ເຂດປູຊະນີຍະສະຖານປ່າໄມ້ແດງວິຫານກາວ, ແຂວງຫາຍເຢືອງ


(vovworld) - ​ເມື່ອ​ເວົ້າ​ເຖິງ​ປ່າ​ໄມ້​​ໃຫຍ່ທີ່​ມີ​ອາຍຸ​ຫຼາຍ​ປີ, ຜູ້​ຄົນ​ທັງຫຼາຍ​ເຄີຍ​ຄິດ​ເຖິງ​ປ່າ​ໄມ້​ຢູ່​ເຂດ​ພູດ​ອຍ. ​ແຕ່​ຢູ່​ເຂດ​ທົ່ງພຽງ​ທີ່​ຂຶ້ນ​ກັບ​ເມືອງ​ຈີ໋ລິງ, ຫ່າງ​ຈາກ​ຮ່າ​ໂນ້ຍ ພຽງ​ປະມານ 100 ກມ ພັດມີ​ປ່າ​ໄມ້​ແດງ​​​ແຫ່ງ​ໜຶ່ງທີ່​ມີ​ອາຍຸນັບ​ພັນ​ປີຢູ່. ພິ​ເສດ, ຢູ່​ກາງ​ປ່າ​ໄມ້​ແດງ​ນັ້ນ​ໄດ້​ມີ​ວິຫານ ໜຶ່ງທີ່​ຕິດ​ພັນ​ກັບ​ປະຫວັດ​ແຫ່ງ​ການ​ຕໍ່ຕ້ານຕ້ານ​ສັດຕູ​ຕ່າງ​ດ້າວຂອງ​ຊາດ​ຫວຽດນາມ. ຜ່ານ​ການ​ເວລາ​ຫຼາຍ​ສະຕະວັດ, ຊາວ​ທ້ອງ​ຖີ່​ນ​ໄດ້​​ປະກອບສີສັນ​ດ້ານ​ຈິດ​ວີນຍານ​ຕື່ມ​ອີກ​ໃຫ້ປູຊະນີຍະສະຖານ​​ແຫ່ງ​ນີ້, ອັນ​ໄດ້ສ້າງ​ຄວາມດຶງດູດ​ໃຫ້​ແກ່ນັກ​ທ່ອງ​ທ່ຽວ​ມາ​​ແຫ່ງ​ນີ້.

ເຂດປູຊະນີຍະສະຖານປ່າໄມ້ແດງວິຫານກາວ, ແຂວງຫາຍເຢືອງ - ảnh 1

ວິຫານກາວທີ່ມີມາກ່ອນນີ້ 1030 ປີ ຢູ່ແຂວງຫາຍເຢືອງ

(ພາບ: google.com.vn)

    ​ປ່າ​ໄມ້​ແດງ​ວິຫານ​ກາວ ​​ຂຶ້ນ​ກັບ​ຕາ​ແສງ​ອານ​ລາກ, ​ເມືອງ​ຈີ໋ລິງ, ​ແຂວງ​ຫາຍ​ເຢືອງ, ມີ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ, ມີທາງ​ຄົມມະນາຄົມ ໄປມາທັງ​ທາງບົກ ​ແລະ ທາງ​ນ້ຳສະດວກ​ສະບາຍ, ດັ່ງ​ນັ້ນ​ນັບ​ແຕ່​ສະຕະວັດ​ທີ 10, ດິນ​ແດນ​ແຫ່ງ​ນີ້​ໄດ້​ກາຍ​ເປັນ​ແນວ​ປ້ອງ​ກັນ, ​​ເປັນທີ່​ໝັ້ນ​ການ​ທະຫານ​ໃນ​ປະຫວັດສາດ. ມີປູຊະນີຍະສະຖານ​ຫຼາຍ​ແຫ່ງ​ຢູ່​ທີ່​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ກັບ​​ໄລຍະຕໍ່ສູ້​ຕ້ານ​ເສິກ​ຕ່າງ​ດ້າວ​ຕ່າງໆຂອງ​ຊາດ​ຫວຽດນາມ. ປ່າ​ໄມ້​ແດງທີ່​ມີ​ອາຍຸນັບ​ພັນ​ປີນີ້​ໄດ້​ຮັບ​ຖື​ວ່າ​​ແມ່ນ​ພະຍານ​ຫຼັກ​ຖານປະຫວັດສາດ. ປະຈຸ​ບັນ, ຢູ່​ປ່າ​ໄມ້​ແດງວິຫານ​ກາວມີ​ຕົ້ນ​ໄມ້​ແດງ​ໃຫຍ່ 54 ຕົ້ນ ​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ປ່າ​ໄມ້​ແດງທີ່​ກວ້າງ​ໃຫຍ່​ເຖິງ​ແຂວງ​ກວາງນິງ ໃນ​ເມື່ອ​ກ່ອນ. ຫຼາຍ​ຄົນ​ຖື​ວ່າ, ​ໄມ້​ແດງ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ຢູ່​ໃນ​ປ່າ​ໄມ້​ແດງ​ແຫ່ງດຽວ ​ແລະ​ ນີ້​ອາດ​ຈະ​ແມ່ນ​ຊຸດ​ຫຼັງ ​ຂອງ​ບັນດາ​ຕົ້ນ​ໄມ້​ແດງເຊິ່ງພົນທະຫານ​ໃນ​ສະ​ໄໝ​ເຈົ້າ​ຊີວິດ ​ໂງກ​ວ່ຽນ (Ngo Quyen)​ ​ໄດ້​ເຫຼົາ​ໃຫ້​​ແຫຼມ​ແລ້ວ​ປັກ​ລົງພື້ນ​ແມ່​ນ້ຳ​ແບກ​ດັ່ງ ​ເພື່ອ​ຂັບ​ໄລ່​ສັດຕູ ທີ່​ມາ​ຈາກ​ທິດ​ໃຕ້ຂອງຈີນ​ເມື່ອ​ປີ 938. ພໍ່​ຕູ້ ​ເຢືອງວັນ​ລ້ວຽນ (Duong Van Luyen), ຊາວ​ທ້ອງ​ຖີ່​ນ, ​ໃຫ້​ຮູ້​ວ່າ:

    ”ຕາມ​ຂ້າພະ​ເຈົ້າ​ແລ້ວ, ປ່າ​ໄມ້​​ແດງ​ນີ້ມີ​ອາຍຸ​ປະມານ 1 000 ​ປີ​ແລ້ວ. ຕົ້ນ​ໄມ້​ແດງ(​ບັນພະບຸລຸດ)ແມ່ນ​ມີ​ອາຍຸປະມານ 850 ປີ, ນອກ​ນັ້ນ​ຍັງ​ມີ​ຕົ້ນ​ໄມ້​ແດງ​ທີ່​ມີ​ອາຍຸ ​ແຕ່ 600 - 700 ປີ​ຫຼາຍ​ຕົ້ນ. ​ເອີ້ນ​ວ່າ ຕົ້ນ​ໄມ້​ແດງ (​ບັນພະບຸລຸດ) ​ເພາະວ່າ​ຕາມ​ເລື່ອງ​ລາວ​ທີ່​ເລົ່າ​ຂານ​ກັນ​ມາ​ແລ້ວ, ​ໃນ​ແຕ່ລະ​ປີ, ຊາວ​ທ້ອງ​ຖີ່​ນ​ເຄີຍ​ເຕົ້າ​ໂຮມ​ມາ​ແຫ່ງ​ນີ້​ເພື່ອ​ຈັດ​ຕັ້ງ​ພິທີ​ບູຊາ​ບັນພະບຸລຸດ​ທີ່​ໄດ້​ກຳ​ເນີດ 12 ຕະກຸນ. ​ແລະ​ ວັນ​ທີ 15 ​ເດືອນ 10 ​ໄລ່​ຕາມ​ຈັນທະ​ປະຕິທິນ​ແມ່ນ​ວັນ​ທີ່​ບັນພະບຸລຸດ​ສິ້ນ​ຊີວິດ, ດັ່ງ​ນັ້ນ, 12 ວົງຕະກຸນລ້ວນ​ແຕ່​ມາ​ຈັດ​ພິທີ​ບູຊາ​ຢູ່​ກົກ​ໄມ້​ແດງ​ນີ້, ສະນັ້ນ​ຈຶ່ງເອີ້ນ​ວ່າ ຕົ້ນ​ໄມ້​ແດງ(​ບັນພະບຸລຸດ)”

ເຂດປູຊະນີຍະສະຖານປ່າໄມ້ແດງວິຫານກາວ, ແຂວງຫາຍເຢືອງ - ảnh 2

ພໍ່​ຕູ້ ​Duong Van Luyen ແລະຕົ້າໄມ້ແດງທີ່ມີອາຍຸຫຼາຍປີ

(ພາບ: google.com.vn)

