ເຂົ້າໜົມຖົ່ວຂຽວ-ລົດຊາດພິເສດຂອງແຂວງຫາຍເຢືອງ

ແຂວງ​ຫາຍ​ເຢືອງ, ແຕ່​ດົນ​ນານ​ມາ​ແລ້ວ ໄດ້​ມີ​ຊື່​ສຽ​ງ​ດ້ວຍ​ບັນ​ດາ​​ເຍື່ອງອາ​ຫານ​ພິ​ເສດ ແລະ ອຸ​ດົມ​ສົ​ມບູນ, ແຕ່​ພົ້ນ​ເດັ່ນ​ຂຶ້ນ​ແມ່ນ​ຕ້ອງ​ເວົ້າ​ເຖິງ​ເຂົ້າໜົມ​ຖົ່ວ​ຂຽວ. ຈາກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ສີ​ກຳ​ເຊັ່ນ : ຖົ່ວ​ຂຽວ, ນ້ຳ​ຕານ, ນ້ຳ​ມັນ​ໝູ, ດ້ວຍ​ສີ​ມື​ອັນ​ຄ່ອງ​ແຄ້ວ​ຂອງ​ຊາວ​ຫາຍ​ເຢືອງ ໄດ້​ປຸງ​ແຕ່ງ​ເປັນ​ເຂົ້າ​ໜົມ​ຊະ​ນິດ​ໜຶ່ງ​ທີ່​ແຊບ, ຫອມ ແລ​ະ ດູ​ດ​ດື່ມ.

 

ເຂົ້າໜົມຖົ່ວຂຽວ-ລົດຊາດພິເສດຂອງແຂວງຫາຍເຢືອງ  - ảnh 1
ເຂົ້າໜົມຖົ່ວຂຽວ-ລົດຊາດພິເສດຂອງແຂວງຫາຍເຢືອງ

     ເຂົ້າໜົມ​ຖົ່ວ​ຂຽວຂອງ​ແຂວງ​ຫາຍ​ເຢືອງ ໄດ້​ເລີ່ມ​ມີ​ຊື່​ສຽງ​ນັບ​ແຕ່​ຮ້ອຍ​ປີ​ມານີ້ ແລະ ມັນ​ຕິດ​ພັນ​ກັບ​ເລື່ອງ​ລາວ​ກ່ຽວ​ກັບ​ເຈົ້າ​ຊີ​ວິດ​ບາວ​ດ້າຍ (1913-1997) . ຕາມ​ບັນ​ດາ​ຜູ້​ອາ​ຍຸ​ສູງ​ໃນ​ແຂວງ ເລົ່າ​ຄືນ​ສູ່​ຟັງ​ວ່າ : ​ໃນການສະ​ເດັດ​ໄປ​ຢ້ຽມ​ຢາມ​ແຂວງເທື່ອ​ໜຶ່ງຂ​ອງເຈົ້າ​ຊີ​ວິດ​ບາວ​ດ້າຍ, ປະ​ຊາ​ຊົນ​ຢູ່​ແຫ່ງນີ້​ໄດ້​ຖະ​ຫວາຍ​ເຂົ້າ​ໜົມ​ຊະ​ນິດ​ໜຶ່ງ​ທີ່​ປຸງ​ແຕ່ງ​ຈາກ​ຖົ່ວ​ຂຽວ, ນ້ຳ​ມັນ​ໝູ, ນ້ຳ​ຕານ. ເມື່​ອ​ຮັບ​ປະ​ທານ, ເຈົ້າ​ຊີ​ວິດ​ບາວ​ດ້າຍຮູ້​ສຶກວ່າ ແຊບ ແລະ ຫອມ​ດີ. ເມື​ອ່​ກັບ​ຄື​ພະ​ລາດ​ຊະ​ວັງ, ເຈົ້າ​ຊີ​ວິດ​ບາວ​ດ້າຍໄດ້​ອອກ​ພະ​ລາ​ດຊະ​ດຳ​ລັດ ຍ້ອງ​ຍໍເຂົ້າໜົມ​ຖົ່ວ​ຂຽວຂອງ​ຫາຍ​ເຢືອງ ແລະ ພະ​ອົງ​ໄດ້​ໃຫ້​ພິມ​ຮູບ​ມັງ​ກອນ​ຄຳໃສ່ເຈັ້ຍ​ຫຸ້ມ​ຫໍ່​ເຂົ້າ​ໜົມ. ນັບ​ແຕ່ນັ້ນ​ມາ, ເຂົ້າ​ໜົມ​ຊະ​ນິດນີ້ ຈຶ່ງ​ມີ​ຊື່​ວ່າ “ເຂົ້າໜົມ​ຖົ່ວ​ຂຽວມັງ​ກອນ​ຄ​ຳ​ຫາຍ​ເຢືອງ” . ນີ້​ແມ່ນເຄື່ອງໝາຍ​ການ​ຄ້າ​ສະ​ເພາະ​ຂອງ​ ເຂົ້າໜົມ​ຖົ່ວ​ຂຽວຫາຍ​ເຢືອງ​ເພື່ອ​ຈຳ​ແນກ​ກັບ ເຂົ້າໜົມ​​ຂອງ​ທ້ອງ​ຖິ່ນ​ອື່ນ​.  ທ່ານ ຫງວຽນ​ດິງ​ຢາງ ຮອງ​ປະ​ທານ ສະ​ຫະ​ສະ​ມາ​ຄົມ ເຂົ້າໜົມ​ຖົ່ວ​ຂຽວ​ຫາຍ​ເຢືອງ ໃຫ້​ຮູ້​ວ່າ :

