ເຈົ້າກົກເຈົ້າເຫຼົ່າ Ksor Nhi - ແບບຢ່າງທີ່ດີເດັ່ນຢູ່ເຂດໄຕງວຽນ



ເຈົ້າກົກເຈົ້າເຫຼົ່າ Ksor Nhi  - ແບບຢ່າງທີ່ດີເດັ່ນຢູ່ເຂດໄຕງວຽນ - ảnh 1
ພາບປະກອບ .google.com.vn

    ​ໃນ​ຊີວິດ​ຂອງ​ວົງ​ຄະນາ​ຍາດ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ໄຕ​ຫງວຽນ, ຍາມ​ໃດ ເຈົ້າ​ກົກ​ເຈົ້າ​ເຫຼົ່າ ກໍ່​ມີ​ທີ່​ຕັ້ງ​ສຳຄັນ, ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຊາວບ້ານ ​ແລະ​ໄດ້​ຮັບ​ຖື​ວ່າ​ແມ່ນ​ແບບຢ່າງ​ທີ່​ດີ​ເດັ່ນ. ເຈົ້າ​ກົກ​ເຈົ້າ​ເຫຼົ່າ Ksor Nhi ຍາມ​ໃດ​ກໍ່​ມີໜ້າ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຄື​ຊາບ​ຊືມບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ຕະຫຼອດ​ຮອດ​ການ​ຂົນຂວາຍ​ປະຊາຊົນ​ມອບ​ໂອນ​ທີ່​ດິນ, ປະກອບ​ກຳລັງ​ເຫື່ອ​ແຮງ​​ໃຫ້​ແກ່​ການ​ກໍ່ສ້າງ​ກິດຈະກຳ​ສາທາລະນະ. ຍ້ອນ​ເຫດ​ນັ້ນ, ເຈົ້າ​ກົກ​ເຈົ້າ​ເຫຼົ່າ Ksor Nhi ບໍ່​ສາມາດ​ຈື່​ຈຳ​ໄດ້​ວ່າ​ຕົນ​ເອງ​ໄດ້​ພ້ອມ​ກັບ​ພະນັກງານ​ຕາ​ແສງ​, ບ້ານລົງ​​​​ໄປ ແຕ່​ລະ​ຄອບຄົວຈັກ​ເທື່ອ ​ເພື່ອ​ໂຄສະນາ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ຂໍ້​ກຳນົດ​ຂອງ​ໝູ່​ບ້ານ​ຕາ​ແສງ​… ທ່ານ​ຍັງ​ພ້ອມ​ກັບ​ໜ່ວຍ​ໄກ່​ເກ່ຍລົງ​ໄປ​ແຕ່​ລະ​ຄອບຄົວ​ທີ່​ມີ​ຄວາມ​ຂັດ​ແຍ້​ງ ກັນ ​ເພື່ອ​ອະທິບາຍ​ໃຫ້​ເຂົາ​ເຈົ້າ​ບໍ່​ເຮັດ​ສິ່ງ​ທີ່​ຜິດ​ພາດ, ຍ້ອນ​ເຫດ​ນັ້ນ, ຈຶ່ງ​ຮັກສາ​ໄດ້ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ໝູ່​ບ້ານ . ດັ່ງ​ນັ້ນ, ການ​ນຳຕາ​ແສງ​ເດິ​ດບັ່ງ ຈຶ່ງ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຍ້ອນ​ມີ​ບັນດາ​ຜູ້​ສຸດ​ຈິດ​ສຸດ​ໃຈ​ຄື ເຈົ້າ​ກົກ​ເຈົ້າ​ເຫຼົ່າ Ksor Nhi ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ຂັ້ນ​ເທິງ ກໍ່​ຄື​ຂອງ​ທ້ອງຖີ່​ນໄດ້​ມາສູ່​ປະຊາຊົນ​ໄວ​ກວ່າ. ທ່ານ Nay Brin, ປະທານ​ແນວ​ໂຮມ​ຕາ​ແສງ​ເດິ​ດບັ່ງ, ​ໃຫ້​ຂໍ້​ສັງ​ເກດ​ວ່າ:

    ”ຕາມທ່ານ Ksor Nhi ​ແລ້ວ. ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ເກີດ​ຂຶ້ນໃນ​ໝູ່ບ້ານຄື​ການ​ສົມລົດ, ການ​ພິພາດ​ທີ່​ດິນ, ການ​ຂົນຂວາຍ​ປະຊາຊົນ​ໄປ​ອອກ​ແຮງ​ງານ ທຳ​ການ​ຜະລິດ… ລ້ວນ​​ແຕ່​ສາມາດ​ແກ້​ໄຂ​ຕາມ​ກົດໝາຍ​ຂອງ​ລັດໄດ້. ​ທ່ານ​ເວົ້າອັນ​ໃດ​ປະຊາຊົນ​ກໍ່​ຟັງ​ຕາມ, ເພາະວ່າ​ທ່ານ​ແມ່ນເຈົ້າ​ກົກ​ເຈົ້າ​ເຫຼົ່າທີ່​ມີ​ຊື່​ສຽງ​ໃນ​ບ້ານ”

    ບໍ່​ພຽງ​ແຕ່​ເວົ້າ​ໃຫ້​ປະຊາຊົນ​ຟັງ​ຊື່ໆ​ເທົ່າ​ນັ້ນ, ຫາກເຈົ້າ​ກົກ​ເຈົ້າ​ເຫຼົ່າ Ksor Nhi ​ແລະ​ຄອບຄົວ​ຍາມ​ໃດ​ກໍ່​ແມ່ນ​ແບບຢ່າງນຳ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຢູ່​ທ້ອງ​ຖີ່​ນ. ຄອບຄົວ​ຂອງ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ Ksor Nhi ​ມີ 4 ລຸ້ນຄົນ​ຮ່ວມ​ດຳລົງ​ຊີວິດ​ນຳ​ກັນ​ຢ່າງ​ປອງ​ດອງ. ທ່ານ​ເຄີຍ​ຕັກ​ເຕືອນ​ລູກ​ຫຼານ​ວ່າ ຕ້ອງ​ໃຊ້​ກຳລັງ​ແຮງ, ພູມ​ປັນຍາ ​ແລະ ຝາ​ມື​ຂອງ​ຕົນ​ເພື່ອ​ຜະລິດ​ຈຶ່ງ​ມີ​ຂອງ​ກິນ​ຂອງ​ໃຊ້, ຂອງ​ໄວ້​ຂອງ​ເຫຼືອ. ຄອບຄົວ​ຂອງ​ທ່ານ​ໄດ້​ລົງທຶນ​ຊື້​ລົດ​ໄຖ​ຮັບ​ໃຊ້​ການ​ຜະລິດ, ປູກ​ເຂົ້າ​ບະເລ​ແນວ​ພັນ​ໃໝ່, ລ້ຽງ​ງົວ 10 ​ໂຕ, ລຽງ​ໝູ ​ແລະ​ໄກ່​ຕື່ມ​ອີກ. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ເຈົ້າ​ກົກ​ເຈົ້າ​ເຫຼົ່າ Ksor Nhi ຍັງ​ຂົນຂວາຍ​ປະຊາຊົນ​ພັດທະນາ​ເສດຖະກິດ​ຄອບຄົວ ​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີກ​ວ່າ. ປະຈຸ​ບັນ, ທັງ​ບ້ານ​ມາ​ຮີ​ງ ມີ 76 ຄອບຄົວ ດ້ວຍ​ພົນລະ​ເມືອງ 370 ຄົນ, ຈາກ​ສະພາບ​ທຸກ​ຍາກ​ຂາດ​ເຂີນ, ມາ​ຮອດ​ປະຈຸ​ບັນ, ຊາວບ້ານ​ມາ​ຮິງ ສາມາດ​ລົບ​ລ້າງ​ຄວາມທຸກ​ຍາກ​ອຶດ​ຫີ​ວ​ໄດ້ ​ແລະ​ ຊີວິດ​ນັບ​ມື້​ນັບ​ມີ​ການ​ປ່ຽນ​​ແປງ, ຫຼາຍ​ຄອບຄົວ​ໄດ້​ມີ​ໂທລະພາບ, ລົດຈັກ… ທ່ານ Ro Oteo, ຊາວບ້ານ​ມາ​ຮິງ, ​ໃຫ້​ຮູ້​ວ່າ:

    ” ເຈົ້າ​ກົກ​ເຈົ້າ​ເຫຼົ່າໄດ້​ຂົນຂວາຍ, ​ແນະນຳ​ພໍ່​ແມ່​ປະຊາຊົນ​ໃນ​ບ້ານ​ຜະ​ລິດ​ສົມທົບ​ກັບ​ການ​ລ້ຽງສັດ, ລ້ຽງ​ງົວ, ໝູ, ​ໄກ່​ຕື່ມ​ອີກ, ດັ່ງ​ນັ້ນ​ປະຈຸ​ບັນ​ບໍ່​ຖືກ​ອຶດ​ຫີ​ວຄື​ໃນ​ເມື່ອ​ກ່ອນ​. ບໍ່​ຖົກ​ຖຽງ​ກັນ, ຕີ​ກັນ, ຮ້າຍ​ດ່າ​ກັນ ​ເຮັດ​ໃຫ້​ຂາດ​ຄວາມ​ສາມັກ​ຄີ​ໃນ​ໝູ່​ບ້ານ, ​ໃຫ້​ລູກ​ຫຼານ​ໄປ​ໂຮງຮຽນ​ເພື່ອ​ຮູ້​ໜັງສື. ປະຊາຊົນ​ໃນ​ບ້ານ​ຮັກ​ແພງ, ​ເຊື່ອ​ໝັ້ນ ​ແລະ ຮູ້​ບຸນ​ຄຸນ ເຈົ້າ​ກົກ​ເຈົ້າ​ເຫຼົ່າຫຼາຍ”.

    ​ເຖິງ​ວ່າ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​ຂັ້ນ​ຕ່າງໆ​ຫຼາຍ​ໃບ​ກໍ່ຕາມ, ​ແຕ່ເຈົ້າ​ກົກ​ເຈົ້າ​ເຫຼົ່າ Ksor Nhi ຍັງ​ຄ່ຽມຄົມ​ທີ່​ຖື​ວ່າ, ທ່ານ​ເຮັດ​ໄດ້​ຄື​ແນວ​ນັ້ນ ​ແມ່ນ​ຍ້ອນ​ມີ​ຄວາມ​ຮັກ​ແພງຂອງ​ປະຊາຊົນ.

    ”ຂ້າພະ​ເຈົ້າ​ໄປ​ຂົນຂວາຍ​ປະຊາຊົນ, ​ແລະ ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ປະຊາຊົນ. ປະຊາຊົນ​ເຫັນ​ດີ​ເຫັນ​ພ້ອມ ອອກ​ແຮງ​ງານ​ທຳການ​ຜະລິດ, ພັດທະນາ​ເສດຖະກິດ, ຮັກສາ​ຊີວິດ​ເປັນ​ປົກກະຕິ”.

    ​ໂດຍ​ບໍ່​ແມ່ນ​ຕຳ​ແໜ່​ງທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​, ​ແຕ່​ບັນດາເຈົ້າ​ກົກ​ເຈົ້າ​ເຫຼົ່າຄືເຈົ້າ​ກົກ​ເຈົ້າ​ເຫຼົ່າ Ksor Nhi ຍັງ​ເຮັດ​ວຽກ​ງານ​ລວມຢ່າງ​ສຸດ​ຈິດ​ສຸດ​ໃຈ, ດ້ວຍ​ຄວາມ​ປາຖະໜາ​ວ່າ, ປະຊາຊົນ​ໃນ​ບ້ານ​ຍາມ​ໃດ​ກໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ພັກ, ​ເພື່ອ​ໃຫ້​ໝູ່​ບ້ານ​ນັບ​ມື້​ນັບ​ມີ​ຄວາມ​ອິ່ມໜຳສຳລານ ​ແລະ ສະຫງົບ​ສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