ເຂດປ່າສະຫງວນແຫ່ງຊາດຊວນຖີໃນແຂວງ ນາມດິ້ງ

ເຂດປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີ ແມ່ນ​ເຂດ​ນ້ຳ​ຖ້ວມ​ແຫ່ງ​ທຳ​ອິດ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທີ່​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ສາ​ກົນ RAMSAR ຊຶ່ງ​ແມ່ນ​ສົນ​ທິ​ສັນ​ຍາອະ​ນຸ​ລັກ​ບັນ​ດາ​ເຂດ​ດິນ​ນ້ຳ​ຖ້ວມ​ທີ່​ມີ​ຄວາມ​ສຳ​ຄັນ​ສາ​ກົນພິ​ເສດ ແລະ ແມ່ນ​ແຫ່ງ​ອາ​ໄສ​ຂອງນົກຫຼາຍ​ຊະ​ນິດ​ຂອງ​ອີ​ຣານ​ໃນ​ປີ 1989. ປີ 2004, ອົງ​ການ UNESCO ໄດ້​ຮັບ​ຮອງວ່າ ນີ້​ແມ່ນ​ເຂດ​ແກ່ນ​ກາງ​ຂອງ​ເຂດ​ນິ​ເວດ​ທຳ​ມະ​ຊາດ​ໂລກ​ໃນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ. ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຊີ​ວະ​ພາບ​ທີ່​ຈັບ​ໃຈ​ໃຫ້​ບໍ່​ວ່າ​ຜູ້​ໃດ​ທີ່​ນິ​ຍົມ​ຊອກ​ຮູ້​ກ່ຽວ​ກັບ​ຊີ​ວິດ​ຂອງ​ນົກ​ອົບ​ພະ​ຍົບ ແລະ ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທຳ​ມະ​ຊາດ​ທີ່​ຮົກ​ເຮື້ອ.

 

ເຂດປ່າສະຫງວນແຫ່ງຊາດຊວນຖີໃນແຂວງ ນາມດິ້ງ  - ảnh 1

ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີ​ໃນ​ແຂວງ ນາມດິ້ງ

       ໂດຍ​ຖື​ກຕັ້ງ​ຢູ່​ຫ່າງ​ຈາກຮ່າ​ໂນ້ຍ​ປະ​ມານ 150 ກມ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີທີ່​ເມືອງ​ຢາວ​ຖີ, ແຂວງ​ນາມດິ້ງ ແມ່ນ​ມີ​ຊື່​ສຽງ​ຍ້ອນ​ມີເງື່ອນໄຂ​ທຳ​ມະ​ຊາດ ແລະ ເປັນ​ແຫ່ງ​ດຳ​ລົງ​ຊີ​ວິດ​ຂອງ​ສັດ, ພຶກ​ສາ​ຊາດ​ນັບ​ຮ້ອຍ​ຊະ​ນິດ. ຈຸດ​ພິ​ເສດ​ທາງ​ດ້ານ​ພູມີປະ​ເທດນີ້ ໄດ້​ສ້າງເປັນ​ເຂດ​ນິ​ເວດ​ທຳ​ມະ​ຊາດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ດ້ວຍ​ສັດ​ປາ, ພຶກ​ສາ​ຊາດ​ທີ່​ອຸ​ດົມ​ສົມ​ບູນ ແລະ ມີ​ຄ່າ​ຫາ​ຍາກ. ທ່ານ ຫງວຽນ​ຟຸກ​ໂຫ້ຍ, ຮອງ​ຜູ້​ອຳ​ນວຍ​ການ​ເຂດ ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີ ໃຫ້​ຮູ້​ວ່າ :

   “ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີ ມີ​ຈຸດ​ພິ​ເສດ​ສະ​ເພາະ​ແມ່ນ​ເຂດ​ປ່າ​ນ້ຳ​ຖ້ວມນອນ​ຢູ່ປາກ​ແມ່​ນ້ຳ, ແຄມ​ທະ​ເລ, ມີ​ລະ​ບົບຊີ​ວະ​ພາບ​ພິ​ເສດ ແມ່ນ​ລະ​ບົບ​ຊີ​ວະ​ພາບ​ພາກ​ເໜືອ​ຫວຽດ​ນາມ ນອນ​ຢູ່​ແຄມ​ທະ​ເລ. ເຂດປາ​ສະ​ຫງວນ​ລວມ​ມີ​ປາ​ນ້ຳ​ເຄັມ, ບັນ​ດາ​ລຳ​ຄອງ, ບຶງ ແລະ ຫາດ​ຊາຍ​ຕ່າງໆ ”

     ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີມີ​ຍອດ​ເນື້ອ​ທີ່ 12.000 ແຮັກ​ຕາ​ຊຶ່ງ​ຂຶ້ນ​ກັບ​ບໍ​ລິ​ເວນ​ປາກ​ແມ່​ນ້ຳ​ແດງ, ສ່ວນຫຼາຍ​ແມ່ນນອນ​ຢູ່​ບໍ​ລິ​ເວນ​ຕາ​ແສງ​ຢາວ​ຖ້ຽນ, ເມືອງ​ຢາວ​ຖີ, ແຂວງ​ນາມດິ້ງ ແລະ ແກ່​ຍາວ​ຜ່ານດອນ​ລູ, ດອນ​ຫງ້ານ, ດອນ​ແຊງ. ສະ​ເພາະ​ເນື້ອ​ທີ່​ເຂດ​ແກ່ນ​ກາງ​ແມ່ນ 7.100 ແຮັກ​ຕາ ຊຶ່ງ​ແມ່ນ​ດຳ​ລົງ​ຊີ​ວິດ​ຂອງ​ພຶກ​ສາ​ຊາດ 120 ປະ​ເພດ, ສັດ 500 ກວ່າ​ປະ​ເພດ ແລະ ສັດ​ປະ​ເພດ​ເລືອຄານ ແລະ ສະ​ເທີນບົກ​ສະ​ເທີນ​ນ້ຳ….

            ແຕ່​ລະ​ປີ, ນັບ​ແຕ່​ເດືອນ 10 ຫາ​ເດືອນ 3 ປີ​ໜ້າ, ນົກ​ອົບ​ພະ​ຍົ​ບ​ນັບໝື່ນ​ຄົນ​ທີ່ຫຼົບຫຼີກ​ອາດ​ໜາວ​ຢູ່​ພາກ​ເໜືອ ໄດ້​ເລືອກ​ເອົາເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີເພື່ອ​ເປັນ​ບ່ອນເຮັດ​ຮັງ ແລະ ຫາ​ກິ​ນ.  ໃນ​ຈຳ​ນວນ​ນົກ​ກວ່າ 200 ຊະ​ນິດທີ່​ປະ​ກົດ​ຕົວ​ຢູ່ ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີ, ແມ່ນ​ມີ​ນົກຫຼາຍ​ຊະ​ນິດ​ທີ່​ມີ​ຊື່​ໃນ​ປືຶ້ມ​ແດງ​ສາກ​ົນ. ມີຫຼາຍ​ໄລ​ຍະ​ທີ່ ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີ​ແມ່ນ​ບ່ອນ​ອາ​ໄສ​ຂອງ​ນົກ​ກວ່າ 4 ໝື່ນ​ຊະ​ນິດ. ນອກ​ຈາກນັ້ນ, ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີຍັງ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ຂອງ​ນົກ​ຫາ​ຍາກຫຼາຍ​ຊະ​ນິດ, ແມວ​ທະ​ເລ, ເຫງັນ, ນາ​ກນ້ຳ, ກຸ້ງ, ປາ, ກະປູ, ງູ, ຫອຍແຄງ….ທ່ານ ຫງວຽນ​ວັນ​ເຈື່ອງ ພະ​ນັກ​ງານ​ຢູ່ ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີ ເວົ້າ​ວ່າ 

    “ ຈາກ​ຫ້ອງ​ການ​ຄະ​ນະ​ຄຸ້ມ​ຄອງ ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີ​ໄປ​ຮອດ​ເຂດ​ແກ່ນ​ກາງ​ແມ່ນ​ຕ້ອງ​ຜ່ານ​ໄລ​ຍະ​ທາງ 3,5 ກມ. ໃນ​ສາຍ​ທາງ​ 3,5 ກມ ດັ່ງ​ກ່າວ​, ຕົ້ນ​ຕໍແມ່ນ​ເຂດ​ເຊ​ື່ອມ​ຕໍ່, ແມ່ນ​ລະ​ບົບ​ຊີ​ວະ​ພາບ, ບຶງ​ລ້ຽງ​ກຸ້ມ, ບັນ​ດາ​ເນື້ອ​ທີ່​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຂອງ​ຊາວ​ກະ​ສີ​ກອນ. ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີແມ່ນລື​ຊື່ດ້ວຍ​ນົກ​ອົບ​ພະ​ຍົບທີ່​ມີ​ຄ່າ​ຫາ​ຍາກຫຼາຍ​ຊະ​ນິດ ຊຶ່ງຖືກ​ບັນ​ທຶກໃນ​ປຶ້ມ​ແດງ”

     ມາ​ຮອດ​ຊວນ​ຖີ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ມີ​ຊີ​ວິດ​ໃນ​ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ​ຂອງ​ທຳ​ມະ​ຊາດ, ໄດ້​ສູບ​ເອົາ​ອາ​ກາດ​ທີ່​ປອດ​ໂປ່ງ, ໄດ້​ຮັບ​ຊົມ​ຝູງ​ນົກ​ຕ່າງໆ​ບິນ​ເຈີດ​ໄປ​ເຈີດ​ມາ. ທ່ານ ຫງວຽນ​ວັນ​ເຈື່ອງ ພະ​ນັກ​ງານ​ຢູ່ ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີ ໃຫ້​ຮູ້ວ່າ :

    “ ປະ​ຈຸ​ບັນ, ຍັງ​ແມ່ນ​ລະ​ດູ​ຂອງ​ນົກ​ອົບ​ພະ​ຍົບ. ນົກຫຼາຍ​ຊະ​ນິດ​ໄດ້​ອົບ​ພະ​ຍົບ​ຈາກ​ທາງ​ທິດ​ເໜ​ືອລົງ​ສູ່​ເຂດ​ທາງ​ທິດ​ໃຕ້, ຊວນ​ຖີ​ແມ່ນ​ບ່ອນຢູ່​ອາ​ໄສ​ເພື່ອຫຼົບຫຼີກ​ຄວາມ​ໜາວ​ຂອງ​ນົກຫຼາຍ​ຊະ​ນິດ. ຊວນ​ຖີ​ຍັງ​ເປັນ​​ບ່ອນ​ຢູ່​ອາ​ໄສຂອງ​ເປັດຫຼາຍ​ຊະ​ນິດ. ສ່ວນ​ຢູ່​ຕາມ​ຫາດ​ຊາຍ ກໍ​ແມ່ນ​ບ່ອນ​ຢູ່​ອາ​ໄສ​ຂອງ​ນົກ​ແຄມ​ຝັ່ງ​ທະ​ເລຫຼາຍ​ຊະ​ນິດ ”

       ທຸກລະ​ດູຢູ່​ຊວນ​ຖີ ກໍ​ລ້ວນ​ແຕ່​ນຳ​ມາ​ເຊິ່ງ​ຄວ​າມ​ຮູ້ສຶກ​ທີ່​ແຕກ​ຕ່າງ​ກັນ. ​ໃນ​ຍາມ ລະ​ດູ​ຮ້ອນ ແລະ ລະ​ດູ​ໃບ​ໄມ້ຫຼົ່ນ, ມາ​ຮອດ​ຊວນ​ຖີ ແມ່ນ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າກັບ​ອາ​ກາດ​ທີ່​ເຢັນ​ສະ​ບາຍ​ຍ້ອ​ນ​ມີ​ລົມ​ພັດຈາກ​ທະ​ເລ. ມາ​ຢ້ຽມ​ຢາມ​ຊວນ​ຖີໃນ​ຍາມລະ​ດູ​ໜາວ, ແຂກ​ທ່ອງ​ທ່ຽວ​ຈະ​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຝູງ​ນົກ​ບິນ​ເຈີດ​ໄປ​ເຈີດ​ມາ​ໃນ​ທ່າມ​ກາງ​ທ້ອງ​ຟ້າ​ແຈ່ມ​ໃສ. ນາງ ແທງ​ລານ, ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ : 

    “ ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ຈັກ​ຕາ​ນົກແປກ​ປະຫຼາດຫຼາຍ​ຊະ​ນິດໃນ​ທ່າມ​ກາງ​ທຳ​ມະ​ຊາດ​ທີ່​ຮົກ​ເຮື້ອ​ເປົ່າຫ​ວ່າງເຊັ່ນ​ນີ້.  ”

    ບໍ່​ມີ​ຫຍັງ​ທີ່​ຈັບ​ໃຈ​ກວ່າ​ເມື່ອ​ໄດ້​ໄປ​ທ່ຽວ​ໃນ​ທ່າມ​ກາງ​ເຂດ Ramsar. ນອກ​ຈາກ​ໄດ້ເຫັນ​ປະ​ຈັກ​ຕານົກທີ່​ມີ​ຄ່າ​ຫາ​ຍາກຫຼາຍ​ຊະ​ນິດ ຊຶ່ງຖືກ​ບັນ​ທຶກໃນ​ປຶ້ມ​ແດງແລ້ວ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຍັງ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທຳ​ມະ​ຊາດ ດິນ​ຟ້າ​ທະ​ເລ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ, ດ້ວຍ​ປ່າ​ຊາຍ​ເລນ​ທີ່​ກ້​ວາງ​ໃຫຍ່, ປ່າ​ສົນ​ຂຽວ​ອຸ່ມ​ທຸ່ມ ພ້ອມ​ກັບ​ສີ​ຂຽວ​ຂອງ​ຜັກ​ປົ້ງ ອັນ​ໄດ້​​ເຮັດ​ໃຫ້ເຂດ​ບ້ານ​ນາ​ຢາວ​ຖີ​ໃນ​ແຂວງ​ນາມດິ້ງ​ເພີ່ມ​ຄວາມ​ສວຍ​ງາມຫຼາຍ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