ຮ່ອມພູປູກໝາກໝັ້ນ ໃນບ້ານ ນ່າກ່າ ທີ່ເທດສະບານເມືອງ ມົກເຈົາ ແຂວງ ເຊີນລາ

(VOVWORLD) -ເທດສະບານເມືອງ ມົກເຈົາ ແຂວງ ເຊີນລາ ແຕ່ດົນນານມາແລ້ວ ໄດ້ມີຊື່ສຽງແມ່ນດິນແດນດ້ວຍເນື້ອທີ່ ດອກຜັກກາດຂາວ ແລະ ທົ່ງຊາຂຽວອຸ່ມທຸ່ມທີ່ກວ້າງໃຫຍ່ໄພສານ. ເມື່ອບໍ່ດົນມານີ້ ໃນແຜນທີ່ທ່ອງທ່ຽວ ມົກເຈົາ ຍັງປາກົດມີບ້ານ ນ່າກ່າ ເຊິ່ງແມ່ນແຫ່ງມີຮ່ອມພູປູກໝາໝັ້ນທີ່ງົດງາມ. ນ່າກ່າ ໃນປັດຈຸບັນພວມເຂົ້າສູ່ລະດູໝາກໝັ້ນສຸກ. ມາຢ້ຽມຢາມແຫ່ງນີີ້, ແຂກທ່ອງທ່ຽວ ຈະໄດ້ຮັບຊົມຄວາມງາມທຳມະຊາດ ຂອງເຂດພູຜາປ່າໄມ້ ເຕິຍບັກ ທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ, ໄດ້ສູບເອົາອາກາດທີ່ປອດໂປ່ງ  ແລະ ໄດ້ເດັດເອົາໝາກໝັ້ນເທິງງ່າພວມສຸກ.

 

 

ຮ່ອມພູປູກໝາກໝັ້ນ ໃນບ້ານ ນ່າກ່າ ທີ່ເທດສະບານເມືອງ ມົກເຈົາ ແຂວງ ເຊີນລາ - ảnh 1 ມົກເຈົາ ແມ່ນດິນແດນໄດ້ຮັບຖືວ່າແມ່ນດ່າລາດຂອງເຂດ ເຕິຍບັກ 

    ຮ່ອມພູໝາກໝັ້ນ ນ່າກ່າ ຫ່າງຈາກເທດສະບານເມືອງ ມົກເຈົາ ປະມານ 16 ກິໂລແມັດ. ເພື່ອເຂົ້າໄປຮອດຮ່ອມພູ ກໍ່ຕ້ອງຜ່ານທາງກິ່ວທີ່ຄົດງໍ ລະອິດລະອ້ຽວ. ຍ້ອນທາງເຂົ້າໄປທີ່ທຸລະກັນດານ ແລະ ຫ່າງຈາກໃຈກາງເທດສະບານເມືອງໄກເຕີບ, ດັ່ງນັ້ນແຂກທ່ອງທ່ຽວເຄີຍພາດໂອກາດແວ່ຢາມບ້ານ ນ່າກ່າ  ເມື່ອໄປຮອດ ມົກເຈົາ. ແຕ່ຖ້າຫາກແຂກທ່ອງທ່ຽວມີຄວາມອົດທົນ ເພື່ອເຂົ້າໄປເລິກໃນຮ່ອມພູ ຈະບໍ່ເສຍຫວັງຕໍ່ຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງປ່າໝາກໝັ້ນ. ນາງ ຫງວຽນທິແອັ໊ງຕວຽດ ເຈົ້າຂອງສວນໝາກໝັ້ນໃນຮ່ອມພູ ນ່າກ່າ ໃຫ້ຮູ້ວ່າ ສອງສາມປີມໍ່ໆມານີ້ ນ່າກ່າ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍ. ນາງ ຕວຽດ ເວົ້າວ່າ:

 “ແຂກເລີ່ມມາຄົ້ນຫາຮ່ອມພູໝາກໝັ້ນນັບແຕ່ເດືອນ 11 ໄລ່ຕາມຈັນທະປະຕິທິນ. ຊ່ວງເວລາທີ່ມີແຂກທ່ອງທ່ຽວມາຫຼາຍກວ່າໝູ່ ແມ່ນລະດູດອກໄມ້ບານ, ພາຍຫຼັງບຸນເຕັດ ແລະ ໃນຍາມຕົ້ນໝາກໝັ້ນໃຫ້ໝາກ ນັບແຕ່ເດືອນ ມີນາ ຫາທ້າຍເດືອນ ພຶດສະພາ ແຂກທ່ອງທ່ຽວກໍ່ໄດ້ເລີ່ມມາຫຼາຍແລ້ວ. ແຕ່ລະວັນຈຳນວນແຂກທ່ອງທ່ຽວມາຢ້ຽມຊົມສວນເຂດໜຶ່ງ ອາດຈະຂຶ້ນເຖິງ 2.000 ເທື່ອຄົນ”.

