຈິດ​ໃຈ​ອົບ​ອຸ່ນ, ສະຫວາດສະ​ເຫວີຍກວ່າ.

ຮ່ວາງເອິນ - ວັດບູຮານຂອງຮ່າໂນ້ຍ - ảnh 2
(ພາບອິນເຕີແນດ)

        ຕາມ​ເລື່ອງ​ລາວ​ທີ່​ເລົ່າ​ຂານ​ກັນ​ມາ​ແລ້ວ, ວັດ ຮ່ວາງ​ເອິນ ​ໄດ້​ຮັບ​ການ​ກໍ່ສ້າງ​ແຕ່​ສະ​ໄໝ​ລາຊະວົງ ຫຼີ (1019 – 1088). ຮອດ​ສະ​ໄໝ​ລາຊະວົງ ​ເລ (1628), ວັດ​ໄດ້​ຮັບ​ການ​ກໍ່ສ້າງ​ຄືນ​ໃໝ່. ຕາມ​ເອກະສານທີ່​ລະບຸ​ໃນ​ແຜ່ນ​ສີ​ລາ​ເກົ່າ​ຢູ່ວັດ​ແລ້ວ: ລາຊະ​ທິດາ ຫງວຽນ​ທິງ​ອກຕູ໋, ລູກ​ສາວ​ຂອງ ດ່ວານ​ກວົກກົງ​ທ້າຍ ​ໂຕ​ຢາ​ຢຸ ມະຫາ​ກະສັດ ຫງວຽນ​ຮ່ວາງ (1623 – 1657) ​ໄດ້​ອະນຸຍາດໃຫ້​ກໍ່ສ້າງ​ວັດ​ຄືນ​ໃໝ່ ດ້ວຍ​ຂອບ​ຂະໜາດ​ໃຫຍ່ກວ່າ. ​ໂດຍ​ຜ່ານ​ການ​ເວລາ ​ແລະ ການ​ປ່ຽນ​ແປງ​ຂອງ​ປະຫວັດສາດ, ​ແຕ່ວັດ​ຍັງ​ຄົງ​ຮັກສາ​ໄດ້​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ພິ​ເສດຂອງ​ເຂດ​ທົ່ງພຽງ​ພາກ​ເໜືອຢູ່​. ​ໃນ​ຕໍ່ໜ້າອາຄານ​ຕົ້ນ​ຕໍ່​ ມີ​ຫໍ​ບັນຈຸ​ລະຄັງທີ່ສູງ​ທຽມ​ຟ້າ ​ແລະ ຢູ່​ເດີນ​ວັດ​ທີ່​ປູ​ດິນ​ຈີ​ແດງ​ແກ່​ຍັງ​ມີຕົ້ນ​ລຳ​ໃຫຍ່​ຂຽວ​ອຸ່ມ​ທູ່​​ມຫຼາຍ​ຕົ້ນ. ​

ຮ່ວາງເອິນ - ວັດບູຮານຂອງຮ່າໂນ້ຍ - ảnh 3
ມີ​ຫໍ​ບັນຈຸ​ລະຄັງທີ່ສູງ​ທຽມ​ຟ້າ
(ພາບອິນເຕີແນດ)

ພິ​ເສດ, ​ໃນ​ເຂດ​ບູຊາ​ຕົ້ນ​ຕໍ່​ຍັງ​ຮັກສາ​ຝາ​ຜະໜັງ​ເດີມ ​ແລະ ບານ​ປະຕູ​ໄມ້​ທີ່​ຖືກ​ຕົກສີ​ຕາມ​ການ​ເວລາ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ວັດຖຸ​ພັນ​ພິ​ເສດສະ​ເພາະ​ໃນ​ວັດ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້ຄື ພະພຸດທະ​ຮູບ 30 ອົງ ​ແຕ່​ສະ​ໄໝ ​ເລ - ຫງວຽນ (ສະຕະວັດ​ທີ 17 – 18). ພະພຸດທະ​ຮູບ​ຢູ່​ທີ່​ນີ້​ຖືກ​ປັ້ນ​ຢ່າງ​ລະອຽດ​ລະ​ອໍ. ​ໃນ​ນັ້ນ​ມີ​ຮູບພະ​ກວນ​ອິນ ໜານ​ໄຫ, ດ້ວຍ​​ໃບ​ໜ້າ​ເມດ​ຕາ, ນຸ່ງຜະ​ສະບົງ​ ​ພວມ​ນັ່ງ​ເທິງ​ຖ່ານ​ຮູບ​ດອກ​ບົວ.

