ເກືອງຊ້າ - ວັດທີ່ເກົ່າແກ່ໃນແຂວງຫາຍເຢືອງ

ວັດເກືອງ​ຊ້າ​ຢູ່​ຕາ​ແສງ​ຫາຍ​ເຕີນ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ສາ​ສະ​ໜາ​ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ແຂວງ​ຫາຍ​ເຢືອງ. ວັດເກືອງ​ຊ້າແມ່ນ​ສະ​ຖານ​ທີ່​ທາງ​ດ້ານ​ຈິດ​ວິນ​ຍານ ແລະ ແມ່ນ​ຈຸດ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຊາວ​ແຂວງ​ຫາຍ​ເຢືອງ ແລະ ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ . 

 ເກືອງຊ້າ - ວັດທີ່ເກົ່າແກ່ໃນແຂວງຫາຍເຢືອງ   - ảnh 1
ທາງ​ໜ້າ​ວັດ​ເກືອງ​ຊ້າ      (baohaiduong) 

     ໂດຍ​ຕັ້ງ​ຢູ່​ຫ່າງ​ຈາກ​ນະ​ຄອນຫຼວງ​ປະ​ມານ 80 ກິ​ໂລ​ແມັດ, ວັດເກືອງ​ຊ້າມີ​ຄວາມ​ງາມ​ແບບ​ບູ​ຮານ ແລະ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວັດ​ທີ່​ມີ​ອາ​ຍຸຫຼາຍກວ່າ​ຫມູ່​ຢູ່​ຫວຽດ​ນາມ. ວັດເກືອງ​ຊ້າຖືກ​ຕັ້ງ​ບົນໂນນ​ແຫ່ງ​ໜຶ່ງ​ທາງ​ກ້ຳ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ຕາ​ແສງ​ຫາຍ​ເຕີນ. ຕາມ​ເອ​ກະ​ສານ​ປະ​ຫວັດ​ສາດ​ແລ​້ວ, ວັດ​ນີ້ ໄດ້​ຮັບ​ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ຄັ້ງ​ທີ 1 ໃນ​ສະ​ໄໝ​ເຈົ້າ​ຊີ​ວິດ ເລວິ້ງ​ໂຕະ (1619-1628). ຍ້ອນ​ສົງ​ຄາມ​ທຳ​ລາຍ, ວັດ​ໄດ້​ຖືກ​ເປ​ເພ, ເສື່ອມ​ຄຸນ​ນະ​ພາບ​ຢ່າງໜັກ, ເພາະ​ສະ​ນັ້ນ, ມາ​ເຖິງ​ປີ 1946, ປະ​ຊາ​ຊົນ​ໃນ​ເຂດ​ຈຶ່ງ​ດຳ​ເນີນ ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ຄັ້ງ​ທີ 2. ພະ​ອາ​ຈານ ທິກ​ແທງ​ເກືອງ ເຈົ້າ​ອະ​ທິ​ການ​ວັດ​ເກືອງ​ຊ້າ ໃຫ້​ຮູ້​ວ່າ : ປີ 2009, ວັດ​ໄດ້​ຮັບ ການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ຄັ້ງ​ທີ 3 ແລະ ເນື້ອ​ທີ່ໄດ້​ຮັບ​ການເປີດ​ກ້​ວາງ ກວ່າ 360 ຕາ​ແມັດ. ເມື່ອ​ດຳ​ເນີນ​ວາງ​ສີ​ລາ​ລຶກ​ໄດ້​ພົບ​ເຫັນ​ບັນ​ດາ​ຮ່ອງ​ຮອຍ​ປະ​ຫວັດ​ສາດ​ທີ່​ມີ​ຄຸນ​ຄ່າ​ກ່ຽວ​ກັບ​ອາ​ຍຸ​ຂອງວັດ. ພະ​ອາ​ຈານ ທິກ​ແທງ​ເກືອງ ເຈົ້າ​ອະ​ທິ​ການ​ວັດ​ເກືອງ​ຊ້າ ໃຫ້​ຮູ້​ວ່າ : 

    “ ເມື່ອ​ດຳ​ເນີນການ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ໄດ້​ພົບ​ເຫັນ​ພື້ນ ແລະ ​ຕີນເສົາ​ຂອງວັດທີ່​ເກົ່າ​ແກ່. ຄາວນັ້ນ ທາງວັດ​ໄດ້​ເຊື້ອ​ເຊີນ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ​ມາ​ກວດ​ກາ. ພາຍຫຼັງ​ການກວດ​ກາ​ ແລະ ຄົ້ນ​ຄ້​ວາ​ແລ້ວ, ນັກ​ປະ​ຫວັດ​ສາດ ຕັງ​ບ້າ​ແຮ່ງ ແລະ ນັກ​ປະ​ຫວັດ​ສາດ ເລ​ວັນ​ລ​ານ ໄດ້​ຢືນ​ຢັນ​ວ່າ ວັດເກືອງ​ຊ້າໄດ້​ມີ​ມາ​ແຕ່​ສະ​ຕະ​ວັດ​ທີ 1 ຫາທີ 3. ຕາມນັ້ນ​ແລ້ວ, ວັດເກືອງ​ຊ້າຍັງ​ມື​ຊື່​ອື່ນວ່າ ກີງ​ເຄົາ​ຕຶ ຫຼື​ວັດ​ກໍ​ຫງອກ ”