      “ ພາຍຫຼັງ​ປະ​ເທດ​ຊາດ​ໄດ້​ໂຮມ​ເຂົ້າ​ກັນ​ເປັນ​ເອ​ກະ​ພາບ​ເມື​່ອ​ປີ 1975, ບັນ​ດາ​ຜູ້​ເຮັດເຂົ້າໜົມ​ຖົ່ວ​ຂຽວ​ໄດ້​ເລີ່ມຟື້ນ​ຟູ​ອາ​ຊີບ​ຜະ​ລິດ​ເຂົ້າໜົມຂອງ​ຫາຍ​ເຢືອງ. ນັບແຕ່ປີ 1980, ຫາຍ​ເຢືອງ​ມີ​ຮາກ​ຖານ​ຜະ​ລິດ​ເຂົ້າ​ໜົມ​ປະ​ມານ 80 ແຫ່ງ. ປະ​ຈຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ສືບ​ທອດອາ​ຊີບ​ທີີ່​ມີ​ມາ​ແຕ່​ດົນ​ນານນີ້ ແລະ ຍັງ​ຄົງ​ສາ​ມາດ​ຮັກ​ສາ​ຄຸນ​ນະ​ພາບ, ແຕ່​ໄດ້​ປັບ​ປຸງ​ເຕັກ​ໂນ​ໂລ​ຢີ​ການ​ຜະ​ລິດ, ດັ່ງ​ນັ້ນ, ເຂົ້າໜົມ​ຖົ່ວ​ຂຽວໃນ​ປະ​ຈຸ​ບັນ ສາ​ມາດ​ໄວ້​ໄດ້​ດົນ​ກວ່າ​ເມື່ອ​ທຽບ​ໃສ່​ກ່ອນນີ້. ”

