ຮ່າຕຽນ - ສິ່ງມະຫັດສະຈັນຢູ່ດິນແດນພາກໃຕ້

ໂດຍ​ແມ່ນ​ເທດ​ສະ​ບານ​​ນ້ອຍນອນ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ແຂວງ​ກຽນ​ຢາງ, ຮ່າ​ຕຽນ​ແມ່ນ​ຕອນ​ດິນ​ໃຕ້​ສຸດ​ຂອງ​ຫວຽດ​ນາມ​ຕິດ​ກັບ​ອ່າວ​ໄທ, ມີ​ຝັ່ງ​ທະ​ເລ​ຍາວ​ປະ​ມານ 22 ກິ​ໂລ​ແມັດ. ເທດ​ສະ​ບານ​ຮ່າ​ຕຽນ​ແມ່ນ​ເຂດ​ດິນ​ຕັ້ງ​ຢູ່​ແຄ​ມ​ທະ​ເລ​ດ້ວຍ​ພູ​ມີ​ສັນ​ຖານ​ທີ່​ອຸ​ດົມ​ສົ​ມ​ບູນ, ອັນ​ໄດ້​ສ້າງ​ເປັນ​ທັດ​ສະ​ນີ​ຍະ​ພາບ​ແບບ​ມະ​ຫັດ​ສະ​ຈັນ, ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ປະ​ທັບ​ໃຈ​ເມື່ອ​ມາ​ຢ້ຽມ​ຢາມ​ຮ່າ​ຕຽນ.

 

ຮ່າຕຽນ - ສິ່ງມະຫັດສະຈັນຢູ່ດິນແດນພາກໃຕ້ - ảnh 1
ຮ່າ​ຕຽນ - ສິ່ງມະ​ຫັດ​ສະ​ຈັນ​ຢູ່​ດິນ​ແດນພາກ​ໃຕ້

      ໃນ​ກາງ​ສະ​ຕະ​ວັດ​ທີ 17,  ຮ່າ​ຕຽນຍັງ​ແມ່ນ​ເຂດ​ດິນ​ທີ່​ຮົກ​ເຮື້ອ​ເປົ່າຫ​ວ່າງ. ມາ​ຮອດ​ສະ​ຕະ​ວັດ​ທີ 18, ຮ່າ​ຕຽນໄດ້​ກາຍ​ເປັນ​ທ່າ​ກຳ​ປັ່ນ​ການ​ຄ້າ​ທີ່​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ. ຮອດ​ປີ 1714, ເມື່ອ​ທ່ານ ໝາກກິ້ງ​ກິວ ຊຶ່ງ​ແມ່ນ​ຜູ້​ທີ່ມີຄຸນ​ງາມ​ຄວາມ​ດີ​ໃນ​ການບຸກ​ເບີກ​ເຂດ​ດິນ​ຮ່າ​ຕຽນ, ແລ້ວມອບ​ໃຫ້​ເຈົ້າ​ພະ​ຍາ​ຫງວຽນ. ແລະ ເຈົ້າ​ພະ​ຍາ​ຫງວຽນໄດ້​ຕັ້ງ​ຊື່ໃຫ້​ດິນ​ແດນນີ້​ວ່າ ຮ່າ​ຕຽນ ຊຶ່ງ​ລວມ​ທັງ​ແຂວງ​ກຽນ​ຢ່າງ ແລະ ບາງ​ບໍ​ລິ​ເວນ​ໃກ້​ຄຽງ​ຄື​ໃນ​ປະ​ຈຸ​ບັນ. ນັກ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ​ທ້ອງ​ຖິ່ນ ເຈືອງ​ມິນ​ດາດ ໃຫ້​ຮູ້​ວ່າ : 

    “ ຄຳ​ວ່າ ຮ່າ​ຕຽນ, ຕາມ​ພາ​ສາ​ຫວຽດ​ເດີມ​ແລ້ວ, ຮ່າ​ໝາຍ​ເຖິງ​ແມ່​ນ້ຳ, ສ່ວນ​ຕຽນ​ໝາຍ​ເຖິງ​ເທວະ​ດາ. ຕຽນ​ກໍ​ຍັງ​ມີ​ຄວາມ​ໝາຍ​ວ່າ ຜູ້​ຄົນ​ໄດ້​ພົ້ນ​ຈາກ​ຊີ​ວິດ​ໃນ​ໂລກ​ມະ​ນຸດ. ແລະ ຮ່າ​ຕຽນແມ່ນ​ແມ່​ນ້ຳ​ທີ່​ມີ​ນາງ​ເທ​ວະ​ດາ​ລົງ​ອາບ​ນ້ຳ​ເມື່ອ​ພະ​ຈັນ​ເຕັມ​ດວງ ”

