ເຕິຍຢ່າງ ໃນແຂວງ ກວ໋າງນາມ - ສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ

(VOVWORLD) -ເມືອງ ເຕິຍຢາງ ທີ່ແຂວງ ກວ໋າງນາມ ໄດ້ຮັບການຕີລາຄາວ່າ ແມ່ນທ່ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນ ເພື່ອພັດທະນາການທ່ອງທ່ຽວສີຂຽວ ທ່ອງທ່ຽວຊຸມຊົນ.  ດ້ວຍຈຸດວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງພໍ່ແມ່ນພີ່ນ້ອງບັນດາເຜົ່າສ່ວນໜ້ອຍ, ດິນຟ້າອາກາດເຢັນສະບາຍ, ມີທິວທັດທຳມະຊາດຫຼາຍແຫ່ງ ແລະ ລະດັບການປົກຄຸມຂອງປ່າຢ່າງສູງ, ເຕິຍຢາງ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.
ເຕິຍຢ່າງ ໃນແຂວງ ກວ໋າງນາມ - ສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ - ảnh 1ມີແຂກທ່ອງທ່ຽວນັບພັນເທື່ອຄົນໄດ້ມາຢາມເຂດພູສູງເຕິຍຢາງ

     ໂດຍຖືກອຸປະມາດັ່ງນະຄອນ ດ່າຫຼາດ, ຊາປາ ຂອງພາກກາງ, ເຕິຍຢາງ ເປັນທີ່ຮູ້ຈັກກັນດີ ຍ້ອນແມ່ນເມືອງເຂດພູດອຍ ໃນແຂວງ ກວ໋າງນາມ ຫ່າງຈາກນະຄອນ ດ່າໜັງ - ໂຮ້ຍອານ ພຽງ 120 ກິໂລແມັດ ແລະ ນອນຢູ່ຈອມສາຍພູຫຼວງແຫ່ງເທບນິຍາຍ ເຊິ່ງແມ່ນແຫ່ງທີ່ມີນ້ຳໝອກກົ້ວ ເມກຄວັນຈາກເຮືອນຄົວ ແລະ ລົມຫາຍໃຈຂອງຊາວທ້ອງຖິ່ນໄດ້ປະສານເຂົ້າກັນສ້າງເປັນຄວາມງາມແບບຮົກເຮື້ອ ລຶກລັບມະຫັດສະຈັນ ເຮັດໃຫ້ມະນຸດຖືກຫຼົງໄຫຼ່. ບັນດາເນື້ອທີ່ປ່າ ໂລ່ງເລ່ງ ທີ່ເປັນມໍລະດົກ, ປ່າໄມ້ດູ່ ພ້ອມກັບວັດທະນະທຳທີ່ເປັນເອກະລັກສະເພາະ ຂອງພໍ່ແມ່ພີ່ນ້ອງເຜົ່າກະຕູ ໄດ້ສ້າງເປັນກຳລັງດຶງດູດໃຈແຂກທ່ອງທ່ຽວມາຢາມ ເຕິຍຢາງ. ພາຍຫຼັງການເຄື່ອນໄຫວທ່ອງທ່ຽວ ໄດ້ຮັບການຟື້ນຟູ, ມີແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ນັບ 1.000 ເທື່ອຄົນໄດ້ມາຢາມເຂດພູສູງແຫ່ງນີ້ ເພື່ອຄົ້ນຫາການທ່ອງທ່ຽວສີຂຽວ. ມີແຂກທ່ອງທ່ຽວບາງຄົນ ເວົ້າຄວາມໃນໃຈສູ່ຟັງວ່າ:

      “ມາແຫ່ງນີ້ ໄດ້ຮັບແສງຕາເວັນເມື່ອດວງອາທິດຂຶ້ນ ແລະ ໄດ້ຮັບຊົມກຸ່ມເມກເລື່ອນລອຍ ຢູ່ຈອມພູ ເຕິຍຢາງ ເຊິ່ງປຽບເໝືອນ ຊາປາ ຢູ່ພາກກາງ”.

