ເຂດພູພຽງ ມົກເຈົາ, ສະຖານທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຢາມໃນມື້ທ້າຍສັບປະດາ


(vovworld)- ຢູ່​ໃນ​ຄວາມ​ສູງ 1050 ແມັດ​ ເມື່ອ​ທຽບ​ໃສ່​ຫນ້າ​ນ້ຳ​ທະ​ເລ, ດ້ວຍ​ທົ່ງ​ຫຍ້າກວ້າງກວ່າ 1600 ເຮັກ​ຕາ, ເຂດ​ພູ​ພຽງ ມົກ​ເຈົາ ໄດ້​ຮັບ​ການ​ຂະ​ຫນານ​ນາມ​ວ່າ ແມ່ນ ດາ​ລາດ ຂອງ​ເຂດ​ ໄຕ​ບັກ ເຂດ​ທາງ​ທິດຕາ​ເວັນ​ຕົກ​ສ່ຽ​ງ​ເຫນືອ ຫວຽດ​ນາມ. ນີ້​ແມ່ນ​ເຂດ​ໂດຍ​ທຳ​ມະ​ຊາດ​ດົນ​ບັນ​ດານ​ໃຫ້, ອາ​ກາດ​ເຢັນ​ສະ​ບາຍ​ຕະ​ຫລອດ​ປີ, ແມ່ນ​ສະ​ຖານ​ທີ​່​​ມີ​ຊັບ​ພະ​ຍາທ່ອງ​ທ່ຽວ​ຫລາຍ​ທີ່​ສຸດ​ຢູ່​ເຂດ​​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເຫນືອ ຫວຽດ​ນາມ. ໃນ​ຊຸມ​ປີ​ມໍ່ໆ​ມານີ້, ເຂດ​ພູ​ພຽງ ມົກ​ເຈົາ ໄດ້​ກາ​ຍ​ເປັນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ທັງຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ.

ເຂດພູພຽງ ມົກເຈົາ, ສະຖານທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຢາມໃນມື້ທ້າຍສັບປະດາ - ảnh 1
 ຊາ​ຢູ່ ມົກ​ເຈົາ

        ເສັ້ນ​ທາງ​ຈາກ ຮ່າ​ໂນ້ຍ ໄປ​ເຖິງ ມົກ​ເຈົາ ມີ​ຄວາມ​ຍາວ​ເກືອບ 200 ກິ​ໂລ​ແມັດ ປະ​ຈຸ​ບັນ​ໄດ້​ຮັບ​ການ​ເປີດກວ້າງ, ຫນ້າ​ທາງ​ຮາບ​ພຽງ ໄປ​ມາ​ສະ​ດວກ​ສະ​ບາຍ. ມົກ​ເຈົາ ​ແມ່ນດິນ​ແດນ​ທີ່​ສະ​ຫງົບ​ງຽບ, ອາ​ກາດ​ເຢັນ​ສະ​ບາຍ​ຕະ​ຫລອດ​ປີ ພ້ອມ​ກັບ​ຄວາມ​ງາມ​ທຳ​ມະ​ຊາດ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ໃນ​ໂອ​ກາດ​ທ້າຍ​ສັບ​ປະ​ດາ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທ່ານ​ນາງ ຟຸ່ງ​ທິ​ລືວ​ລີ, ຮອງ​ຫົວ​ຫນ້າ​ພະ​ແນກວັດ​ທະ​ນະ​ທຳ ເມືອງ ມົກ​ເຈົາ ໃຫ້​ຮູ້​ວ່າ: ໃນ​ມື້​ພັກ​ການ​ທ້າຍ​ສັບ​ປະ​ດາ ກໍ​ຄື​ໂອ​ກາດ​ບຸນ​ເຕັດ, ວັນ​ບຸນ​ອື່ນ, ນັກ​ທ່ອງ​ທ່ຽວ​ພາ​ກັນ​ໄປ​ທ່ອງ​ທ່ຽວ ມົກ​ເຈົາ ເປັນ​ຈຳ​ນ​ວນ​ຫລວງ​ຫລາຍ.