         ແຕ່​ດົນ​ນານ​ມາ​ແລ້ວ, ເທດ​ສະ​ບານ​ຮ່າ​ຕຽນແມ່ນ​ສະ​ຖານ​ທີ່​ລື​ຊື່​ຂອງ​ແຂກ​ທ່ອງ​ທ່ຽວ​ດ້ວຍ​ທິວ​ທັດ​ທີ່​ງົດ​ງາມ 10 ແຫ່ງ​ໄດ້​ເຂົ​້າສູ່ພື້ນຖານ​ກາບກອນເຊັ່ນ: ບຶງ​ດົງ​ໂຮ່ ຊຶ່ງ​ແມ່ນ​ທິວ​ທັດ​ທີ່​ສວຍ​ງາມ​ແບບ​ລຶກ​ລັບ​ມະ​ຫັດ​ສະ​ຈັນ. ອ້ອມ​ຮອບ​ເນື້ອ​ທີ່​ໜ້າ​ນ້ຳ​ທີ່​ກ້​ວາງ​ໃຫຍ່​ແມ່ນ​ບັນ​ດາ​ຕົ້ນ​ໝາກ​ພ້າວປົ່ງ​ລຽບ​ຕາມ​ເນື້ອ​ທີ່​ດິນ​ນ້ຳ​ຖ້ວ​ມ. ມຸ້ຍ​ນາຍ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ທີ່​ມີ​ຄວາມ​ງາມ​ດັ່ງ​ໃນ​ຝັນ​ຂອງ​ແຂວງ​ກຽນ​ຢາງ ຊຶ່ງ​ຫ່າງ​ຈາກ​ໃຈ​ກາງ​ ຮ່າ​ຕຽນ ປະ​ມານ 5 ກິ​ໂລ​ແມັດ​ເທົ່າ​ນັ້ນ. ມຸ້ຍ​ນາຍ​ມີ 2 ຫາດ​ຊາຍ​ທະ​ເລ​ຄື : ຫາດຊາຍ​ໜ້າ ແລະ ຫາດ​ຊາຍຫຼັງ, ຢູ່ 2 ຫາດ​ຊາຍ​ທະ​ເລນີ້​ມີ​ນ້ຳ​ທະ​ເລ​ຂຽນ ແລະ ໃສ​ເຢັນ. ຫ່າງ​ຈາກ​ມຸ້ຍ​ນາຍບໍ່​ໄກ​ປານ​ໃດ, ແຂກ​ທ່ອງ​ທ່ຽວ​ກໍ​ສາ​ມາດ​ໄປ​ຄົ້ນ​ຫາ​ຕໍ່​ຢູ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຕ່າງໆ​ເຊັ່ນ: ພູແຖກດົ້ງ, ດອນ​ຮ່ອນ​ຈົງ, ວັດ​ຮາງ…

     

          ພູແຖກດົ້ງທີ່​ຂຶ້ນ​ກັບ​ບ້ານ​ເວີນ ຊຶ່ງ​ແມ່ນ​ແຫ່ງ​ທີ່​ມີ​ທັດ​ສະ​ນີ​ຍະ​ພາບ​ທີ່​ຈັບ​ໃຈ. ໂດຍນອນ​ຢູ່​ຫ່າງ​ຈາກ​ໃຈ​ກາງ​ເທດ​ສະ​ບານ​ຮ່າ​ຕຽນ​ບໍ່​ຮອດ 5 ກິ​ໂລ​ແມັດ, ພູແຖກດົ້ງມີ​ຮູບ​ຮ່າງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ມີ​ຄວາມ​ສູງກວ່າ 90 ແມັດ​ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ. ຢູ່​ທາງ​ໃນ​ຂອງ​ພູ​ມີ​ວັດ​ຕຽນ​ເຊີນ ຖຶກ​ປຸກ​ສ້າງ​ດ້ວຍ​ໄມ້​ນັບ​ແຕ່​ປີ 1790. ເມື່ອ​ຢືນ​ຢູ່​ເນີນ​ພູ, ແຂກ​ທ່ອງ​ທ່ຽວ​ສາ​ມາດ​ເຫັນ​​ທິວ​ທັດ​ທັງ​ໝົດ​ຂອງ ເທດ​ສະ​ບານ​ຮ່າ​ຕຽນທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ.

