ເຂດປູຊະນີຍະສະຖານລະດັບຊາດພິເສດປ່າ ເຈິ່ນຮຶງດ້າວ - ບ່ອນກຳເນີດກອງທັບປະຊາຊົນ ຫວຽດນາມ

(VOVWORLD) -ເຂດປູຊະນີຍະສະຖານລະດັບຊາດພິເສດປ່າ ເຈິ່ນຮຶງດ້າວ ນອນຢຸ່ຕີນພູ ຊາມກາວ ຂຶ້ນກັບບໍລິເວນສອງຕາແສງ ຕາມກີມ ແລະ ຮວາຖ໋າມ ເມືອງ ງວຽນບິ່ງ ແຂວງ ກາວບັ່ງ. ຫ່າງຈາກນະຄອນ ກາວບັ່ງ ປະມານ 50 ກິໂລແມັດ ໄປທາງທິດຕາເວັນຕົກສຽງໃຕ້, ນີ້ແມ່ນບ່ອນເກັບຮັກສາລະບົບບັນດາປູຊະນີຍະສະຖານ ຕິດພັນກັບໄລຍະປະຫວັດສາດສຳຄັນພິເສດ ຂອງການປະຕິວັດ ຫວຽດນາມ ແລະ ມາຮອດປັດຈຸບັນ ໄດ້ກາຍເປັນສະຖານທີ່ແດງ ໃນການເດີນທາງກັບຄືນສູ່ດິນແດນ ກາວບັ່ງ
ເຂດປູຊະນີຍະສະຖານລະດັບຊາດພິເສດປ່າ ເຈິ່ນຮຶງດ້າວ - ບ່ອນກຳເນີດກອງທັບປະຊາຊົນ ຫວຽດນາມ - ảnh 1ກອງທະຫານໂຄສະນາປົດປ່ອຍ ຊຶ່ງແມ່ນຕົ້ນກຳເນີດຂອງກອງທັບປະຊາຊົນຫວຽດນາມ ໄດ້ຮັບການສ້າງຕັ້ງໃນວັນທີ 22 ທັນວາ ປີ 1944 

ມາຢ້ຽມຢາມເຂດປູຊະນີຍະສະຖານລະດັບຊາດພິເສດປ່າ ເຈິ່ນຮຶງດ້າວ, ແຂກທ່ອງທ່ຽວບໍ່ພຽງແຕ່ໄດ້ຊອກຮູ້ມູນເຊື້ອປະຫວັດສາດທີ່ສະງ່າລາສີ  ຂອງກອງທັບປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງໄດ້ຄົ້ນຫາ ຢ້ຽມຊົມຄວາມງາມ ຂອງເຂດປ່າດົງດິບ. ດ້ວຍເນື້ອທີ່  200 ກວ່າເຮັກຕາ, ເຂດປ່າດົງດິບ ເຈິ່ນຮຶງດ້າວ ດ້ວຍບັນດາເນື້ອທີ່ພຶກສາຊາດທີ່ເປັນເອກະລັກ ໝັ້ນໝາຍຈະສ້າງຄວາມປະທັບໃຈ ໃຫ້ແກ່ແຂກທ່ອງທ່ຽວຜູ້ນິຍົມຄົ້ນຫາ. ຮູບພາບທຳອິດ ເມື່ອມາຮອດເຂດປ່າ ເຈິ່ນຮຶງດ້າວ ນັ້ນແມ່ນຮູບແກະຄວັດສະຫຼັກໃຫຍ່ທີ່ມີນັກຮົບ 34 ຄົນ ໃນພິທີສ້າງຕັ້ງກອງທະຫານໂຄສະນາປົດປ່ອຍ ຫວຽດນາມ. ຮູບແກະຄວັດສະຫຼັກນີ້ຖືກປະດິດຄິດສ້າງ ໂດຍອີງໃສ່ຮູບຖ່າຍເອກະສານ ເຊິ່ງໄດ້ບັນທຶກຈຸດເວລາສ້າງຕັ້ງກອງທະຫານປົດປ່ອຍ ໃນວັນທີ 22 ທັນວາ ປີ 1944. ນາງ ຮົ່ງແຮັ້ງ ຜູ້ນຳທ່ຽວຊົມ ຢູ່ເຂດປູຊະນີຍະສະຖານ ໃຫ້ຮູ້ວ່າ:

     “ຮູບແກະຄວັດສະຫຼັກ ໄດ້ຖືກສ້າງຂຶ້ນ ໃນປີ 2004 ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງຂອງກອງທັບປະຊາຊົນ ຫວຽດນາມ. ຢູ່ທາງເທິງສຸດ ຂອງຮູບແກະຄວັດສະຫຼັກ ແມ່ນຮູບພາບບັນດາຊັ້ນຕົ້ນໄມ້ປ່າທີ່ເປັນສັນຍາລັກ ໃຫ້ແກ່ປ່າໄມ້ກວ້າງໃຫຍ່ໄພສານ ເຊິ່ງໄດ້ປົກປິດ ແລະ ປ້ອງກັນໃຫ້ກອງທະຫານປະຕິວັດ. ຢູ່ໃຈກາງຂອງຮູບແກະຄັວດສະຫຼັກ ແມ່ນຮູບຂອງທ່ານ ພົນເອກ ຫວໍງວຽນຢາບ ພ້ອມກັບນັກຮົບ 34 ຄົນໃນວັນສ້າງຕັ້ງ. ທາງເບື້ອງຊ້າຍແມ່ນຮູບຂອງຄະນະພັກລະຫວ່າງແຂວງ ກາວບັ່ງ - ບັກກ້ານ - ຫຼ້າງເຊີນ ທີ່ໄດ້ມາຮ່ວມພິທີໃນມື້ນັ້ນ. ຢູ່ເບື້ອງຂວາແມ່ນຮູບບັນດາຕົວແທນຂອງພໍ່ແມ່ປະຊາຊົນ ໃນເຂດມາຮ່ວມ”.

      ຈາກບ່ອນຕັ້ງຮູບແກະຄວັດສະຫຼັກນີ້, ແຂກທ່ອງທ່ຽວອາດຈະໄປຕາມທາງເບຕົງ, ສອງຟາກທາງແມ່ນບັນດາຕົ້ນໄມ້ໃຫຍ່ ເຊິ່ງໄດ້ປົກຄຸມໄປດ້ວຍຄວາມເຢັນ. ໄປຕໍ່ປະມານ 200 ແມັດໄປຮອດສາມແຍກ ກໍ່ອ້ຽວຂວາລົງປະມານ 10 ຂັ້ນກໍ່ແມ່ນເຂດດິນຮາບພຽງ ເຊິ່ງແມ່ນບ່ອນໄດ້ມີເຫດການສ້າງຕັ້ງກອງທະຫານໂຄສະນາປົດປ່ອຍ. ນາງ ຮົ່ງແຮັ້ງ ໃຫ້ຮູ້ຕື່ມອີກວ່າ:

      “ນີ້ແມ່ນຫໍແຜ່ນສີລາຈາລຶກເຫດການສ້າງຕັ້ງກອງທະຫານໂຄສະນາປົດປ່ອຍ. ໃນເດືອນ ຕຸລາ ປີ 1944 ຜູ້ນຳ ຫງວຽນອ໊າຍກວັກ ໝາຍເຖິງປະທານ ໂຮ່ຈີມິນ ໄດ້ກັບຄືນເມືອປະເທດ ພາຍຫຼັງກວ່າໜຶ່ງປີຖືກກັກຂັງຢູ່ຄຸກໃນປະເທດ ຈີນ. ພາຍຫຼັງໄດ້ຮັບຟັງທ່ານ ພົນເອກ ຫວໍງວຽນຢາບ ແລະ ສະຫາຍ ຫວູແອັງ ລາຍງານກ່ຽວກັບສະພາບຂະບວນການ ກາວບັ່ງ - ບັກກ້ານ - ຫຼ້າງເຊີນ ແລະ ຂໍ້ຕົກລົງລຸກຮື້ຂຶ້ນ ຂອງຄະນະພັກລະຫວ່າງແຂວງ, ປະທານ ໂຮ່ຈີມິນ ໄດ້ອອກຄຳສັ່ງໂຈະການລຸກຮື້ຂຶ້ນນັ້ນໄວ້  ແລະ ອອກຄຳສັ່ງສ້າງຕັ້ງກອງທະຫານໂຄສະນາປົດປ່ອຍ. ປະທານ ໂຮ່ຈີມິນ ໄດ້ມອບໝາຍໜ້າທີ່ສ້າງຕັ້ງກອງ ໃຫ້ທ່ານ ພົນເອກ ຫວໍງວຽນຢາບ. ໃນເວລາ 17 ໂມງຂອງວັນທີ 22 ທັນວາ ປີ 1944. ພິທີສ້າງຕັ້ງກອງທະຫານໂຄສະນາປົດປ່ອຍ ໄດ້ຖືກຈັດຂຶ້ນຢ່າງສົມກຽດຢູ່ທີ່ນີ້. ຕໍ່ໜ້ານັກຮົບທຸກໆຄົນ, ພົນເອກ ຫວໍງວຽນຢາບ ໄດ້ກ່າວສູນທອນພົດ ສ້າງຕັ້ງກອງທະຫານ ແລະ ຊີ້ແຈ້ງເຖິງໜ້າທີ່ຂອງກອງ ທີ່ມີຕໍ່ປະເທດຊາດ”.