        “ອາ​ກາດ​ຢູ່ ມົກ​ເຈົາ ແມ່ນ​ແຕກ​ຕ່າງ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ອື່ນ. ມົກ​ເຈົາ ມີ 4 ລະ​ດູ​ຄື: ລະ​ດູ​ບານ​ໃຫມ່, ລະ​ດູ​ຫນາວ, ລະ​ດູ​ແລ້ງ, ລະ​ດູ​ໃບ​ໄມ້​ຫລົ່ນ. ໃນ​ມື້​ຫນຶ່ງ, ອາ​ກາດ​ດີ​ສຸດ ແມ່ນ 18-22 ອົງ​ສາ C ເຢັນ​ພໍ​ດີ. ມົກ​ເຈົາ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຈຸດ​ສຸມ. ໃນ 3-5 ປີ​ມາ​ນີ້, ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ມົກ​ເຈົາ​ຫລາຍກວ່າ. ຫນຶ່ງ​ໃນ​ບັນ​ດາ​ທ່າ​ໄດ້​ປຽບ​ຂອງ ມົກ​ເຈົ​າ ນັ້ນ​ແມ່ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ທ່ອງ​ທ່ຽວ.”

        ມົກ​ເຈົ​າ ແມ່ນ​ສະ​ຖານ​ທີ​່​ທ່ອງ​ທ່ຽວ​​ມີຊື່​ສຽງ ດ້ວຍດອກ​ໄມ້​ຫລາຍ​ຊະ​ນິດ. ໃນ​ລະ​ດູ​ບານ​ໃຫມ່, ດອກ​ຄາຍ, ດອກ​​ໝາກໝັ້ນ ຢູ​່​ທີ່ນີ້​ໄດ້ເບັ່ງ​ບານ​​​ເປັນ​ສີ​ຂາວ​ທີ່​ງາມ​ຕາໄປ​ທົ່ວ​ປ່າ, ພິ​ເສດໃນ​ມື້​ທ້າຍ​ປີ​ເກົ່າ ຕົ້ນ​ປີ​ໃຫມ່​ຮູບ​ພາບດອກ​ໝາກ​ໝັ້ນ​ຢູ່ ມົກ​ເຈົາ ໄດ້​ກາຍ​ເປັນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ ແລະ ຖ່າຍ​ຮູບ. ທຳ​ມະ​ຊາດ ຢູ່ ມົກ​ເຈົາ​ທັງ 4 ລະ​ດູ​ລ້ວນ​ແຕ່​ສວຍ​ງາມ ແລະ ແຕ່​ລະ​ລະ​ດູ​ແມ່ນ​ໄດ້​ຕິດ​ພັນ​ກັບ​ດອກ​ໄມ້​ຊະ​ນິດ​ຫນຶ່ງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ອ້າຍ ຟ້າມ​ມີ​ຈຽນ, ຜູ້​ນຳ​ທ່ຽວ ຂອງ​ບໍ​ລິ​ສັດ​ທ່ອງ​ທ່ຽວ ແຄງ​ຊີງ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ມົກ​ເຈົາ ມີ​ຄວາມ​ງາມ​ຕະ​ຫລອດ 4 ລະ​ດູ.  ລະ​ດູ​ຫນາວ ແມ່ນ​ລະ​ດູ​ຂອງດອກ​​ໄມ້​ປ່າ​ໄດ້​ເບັ່ງ​ບານ​ປົກ​ຄຸມ​ໄປ​ທົ່ວໂນນ​ພູ​ຂອງ ມົກ​ເຈົາ​ແມ່ນ​ປົກ​ຄຸມ​ໄປ​ດ້ວຍ​ສີ​ເຫລືອງ​ງາມ​ທີ່​ສຸດ. ລະ​ດູ​ບານ​ໃຫມ່ ແມ່ນ​ລະ​ດູ​ຂອງດອກ​ໝາກໝັ້ນ, ດອກ​ຄາຍ. ເດືອນ 3 ແມ່ນ​ລະ​ດູ​ຂອງດອກ​ບານ. ຮອດລະ​ດູ​ຮ້ອນ ແມ່ນ​ລະ​ດູ​ຂອງ​ໝາກ​ໄມ້. ເມື່ອ​ມາ​ຢ້ຽມ​ຢາມ​ບັນ​ດາ​ບ້ານ​ຂອງ​ຊາວ​ເຜົ່າ​ມົ້ງ​ເມື່ອຍ່າງ​ໄປ​ເລາະ​ຫລິ້ນ​ຢູ່​ອ້ອມ​ແອ້ມ​ບ້ານ ທ່ານ​ທັງ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ທັງ​ເດັດ​ເອົາ​ໝາກ​ໄມ້​ມາ​ກິນ. ສ່ວນ​ລະ​ດູ​ໃບ​ໄມ້​ຫລົ່ນ ແມ່ນ​ລະ​ດູ​ທີ່​ຊາວ​ຊົນ​ເຜົ່າ​ຕ້ອນ​ຮັບ​ບຸນ​ເຕັດ. ຊາວ​ເຜົ່າ​ມົ້ງ​ຢູ່​ທີ່​ນີ້ ຖື​ວັນ​ທີ 2/9 (ວັນ​ຊາດ​ຂອງ​ຫວຽດ​ນາມ) ແມ່ນ​ບຸນ​ເຕັດ​ໃຫຍ່ກວ່າ​ໝູ່​, ຖັດ​ມາ​ແມ່ນ​ບຸນ​ເຕັດ​ປະ​ເພ​ນີ ຊື່ງ​ຖືດ​ຈັດ​ຂຶ້ນ​ໃນ​ເດືອນ 11 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ແລະ ແກ່​ຍາວກວ່າ 1 ເດືອນ.”