    ວັດເກືອງ​ຊ້າປະ​ກອບ​ດ້ວຍ 5 ຫ້ອງ​ໃຫຍ່, 3 ຫ້ອງ​ທາງຫຼັງ, ເບື້ອງ​ຂວາ​ມີ 5 ຫ້ອງ​ບູ​ຊາ​ຜູ້ກໍ່​ຕັ້ງ​ວັດ, ເບື້ອງ​ຊ້າຍ​ມີ 5 ຫ້ອງ​ບູ​ຊາ​ເຈົ້າແມ່ ແລະ ຫ້ອງ​ທາງຫຼັງ​ພະ​ພຸດ. ວັດເກືອງ​ຊ້າໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ຫີນ​ກ້ອນ​ໃຫຍ່ 3000 ກ້ອນ, ແຕ່​ລະ​ກ້ອນ​ມີ​ນ້ຳ​ໜັກ​ປະ​ມານ 80 ກິ​ໂລຣາມ, ຍາວ 40 cm, ກ້​ວາງ 30 cm ແລະ ໜາ 35 cm. ຫີນ​ແຕ່​ລະ​ກ້ອ​ນ ກໍ​ລ້ວນ​ແຕ່​ຄວັດ​​ຕົວ​ໜັງ​ສື ວ້ານ ໝາຍ​ເຖິງ​ຄວາມ​ໂຊກ​ດີ, ບ່ອນ​ໃຫ້​ກຳ​ເນີດ​ແຫຼ່ງ​ຊີ​ວິດ​ອະ​ມະ​ຕະ. ວັດເກືອງ​ຊ້າ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງ​ການ​ສະ​ຖີ​ຕິ​ຫວຽດ​ນາມ​ແມ່ນ​ລະ​ບົບ​ວັດ​ທຳ​ອິດ​ຢູ່​ຫວຽດ​ນາມ​ມີ​ຝາກໍ່​ດ້ວຍ​ຫີນ​ໂດຍຖືກຄວັດ​​ຕົວ​ໜັງ​ສື ວ້ານ. ມາ​ຮອດ​ເດືອນ 4/2016, ວັດເກືອງ​ຊ້າໄດ້​ເປີດ​ຫ້ອງ​ບູ​ຊາ​ພະ​ພຸດ ຕາມ​ບາວ. ນີ້​ແມ່ນ​ກິດ​ຈະ​ກຳ​ທີ່​ພົ້ນ​ເດັ່ນ​ຂອງວັດ​ດ້ວຍ​ຕີນ​ເສົາ ແລະ ຝາ​ຖືກກໍ່​ດ້ວຍ​ຫີນ​ພ້ອມ​ດ້ວຍ​ເສົາ​ໄມ້​ແດງ 18 ເສົາ​ທີ່​ມີ​ລວງ​ສູງ 8 ແມັດ ແລະ ມີ​ນ້ຳ​ໜັກ 1,7 ໂຕນ. ພະ​ອາ​ຈານ ທິກ​ແທງ​ເກືອງ ເຈົ້າ​ອະ​ທິ​ການ​ວັດ​ເກືອງ​ຊ້າ ໃຫ້​ຮູ້​ຕື່ມ​ອີກວ່າ : 