      ນອນຢູ່ຫ່າງຈາກຫໍແຜ່ນສີລາປະມານ 30 ແມັດ, ເສັ້ນທາງດ້ວຍບັນດາຕົ້ນໄມ້ໃຫຍ່ປົກຄຸມໄປດ້ວຍຮົ່ມເຢັນ ໄດ້ພາແຂກທ່ອງທ່ຽວໄປຮອດແຖວເຮືອນພັກ ແລະ ເຮືອນຄົວ ເຊິ່ງເປັນຮູບຈຳລອງຂອງບ່ອນພັກ ແລະ ເຮືອນຄົວ ຂອງກອງທະຫານໂຄສະນາປົດປ່ອຍເມື່ອກ່ອນນີ້. ຈາກຫໍແຜ່ນສີລາ, ສືບຕໍ່ຂຶ້ນພູປະມານ 505 ຂັ້ນ, ແຂກທ່ອງທ່ຽວຈະຮອດຈອມພູ ຊາມກາວ ເຊິ່ງແມ່ນຈຸດສູງສຸດຂອງພູ ເຢັນຊິງ. ນາງ ຮົ່ງແຮັ້ງ ໃຫ້ຮູ້ຕື່ມອີກວ່າ:

      “ຈອມພູ ຊາມກາວ ແມ່ນບ່ອນທີ່ທ່ານ ພົນເອກ ຫວໍງວຽນຢາບ ໄດ້ເລືອກເອົາເພື່ອເປັນບ່ອນເບິ່ງສັງເກດ ເພື່ອກະກຽມໃຫ້ແກ່ການບຸກໂຈມຕີເຂົ້າປ້ອມ ຝ່າຍຂັດ. ຈາກຈອມພູກໍ່ສາມາດເບິ່ງສັງເກດທົ່ວບ້ານ ຝ່າຍຂັດ, ປ້ອມ ຝ່າຍຂັດ, ຖ້ຳ ຖ້ຳເຂົາ ນອນຢູ່ທາງຫຼັງປ້ອມ”.

         ບັນຈຸບັນປ້ອມ ຝ່າຍຂັດ ໄດ້ຮັບການບູລະນະ ປະຕິສັງຂອນເປັນຫໍວາງສະແດງເພີ່ມເຕີມ ຂອງເຂດປູຊະນີຍະສະຖານ ເຊິ່ງໄດ້ວາງສະແດງບັນດາຮູບພາບ ວັດຖຸພັນ ເຊິ່ງໄດ້ວາດພາບເຖິງພິທີສ້າງຕັ້ງ ຂອງກອງທະຫານໂຄສະນາປົດປ່ອຍ. ຈາກປ້ອມ ຝ່າຍຂັດ ອ້ຽວຂວາຕາມທາງປະມານ 20 ກິໂລແມັດອີກ ກໍ່ຈະຮອດປ້ອມ ນາເງິນ ເຊິ່ງແມ່ນຮ່ອງຮອຍສະຖານ ເປັນຂີດໝາຍວິລະກຳທີ່ລື່ຊາຜາກົດ ໃນຊຸມມື້ທຳອິດຂອງກອງທະຫານໂຄສະນາປົດປ່ອຍ. ເມື່ອມີໂອກາດມາຢ້ຽມຢາມເຂດປູຊະນີຍະສະຖານລະດັບຊາດພິເສດປ່າ ເຈິ່ນຮຶງດ້າວ, ແຂກທ່ອງທ່ຽວບໍ່ພຽງແຕ່ຊອກຮູ້ມູນເຊືອປະຫວັດສາດ ໃນຊຸມມື້ທຳອິດຂອງກອງທັບປະຊາຊົນ ຫວຽດນາມ ເທົ່ານັ້ນ ຫາກຍັງໄດ້ຄົ້ນຫາຢ້ຽມຊົມຄວາມງາມ ຂອງເຂດປ່າດົງດິບ. ຢູແຫ່ງນີ້ຍັງຄົງຮັກສາຄວາມຮົກເຮືຶ້ອ, ດິນຟ້າອາກາດເຢັນສະບາຍຕະຫຼອດປີ ອັນໄດ້ດຶງດູດ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມທັດສະນະສຶກສາ ຢ່າງຫຼວງ ຫຼາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