ເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍ-ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວຢູ່ແຂວງລາຍເຈົາ

(VOVWORLD) -ເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍນອນຢູ່ຍອດພູໂອກຸຍໂຮ່ ຂຶ້ນກັບຕາແສງເຊິນບິ່ງເມືອງຕາມເດື່ອງແຂວງລາຍເຈົາ. ນີ້ແມ່ນເຂດທ່ອງທ່ຽວບັນເທີງທີ່ເປັນເອກະລັກສະເພາະດ້ວຍທິວທັດທຳມະຊາດງົດງາມແລະມີບັນດາການເຄື່ອນໄຫວຄົ້ນຫາຕົວຈິງທີ່ດູດດື່ມສຳລັບແຂກທ່ອງທ່ຽວ.
ເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍ-ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວຢູ່ແຂວງລາຍເຈົາ - ảnh 1ຂົວແກ້ວ ຣົ່ງເມິຍ

     ເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍໂດຍບໍລິສັດຮຸ້ນສ່ວນຮວ່າງລຽນເຊີນລົງທຶນກໍ່ສ້າງນັບແຕ່ 2017 ແລະ ມາຮອດທ້າຍປີ 2019 ໄດ້ນຳເຂົ້າເຄື່ອນໄຫວຮັບໃຊ້ແຂກທ່ອງທ່ຽວ. ເຂດທ່ອງທ່ຽວແຫ່ງນີ້ ລວມມີບັນດາກິດຈະກຳໃຫຍ່ໂຕຖືກປະກອບດ້ວຍພາຫະນະເຄື່ອງຈັກທີ່ທັນສະໄໝບັນລຸມາດຕະຖານສາກົນ. ທ່ານຫງວຽນຊວນບິ່ງຜູ້ຮັບຜິດຊອບການບໍລິຫານເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍໃຫ້ຮູ້ວ່າ:

       “ພວກຂ້າພະເຈົ້າພວມປະຕິບັດໄລຍະທີໜຶ່ງການກໍ່ສ້າງໃນເນື້ອທີ່ປະມານ 20 ເຮັກຕາ. ໄລຍະທີສອງແຕ່ປີ 2022 ຫາ ປີ 2025 ແມ່ນກໍ່ສ້າງລະບົບສະຖານທີ່ພັກເຊົາລວມມີໂຮງແຮມ 5 ຊັ້ນ,ລະດັບ 5 ດາວ ມີກາຊີໂນໃນໂຮງແຮມມີລະບົບຫຼິ້ນເກມປະຈົນໄພ. ໄລຍະທີສາມແມ່ນກໍ່ສ້າງເຂດວັດວາອາຮາມຄືພະວິຫານ ຮວ່າງໄບ໋ ແລະວັດຕ່າງໆ ເພື່ອໃຫ້ແຂກທ່ອງທ່ຽວຢ້ຽມຊົມທັດສະນະສຶກສາພ້ອມທັງເປີດລະບົບອູ່ໄຟຟ້າໃໝ່ ຮັບໃຊ້ແຂກທ່ອງທ່ຽວໄປຄົ້ນຫານ້ຳຕົກຕາດຂາວ”.

       ຂົວແກ້ວ ຣົ່ງເມິຍກໍ່ແມ່ນຈຸດທີ່ພົ້ນເດັ່ນໃນເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍ. ຂົວແກ້ວມີລິດຖືກກໍ່ສ້າງໃນລະດັບສູງ 2.333 ແມັດເທື່ອທຽບໃສ່ໜ້ານ້ຳທະເລເຊິ່ງແມ່ນລະດັບສູງສຸດຢູ່ ຫວຽດນາມໄລ່ມາຮອດປັດຈຸບັນ. ນາງລໍ່ທິເຮືອງ ຜູ້ນຳທ່ຽວຢູ່ເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍໃຫ້ຮູ້ວ່າ:

     “ແຂກທ່ອງທ່ຽວເມື່ອມາທ່ຽວຢູ່ເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍ ຈະຂີ່ລິດ ມີຄວາມສູງ 325 ແມັດທຽບເທົ່າກັບລະດັບສູງຂອງຕຶກອາຄານ 102 ຊັ້ນ. ຢູ່ເທິງພູກໍ່ມີພັດຕະຄານ,ໂຮງແຮມ,ເຂດພັກຜ່ອນບຳລຸງສຸຂະພາບ ຮ້ານຂາຍກາເຟ ໂຮງຮູບເງົາໂດຍບໍ່ເກັບຄ່າພ້ອມກັບເຂດຫຼິ້ນເກມຜະຈົນໄພ... ເຂດທ່ອງທ່ຽວແຫ່ງນີ້ ກໍ່ດຶງດູດແຂກທ່ອງທ່ຽວມາຫຼາຍທີ່ສຸດໃນໂອກາດທ້າຍອາທິດ. ສຳລັບມື້ທຳມະດາກໍ່ຕ້ອນຮັບແຂກທ່ອງທ່ຽວແຕ່ 1.000 ຫາ 2.000 ເທື່ອຄົນ”.