    ຮ່າ​ຕຽນ​ແມ່ນ​ສະ​ຖານ​ທີ່​ແຫ່ງ​ໜຶ່ງນອນ​ໃນ​ທ່າມ​ກາງ​ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ອ້ອມ​ແອ້ມ, ອັນ​ໄດ້​ສ້າງ​ເປັນ​ເຂດ​ທ່ອງ​ທ່ຽວ​ພາກ​ໃຕ້​ທີ່​ດູດ​ດື່ມ ແລະ ສວຍ​ງາມ​ແບບ​ມະ​ຫັດ​ສະ​ຈັນ. ນາງ​ດາວ​ທິ​ເນືອງ ໃຫ້​ຮູ້​ວ່າ ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ທ່ອງ​ທ່ຽວ​ຢູ່​ຮ່າ​ຕຽນ ກໍລ້ວນ​ແຕ່ຮູ້​ສຶກ​ໄດ້​ເຖິງ​ຄວາມ​ສະ​ຫງົບ​ສຸກ​ຢູ່​ແຫ່ງນີ້​ຢ່າງ​ຈະ​ແຈ້ງ, ແຂກ​ທ່ອງ​ທ່ຽວ​ໄດ້​ພັກ​ຜ່ອນ, ສູບ​ເອົາ​ອາ​ກາດ​ທີ່​ປອດ​ໂປ່ງ​ຂອງ​ຮ່າ​ຕຽນ. ນາງ​ດາວ​ທິ​ເນືອງເວົ້າ​ວ່າ : 

    “ ຢູ່​ນີ້ ກໍ​ມີ​ຮູບ​ແບບ​ທ່ອວ​ທ່ຽວ​ວັດ​ທະ​ນະ​ທຳ. ແລະ ສິ່ງ​ທີ່​ສຳ​ຄັນ​ແມ່ນ​ຮ່າ​ຕຽນ​   ຕິດ​ກັບຟູ້​ກ໋ວກ ແລະ ກຳ​ປູ​ເຈຍ, ດັ່ງ​ນັ້ນ​ໃນ​ປະ​ຈຸ​ບັນ​ມັນ​ໄດ້​ປະ​ກົດ​ມີ​ແລວ​ທາງ​ຊຶ່ງ​ສາ​ມາດ​ເດີນ​ທາງ​ຈາກ​ຮ່າ​ຕຽນໄປ​ຍັງ​ຟູ້​ກ໋ວກ ແລະ ກຳ​ປູ​ເຈຍ, ກົງ​ກັນ​ຂ້າມ ກໍ​ສາ​ມາດ​ໄປ​ຮ່າ​ຕຽນ, ແລ້ວ​ຜ່ານແດນ​ກຳ​ປູ​ເຈຍ ກັບ​ຄືນ​ຟູ້​ກ໋ວກ, ອັນ​ໄດ້​ສ້າງເປັນ​ເຂດ​ທ່ອງ​ທ່ຽວ​ທັງ​ມີ​ເກາະ​ທະ​ເລ, ທັງ​ໄດ້​ເຂົ້າ​ໄປ​ທັດ​ສະ​ນະ​ສຶກ​ສາຢູ່​ເຂດ​ດິນ​ໃໝ່ຊຶ່ງ​ມີ​ຄວາມ​ແຕກ​ຕ່າງ​ກັບ 9 ແຂວງ​ເຂດ​ທົ່ວ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ”