    “ ໃນ​ລະ​ບົບ​ພະ​ພຸດ​ທະ​ຮູບ​ຂອງວັດນັ້ນ,  ຢູ່​ແຖວ​ໜ້າ​​ມີ ພະ​ອະ​ມີ​ຕາ​ພຸດ​ທະ, ພະ​ເຈົ້າ​ແມ່ກວນ​ອີມ, ພະ​ມະ​ຫາ​ສະ​ຖາມ​ປະ​ຮາບ​ໂພ​ທິ​ສັດ. ແຖວ​ທີ 2 ມີ ພະ​ເຈົ້າ​ແມ່ກວນ​ອີມຮ້ອຍ​ມືພັນ​ຕາ​ ແລະ ແຖວ​ທີ 3 ແມ່ນ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ ຊຶ່ງ​ຖືກ​ແກະ​ຄວັດສະຫຼັກດ້ວຍ​ຫີນ​ຂາວ​ຈາກ​ພູ​ງູ້​ແຫ່ງ​ເຊີນ, ນະ​ຄອຍ​ດານັ້ງ, ມີ​ນ້ຳ​ໜັກ 6,6 ໂຕນ. ສ່ວນ​ຊັ້​ນ​ທີ 4 ແມ່ນ​ຮູບຫຼໍ່​ມັງ​ກອນທອງ 9 ໂຕ ແລ​ະ ຊັ້ນ​ທີ 5 ແມ່ນຮູບ​ປັ້ນ​ພະ​ໝໍ​ຢາ 7 ອົງ​ເພື່ອ​ບູ​ຊາ​ພາ​ວະ​ນາ​ໃຫ້​ປະ​ເທດ​ຊາດ​ມີ​ສັນ​ຕິ​ພາບ, ປະ​ຊາ​ຊົນ​ມີ​ຄວາມ​ສະ​ຫງົບ​ສຸກ, ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວ​ກ. ວັດ​ເກືອງ​ຊ້າ​ຍັງ​ສາ​ມາດ​ຮັກ​ສາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ​ຂອງ​ຊາດ​ຜ່ານ​ໄລ​ຍະ​ນັບ​ພັນ​ປີ ຊຶ່ງ​ລວມ​ມີ​ວັດ, ຫໍ​ບູ​ຊາ​ພະ​ແມ່, ຫໍ​ບູ​ຊາ​ຜູ້ກໍ່​ຕັ້ງ​ວັດ. ຍອດ​ເນື້ອ​ທີ່​ທັງ​ໝົດ​ຂອງວັດ​ແມ່ນ 7.000 ກວ່າ​ຕາ​ແມັດ”

     ວັດ​ເກືອງ​ຊ້າ ໄດ້​ຮັບ​ການ​ປຸກ​ສ້າງ​ຢູ່​ສະ​ຖານ​ທີ່​ສັກ​ສິດ, ມີ​ທິວ​ທັດ​ທຳ​ມະ​ຊາດ​ແບບ​ກົມ​ກ່ຽວ. ເມື່ອ​ເລືອກ​ເອົາ​ສະ​ຖານ​ທີ່​ເພື່ອ​ປຸກ​ສ້າງວັດ​ນັ້ນ ແມ່ນ​ຕ້ອງ​ມີ​ຄົບ 4 ປັດ​ໄຈສຳ​ຄັນ​ເຊັ່ນ: ຕ້ອງມີນ້ຳ, ໄຟ, ມີ​ສະ​ບຽງ​ອາ​ຫານ, ມີ​ຕົ້ນ​ໄມ້​ໃບ​ຫຍ້າ ແລະມີ​ທັດ​ສະ​ນີ​ຍະ​ພາບ​ທີ່​ປອດ​ໂປ່ງ. ປ້າ ອວງ​ທິ​ຮ​ວາ ແຂກ​ທ່ອງ​ທ່ຽວ​ຢູ່​ຮ່າ​ໂນ້ຍ​ເປີດ​ເຜີຍວ່າ : 

    “ ເມື່ອ​ເຂົ້າ​ວັດ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ທັດ​ສະ​ນີ​ຍະ​ພາບ​ໃນ​ວັດ​ແມ່ນ​ສວຍ​ງາມ​ ແລະ ໃຫຍ່​ໂຕ​ໂອ​ຖົງ. ໃນ​ວັດ​ມີ​ລະ​ບົບ​ພະ​ພຸດ​ທະ​ຮູບ​ທີ່​ສະ​ຫງ່າ​ຜ່າ​ເຜີຍ ແລະ ຍາກ​ທີ່​ຈະ​ຫາ​ໄດ້​ຢູ່​ວັດ​ໃດ​ມີ​ຄວາມງາມ​ເຊັ່ນ​ກັບ​ ວັດ​ເກືອງ​ຊ້າ ”

    ແຕ່​ລະ​ປີ, ວັດ​ເກືອງ​ຊ້າໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່​າງ

ປະ​ເທດ​ພ້ອມ​ກັບ​ພໍ່​ແມ່​ພີ​ນ້ອງຊາວຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ມາ​ຢ້ຽມ​ຊົມ, ຖວາຍ​ທູບ​ທຽນ​ບູ​ຊາ​ພະ​ພຸດ. ດ້ວຍ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ງາມ ແລະ ປອດ​ໂປ່ງ, ເມື່ອ​ເຂົ້າ​ໄປວັດ​ເກືອງ​ຊ້າ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ຮູ້​ສຶກ​ຄື​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ດິນ​ແດນ​ແຫ່ງ​ພຸດ​ທະ​ສາ​ສະ​ໜາ​ໃນ​ທ່າມ​ກາງ​ຄວາມ​ສະ​ຫງົບ​ສຸກ ແລະ ເຊື່ອ​ໝັ້ນ​ຕໍ່​ຊີ​ວິດ​ຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