       ມາທ່ຽວຢູ່ເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍ ແຂກທ່ອງທ່ຽວຈະໄດ້ຍ່າງບົນຂົວມີ 7 ສີ. ເມື່ອຢືນຢູ່ເທິງຂົວແກ້ວ ແຂກທ່ອງທ່ຽວຈະເຫັນທັດສະນີຍະພາບກິ່ວໂອກຸຍໂຮ່ ທີ່ໃຫຍ່ໂຕມະໂຫຖານຢູ່ເຂດເຕິຍບັກຫວຽດນາມ. ທ່ານ ອຸ່ນວັດຄຸນພິສູດ ແຂກທ່ອງທ່ຽວຊາວໄທເປີດເຜີຍວ່າ:

      “ຂ້າພະເຈົ້າມານີ້ ກໍ່ຮູ້ສຶກທິວທັດທຳມະຊາດສວຍສົດງົດງາມຍາກທີ່ຈະຫາໄດ້ ໃນໂລກນີ້  ຍ້ອນວ່າອາກາດປອດໂປ່ງເຢັນສະບາຍ. ພິເສດຂົວແກ້ວກໍ່ແມ່ນໜຶ່ງໃນບັນດາກິດຈະກຳທີ່ງົດງາມແລະມີຄວາມໝາຍ. ສ່ວນຊາວທ້ອງຖິ່ນກໍ່ມີຈິດໃຈຮັກແພງແຂກ.ຂ້າພະເຈົ້າຢາກເວົ້າຄຳໜຶ່ງທີ່ວ່າຂ້າພະເຈົ້າຮັກຫວຽດນາມ”.

     ນອກຈາກໄດ້ຢ້ຽມຊົມຂົວແກ້ວແລ້ວ ແຂກທ່ອງທ່ຽວຍັງຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວກິລາຜະຈົນໄພອື່ນຄື ໂດດຈ້ອງເວີ່ນ, ປິນພູ... ເມື່ອໂດດຈ້ອງເວີ່ນແຂກທ່ອງທ່ຽວຈະໄດ້ບິນເລື່ອນລອຍຢູ່ກາງເວຫາ ເຊື່ອມຕົວເຂົ້າກັບທຳມະຊາດທີ່ກວ້າງໃຫຍ່ໄພສານ. ເພື່ອສ້າງທັດສະນີຍະພາບທີ່ອຸດົມສົມບູນ, ບໍລິສັດຄຸ້ມຄອງເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍ ພວມກໍ່ສ້າງໜອງເທິງພູ. ກິດຈະກຳພວມເຂົ້າສູ່ໄລຍະສຳເລັດການກໍ່ສ້າງ ເຊິ່ງໝັ້ນໝາຍຈະແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ. ນາງ ຮ່າທິງຶ ແຂກທ່ອງທ່ຽວທີ່ມາຈາກແຂວງ ຕວຽນກວາງໃຫ້ຮູ້ວ່າ:

      “ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຊົມຂົວແກ້ວ. ຂົວແກ້ວນີ້ແມ່ນກິດຈະກຳກໍ່ສ້າງທີ່ຍອດຍິ່ງສວຍສົດງົດງາມ. ຢູ່ແຫ່ງນີ້ທຳມະຊາດໄດ້ດົນບັນດານໃຫ້ມີທິວທັດງົດງາມໃຫຍ່ໂຕມະໂຫຖານເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ. ປີໜ້າຂ້າພະເຈົ້າຈະກັບຄືນມາທ່ຽວຢູ່ແຫ່ງນີ້ອີກເທື່ອໜຶ່ງຍ້ອນວ່າທິວທັດສວຍສົດງົດງາມທີ່ສຸດ”.

       ເຂດທ່ອງທ່ຽວຂົວແກ້ວ ຣົ່ງເມິຍຢູ່ທ່າມກາງທຳມະຊາດທີ່ໃຫຍ່ໂຕມະໂຫຖານສວຍສົດງົດງາມຢູ່ເຂດພູຜາປ່າໄມ້ ເຕິຍບັກ. ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ເປັນໜ້າຈັບໃຈເຊິ່ງໄດ້ຮັບການເລືອກເຟັ້ນມາພັກຜ່ອນຢ້ຽມຊົມທັດສະນະສຶກສາຈາກແຂກທ່ອງທ່ຽວທັງຫຼາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