     “ບໍ່ອາດວາດນຶກໄດ້ວ່າ ຢູ່ ຫວຽດນາມ ພັດຍັງມີເນື້ອທີ່ປ່າດົງດິບທີ່ສວຍສົດງົດງາມເຊັ່ນນີ້”

        ກໍ່ຍັງມີຫຼາຍສິ່ງທີ່ຕ້ອງເວົ້າເຖິງ ກ່ຽວກັບຄວາມພິເສດຂອງດິນແດນ ເຕິຍຢາງ ທີ່ປະຫຼາດໃຈ ແຕ່ພິເສດທີ່ສຸດແມ່ນແຂກທ່ອງທ່ຽວບໍ່ວ່າຜູ້ໃດ ເມື່ອມີໂອກາດມາຢາມແຫ່ງນີ້ກໍ່ລ້ວນແຕ່ມີຄວາມຕົກສະເງິ ຕໍ່ໜ້າທັດຊະນີຍະພາບທີ່ລື້ງເຄີຍ, ມັນບໍ່ແຕກຕ່າງກັນຫຍັງກັບທັດຊະນີຍະພາບຂອງເຂດ ເຕິຍບັກ ໝາຍເຖິງເຂດທາງທິດຕາເວັນຕາຕົກພາກເໜືອ ຫວຽດນາມ. ຢູ່ ເຕິຍຢາງ ຍັງມີບັນດາເສັ້ນທາງພູທີ່ເປັນໜ້າດູດດື່ມ ເຊິ່ງຈະບໍ່ນ້ອຍໜ້າກວ່າ ບັນດາເສັ້ນທາງທີ່ຄົດງໍຢູ່ເຂດ ເຕິຍບັກ ທີ່ຫ່າງໄກສອກຫຼີກ. ຊັບພະຍາກອນປ່າ ແລະ ວັດທະນະທຳທ້ອງຖິ່ນ ຖືກຊາວເຜົ່າ ກະຕູ ຢູ່ເມືອງ ເຕິຍຢາງ ແຂວງ ກວ໋າງນາມ ຖືວ່າ ແມ່ນສາງວັດຖຸປະເສີດ ໃນທ່າມກາງພູຜາປ່າໄມ້. ຕາມທ່ານ ປອ ຫວະງອກລອງ ອະດີດຫົວໜ້າສະຖາບັນຊີວະວິທະຍາພາກໃຕ້,  ເມືອງ ເຕິຍຢາງ ມີທ່າໄດ້ປຽບຫຼາຍຢ່າງ ເພື່ອພັດທະນາການທ່ອງທ່ຽວຊຸມຊົນ ໂດຍອີງໃສ່ບັນດາເນື້ອທີ່ປ່າດົງດິບທີ່ຍັງເຫຼືອ ຢູ່ສາຍພູຫຼວງ ພ້ອມກັນນັ້ນກໍ່ແມ່ນວັດທະນະທຳໝູ່ບ້ານ ດ້ວຍລັກສະນະວົງຄະນາຍາດຈະແຈ້ງທີ່ສຸດຂອງເຜົ່າ ກະຕູ. ທ່ານ ຫວູງອກລອງ ໃຫ້ຮູ້ວ່າ:

      “ແນວຄວາມຄິດສ້າງບັນດາເນື້ອທີ່ປ່າມໍລະດົກ ເພື່ອເປີດທາງພັດທະນາເປັນເຂດທ່ອງທ່ຽວ ໂດຍອີງໃສ່ວົງຄະນາຍາດ ໄດ້ກາຍເປັນສະຖານທີ່ດຶງດູດຄວາມສົນໃຈຂອງເພື່ອນມິດໃນທົ່ວໂລກ”.

    ມາຢ້ຽມຢາມ ເຕິຍຢາງ, ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມເຂດ ກົ່ງເຈີ່ຍ ອາຢຶດ ນອນຢູ່ເຂດຊາຍແດນ ຫວຽດນາມ - ລາວ ແມ່ນແຫ່ງມີຄວາມງາມມີລັກນະສະເພີນຈິດ ດ້ວຍບັນດາຖ້ຳລຶກລັບມະຫັດສະຈັນ. ເມື່ອບໍ່ດົນມານີ້ ຢູ່ເມືອງ ດົງຢາງ ແຂວງ ກວ໋າງນາມ ເຂດທ່ອງທ່ຽວທຳມະຊາດ ກົ່ງເຈີ່ຍ ດົງຢາງ ເຊິ່ງແມ່ນໂຄງການທ່ອງທ່ຽວທີ່ມີຂອບຂະໜາດໃຫຍ່ທີ່ສຸດໄດ້ຮັບການລົງທຶນ ຢູ່ແຂວງ ກວ໋າງນາມ ໄດ້ຖືກນຳເຂົ້າເຄື່ອນໄຫວ.  ທ່ານ ຫງວຽນວັນເລື້ອງ ປະທານຄະນະກຳມະການປະຊາຊົນເມືອງ ເຕິຍຢາງ ແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