      ກ່ຽວ​ກັບ​ເຄັດ​ລັບ​ໃນ​ການ​ຜະ​ລິດ ເຂົ້າໜົມ​ຖົ່ວ​ຂຽວ, ທ່ານ​ເລື່ອງ​ຊວນ​ຮາດ ສັງ​ກັດ​ບໍ​ລິ​ສັດ​ຜະ​ລິດເຂົ້າໜົມ​ຖົ່ວ​ຂຽວຢາ​ບາວ ໃຫ້​ຮູ້​ວ່າ : ເຖິງວ່າ ວັດ​ຖຸ​ດິບບໍ່​ມີຫຼາຍ​ຊະ​ນິດ​ກໍ​ຕາມ, ແຕ່​ການ​ປຸງ​ແຕ່ງ​ກໍ​ຍາກ​ທີ່​ສຸດ. ໂດຍ​ທົ່ວ​ໄປ​ແລ້ວ, ເມື່ອ​ຜະ​ລິດ​ເຂົ້າ​ໜົມ ແມ່ນ​ຕ້ອງ​ການ​ຖົ່ວ​ຂຽວ, ນ້ຳ​ຕານ, ນ້ຳ​ມັນ​ໝູ, ​ນ້ຳມັນ​ໝາກ​ພ້າວ ແລະ ນ້ຳ​ມັນ​ດອກ​ໝາກ​ກ້ຽງ​ໃຫຍ່. ວັດ​ຖຸ​ດິບ​ເຫຼົ້າ​ນັ້ນ ຖືກ​ປະ​ສົມ​ດ້ວຍ​ອັດ​ຕາ​ທີ່​ເໝາະ​ສົມ. ທ່ານ​ເລື່ອງ​ຊວນ​ຮາດ ສັງ​ກັດ​ບໍ​ລິ​ສັດ​ຜະ​ລິດເຂົ້າໜົມ​ຖົ່ວ​ຂຽວຢາ​ບາວ ເວົ້າ​ວ່າ : (ເທບ) “ ຈາກ​ສົ້ນ​ເຂົ້າ, ວັດ​ຖຸ​ດິບ​ຕ້ອງ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຢ່າງ​ໜັກ​ແໜ້ນ. ວັດ​ຖຸ​ດິບ​ຄື ​ຖົ່ວ​ຂຽວ , ນ້ຳ​ຕານ​ຕ້ອງ​ຮູ້​ແຈ້ງ​ຕົ້ນ​ກຳ​ເນີດ, ສາ​ມາດຮັບ​ປະ​ກັນຄຸນ​ນະ​ພາບ ແລະ ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ບໍ​ລິ​ສັດ. ເມ​ື່ອ​ນຳ​ເຂົ້າ​ມ້ຽນ​ໃນ​ສາງ ຕ້ອງ​ມີ​ວິ​ທີ​ຮັກ​ສາ. ເມັດ​ຖົ່ວ​ຂຽວ​ຕ້ອງແມ່ນ​ສະ​ໝ່ຳ​ສະ​ເໝີ, ບໍ່​ເປັນໂ​ໝກ. ຖ​້າເລືອກໄດ້​ຖົ່ວ​ຂຽວຊະ​ນິດໄສ້​ສີ​ເຫຼືອງ​ແມ່ນ​ດີ​ທີ່​ສຸດ. ຖົ່ວ​ຂຽວ​ຖືກ​ນຳໄປຂົ້ວດ້ວຍ​ລະ​ບົບ​ຕ່ອງໂສ້​ທັນ​ສະ​ໄໝ, ຮັບ​ປະ​ກັນຫຼັກ​ອະ​ນາ​ໄມ, ຄວາມ​ສະ​ອາດ. ເມື່ອ​ຖົ່ວ​ຂຽວ​ຖືກ​ຂົ້​ວ​ແລ້ວ, ຕ້ອງ​ແຍກ​ເປືອກ​ອອກ, ບົດ​ເປັນ​ແປ້ງ ແລະ ປະ​ສົມ​ກັບ​ວັດ​ຖຸ​ດິບ​ອື່ນໆ​ເພື່ອ​ເຮັດ​ເຂົ້າ​ໜົມ ”

     ປະ​ຈຸ​ບັນ, ເຂົ້າໜົມ​ຖົ່ວ​ຂຽວຫາຍ​ເຢືອງ​ໄດ້​ຖືກ​ສົ່ງ​ອອກ​ຂາຍ​ໃຫ້ຫຼາຍ​ປະ​ເທດ​ໃນ​ໂລກ ແລະ ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກຫຼາຍໆ​ຄົນ. ທ່ານ ຫງວຽນ​ດິງ​ຢາງ ຮອງ​ປະ​ທານ ສະ​ຫະ​ສະ​ມາ​ຄົມ ເຂົ້າໜົມ​ຖົ່ວ​ຂຽວ​ຫາຍ​ເຢືອງ ໃຫ້​ຮູ້​ວ່າ : 

