ເກາະກູ່ລາວແຊັງ - ແກ້ວມະນີຂຽວຢູ່ກາງທະເລທ້ອງຟ້າບິ່ງດິ້ງ

(VOVWORLD) -ຕາແສງເກາະເຍິນເຈົາຫຼືຍັງເອີ້ນວ່າເກາະກູ່ລາວແຊັງຢູ່ນະຄອນກຸຍເຍີນແຂວງບິ່ງດິ້ງບໍ່ພຽງແຕ່ມີທີ່ຕັ້ງຍຸດທະສາດທາງດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ      ອະທິປະໄຕເຂດນ່ານທະເລໝູ່ເກາະຂອງປະເທດຊາດເທົ່ານັ້ນ, ຫາກຍັງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມອີກດ້ວຍ. ປັດຈຸບັນແຂວງບິ່ງດິ້ງພວມຜັນຂະຫຍາຍບັນດາບາດກ້າວອະນຸລັກເສີມຂະຫຍາຍບັນດາຄຸນຄ່າທີ່ມີຢູ່ແລ້ວຂອງເຍິນເຈົາເພື່ອພັດທະນາເກາະແຫ່ງນີ້ກາຍເປັນໜຶ່ງໃນບັນດາສູນກາງທ່ອງທ່ຽວທະເລໝູ່ເກາະຂອງທ້ອງຖິ່ນ. 
ເກາະກູ່ລາວແຊັງ - ແກ້ວມະນີຂຽວຢູ່ກາງທະເລທ້ອງຟ້າບິ່ງດິ້ງ - ảnh 1ຄວາມງາມແບບຮົກເຮື້ອຢູ່ເກາະກູ່ລາວແຊັງ

     ໃນຍາມພັກແລ້ງປີນີ້ ແຕ່ລະວັນມີນັກທ່ອງທ່ຽວນັບຮ້ອຍຄົນມາຄົ້ນຫາຢ້ຽມຊົມທັດສະນະສຶກສາຢູ່ທີ່ຕາແສງ ເກາະເຍິນເຈົາ ນະຄອນກຸຍເຍີນ.  ເກາະກູ່ລາວແຊັງສວຍງາມດັ່ງຮູບພາບສີຂຽວ ຍາວຢຽດດ້ວຍແຖວຕົ້ນໝາກພ້າວ, ຕົ້ນຫູກວາງຢູ່ລຽບຕາມຝັ່ງທະເລ. ມີຫາດຊາຍຂາວມຸ່ງໄປສູ່ດິນຕໍ່ແຜ່ນ.ສ່ວນຫາດຊາຍຢູ່ເບື້ອງຫຼັງກໍ່ແມ່ນບັນດາໂງ່ນຫຼີນໃຫຍ່ວາງກອງກັນດ້ວຍຮູບທີ່ໜ້າປະທັບໃຈ. ມາຮອດເກາະກູ່ລາວແຊັງແຂກທ່ອງທ່ຽວຈະໄດ້ຫຼົງໄຫຼໃນເຂດທີ່ຮົກເຮື້ອແລະໄດ້ເຊື່ອມຕົວເຂົ້າກັບການດຳລົງຊີວິດຂອງປະຊາຊົນຢູ່ເກາະໄດ້ຮັບຊົມການຕຶກປາມຶກ,ດຳນ້ຳຮັບຊົມປະກາລັງ. ຈາກນະຄອນຫຼວງຮ່າໂນ້ຍພ້ອມກັບສະມາຊິກ 13 ຄົນໃນຄອບຄົວໄປຍັງແຂວງບິ່ງດິ້ງເພື່ອທ່ອງທ່ຽວ, ອ້າຍດ່າວກວັກຄາງໄດ້ນຳຄອບຄົວໄປຄົ້ນຫາເກາະກູ່ລາວແຊັງ ແລະໝາກຜົນຂອງການເດີນທາງບໍ່ເຮັດໃຫ້ລາວເສຍຫວັງ. ອ້າຍ ຄາງໃຫ້ຮູ້ວ່າ:

      “ຂ້າພະເຈົ້າເຫັນວ່າບ້ານເກີດເມືອງນອນປະເທດຊາດຂອງເຮົາສວຍງາມທີ່ສຸດທະເລໝູ່ເກາະຂະຫຍາຍຕົວ ກໍ່ແມ່ນທ່າແຮງດ້ານການທ່ອງທ່ຽວຂອງຫວຽດນາມ. ສິ່ງທີ່ໜ້າຈັບໃຈແມ່ນປະເທດເຮົາມີເນື້ອທີ່ກວ້າງໃຫຍ່ແລະທະເລໝູ່ເກາະຂອງເຮົາກໍ່ມີອັນໃດອັນໜຶ່ງທີ່ຂ້າພະເຈົ້າຮູ້ສຶກວ່າມີຄວາມເອກອ້າງທະນົງໃຈຕໍ່ຄວາມໃຫຍ່ໂຕມະໂຫຖານຂອງປະເທດຊາດຂອງຕົນ. ດ້ວຍລະດັບການຂະຫຍາຍຕົວເຊັ່ນນີ້ໃນໄລຍະທີ່ຈະມາເຖິງຈະສາມາດດຶງດູດທ່ອງທ່ຽວຢູ່ພາຍໃນປະເທດຢ່າງຫຼວງຫຼາຍ”.

