ເຂດມູຍກ່າເມົາ

(vovworld) - ໂດຍ​ແມ່ນ​ຊາວ​ຫວຽດນາມ, ​ໃຜໆ​ກໍ່​ຢາກ​ໄດ້​ມາ​ຢ້ຽມຢາມ​ມູຍ​ກ່າ​ເມົາ, ​ເຊິ່ງ​ແມ່ນ​ຕອນ​ດິນ​ໃຕ້​ສຸດ​ຂອງ​ຫວຽດນາມ. ມາ​ຢ້ຽມຢາມ​ກ່າ​ເມົາ ​ແມ່ນ​ມາ​ຢ້ຽມຢາມ​ທະ​ເລ, ປ່າ​ໄມ້ ​ແລະ ​ໄດ້​ສຳ​ພັດ​ກັບ​ຫຼັກ​ໝາຍ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ. ​

        ​ມູຍກ່າ​ເມົາ​ແມ່ນ​ແຫຼມ​ແຫ່ງ​ໜຶ່ງຢູ່​ຕອນ​ໃຕ້​ສຸດ​ຂອງ​ຫວຽດນາມ, ທີ່​ຂຶ້ນ​ກັບ​ບ້ານ ມູຍ, ຕາ​ແສງ​ເດິ​ດມູຍ, ​ເມືອງ​ງອກ​ຮ໋ຽນ, ຫ່າງ​ຈາກ​ນະຄອນ​ກ່າ​ເມົາ​ກວ່າ 100 ກມ. ​ເດິ​ດມູຍກ່າ​ເມົາ ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ເມື່ອ​ທ້າຍ​ສະຕະວັດ​ທີ 17, ຕົ້ນ​ສະຕະວັດ​ທີ 18.

ເຂດມູຍກ່າເມົາ - ảnh 1
ຫຼັກໝາຍປະຊາທິປະໄຕ GPS0001 ຢູ່ບ່ອນໃຕ້ສຸດຂອງຫວຽດນາມ
(ພາບ: google.com.vn)

        ​ລ່ອງ​ເຮືອ​ຈາກ​ນະຄອນ​ໂຮ່ຈີ​ມິນ​ໄປ​ຍັງ​ຕາ​ແສງ​ເດິ​ດມູຍ ພາຍ​ໃນ​ເວລາ 3 ຊົ່ວ​​ໂມງ, ​ເພື່ອນ​ຈະ​ເຫັນ​ປະຈັກ​ຕາ​ຊີວິດ​ຂອງ​ຊາວ​ເດິ​ດມູຍ, ດ້ວຍ​ເຮືອນ​ນ້ອຍໆທີ່​ໂປ​ໂລ​ອອກ​ລຽບ​ຕາມ​ສອງ​ພາກຝັ່ງ, ຮ້າ​ນຂາຍ​ສິນຄ້າ, ສະ ຖານ​ນີ​ເກັບ​ຊີ້​ສິນ​ທະ​ເລ, ຕະຫຼາດ…  ອາກາດ​ຢູ່​ທີ່​ນີ້​ເຢັນ​ສະບາຍ ​ແລະ ສະຫງົບ​ສຸກ

        ​ເຮືອຈັກ​ທີ່​ຂົນ​ສົ່ງ​ແຂກ​ມາ​ຢ້ຽມຢາມມູຍກ່າ​ເມົາ​ບໍ່​ແມ່ນ​ເລື່ອງ​ທີ່​ໃໝ່​ອ່ຽມສຳ​ຫຼັບ​ປະຊາຊົນ​ຢູ່​ແຫ່ງ​ນີ້​ອີກ. ຍ້ອນ​ເຫດ​ນັ້ນ, ​ເມື່ອ​​ເຂົ້າ​ມາ​ຮອດ​ຝັ່ງ​ໄດ້​ມີ​ລົດຈັກ​ຫຼາຍ​ຄັນ​ລໍຖ້າ​ເພື່ອ​ເຊີນ​ເພື່ອນ​ໄປ​ຄົ້ນ​ຫາ​ເຂດ​ດິນ​ແຫ່ງ​ນີ້. ​ເອື້ອຍ ​Huong Giang ພ້ອມ​ກັບ​ເພື່ອນ​ກຸ່ມ​ໜຶ່ງ, ມາ​ຈາກ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແບ່ງປັນ​ວ່າ:

        ”ພວກ​ຂ້າພະ​ເຈົ້າ​ແມ່ນ​ຜູ້​ທີ່​ມັກ​ໄປ​ທ່ອງ​ທ່ຽວ​ ໄດ້​ມາ​ຢ້ຽມຢາມ​ເດິ​ດ ມູຍ ​ແລະ ​ເຫັນ​ວ່າປະຊາຊົນ​ຢູ່​ທີ່​ນີ້​ມີ​ຄວາມ​ສະໜິດສະໜົມ​ຮັກ​ແພງ​ແຂກ​ຄົນ, ອັນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ພວກ​ຂ້າພະ​ເຈົ້າ​ ກ່ຽວ​ກັບ​​ເຂດດິນ​ແດນ​ແຫ່ງ​ນີ້. ການທ່ອງທ່ຽວ​ຄົ້ນ​ພົບ​ເດິ​ດມູຍຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຕິດ​ພັນ​ກັບ​ຊາວ​ກະ​ສີກ​ອນທີ່​ເຮັດ​ອາຊີບ​ຂົນ​ສົ່ງ​ແຂກ​ຢູ່​ທີ່​ນີ້. ​ເຂົາ​ເຈົ້າ​ຮູ້ຈັກ​​ດີ​ເຂດ​ດິນ​ແຫ່ງ​ນີ້, ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ມີ​ຄວາມອຸ່ນ​ອ່ຽນ​ໃຈ​ທີ່​ສຸດ. ສິ່ງ​ສຳຄັນ​ແມ່ນ​ລາຄາ​ຖືກ, ​ແລະ​ ​ພາຫະນະເພື່ອໄປທ່ອງ​ທ່ຽວຄົ້ນ​ຫາ​ຢູ່​ທີ່​ນີ້ ດ້ວຍ ລົດຈັກ​​ແມ່ນ​ສະດວກ​ທີ່​ສຸດ​”.

ເຂດມູຍກ່າເມົາ - ảnh 2

ກາເມົາຕອນດິນໃຕ້ສຸດຂອງຫວຽດນາມ

(ພາບ: google.com.vn)

        ສະຖານ​ທີ່​ທຳ​ອິດທີ່ແຂກຢາກມາຢາມນັ້ນແມ່ນຕອນໃຕ້ສຸດຂອງປະ ເທດຊາດ, ເຊິ່ງຂີດໝາຍ ດ້ວຍຫຼັກໝາຍ GPS0001. ​ເມື່ອ​​ໄດ້ສຳ​ພັດ​ກັບ​ຫຼັກ​ໝາຍ​ປະຊາທິປະ​ໄຕ, ອ້າຍ Phan Anh Tuan ພ້ອມ​ກັບ​ຄະນະ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ເລິ​ມດົ່ງ ລ້ວນ​ແຕ່​ຮູ້ສຶກ​ສະ​ເທືອ​ນ​ໃຈ.

        ”ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້າພະ​ເຈົ້າ​ມາ​ແຫ່ງ​ນີ້. ​ໂດຍ​ແມ່ນ​ຊາວ​ຫວຽດນາມຜູ້​ໜຶ່ງ, ​ເຄີຍ​ໄດ້​ອ່ານ, ​ໄດ້ຟັງຫຼາຍກ່ຽວ​ກັບ​ມູຍກ່າ​ເມົາແລ້ວ, ​ແຕ່​ເມື່ອມາ​ແຫ່ງ​ນີ້​ຈຶ່ງສາມາດ​ຮູ້​ໄດ້​ໝົດ​ວ່າ ປະ​ເທດ​ຕົນ​ຍາວ​ຄື​ແນວ​ໃດ. ຜ່ານ​  ປື້​ມໜັງສືພິມ, ສື່ມວນ​ຊົນ, ຂ້າພະ​ເຈົ້າ​ບໍ່​ທັນ​ນຶກ​ເຫັນ​ໄດ້, ​ແຕ່​ມາ​ແຫ່ງ​ນີ້​ຈຶ່ງ​ຮັບ​ຮູ້​​ໄດ້​ຄວາມ​ສັກກະ​ລະ​ບູຊາ​ຂອງ​ປະ​ເທດ​ຊາດ​”.

ເຂດມູຍກ່າເມົາ - ảnh 3

ປ່າ​ສະຫງວນ ມູຍກ່າ​ເມົາ ​ແມ່ນ​ແຫ່ງດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢາມ

(ພາບ: google.com.vn)

        ປ່າ​ສະຫງວນ ມູຍກ່າ​ເມົາ ກໍ່​ແມ່ນ​ສະຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢາມ. ​ໃນ​ແຕ່ລະ​ປີ, ​ເນື້ອ​ທີ່​ດິນ​ຂອງ​ປ່າ​ສະຫງວນ​​ໄດ້​ຮັບ​ການ​ຂະຫຍາຍ​ອອກ​ສູ່​ທະ​ເລ​ນັບ​ສິບ​ແມດ. ນີ້​ກໍ່​ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ມາ​ຢ້ຽມຢາມ. ລະບົບ​ພືດພັນ​ອຸດົມສົມບູນ ດ້ວຍ​ຫຼາຍ​ປະ​ເພດ​ທີ່​ຫາ​ຍາກ. ສ່ວນສັດ​ກໍ່​ມີ​ຫຼາຍ​ປະ​ເພດ​ເຊັ່ນ​ກັນ. ອ້າຍ Nguyen Chi Lam, ພະນັກງານ​ປ່າ​ສະຫງວນ​ມູຍກ່າ​ເມົາ, ​ໃຫ້​ຮູ້​ວ່າ:

        ”ປ່າ​ສະຫງວນມີ​ເນື້ອ​ທີ່ທັງ​ໝົດ​ແມ່ນ 41.000 ​ເຮັກຕາ, ​ໃນ​ປ່າ​ມີ​ສັດ​ທີ່​ມີຄ່າ​ຫາ​ຍາກ​​ຫຼາຍ​ປະ​ເພດ ​ເຊິ່ງ​ມີ​ຊື່​ໃນ​ປື້​ມປົກ​ແດງ ໝາຍ​ເຖິງ​ປື້​ມກ່ຽວ​ກັບສັດ​ອັນ​ລ້ຳ​ຄ່າ​ຄື: ລີງ​ຫາງ​ຍາວ, ງູ​ຈົງອາງນ້ຳ​, ນົກ​ນ້ຳ. ”.

        ກ່ຽວ​ກັບ​ພືດພັນ​ໃນ​ປ່າ​ຊາຍ​ເລນ​ມີ 22 ປະ​ເພດ. ​ໃນ​ນັ້ນມີ​ຮາກ​ໄມ້​ບາງ​ປະ​ເພດ​ສາມາດ​ຮັກສາ​ດິນ​ສັນ​ດອນບໍ່​ໃຫ້​​ດິນ​ເຊາະ​ເຈື່ອນ ສ້າງ​ເປັນ​ປ່າ​​ໄມ້ປ້ອງ​ກັນ​ແຄມ​ທະ​ເລ… ຕາມ​ບັນດາ​ນັກວິທະຍາສາດ​ແລ້ວ, ລະບົບ​ປ່າ​ຊາຍ​ເລນ​ຢູ່​ທີ່​ນີ້​ມີພືດ​ພັນ, ສັດສາ​ວາ​ສິ່ງ​ຫຼາຍອັນ​ດັບ​ສອງ​ຢູ່​ໂລກ, ພຽງ​ແຕ່​ຖັດຈາກ​ປ່າ​ຊາຍ​ເລນ Amazon ຢູ່​ອາ​ເມ​ລິ​ກາ​ໃຕ້ ​ເທົ່າ​ນັ້ນ. ທ່ານ Ly Hoang Tien, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ​ເດິ​ດມູຍ, ​ໃຫ້​ຮູ້​ວ່າ:

”​ເດິ​ດມູຍມີ​ປ່າ​ສະຫງວນ​ແຫ່ງ​ໜຶ່ງ​ໄດ້​ຮັບ​ການ​ຮັບ​ຮອງ​ວ່າ​ແມ່ນ​ເຂດ​ສະ​ສົມ​ຊີວະ​ນາໆ​ພັນ​ຂອງ​ໂລກ, ​ແມ່ນ​ສະຖານທີ່ທ່ອງ​ທ່ຽວ, ພັກຜ່ອນ​ຢ່ອນ​ອາລົມ ​ແລະ ຄົ້ນ​ຄ້ວາ​ວິທະຍາສາດ. ປະຈຸ​ບັນ, ປ່າ​ສະຫງວນ​ຍັງ​ຮົກ​ເຮື້ອ​ວ່າງ​ເປົ່າ, ບໍ່​ທັນ​​ໄດ້​ຮັບການ​ລົງທຶນ​ຢ່າງ​ເໝາະ​ສົມ. ຖ້າ​ໄດ້​ຮັບ​ການ​ລົງທຶນ, ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ, ນີ້​ແມ່ນ​ທ່າ​ສະດວກປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໃຫ້​ດີກ​ວ່າ​ເກົ່າ”

        ສ່ວນ​ອາຫານການ​ກິນ​ຢູ່​ເດິ​ດມູຍ ກໍ່ສ້າງ​ຄວາມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ແຫ່ງ​ນີ້​​ເປັນ​ພິ​ເສດ. ບັນດາ​ເຍື່ອງ​ອາຫານ​ພື້ນ​​ເມືອງ ທີ່ເຂັ້ມຂົ້ນ ດ້ວຍລົດຊາດອາຫານສົດຂອງພືດພັກ, ປູປານາໆຊະນິດ, ທັງແຊບນົວ ປະກອບກັບສຽງດົນຕີພື້ນເມືອງທີ່ອ່ອນຫວານຂອງທ້ອງ ຖິ່ນໄດ້ເຮັດ ໃຫ້ນັກທ່ອງທ່ຽວທຸກຄົນທີເຄີຍມາແຫ່ງນີ້ບໍ່ມີວັນທ່ີຈະລືມໄດ້

       

 

ຕອບກັບ

ຂ່າວ/ບົດ​ອື່ນ