   “ ເພື່ອ​ສົ່ງ​ອອກ​ຂາຍໃຫ້ຕ່າງ​ປະ​ເທດ, ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ດຳ​ເນີນ​ການ​ປັບ​ປຸງ​ເຕັກ​ນິກ​ການ​ຜະ​ລິດ​ເປັນ​ປະ​ຈຳ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ຜະ​ລິດ​ຕະ​ພັນ. ພວກ​ຂ້າ​ພະ​ເຈົ້າ​ກໍ​ເອົາ​ໃຈ​ປັບປຸງ​ກ່ຽວ​ກັບຮູບ​ແບບ​ສິນ​ຄ້າ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ. ນອກ​ຈາກນັ້ນ ພວກ​ຂ້າ​ພະ​ເຈົ້າ​ກໍ​ສາ​ມາດ​ສ້າງ​ຜະ​ລິດ​ຕະ​ພັນ​ເປັນຫຼາຍ​ຮູບຫຼາຍ​ແບບ​ດ້ວຍ​ການ​ຜະ​ລິດ​ແປ້ງ​ຖົ່ວ​ຂຽວ​ສຳ​ເລັດ​ຮູບ… ”

      ປະ​ຈຸ​ບັນ, ເຂົ້າໜົມ​ຖົ່ວ​ຂຽວຫາຍ​ເຢືອງ ໄດ້​ເປັນ​ອາ​ຫານ​ທີ່​ມີ​ຊື່​ສຽງ​ຂອງ​ທ້ອງ​ຖິ່ນ, ທັງ​ເປັນ​ຂອງ​ຂວັນ​ເພື່ອມອບ​ໃຫ້​ຍາດ​ພີ​ນ້ອງ, ຫມູ່​ເພື່ອນເມື່ອ​ຮອດ​ຍາມບຸນຫຼື​ເດີນ​ທາງ​ອອກ​ໄປ​ໄກ. ອ້ານ​ເຈີນ​ແມ້ງ​ຮ່າ ຢູ່​ຫາຍ​ຟ່ອງ​ໄປ​ເຮັດ​ວຽດ​ຢູ່​ໃຕ້​ຫວັນ​ປະ​ເທດ​ຈີນເວົ້າ​ວ່າ : 

   “ ເມື່ອ​ກັບ​ຄືນ​ບ້ານ​ແຕ່​ລະ​ເທື່ອ, ຂ້າ​ພະ​ເຈົ້າ​ກໍ​ລ້ວ​ນ​ແຕ່​ຊືື້ເຂົ້າໜົມ​ຖົ່ວ​ຂຽວ​ເປັນ​ຂອງ​ຕ້ອນໝູ່​ເພື່ອນ​ຢູ່​ໄຕ້​ຫວັນ. ເຂົາ​ເຈົ້າ​ຍັງ​ຝາກ​ເງິນ​ນຳ​ເຮົາ ເພື່ອ​ເພິ່ງ​ເຮົາ​ຊື້​ຊ່ວຍ. ເຂົ້າ​ໜົມ​ຢູ່​ໄຕ້​ຫວັນ​ແມ່ນ​ມີຫຼາຍ, ແຕ່​ກິນ ເຂົ້າໜົມ​ຖົ່ວ​ຂຽວ ແມ່ນ​ມີ​ລົດ​ຊາດ​ພິ​ເສດ​ຂອງ​ບ້ານ​ເກີດ​ເມືອງນອນ ”

      ຫາຍ​ເຢືອງ​ໃນ​ປະ​ຈຸ​ບັນ, ແມ່ນ​ມີກວ່າ 50 ເຄື່ອງ​ໝາຍ​ການ​ຄ້າ ເຂົ້າໜົມ​ຖົ່ວ​ຂຽວ​ເຊັ່ນ: ງວຽນ​ເຮືອງ, ບາວ​ລອງ, ບ້າ​ຕ້ຽນ, ຢາ​ບາວ…ຊາວ​ຫາຍ​ເຢືອງ​ເມື່ອ​ກ່ອນນີ້ ກໍ​ຄື​ໃນ​ປະ​ຈຸ​ບັນ, ຍາມ​ໃດ​ກໍ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເພາະ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ​ແມ່ນ​ແຫ່ງ​ຜະ​ລິດ​ອອກ ເຂົ້າໜົມ​ຖົ່ວ​ຂຽວ​ທີ່​ແຊບ ແລະ ຫອມ​ດີ, ໄດ້​ຮັບ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ຈາກ​ແຂກ​ຄົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