 ສອງສາມປີກ່ອນນີ້ ຮ່ອມພູ ນ່າກ່າ ພຽງແຕ່ແມ່ນເຂດປູກໝາກໝັ້ນ ຂອງຊາວທ້ອງຖິ່ນເທົ່ານັ້ນ. ປະຊາຊົນຢູ່ແຫ່ງນີ້ ບໍ່ມີໃຜຄິດເຖິງເລື່ອງເຮັດການທ່ອງທ່ຽວ. ແຕ່ດ້ວຍທັດຊະນີຍະພາບທຳມະຊາດທີ່ໃຫຍ່ໂຕມະໂຫຖານ ສວຍສົດງົດງາມ ໄດ້ດຶງດູດແຂກທ່ອງທ່ຽວຫຼັ່ງໄຫຼມານີ້ ຢ້ຽມຊົມທັດສະນະສຶກສາ. ໂດຍໄດ້ກຳແໜ້ນຄວາມຊົມຊອບຂອງແຂກທ່ອງທ່ຽວ ບັນດາເຈົ້າຂອງສວນໝາກໝັ້ນຢູ່ແຫ່ງນີ້ ໄດ້ເປີດບັນດາການບໍລິການເຊັ່ນ ຖ່າຍຮູບ, ລອງເດັດເອົາໝາກໝັ້ນໃນສວນ. ໃນບັນດາເນື້ອທີ່ສວນໝາກໝັ້ນຢູ່ຮ່ອມພູ ນ່າກ່າ ເຈົ້າຂອງສວນກໍ່ໄດ້ເຮັດຕູບໄມ້ ເພື່ອໃຫ້ແຂກທ່ອງທ່ຽວໄດ້ພັກຜ່ອນ ເມື່ອມາຢ້ຽມຊົມສວນ. ຢູ່ປະຕູໂຂງຂອງສວນກໍ່ອາດຈະພົບເຫັນບັນດາແມ່ປ້າຊາວເຜົ່າມົ້ງ ໃຫ້ເຊົ່າເຄື່ອງນຸ່ງປະຈຳເຜົ່າ ເພື່ອຖ່າຍຮູບ. ຕ້ອງໃຊ້ເວລາມື້ໜຶ່ງກໍ່ສາມາດຄົ້ນຫາຈົນສຸດໃນຮ່ອມພູໝາກໝັ້ນ ນ່າກ່າ. ແຂກທ່ອງທ່ຽວທຸກໆຄົນເບິ່ງຄືວ່າ ເມື່ອມານີ້ຕ່າງກໍ່ຮູ້ສຶກມີຄວາມເພິ່ງພໍໃຈ ດ້ວຍການຢ້ຽມຊົມ ທັດສະນະສຶກສາຢູ່ຮ່ອມພູໝາກໝັ້ນ ນ່າກ່າ.  ອ້າຍ ຈິ້ງຮວ່າງເຢືອງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:

   “ຂ້າພະເຈົ້າມານີ້ ຮູ້ສຶກຊົມຊອບທີ່ສຸດ ຂ້າພະເຈົ້າໄດ້ເຫັນຕົ້ນໝາກໝັ້ນ ທີ່ມີອາຍຸຫຼາຍປີ ແລະ ມີຄວາມງົດງາມທີ່ສຸດ. ບັນຍາກາດຢູ່ທີ່ນີ້ແມ່ນປອດໂປ່ງທີ່ສຸດ. ຮ່ອມພູທີ່ກວ້າງໃຫຍ່ໄພສານ, ສວນເຂດໜຶ່ງ ແມ່ນໄດ້ມີເນື້ອທີ່ກວ້າງແລ້ວ ແຕ່ຢູ່ແຫ່ງນີ້ ກໍ່ໄດ້ມີຫຼາຍເນື້ອທີ່ສວນເຊັ່ນນີ້ ພ້ອມກັບພູຜາອ້ອມຮອບຢ່າງໃຫຍ່ໂຕມະໂຫຖານ. ເວົ້າລວມແລ້ວ ຂ້າພະເຈົ້າມີຄວາມຊົມຊອບທີ່ສຸດ ແລະ ຈະພະຍາຍາມກັບຄືນມາຢ້ຽມຢາມແຫ່ງນີ້ອີກຫຼາຍເທື່ອ”.

   ມົກເຈົາ ແມ່ນດິນແດນໄດ້ຮັບຖືວ່າແມ່ນ ດ່າລາດ ຂອງເຂດ ເຕິຍບັກ ເບິ່ງຄືວ່າ ຍາມໃດກໍ່ສາມາດດຶງດູດໃຈ ແຂກທ່ອງທ່ຽວທັງຫຼາຍ. ເມື່ອມີໂອກາດມາຢ້ຽມຢາມຮ່ອມພູໝາກໝັ້ນ ນ່າກ່າ, ແຂກທ່ອງທ່ຽວຈະໄດ້ມີຄວາມປະທັບໃຈຕໍ່ທິວທັດທຳມະຊາດ ພູຜາປ່າໄມ້ ແລະ ການດຳລົງຊີວິດທີ່ສະຫງົບສຸກ ເມື່ອໄດ້ໂອ້ລົມກັບຊາວທ້ອງຖິ່ນ ທີ່ມີຈິດໃຈຮັກແພງແຂກ. ເມື່ອກ້າວເຂົ້າບັນດາສວນໝາກໝັ້ນທີ່ກວ້າງໃຫຍ່ຢູ່ບ້ານ ນ່າກ່າ, ຜູ້ຄົນທັງຫຼາຍຕ່າງກໍ່ຮູ້ສຶກສະບາຍໃຈ  ແລະ ທຸກໆຄວາມອິດເມື່ອຍ ຄວາມເປັນຫ່ວງເປັນໃຍໃນຊີວິດປະຈຳວັນກໍ່ຖືກສູນຫາຍໄປ. ຮ່ອມພູໝາກໝັ້ນ ນ່າກ່າ ກໍ່ແມ່ນສະຖານທີ່ທ່ອງທ່ຽວສຳລັບທຸກໆຄົນ ທີ່ຢາກອອກຈາກເຂດຕົວເມືອງ ທີ່ຟົດຟື້ນເນືອງນັນ ເພື່ອກັບເມືອຫາຄວາມສະຫງົບສຸກຂອງທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