     “ກຳລັງໜູນທຳອິດທີ່ພວກຂ້າພະເຈົ້າ ມີຄວາມຫວັງຢາກກໍ່ສ້າງນັ້ນແມ່ນລະບົບທາງຄົມມະນາຄົມເຊື່ອມຕໍ່ກັນ ເພາະວ່າໃນປັດຈຸບັນເສັ້ນທາງ ໄປມາກໍ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ພ້ອມກັບການກຳເນີດຂຶ້ນຂອງເຂດທ່ອງທ່ຽວທຳມະຊາດ ກົ່ງເຈີ່ຍ ດົງຢາງ ນັ້ນ  ຖ້າຫາກລະບົບທາງຄົມມະນາຄົມສາມາດເຊື່ອມຕໍ່ກັບເມືອງເຕິຍຢາງ ນັ້ນ ຂ້າພະເຈົ້າປາດຖະໜາວ່າ ບັນດາຄວາມສາມາດທາງດ້ານການທ່ອງທ່ຽວຂອງເມືອງ ເຕິຍຢາງ ຈະໄດ້ຮັບການປຸກລຸກໂດຍໄວ ແລະ ພັດທະນາໃນອະນາຄົດອັນໃກ້ໆນີ້”.

      ທ່ານ ເລຈີ໊ແທັງ ປະທານຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ໃຫ້ຮູ້ວ່າ ຕ້ອງພັດທະນາການທ່ອງທ່ຽວ ດຶງດູດການລົງທຶນເຂົ້າໃນເຂດພູດອຍ, ບັນດາແຂວງຢຶດໝັ້ນຕໍ່ທັດສະນະປ້ອງກັນ ແລະ ພັດທະນາລະບົບຊີວະພາບປ່າ, ອະນຸລັກຮັກສາວັດທະນະທຳທ້ອງຖິ່ນ ໃນຂະບວນວິວັດແຫ່ງການລົງທຶນ ແລະ ພັດທະນາການທ່ອງທ່ຽວ. ທ່ານ ເລຈີ໊ແທັງ  ກ່າວວ່າ:

      “ບັນດາໂຄງການລົງທຶນຢູ່ເຂດພູດອຍ ເປັນຕົ້ນແມ່ນລົງທຶນພັດທະນາ ການທ່ອງທ່ຽວກໍ່ລ້ວນແຕ່ໄດ້ຮັບການກວດກາ ແລະ ຕີລາຄາຢ່າງລະອຽດ ກ່ຽວກັບບັນດາຜົນກະທົບທີ່ມີຕໍ່ສິ່ງແວດລ້ອມ. ວຽກງານນີ້ ກໍ່ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມ, ມີວິໄສທັດ ແລະ ມີຄວາມສຸດຈິດສຸດໃຈຮັບຜິດຊອບຢ່າງສູງ”.

      ແຕ່ລະປີຮອດໄລຍະແຕ່ເດືອນ ຕຸລາ ຫາເດືອນ ກຸມພາ, ເມື່ອອາກາດເລີ່ມໜາວເຢັນ, ກຸ່ມເມກຍັງເລື່ອນລອຍຢູ່ອ້ອມແອ້ມພູ ຊ່ວງເວລານີ້ກໍ່ແມ່ນໄລຍະທີ່ສວຍສົດງົດງາມທີ່ສຸດ ເພື່ອໃຫ້ແຂກທ່ອງທ່ຽວພາກັນມາ ເຕິຍຢາງ ແລະ ໄດ້ເລີ່ມຕົ້ນການຮັບຊົມເມກເລື່ອນລອຍທີ່ງົດງາມໃນຈອມພູ ເກ໊ ໃນເມືອງ ເຕິຍຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