ຮ່ວາງເອິນ - ວັດບູຮານຂອງຮ່າໂນ້ຍ - ảnh 4
ພະພຸດທະ​ຮູບ​ກວນ​ອິນ
(ພາບອິນເຕີແນດ)

ມາ​ຮອດ​ປະຈຸ​ບັນ, ພະ​ພຸດທະຮູບທັງ​ໝົດ​ໃນ​ວັດ ຍັງ​ຄົງ​ເຮັດ​ໃຫ້​ວົງ​ການ​ນັກ​ຄົ້ນ​ຄ້ວາ​ສິລະ​ປະ​ແປກ​ປະຫຼາດ​ໃຈ​ຕໍ່​ຄວາມ​ຊຳນານ​ຂອງ​ບັນດາ​ນັກ​ສິລະ​ປະການ​ໃນ​ເມື່ອ​ກ່ອນ. ຮອງ​ສາດສະດາຈານ  ດຮ​. ຫງວຽນ​ໂດ​ບາ​ວ, ນັກ​ຄົ້ນ​ຄ້ວາ​ສິລະ​ປະ, ຜູ້​ທີ່​ໄດ້​ສະຫງວນ​ເວລາ​ສ່ວນ​ຫຼາຍ​ເພື່ອ​ໄປ​ຢ້ຽມຢາມ ​ແລະ ຄົ້ນ​ຄ້ວາ​ຢູ່​ວັດ ຮ່ວາງ​ເອິນ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

“ບັນ​ດາພະ​ພຸດ​ທະ​ຮູບ ບໍ່​ມີ​ຮູບ​ໃດ​ຄື​​ກັນ​ກັບຮູບ​ໃດ, ມັນ​ຖືກ​ປັ້ນ​ຕາມ​ຮູບ​ຄົນ​ໃນ​ຊີ​ວິດ​ປະ​ຈຳ​ວັນ. ບາງ​ເທື່ອ​ຕາມ​ຮູບຂອງ​ເຈົ້າ​ບ້ານ, ຫຼື​ຜູ້​ເຖົ້າ​ຜູ້​ແກ່​ໃນ​ບ້ານ​ທີ່​ໄດ້​ຮັບ​ຄວາມ​ເຄົາ​ລົບ​ຈາກ​ປະ​ຊາ​ຊົນ. ຜ່ານ​ຮູບ​ປັ້ນ​ພະ​ພຸດ​ນັ້ນ​ສາ​ມາດ​ເຫັນ​ໄດ້​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ຜູ້​ປັ້ນ​ຮູບ”.

        ໃນ​ວັດ​ມີ​ລະ​ຄັງ​ໃຫ​ຍ່​ຖືກຫຼໍ່​ເມື່ອ​ປີ 1743, ສູງ 1,5ມ, ເສັ້ນ​ຜ່າ​ກາງ 0,8 ມ. ໃນ​ບໍ​ລິ​ເວນ​ວັດ​ຍັງ​ມີ​ບັນ​ດາ​ແຜ່ນ​ສີ​ລາ​ເດີມ ແລະ ເຂດ​ທາດ​ໃຫ​ຍ່​ນ້ອຍໃຕ້​ຮົ່ມດອກ​ໄມ້​ທີ່​ຫອມ​ຫວນ ແລະ ຕົ້ນໝາກ​ທີ່​ສູງ​ທຽມ​ຟ້າ.


