ເຂດວັດທະນະທຳ ຖືກກໍ່ສ້າງຈາກໂຮງພິມເກົ່າ

(VOVWORLD) -ມີໂຮງພິມແຫ່ງໜຶ່ງຖືກປະລະ ໃນທາງຮ່ອມນ້ອຍໆ ຢູ່ຖະໜົນ ເຕິນເຊີນ ເມືອງ ດົ໊ງດາ ຮ່ານ້ຍ ໃນປັດຈຸບັນ ໄດ້ຮັບການປຸກສ້າງເປັນເຂດປະສົມ Complex 01 ທີ່ເປັນເອກະລັກ. ນີ້ແມ່ນເຂດທີ່ມີຫົວຄິດປະດິດສ້າງມີຫຼາຍໜ້າທີ່ ຖືກອອກແບບດ້ວຍຄຸນປະໂຫຍດລະຫຼິ້ນບັນເທີງ, ເຂດຂາຍເຄື່ອງ, ເຂດວັດທະນະທຳສິລະປະທີ່ຟົດຟື້ນທີ່ສະຫງວນໃຫ້ແກ່ປະຊາຊົນ ພິເສດແມ່ນດຶງດູດໄວໜຸ່ມ. 
ເຂດວັດທະນະທຳ ຖືກກໍ່ສ້າງຈາກໂຮງພິມເກົ່າ - ảnh 1ເຂດປະສົມ Complex 01

     ເຂດປະສົມ Complex 01 ໄດ້ຮັບການປຸກສ້າງບົນພື້ນທີ່ຂອງໂຮງພິມກຳມະບານເກົ່າ. ຢູ່ແຫ່ງນນີ້ເດັກນ້ອຍສາມາດລະຫຼິ້ນມ່ວນຊື່ນ ດ້ວຍການຫຼິ້ນພື້ນເມືອງ, ບາງຄົນກໍ່ສາມາດອ່ານປຶ້ມໃນຫໍສະໝຸດ, ວົງການນັກສິລະປິນກໍ່ສາມາດ ຈັດຕັ້ງງານວາງສະແດງ, ການໂອ້ລົມສົນທະນາ;  ນັກສືກສາກໍ່່ສາມາດຈັດຕັ້ງບັນດາເຫດການຕ່າງໆ. ເຂດປະສົມ Complex 01 ມີສະຖາປັດຕະຍາກຳປະສົມປະສານລະຫວ່າງແບບບູຮານ ແລະ ທັນສະໄໝ. ຢູ່ແຫ່ງນີ້ມີບໍລິເວນທີ່ກວ້າງໃຫຍ່ ໃກ້ຊິດຕິດແທດກັບທຳມະຊາດ, ນຳໃຊ້ແສງສະຫວ່າງທຳມະຊາດ. ນາງ ຫງວຽນຍືກວິ່ງ ສັງກັດຄະນະຄຸ້ມຄອງເຂດປະສົມ Complex 01 ໃຫ້ຮູ້ວ່າ:

    “ພວກຂ້າພະເຈົ້າມີຄວາມເຄົາລົບຕໍ່ປັດໄຈປະຫວັດສາດ, ບໍລິເວນນີ້ຍັງບໍ່ເຄີຍຢຸດລົງໃນການສ້າງຄຸນຄ່າ, ສະຖາປັດຕະຍາກຳຂອງບໍລິເວນນີ້ ແມ່ນສວຍງາມທີ່ສຸດ ຖືກປຸກສ້າງບົນພື້ນທີ່ເກົ່າຂອງໂຮງພິມ ໃນຊຸມປີແຫ່ງການປະຕິວັດອຸດສາຫະກຳ 1940 – 1960, ພວກຂ້າພະເຈົ້າຢາກສ້າງເຂດປະສົມທີ່ມີປັດໄຈຢ່າງພຽງພໍໃຫ້ແກ່ຊຸມຊົນ ດ້ວຍເຂດວັດທະນະທຳລະຫຼິ້ນບັນເທີງທີ່ສະຫງວນໃຫ້ທຸກໆຄົນ ເຊິ່ງຢູ່ ຮ່າໂນ້ຍ ພວມຂາດແຄນທີ່ສຸດ”.

     ເຂດຮັບໃຊ້ສ່ວນລວມ, ສະຖານທີ່ຈັດຕັ້ງເຫດການ, ບັນດາການເຄື່ອນໄຫວລະຫຼິ້ນບັນເທີງກໍ່ແມ່ນຫົວໃຈຂອງເຂດປະສົມ Complex 01. ດ້ວຍເນື້ອມີ່ປະມານ 100 ຕາແມັດ, ຢູ່ແຈນ້ອຍເບື້ອງຂວາ ກໍ່ມີການລະຫຼິ້ນຕ່າງໆທີ່ສະຫງວນໃຫ້ເດັກຄື ຂົວໄມ້, ຂີ່ຊິງຊາ, ຂີ່ມ້າ... ນັກເສບດົນຕີຍິງຄົນໜຶ່ງໃຫ້ຮູ້ວ່າ:

     “ໃນຫ້ອງນີ້ ເຮົາກໍ່ສາມາດ ດີດກີຕາ, ຫຼິ້ນເຄື່ອງດົນຕີຕ່າງໆ ເຮົາເຫັນວ່າເໝາະສົມທີ່ສຸດ, ຖ້າຫາກລະຫຼິ້ນຢູ່ເຂດທີ່ທັນສະໄໝກວ່ານັ້ນ ແມ່ນຕ້ອງຍ່າງໄປທາງນອກຂຶ້ນຊັ້ນສອງ ກໍ່ແທດເໝາະກັບໄວໜຸ່ມ”.

      ບໍ່ພຽງແຕ່ສ້າງເປັນເຂດຊີວະພາບໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍໃຫຍ່ກໍ່ຕາມ, ເຂດປະສົມ Complex 01 ຍັງຂະຫຍາຍບັນດາລິເວນລະຫຼິ້ນບັນເທີງ ທີ່ສະຫງວນໃຫ້ແກ່ທຸກເພດທຸກໄວອີກດ້ວຍ. ເຂດປະດິດຄິດສ້າງ ກະລິດຕີເວີກາລາ ແມ່ນສະຖານທີ່ສະຫງວນໃຫ້ແກ່ພວກນ້ອງເຍົາວະຊົນມັກອອກແບບກໍ່ສ້າງ ທົດລອງບັນດາການປະດິດຄິດສ້າງ ທາງດ້ານສະຖາປັດຕະຍາກຳ, ວິທະຍາສາດ ວິຈິດຕະກຳ. ໃນຫ້ອງນີ້ກໍ່ມີເຄື່ອງອຸປະກອນຄົບທຸກຊະນິດຄື ໄມ້ ເລື່ອຍ ແລະ ບັນດາຮູບແບບຕົວຢ່າງ. ນາງ ຫງວຽນທູຢວຽນ ຜູ້ມີລູກສອງຄົນເຂົ້າຮ່ວມໃນຊຸດຮຽນຢູ່ທີ່ນີ້ ໃຫ້ຮູ້ວ່າ:

      “ພວກລູກຂອງເຮົາໄດ້ເຂົ້າຮ່ວມຊຸດຮຽນນີ້ 5 ຕອນແລ້ວ ມື້ໃດກໍ່ຫວັງຢາກໄດ້ເຂົ້າຮ່ວມຊຸດຮຽນຢູ່ທີ່ນີ້. ທີ່ຈິງແລ້ວຄອບຄົວຂອງຂ້າພະເຈົ້າ ກໍ່ບໍ່ມີສະພາບແວດລ້ອມເຊັ່ນນີ້,ພວກເພື່ອນເຫຼົ່ານີ້ໄດ້ລະຫຼິ້ນ ໄດ້ສຳຜັດ ເຮົາກໍ່ຮູ້ສຶກຊົມຊອບທີ່ສຸດ ບັນດາເພື່ອນຊົມຊອບບັນດາການເຄື່ອນໄຫວຢູ່ທີ່ນີ້ ເຮົາກໍ່ຢາກໃຫ້ພວກເພື່ອນສ້າງຄວາມຊິນເຄີຍກັບບັນດາສິ່ງທີ່ໃໝ່ອ່ຽມ ແລະ ມີຜົນປະໂຫຍດຫຼາຍຢ່າງ”.

      ການຫັນປ່ຽນບັນດາຮາກຖານການຜະລິດເກົ່າກາຍເປັນເຂດປະດິດຄິດສ້າງແມ່ນທິດກ້າວເດີນ ໄດ້ຮັບການນຳໃຊ້ຈາກຫຼາຍປະເທດຢູ່ໃນໂລກ. ຢູ່ ຮ່າໂນ້ຍ ວິທີປະຕິບັດເນີ້ ພວມສ້າງພະລັງຊີວິດໃໝ່ໃຫ້ແກ່ເຂດເກົ່າ ທັງເປັນບ່ອນເກັບຮັກສາຄວາມຊົງຈຳ ອະນຸສອນ ແລະ ປະຫວັດສາດ ທັງນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ ຊຸກຍູ້ການປະດິດຄິດສ້າງສິລະປະ. ເຂດປະສົມ Complex 01 ແມ່ນເຂດວັດທະນະທຳທີ່ມີຊີວິດຊີວາ ຖືກຫັນປ່ຽນຈາກໂຮງພິມເກົ່າ ແມ່ນສະຖານທີ່ວັດທະນະທຳ ສິລະປະທີ່ດູດດື່ມ ປະກອບສ່ວນຕອບສະໜອງຄວາມຕ້ອງຊົມໃຊ້ວັດທະນະທຳໃຫ້ແກ່ປະຊາຊົນ. 

ຕອບກັບ

ຂ່າວ/ບົດ​ອື່ນ