    ຮ່າ​ຕຽນ ກໍ​ຍັງ​ແມ່ນ​ແຫ່ງ​​ເຕົ້າ​ໂຮມ, ດຳ​ເນີນ​ການ​ພົບ​ປະ​ແລກ​ປ່ຽນ​ຂອງ​ປະ​ຊາ​ຊົນ​ທັງ​ເຂດ​ພາກ​ໃຕ້. ຄວາມ​ປະ​ທັບ​ໃຈ​ ແລະ ດູດ​ດື່ມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ​ຮ່າ​ຕຽນ ແມ່ນ​ຍັງ​ຢູ່ບ​ອ່ນ​ວ່າ ນີ້​ແມ່ນ​ເທດ​ສະ​ບານ​ນ້ອຍ, ດັ່ງ​ນັ້ນ​ຈຳ​ນວນ​ແຂກ​ມາ​ຢາມ​ກໍ​ບໍ່ຫຼາຍ​ເກີນ​ໄປ, ດັ່ງ​ນັ້ນ​ໄດ້​ສ້າງ​ໃຫ້​ມີ​ບັນ​ຍ​າ​ກາດທີ່​ສະ​ຫງົບ​ສຸກ, ບໍ່​ຟົດ​ຟື້ນ​ເນື່ອງ​ນັນ​ແຕ່​ຢ່າງ​ໃດ. ນາງ​ດາວ​ທິ​ເນືອງເປີດ​ເຜີຍ​ວ່າ : 

   “ ນີ້​ແມ່ນ​ເຂດ​ທີ່​ມີ​ຈຸດ​ພິ​ເສດ​ສະ​ເພາະ, ທັງ​ມີ​ທະ​ເລ, ທັງ​ມີ​ພູ​ຜາ ແລະ ແມ່​ນ້ຳ​ລຳ​ເຊ. ດັ່ງ​ນັ້ນ ຖ້າ​ຫາກ​ສາ​ມາດ​ຂຸດ​ຄົ້ນ​ຈຸດ​ພິ​ເສດ​ສະ​ເພາະ​ໄດ້​ທັງ 3 ຢ່າງນີ້, ພວກ​ເຮົາ​ຈະມີ​ສາຍ​ທ່ອງ​ທ່ຽວ ທັງ​ໄດ້​ອາບ​ນ້ຳ​ທະ​ເລ, ທັງ​​ໄດ້ປີນ​ພູ ແລະ ​ລ່ອງ​ເຮືອ​ຕາມ​ລຳ​ແມ່​ນ້ຳ ”

     ເມື່ອ​ການ​ທ່ອງ​ທ່ຽວ​ພັດ​ທະ​ນາ, ແຂກ​ເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່​ຮ່າ​ຕຽນ​ນັບ​ມື້​ນັບຫຼາຍ​ຂຶ້ນ, ຢູ່​ຮ່າ​ຕຽນ​ບໍ່​ມີ​ອາ​ຄານ​ສູງຫຼາຍ​ຊັ້ນ, ບໍ່​ມີ​ສຽງ​ເນືອງ​ນັນ​ລົບ​ກວນ​ຂອງ​ຍານ​ພາ​ຫະ​ນະ, ບໍ່ມີ​ແຂກ​ທ່ອງ​ທ່ຽວ​ແບບ​ຄັບ​ຄາ​ໜາ​ແໜ້ນ. ຮ່າ​ຕຽນ​ຍັງ​ຄົງ​ສາ​ມາດ​ຮັກ​ສາ​ຄວາມ​ສະ​ຫງົບ​ງຽບ ຮົກ​ເຮື້ອ​ເປົ່າ​ຫວ່າງ​ໂດຍ​ທຳ​ມະ​ຊາດ​ດົນ​ບັນ​ດານ​ໃຫ້ ຊຶ່ງບໍ່​ພຽງ​ແຕ່ແມ່ນ​ແຫ່ງ​ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ແບບ​ມະ​ຫັດ​ສະ​ຈັນ      ດ້ວຍ​ທ້ອງ​ຟ້າ​​ແຈ່ມ​ໃສ,ທະ​ເລກ້​ວາງ​ໃຫຍ່​ໄພ​ສານ, ອາ​ກາດ​ປອດ​ໂປ່ງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ທີ່​ປະ​ຊາ​ຊົນ​ມີ​ຈິດ​ໃຈ​ຮັກ​ແພງ​ແຂກ, ແລະ ຈຸດ​ວັດ​ທະ​ນະ​ທຳ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ເຂດ​ແດນ​ພາກ​ໃຕ້​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