ຮ່ວາງເອິນ - ວັດບູຮານຂອງຮ່າໂນ້ຍ - ảnh 5
ແຜ່ນສີລາໃນວັດຮ່ວາງເອິນ
(ພາບອິນເຕີແນດ)
ນັກ​ຄົ້ນ​ຄ້​ວາ​ສິ​ລະ​ປະ ຫງວຽນ​ໂດ​ບາວ ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່ທັດ​ສະ​​ນີ​ຍະພາບ​ໃນ​ວັດ:

        “ໂດຍນອນ​ໃນ​ເຂດ​ໃຈ​ກາງ​ນະ​ຄອນ, ແຕ່​ວັດ​ຍັງ​ຄົງ​ຮັກ​ສາ​ບໍ​ລິ​ເວນ​ທີ່ກວ້າງ​ຂວາງ, ມີ​ຕົ້ນ​ໄມ້​ຂຽວອຸ່ມ​ທູ່ມຫຼາຍ​ຕົ້ນ… ດັ່ງ​ນັ້ນ​ພວກ​ເຮົາ​ຍັງ​ຮູ້​ສືກວ່າ​ ວັດ​ຖືກ​ຕັ້ງ​ຢູ່​ບ່ອນ​ໃດ​ໜຶ່ງ​ທີ່​ໄກ​ຈາກ​ໃຈ​ກາງນະ​ຄອນ, ສິ່ງ​ແວດ​ລ້ອມ​ບໍ່​ຖືກ​ມົນ​ລະ​ພິດ, ບໍ່​ມີ​ສຽງອຶກ​ກະ​ທຶກ​ນຶກ​ນັນ… ທັງ​ໝົດ​ເຫຼົ່າ​ນັ້ນ​​ຍິ່ງເຮັດ​ໃຫ້​​ຜູ້​ຄົນ​ທັງຫຼາຍຢາກທ່ຽວຊົມບໍ​ລິ​ເວນ​ ພຸດ​ທະ​ສາ​ສະ​ໜາ, ດ້ວຍ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳກວ່າ”.

ຮ່ວາງເອິນ - ວັດບູຮານຂອງຮ່າໂນ້ຍ - ảnh 6
(ພາບອິນເຕີແນດ)

ດ້ວຍ​ບັນ​ດາ​ຄຸນ​ຄ່າ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳຂອງ ວັ​ດ, ປີ 1991, ວັດ ຮ່​ວາງ​ເອິນ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ວ່າ​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ ວັດ​ທະ​ນະ​ທຳ​ລະ​ດັບ​ຊາດ. ປະ​ຈຸ​ບັນ, ວັດ​ແມ່ນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ແຫ່ງ​ຈິດ​ວີນ​ຍານ​ຂອງ​ນັກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເມື່ອ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍ. ດ້ວຍ​ທີ່​ຕັ້ງ ໂດຍ​ທຳ​ມະ​ຊາດ​ບັນ​ດານ​ໃຫ້​ຢູ່​ແຄມ​ໜອງ ໂຮ່​ໄຕ​ ທີ່​ເຕັມ​ໄປ​ດ້ວຍ​ລົມ​ພັດນັ້ນ. ໄປ​ນະ​ມັດ​ສະ​ການ​ວັດຮ່​ວາງ​ເອິນ​ໃນ​ບໍ​ລິ​ເວນ​ສະ​ຫງົບ​ງຽບ​ຢູ່​ໃຈ​ກາງ​ນະ​ຄອນ ຮ່າ​​ໂນ້ຍ​​ແຫ່ງ​ອຶກ​ກະ​ທຶກ​ນຶກ​ນັນໃນ​ປະ​ຈຸ​ບັນ, ນັກ​ທ່ອງ​ທ່ຽວ​ຈະ​ຮັບ​ຮູ້​ໄດ້​ສິ່ງມະຫັດ​ມະ​​ຈັນ​ຂອງວັດ​ທະ​ນະ​ທຳທັງ​ລອງ ໃນ​ເມື່ອ​ກ່ອນ.

 

ຕອບກັບ

ຂ່າວ/ບົດ​ອື່ນ