ເຂດປູຊະນີຍະສະຖານວັດບ່າແດງນູ໋ຍງອກ

(vovworld) - ຈາກ​ທາງສາມ​ແຍກ ໂຮ່ງ​ຟູ໋ ນະ​ຄອນ ຝູຫຼີ (ແຂວງ​ຮ່າ​ນາມ), ໄປ​ຕາມ​ທາງຫຼວງ​ເລກ​ທີ 21 B ປະ​ມານ 10 ກມ ທ່ານ​ຈະເຫັນ​ຈອມ​ພູ​ຮູບ​ຫົວ​ມັງ​ກອນ, ຢູ່​ຕີນ​ພູ​ມີ​ວັນ​ເກົ່າ​ແກ່​ແຫ່ງ​ໜຶ່ງ ເຊິ່ງ​ປະ​ຊາ​ຊົນເຄີຍ​ເອີ້ນ​ວ່າ​ວັດ​ບ່າ​ແດງ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຊາວ​ຫວຽດ​ນາມ​ ເຄີຍໃຊ້ຄຳ​ສຸ​ພາ​ສິດ​ທີ່​ວ່າ “ເປົ່າ​ປ່ຽວ​ຄື​ວັດ​ບ່າ​ແດງ” ແລະ​​ກໍ່​ຍ້ອນ​ເຫດນີ້​ເອງ, ວັດ​ບ່າ​ແດງ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທີ່ດຶງ​ດູດນັກ​ທ່ອງ​ທ່ຽວຫຼາຍ​ຄົນ​ມາຢ້ຽມ​ຢາມເພື່ອ​ຊອກ​ຮູ້​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງວັດ​ທີ່​ມີ​ຊື່​ສຽງ​​ແຫ່ງນີ້..

ເຂດປູຊະນີຍະສະຖານວັດບ່າແດງນູ໋ຍງອກ  - ảnh 1

ຮູບພາບວັດ​ບ່າ​ແດງ, ພູ​ງອກ

(ພາບ: google.com.vn)

        ວັດ​ບ່າ​ແດງ ​ຍັງ​ມີ​ຊື່​ວ່າ “ບາວ​ເຊີນ​ຕື້” ຕັ້ງ​ຢູ່​ບ້ານ ແດງ​ຊ໋າ, ຕາ​ແສງງອກ​ເຊີນ, ເມືອງ​ກິມ​ບາງ, ຖືກ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວັດ​ວາ​ອາ​ຮາມ​ທີ່ສວຍ​ງາມ ແລະ ເກົ່າ​ແກ່​ທີ່​ສຸດ​ຂອງແຂວງ​ຮ່າ​ນາມ. ວັດ​​ຕັ້ງ​ຢູ່​ຕີນ​ພູ​ງອກ ແລະ ແຄມ​ແມ່ນ້ຳ​ໄດ໋, ດັ່ງ​ນັ້ນ​ທິວທັດ​​ທຳ​ມະ​ຊາດຢູ່ທີ່ນີ້​ຈຶ່ງ​ສວຍ​ງາມ​ທີ່​ສຸດ. ວັດ​ບ່າ​ແດງ ມີ​ເນື້ອ​ທີ່​ປະ​ມານ 10 ເຮັກ​ຕາ, ລວມ​ມີ 40 ຫ້ອງ, ດ້ວຍຫຼາຍ​ກິດ​ຈະ​ກຳ​ຄື: ຫໍ​ບູ​ຊາ, ຫໍ​​​ຕັ້ງແທ່ນ​ພະ​ພຸດ​ທະ​ເຈົ້າ, ຫໍ​ບູ​ຊາ​ເຈົ້າ​ແມ່, ຫໍ​ບູ​ຊາ​ບັນ​ພະ​ບຸ​ລຸດ…ວັດ​ບ່າ​ແດງແມ່ນ​ໜຶ່ງ​ໃນ​ບັນ​ດາ​ວັດ​ທີ່​ມີ​ຊື່​ສຽງ​ໃນ​ປະ​ຫວັດ​ສາດ​ຫວຽດ​ນາມ, ແມ່ນ​ກິດ​ຈະ​ກຳ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ຖື​ຂອງ​ຊາວ​ກະ​ສີ​ກອນ, ຜ່ານ​ການເຊື່ອ​ຖື​ເທວະດາ​​ຟ້າ​ແຖນຄື: ເມກ, ຝົນ, ຟ້າ​ແມບ, ຟ້າ​ຮ້ອງ… ນອກ​ຈາກ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ, ເທວະ​ດາ​ຟ້າ​ແຖນແລ້ວ, ວັດ​ບ່າ​ແດງ ​ຍັງ​ບູ​ຊາ​ເຈົ້າ​ແມ່ (ເຈົ້າ​ແມ່​ແດງ - ຜູ້​ທີ່​ມີ​ບຸນ​ຄູນ​ໃນ​ການ​ກໍ່​ຕັ້ງ​ໝູ່​ບ້ານ) ອີກ​ດ້ວຍ. ຕາມ​ເລື່ອງ​ລາວ​ທີ່​ເລົ່າ​ຂານ​ກັນ​ມາ​ແລ້ວ, ກ່ອນນີ້​ນັບ​ຮ້ອຍ​ປີ, ວັດ​ໄດ້​ຮັບ​ການ​ກໍ່​ສ້າງ​ຢູ່​ແຄມ​ປ່າ. ໃນ​ເບື້ອງ​ຕົ້ນ​ພຽງ​ແຕ່​ແມ່ນ​ວັດ​ນ້ອຍໆ​ທີ່​ເຮັດ​ດ້ວຍ​ໄມ້​ໄຜ່​ເທົ່າ​ນັ້ນ. ​ແຕ່ຮອດ​ສະ​ໄໝ​ເຈົ້າ​ຊີ​ວິດ Le Hy Tong (1663 – 1716) ວັດ​ຈຶ່ງ​ໄດ້​ຮັບ​ການ​ກໍ່​ສ້າງ​ຄືນ​ໃໝ່​ໃຫ້​ກວ້າງໃຫ​ຍ່​ ແລະ ​ສວຍກວ່າ​ເກົ່າ. ຢູ່​ເຂດ​ອ້ອມ​ວັດ​ໃນ​ເມື່ອ​ກ່ອນ​ເອີ້ນ​ວ່າ​ພູ​ເກິ໋ມ (ພູ​ຫ້າມ), ປະ​ຊາ​ຊົນ​ບໍ່​ໄດ້​ກໍ່​ສ້າງ​ເຮືອນ​ຢູ່​, ດັ່ງ​ນັ້ນ​ຢູ່​ອ້ອມ​ວັດ​ພຽງ​ແຕ່ມີ​ຕົ້ນ​ໄມ້​ອຸ່ມ​ທູ່ມ ແລະ ສັດ​ຮ້າຍເທົ່າ​ນັ້ນ, ອັນ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ບໍ່​ກ້າ​ໄປ​ຜ່ານ. ຍ້ອນ​ເຫດ​ນັ້ນ​ວັດ​ບ່າ​ແດງ ​ຈຶ່ງ​ມີ​ຄວາມສະ​ຫງົບງຽບ ແລະ ເປົ່າ​ປ່ຽວ. ທ່ານ Le Van Trinh, ອາ​ຍຸ 80 ປີ, ໃຫ້​ຮູ້​ວ່າ:

        “ໃນ​ເມື່ອ​ກ່ອນ, ວັດ​ແຫ້ງນີ້​ພຽງ​ແຕ່​ແມ່ນ​ຫໍ​ບູ​ຊາ​ນ້ອຍໆ​ເທົ່າ​ນັ້ນ, ແຕ່ຮອດ​ສະ​ຕະ​ວັດ​ທີ 15 16 ວັດ​​ໄດ້​ຮັບ​ການກໍ່​ສ້າງ​ໃຫ້​ກວ້າງ​ອອກ ແລະ ມາ​ຮອດ​ປະ​ຈຸ​ບັນ​ວັດ​ໄດ້​ຮັບ​ການ​ບຸ​ລະ​ນະ, ປະ​ຕິ​ສັງ​ຂອນ​ເຖິງ 5 ເທື່ອ​ແລ້ວ”.

ເຂດປູຊະນີຍະສະຖານວັດບ່າແດງນູ໋ຍງອກ  - ảnh 2

ແທນບູຊາໃນວັດ​ບ່າ​ແດງ, ພູ​ງອກ

(ພາບ: google.com.vn)

        ພູ​ງອກຕັ້ງ​ຢູ່​ແຄມ​ຝັ່ງ​ແມ່ນ້ຳໄດ໋, ​ສ້າງ​ເປັນທິວ​ທັດທຳ​ມະ​ຊາດ, ​ພູ​ຜາ​ປ່າ​ໄມ້​ທີ່​ສວຍ​ງາມ. ພູ​ງອກ ບໍ່​ສູງ​ປານ​ໃດ, ແຕ່​ພັດມີ​ຕົ້ນໄມ້​​ຂຽວ​ອຸ່ມ​ທູ່ມ. ເທິງ​ຈອມ​ພູ​ມີ​ຕົ້ນ si ທີ່​ມີ​ອາ​ຍຸນັບ​ຮ້ອຍ​ປີ. ວັດ​ບ່າ​ແດງ​ ແມ່ນ​ວັດ​ທີ່​ມີ​ຄວາມ​ສັກ​ສິດ​ທີ່​ສຸດ. ປະ​ຊາ​ຊົນຫຼາຍ​ຄົນ​ຈາກ​ແຫ່ງ​ທີ່​ຫ່າງ​ໄກໄດ້​ມາ​ແຫ່ງນີ້ເພື່ອ​ບູ​ຊາ. ຜູ້​ມີ​ອາ​ຍຸ​ສູງ​ມາ​ເພື່ອ​ພາ​ວະ​ນາ​ຂໍ​ໃຫ້​ການ​ປູກ​ຝັງ​ໄດ້​ຮັບ​ຜົນ​ດີ, ວຽກ​ເຮັດ​ງານ​ທຳ​ສະ​ດວກ​ສະ​ບາຍ, ສ່ວນ​ຄົນ​ໜຸ່ມ​ພັດ​ຢາກ​ໄດ້​ຮັບ​ຜົນ​ດີ​ໃນ​ການ​ຮ່ຳ​ຮຽນ ແລະ ມີ​ຄວາມ​ຮັກ​ຍື່ນ​ຍົງ.

        ຫ່າງ​ຈາກວັດ​ບ່າ​ແດງ ​ບໍ່​ໄກ​ປານ​ໃດ​ຍັງ​ມີ​ປູ​ຊະ​ນີ​ຍະ​ສະ​ຖານ​ທີ່​ມີ​ຊື່​ສຽງ​ອື່ນ​ອີກ​​ອ​ຫ່ງ​ໜຶ່ງ ເຊິ່ງນອນ​ໃນ​ເຂດ​ທັດ​ສະ​ນີ​ຍະ​ພາບ​ບ່າ​ແດງ - ພູ​ງອກ. ນັ້ນ​ແມ່ນ​ວິ​ຫານ​ຕຽນ​ອົງ (ເທວະ​ດາ) ເຊິ່ງ​ຕັ້ງ​ຢູ່​ພູ​ເຕືຶ້ອງ​ລິ້ງ. ​ວິ​ຫານ​ໄດ້​ຮັບ​ການ​ກໍ່​ສ້າງ​ແຕ່​ສະ​ໄໝເຈົ້າ​ຊີ​ວິດ Tran Nhan To​ng (1258 – 1308). ຕາມ​ເລື່ອງ​ລາວ​ທີ່ຊາວ​ທ້ອງ​ຖີ່ນເຄີຍ​ເລົ່າ​ຂານ​ກັນ​ມາ​​ແລ້ວ, ວິ​ຫານ​ໄດ້​ຮັບ​ການ​ກໍ່​ສ້າງ​ຂຶ້ນ​ເພື່ອ​ຈາ​ລຶກບຸນ​ຄູນຂອງ​ເທວະ​ດາ​ຕຽນ​ອົງ, ​​ຜູ້ມີ​ບຸນ​ຄຸນ​ໃນ​ການ​ປິ່ນ​ປົວ​ພະ​ຍາດ ກູ້​ເອົາ​ຊີ​ວິດ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ. ຢູ່​ອ້ອມ​ວິ​ຫານ​ຍັງ​ມີ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ ແລະ ໜອງ​ນ້ຳອີກ, ອັນ​ໄດ້ເຮັດ​ໃຫ້​ເຂດນີ້​ທັງມີ​ຄວາມ​​ງາມທັງ​ມີ​​ລັກ​ສະ​ນະສັກ​ສິດ​ອີກ​ດ້ວຍ. ປ້າ Tran Thi My, ຊາວ​ທ້ອງ​ຖີ່ນ​ຜູ້​ໜຶ່ງ, ໃຫ້​ຮູ້​ວ່າ:

        “ຄຽງ​ຂ້າງວິ​ຫານ​ເທວະ​ດາຕຽນ​ອົງ, ຍັງ​ມີ​ວິ​ຫານ​ບູ​ຊາ​ອໍ​ລະ​ຫັນ​ກາ,​ ວັດ​ຕາມ​ຢ໋າວ, ງູ້ດົ້ງ​ທີ​ເຊີນ, ວັດ​ແດງ, ວິ​ຫານ​ຈຸກ….ຢູ່​ແຄມ​ແມ່ນ​ນ້ຳ​ໄດ໋ອີກ. ນີ້​ແມ່ນ​ບັນ​ດາ​ທັດ​ສະ​ນີ​ຍະ​ພາບ​ທີ່​ໂດດ​ເດັ່ນ​ຂອງ​ແຂວງ​ຮ່າ​ນາມ) ”.

ເຂດປູຊະນີຍະສະຖານວັດບ່າແດງນູ໋ຍງອກ  - ảnh 3

ງານບຸນບູຊາໃນວັດ​ບ່າ​ແດງ, ພູ​ງອກ

(ພາບ: google.com.vn)

        ຢູ່​ເມືອງ​ກິມ​ບາງ ​ເວົ້າ​ສະ​ເພາະ ແລະ ແຂວງ​ຮ່າ​ນາມ ເວົ້າ​ລວມ, ໃນບໍ່​ວ່າ​ແຫ່ງ​ໃດ​ກໍ່​ມີ​ຮ່ອງ​ຮອຍ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ທີ່​ມີ​ມາ​ນັບ​ແຕ່​ດົນ​ນານ. ຢູ່​ທີ່ນີ້​ບັນ​ດາ​ເລື່ອງ​ລາວ, ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ຄື​ດັ່ງ​ໄດ້ເຈືອ​ຈານ​ເຂົ້າ​ກັບ​ທັດ​ສະ​ນີ​ຍະ​ພາບ ແລະ ຊີ​ວິດ​ຂອງ​ປະ​ຊາ​ຊົນ. ໃນ​ນັ້ນ​ວັດ​ບ່າ​ແດງ, ພູ​ງອກ, ວິ​ຫານ​ເທວະ​ດາ​ໄດ້​ຮັບ​ຖື​ວ່າ​ແມ່ນ​ແຫ່ງ​ພົ້ນ​ເດັ່ນ​ໃນ​ຈຳ​ນວນ​ທັດ​ສະ​ນີ​ຍະ​ພາບ, ພູ​ຜາປ່າ​ໄມ້ສວຍ​ງາມ 8 ແຫ່ງ​ຂອງ​ແຂວງ​ຮ່າ​ນາມ… ສິ່ງ​ດັ່ງ​ກ່າ​ວ​ໄດ້​ເຮັດ​ໃຫ້​ວັດ​ບ່າ​ແດງ, ພູ​ງອກ… ​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຊີ​ວະ​ພາບ - ວັດ​ທະ​ນະ​ທຳ​ທີ່​​ມີ​ຄວາມດູດ​ດື່ມ​ຢູ່​​ເມືອງກິມ​ບາງ, ແຂວງຮ່າ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