     ຢູ່ຕາແສງເຍິນເຈົາມີສະຖານທີ່ຫຼາຍແຫ່ງເພື່ອໃຫ້ແຂກຄົ້ນຫາ ນັ້ນແມ່ນຫໍສັນສານກູ່ລາວແຊັງມີອາຍຸຫຼາຍກວ່າ 100 ປີດ້ວຍສະຖາປັດຕະຍະກຳຝ່າຍຕາເວັນອອກ - ຕາເວັນຕົກສົມທົບກັນຢ່າງເປັນເອກະລັກ. ເສົາທຸງຊາດເຊິ່ງແມ່ນບ່ອນອີງທາງດ້ານຈິດໃຈຊ່ວຍພໍ່ແມ່ພີ່ນ້ອງຊາວປະມົງມີຄວາມໝັນໃຈ ອອກສູ່ທະເລຫາປາ, ນອກຈາກນັ້ນກໍ່ຍັງມີຫາດຫີນທ໋າວງວຽນທີ່ລຶກລັບມະຫັດສະຈັນ. ແຂກທ່ອງທ່ຽວຍັງມີໂອກາດອາບນ້ຳຢູ່ຫ້ວຍຢ໊ຽງຕຽນ... ນາງຫງວຽນທິທູກຸກ ແຂກທ່ອງທ່ຽວມາຈາກແຂວງເຕິຍນິງໃຫ້ຮູ້ວ່າ:

       “ຂ້າພະເຈົ້າເຫັນວ່າຢູ່ແຫ່ງນີ້ເຢັນສະບາຍແລະ ສວຍສົດງົດງາມ. ອາກາດປອດໂປ່ງທີ່ສຸດອັນໄດ້ເຮັດໃຫ້ຂ້າພະເຈົ້າຊົມຊອບທີ່ສຸດ. ຂ້າພະເຈົ້າຄິດວ່າຢູ່ແຫ່ງນີ້ຄວນເປີດການບໍລິການກິນດື່ມຮັບໃຊ້ແຂກຕື່ມອີກກໍ່ເປັນການດີທີ່ສຸດ”.

      ປັດຈຸບັນເນື່ອງຈາກເງື່ອນໄຂຍານພາຫະນະໄປມາຈາກນະຄອນກຸຍເຍີນອອກສູ່ເກາະຍັງຈຳກັດດັ່ງນັ້ນໃນແຕ່ລະວັນມີແຂກທ່ອງທ່ຽວພຽງປະມານ 100 ຄົນໄປເກາະເທ່ົານັ້ນ. ທ່ານໂຮ່ເຍິດເຫຼະ ປະທານຄະນະກຳມະການປະຊາຊົນຕາແສງເກາະເຍິນເຈົານະຄອນກຸຍເຍີນໃຫ້ຮູ້ວ່າ:

       “ແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາໃນບໍລິເວນຕາແສງເກາະຈະປະກອບສ່ວນຫຼາຍດ້ານກ່ຽວກັບເສດຖະກິດ, ສ້າງລາຍຮັບສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ. ເຂົາເຈົ້າບໍ່ມີວຽກເຮັດງານທຳກໍ່ສາມາດເຮັດນຳບໍລິສັດທ່ອງທ່ຽວເພື່ອເພີ່ມລາຍຮັບຂະຫຍາຍເສດຖະກິດຄອບຄົວ”.

     ໃນໄລຍະທີ່ຜ່ານມາ, ລັດແລະແຂວງບິ່ງດິ້ງໄດ້ສະຫງວນແຫຼ່ງກຳລັງລົງທຶນຢ່າງຫຼວງຫຼາຍ ໃຫ້ແກ່ເກາະເຍິນເຈົາ. ຍ້ອນແນວນັ້ນເສດຖະກິດສັງຄົມຂອງຕາແສງເກາະໄດ້ມີບາດກ້າວຂະຫຍາຍຕົວເປັນໜ້າປະທັບໃຈແລະພວມກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ. ທ່ານໂຮ່ກວັກຢຸ໊ງ ເລຂາຄະນະພັກແຂວງ ບິ່ງດິ້ງໃຫ້ຮູ້ວ່າ:

     “ບັນຫາສຳຄັນແມ່ນຕ້ອງເຮັດແນວໃດ ວາງແຜນກຳນົດ ປຸກລຸກຄວາມສາມາດບົ່ມຊ້ອນຂອງຕາແສງເກາະເຍິນເຈົາເຮັດແນວໃດເຊື່ອມຕໍ່ກັບບັນດາສະຖານທີ່ທ່ອງທ່ຽວອື່ນໆ. ໃນໄລຍະທີ່ຈະມາເຖິງກໍ່ຕ້ອງລົງທຶນກໍສ້າງກິດຈະກຳຈຸດສຸມຮັບໃຊ້ການທ່ອງທ່ຽວຢູ່ຕາແສງເກາະເຍິນເຈົາເພື່ອຮັບໃຊ້ແຂກທ່ອງທ່ຽວເມື່ອມີໂອກາດມານີ້ ເຂົາເຈົ້າກໍ່ຕ້ອງໄປຢາມກິດຈະກຳນັ້ນ”.

      ແຕ່ນີ້ຫາປີ 2030 ທາງແຂວງຈະຈັດສັນງົບປະມານລົງທຶນຍົກລະດັບເປີດກວ້າງເສັ້ນທາງຄົມມະນາຄົມກໍ່ສ້າງລະບົບໄຟເຍືອງທາງປູກຕົ້ນໄມ້ຂຽວເທິງເກາະ. ພ້ອມກັນນັ້ນແຂວງບິ່ງດິ້ງກໍ່ຍູ້ໄວລະດັບການປະຕິບັດແຜນກຳນົດສັງລວມຢູ່ຕາແສງເກາະເຍິນເຈົາເພື່ອພັດທະນາເສດຖະກິດທະເລ, ພັດທະນາການທ່ອງທ່ຽວແລະຮັກສາການປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ໝັ້ນຄົງໜັກແໜ້ນໃນເກາະ. 

ຕອບກັບ

ຂ່າວ/ບົດ​ອື່ນ