        ບໍ່​ພຽງ​ແຕ່​ເທົ່າ​ນັ້ນ ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ມົກ​ເຈົາ ຍັງ​ໄດ້​ຄົ້ນ​ຫາ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຫລາຍ​ແຫ່ງ​ຄື: ຖ້ຳ ເຊີນ​ມົກ​ເຮືອງ ຫລື ເອີ້ນ​ວ່າ ຖ້ຳ​ເຈຍ ຍັງ​ຮັກ​ສາຄວາມ​ງາມ​ແບບ​ທຳ​ມະ​ຊາດ​ໄວ້ ຄື​ດັ່ງ​ຜະ​ລິດ​ຕະ​ພັນ​ສິ​ລະ​ປະ​ເຮັດ​ດ້ວຍ​ຫີນ. ນອກນັ້ນ ຍັງ​ມີ​ນ້ຳ​ຕົກ​ຕາດ ບ້ານ​ຫວັດ, ປ່າ​ແປກ ບ້ານ​ອາງ​ທີ່ກວ້າງ​ໃຫຍ່. ຄຽງ​ຄູ່​ກັນ​ນັ້ນ ອາ​ຫານ​ການ​ກິນ ຢູ່ ມົກ​ເຈົາ  ​ກໍ​ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ດ້ວຍ​ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​ທ້ອງ​ຖິ່ນ​ຄື: ຈື​ນ​ຊີ້ນ​ງົວ​ນ້ອຍ ມີ​ລົດ​ຊາດ​ຫວານ​ຫອມ​ຂອງ​ຊີ້ນ​ງົວ​ນ້ອຍ​ຈາກ ​ນິ​ຄົມ​ກະ​ເສດ​ລ້ຽງ​ງົວ​ນົມ ມົກ​ເຈົາ​, ເຍື່ອງ​ອາ​ຫານ​ທີ່​ປຸ້ງ​ແຕ່ງ​ຈາກ​ຜັກ​ກາດ​ຂອງ​ຊົນ​ເຜົ່າ​ມົ້ງ ຫລື ເຍື່ອງ​ອາ​ຫານ​ແກງ​ຊີ້ນ​ໝູ​ໃສ່​ເຜືອກ​ທີ່​ມີ​ກີ່ນ​ຫອມ​ແບບ​ທຳ​ມະ​ຊາດ.