    ​ໂດຍ​ຊ້ອນ​ຕົວ​ໃນ​ປ່າ​ໄມ້​ແດງ​​ທີ່​ຂຽວອຸ່ມ​ທູ່​ມ, ວິຫານ​ກາວ ​ແມ່ນ​ກິດຈະກຳ ສະຖາປັດຕະຍະກຳ​ທີ່​ສວຍ​ງາມ, ຕັ້ງ​ຢູ່​ຈອມ​ພູ​ທຽນ​ບົ່ງ, ​ຂຶ້ນ​ກັບ​ສາຍພູ​ວອຍ (ຊ້າງ). ທາງ​ໜ້າ​ວິຫານ​ແມ່ນ​ແມ່​ນ້ຳ ງວຽດຢາງ. ວິຫານ​ລວມມີ​ເຮື້ອນ 3 ຫ້ອງຢູ່ທາງ​ໜ້າ ​, ​ຢູ່ກາງ​ບໍລິ​ເວນ​ມີ​ເຮືອນ 2 ຫ້ອງ ​ແລະ​ທາງ​ຫຼັງ​ມີ​ເຮືອນ 1 ຫ້ອງ. ​ໃນ​​ເດີນ​ວິຫານ​ແມ່ນບູຊາ​ຊ້າງ​ຫີນ ​ແລະ ມ້າ​ຫີນ. ຢືນ​ຢູ່​ວິຫານ​ຫຼຽວ​ລົງ​ມາ, ນັກ​ທ່ອງ​ທ່ຽວ​ຈະ​ເຫັນພູຮູບ​ເສືອ​ເຝົ້າ, ຊ້າງຄຸເຂົ່າ 99 ໜ່ວຍ​ຢູ່​ອ້ອມຮອບ. ສຳ​ຫຼັບ​ຊາວ​ທ້ອງ​ຖີ່​ນ​ແລ້ວ, ວິຫານ​ກາວ ​ໃນ​ເມື່ອ​ກ່ອນ ພຽງ​ແຕ່​ແມ່ນ​ຫໍ​ບູຊາ​ເທົ່າ​ນັ້ນ ​ແຕ່​ມີ​ສັກສິດ​ທີ່​ສຸດ, ​ເພາະວ່າ​ນີ້​ແມ່ນ​ແຫ່ງ​ບູຊາພົນທະຫານ 5 ຄົນ​ໃນ​ສະ​ໄໝ. ພໍ່​ຕູ້ ເຢືອງວັນ​ລ້ວຽນ (Duong Van Luyen), ​ໃຫ້​ຮູ້​ວ່າ:

    ”ວິຫານ​ກາວ​ ມີ​ມາ​ກ່ອນ​ປີ 981, ​ເວລາ​ນັ້ນ​ພະ​ລາຊາ ​ແລະ ​ພະ​ລາ​ຊີ​ນີ​ໄດ້​ມາ​ແຫ່ງ​ນີ້​​ແລ້ວ​​ເກີດ​ລູກ 5 ອົງຢູ່​ທີ່​ນີ້, ພາຍຫຼັງ​ເຈົ້າ​ຊີວິດ ​ເລ​ດ້າຍ​ແຮ່ງ (Le Dai Hanh) ຍ້າຍອອກ​ຈາກ ຮວາ​ລື​ນິງບິ່ງ ຜ່ານນາມ​ແຊກ ​​ມາ​ແຫ່ງ​ນີ້. ​ເມື່ອ​ເຫັນ​ອ້າຍ​ນ້ອງ 5 ຄົນທັງ​​ແຂງ​ແຮງ, ທັງ​ສະຫຼາດ​ສະຫຼຽວ, ​ເຈົ້າ​ຊີວິດ​ໄດ້​ຮັບ​​ອ້າຍ​ນ້ອງທັງ 5 ຄົນ​ນີ້ພ້ອມ​ກັບ​ນາຍ ​ແລະ ພົນທະຫານ ​ເລ​ຮ່ວານ (Le Hoan) ​ໄປ​ຂັບ​ໄລ່​ສັດຕູ. ​ອ້າຍນ້ອງ​ທັງ 5 ຄົນ​ນັ້ນ​ລ້ວນ​ແຕ່​ເກັ່ງ​ວຽກ​ງານ​ການ​ປົກຄອງ ​ແລະ ການ​ທະຫານ, ​​ເຂົາ​ເຈົ້າ​ລ້ວນ​ແຕ່ກຳ​ເນີ​ດ​ໃນ​​​ເວລາດຽວ​ກັນ ​ແລະ ​ເມື່ອ​ສິ້ນ​ຊີວິດ​ກໍ່​​ໃນ​​ເວລາ​ດຽວ​ກັນ”

ເຂດປູຊະນີຍະສະຖານປ່າໄມ້ແດງວິຫານກາວ, ແຂວງຫາຍເຢືອງ - ảnh 3

ປະຕູໂຂງວິຫານກາວ
(ພາບ: google.com.vn)

    ​ເລື່ອງ​ລາວ​ແມ່ນ​ຄື​ແນວ​ນັ້ນ, ​ແຕ່​ຮອດ​ປີ 1988, ຄວາມ​ປິດ​ລັບ​ຂອງ​ວິຫານ​ຈຶ່ງ​ໄດ້​ຮັບ​ການ​​ເຜີຍອອກ, ​ເມື່ອ​ເຂົາ​ເຈົ້າຄົ້ນ​ພົບ​ພະ​ລາຊະ​ບັນຍັດ​ທີ່​ມີ​ມາ​ແຕ່ກ່ອນ​ສະ​ໄໝລາຊະວົງ ​ເລ (980-1009). ນັບ​ແຕ່​ນັ້ນ​ວິຫານ​ຈຶ່ງ​ໄດ້​ໄດ້​ຮັບ​ການ​ຮັບ​ຮອງ​ວ່າ​ແມ່ນ​ປູ​ຊະນີ​ຍະສະ​ຖານ​ປະຫວັດສາດ ​ແລະ ລາຍ​ຊື່ບັນດາ​ພົນທະຫານ​ທີ່​ບູຊາ​ໃນ​ວິຫານ​ຈຶ່ງ​ໄດ້​ຮັບ​ການ​ເຜີຍ​ອອກ. ທ່ານ ຫງວຽນ​ວັນ​ຊົງ (Nguyen Van Song) ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ປູຊະນີຍະສະຖານ​ເມືອງ​ຈີ໋ລິງ ​ໃຫ້​ຮູ້​ວ່າ:

    ”ວິຫານ​ແຫ່ງ​ນີ້​ບູຊາ 5 ອ້າຍ​ນ້ອງ​ຕະກຸນ​ ​ເວື​ອງ ​ໃນ​ສະ​ໄໝ​ລາຊະວົງ ​ເລ​ຮ່ວານ (Le Hoan) ​ເຊິ່ງມີ​ຄູນ​ງານ​ຄວາມ​ດີ​ໃນ​ການຂັບ​ໄລ່​​ສັດ ຕູ​ຕົ໋ງ, ນີ້​ແມ່ນ​ກຸ່ມ​ປູຊະນີຍະສະຖານ​ລວມມີ 5 ​ວິຫານຄື: ວິຫານບູຊາ​ເຈົ້າ​ຊີວິດ, ວິຫານ​ກາ, ວິຫານ​ກາວ, ວິຫານ​ເບັ່ນ​ຈ່າງ, ວິຫານ​ເບັ່ນ​ກາ. ​ໃນ​ນັ້ນ​ວິຫານ​ກາວ ບູຊາ 3 ອ້າຍ​ນ້ອງ​ຕະກຸນ ​ເວື​ອງ… ນີ້​ແມ່ນ​ວິຫານ​ສັກສິດ​ທີ່​ສຸດ ​​ແລະ ມີ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ”.

    ປະຈຸ​ບັນ, ​ໃນ​ວິຫານ​ຍັງ​ຄົງ​ຮັກສາ​ພະ​ລາຊະ​ບັນຍັດ, ​ເຄື່ອງ​ບູຊາ, ຄຳ​ຜະຫຍາຫຼາຍ​ຢູ່, ອັນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່​ຫຼວງ​ຂອງ​ອໍລະຫັນທີ່​ໄດ້​ຮັບ​ການບູຊາ​​ຢູ່​ທີ່​ນີ້. ດ້ວຍ​ຄຸນຄ່າດ້ານ​ປະຫວັດສາດ ​ແລະ ​ວັດທະນະທຳ​ພິ​ເສດ​​ເຫຼົ່າ​ນັ້ນ, ວັນ​ທີ 25 /2/2001, ​ໄມ້​ແດງ​ໃຫຍ່ທີ່​ມີ​ອາຍຸ​ຫຼາຍ​ປີ 54 ຕົ້ນ ​ຢູ່​ເຂດ​ປູຊະນີຍະສະຖານ​ລະດັບ​ຊາດວິຫານ​ກາວ ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ຕົ້ມ​ໄມ້​ມໍລະດົກ​ຂອງ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