ເຂດພູພຽງ ມົກເຈົາ, ສະຖານທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຢາມໃນມື້ທ້າຍສັບປະດາ - ảnh 2
ດອກ​ໝາກ​ໝັ້ນ

ນັ້ນ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໄດ້​ຮັບ​ການ​ລ້ຽງ ປູກ ປຸ້ງ​ແຕ່ງ ຢູ່ ມົກ​ເຈົາ ຮັບ​ປະ​ກັນ​ຫລັກ​ອະ​ນາ​ໄມ​ຄວາມ​ປອດ​ໄພ​. ທ່າ​ໄດ້​ປຽບ​ທັງ​ໝົດ​ເຫລົ່າ​ນັ້ນ ໄດ້​ເຮັດ​ໃຫ້ ມົກ​ເຈົາ ມີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃນ​ໂອ​ກາດ​ທ້າຍ​ສັບ​ປະ​ດາ ຫລື​ວັນ​ບຸນ​ອື່ນ. ທ່ານ​ນາງ ຟຸ່ງ​ທິ​ລືວ​ລີ, ຮອງ​ຫົວ​ຫນ້າ​ພະ​ແນກວັດ​ທະ​ນະ​ທຳ ເມືອງ ມົກ​ເຈົາ ໃຫ້​ຮູ້​ຕື່ມ​ອີກວ່າ:

        “ໃນ​ຊຸມມື້ມໍ່​ມານີ້ ມົກ​ເຈົາ​ນອນ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ທ​ອ່ງ​ທ່ຽວ​ຈຸດ​ສຸມ​ຂອງ​ເຂດ ໄຕ​ບັກ. ມົກ​ເຈົາ ມີ​ທ່າ​ໄດ້​ປຽບ​ຄື: ຜະ​ລິດ​ຕະ​ພັນ​ຊາ, ນ້ຳ​ນົມ ພິ​ເສດ ໄດ້​ຮັບ​ການ​ຮັບ​ຮູ້​ເປັນ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ມົກ​ເຈົາ. ສິ່ງ​ສຳ​ຄັນ ມົກ​ເຈົາ ແມ່ນ​ປະ​ຕູ​ຂອງ​ແຂວງ ເຊີນ​ລາ ທີ່ມີ​ດິນ​ຟ້າອາ​ກາດ​ເອື້ອ​ອຳ​ນວຍຄວາມ​ສະ​ດວກ ແລະ ກໍ​ແມ່ນ​ສະ​ຖານ​ທີ່ໃກ້​ກັບ ຮ່າ​ໂນ​້ຍ. ມົກ​ເຈົາ ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ທັງຢູ່ ພາຍ​ໃນ ແລະ ຕ່າງ​ປະ​ເທດ ແລະ ກໍ​ແມ່ນ​ສະ​ຖານ​ທີ່​ຊີ​ວະ​ພາບ​ອຸ​ດົມ​ສົມ​ບູນ, ເຢັນ​ສະ​ບາຍ​ຂອງ​ເຂດ​ພູ​ພຽງ.”

ເຂດພູພຽງ ມົກເຈົາ, ສະຖານທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຢາມໃນມື້ທ້າຍສັບປະດາ - ảnh 3
ຊາວ​ຊົນ​ເຜົ່າ​ພວມ​ເກັບ​ໝາກ​ໝັ້ນ

        ມາ​ຢ້ຽມ​ຢາມ ມົກ​ເຈົາ ນັກ​ທ່ອງ​ທ່ຽວ​ໄດ້​ສູບ​ອາ​ກາດ​​ທີ່ປອດ​ໂປ່ງ, ໄດ້​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ ພ້ອມ​ກັບ ​ໄດ້​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​ທ້ອງ​ຖິ່ນ ນັ້ນ​ກໍ​ແມ່ນ​ສາຍ​ເຫດ​ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ມົກ​ເຈົາ ໃນ​ມື້​ພັກ​ການ​ນັບ​ມື້​ນັບ​ຫລາຍ.  

ຕອບກັບ

ຂ່າວ/ບົດ​ອື່ນ