ເປັນຊາວກະສິກອນປູກຜັກຢູ່ ໝູ່ບ້ານ ຈາເກວ- ໂຮ້ຍອານ

ໝູ່​ບ້ານປູກ​ຜັກ ຈາ​ເກວ ແມ່ນ​ສະ​ຖານ​ທີ່​ທ່ອ​ງ​ທ່ຽວ​ທີ່​ຂາດບໍ່​ໄດ້​ໃນ​ລາຍ​ການ​ທ່ອງ​ທ່ຽວ​ຄົ້ນ​ຫາ ໂຮ້ຍ​ອານ ຂອງ​ນັກ​ທ່ອງ​ທ່ຽວ. ໂດຍ​ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນ ໂຮ້ຍ​ອານ​ ແຂວງ ກວ໋າງ​ນາມ ປະ​ມານ 3 ກິ​ໂລ​ແມັດ, ໝູ່​ບ້ານ​ປູກ​ຜັກ ຈາ​ເກວ ໄດ້​ຢືນ​ຢັນ​ເຄື່ອງ​ໝາຍ​ການ​ຄ້າ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕົນ​ກັບ​ນັກ​ທ່ອ​ງ​ທ່ຽວ ດ້ວຍ​ລາຍ​ການ​ທ່ອງ​ທ່ຽວເປັນ​ຊາວ​ກະ​ສິ​ກອນ​ປູກ​ຜັກ​​ໃນມື້​ຫ​ນຶ່ງ​.      

                    ຈາກ​ນະ​ຄອນ​ໂຮ້ຍ​ອານ, ນັກ​ທ່ອງ​ທ່ຽວ​ເຄີຍ​ຂີ່​ລົດ​ຖີບ​​ໄປ​ຢ້ຽມຢາມ​ໝູ່​ບ້ານ​ປູກ​ຜັກ ຈາ​ເກວ. ໃນ​ໄລ​ຍະ​ກວ່າ 10 ປີ​ມານີ້, ຊາວ​ກະ​ສິ​ກອນ​ປູກ​ຜັກ​ຢູ່ ໝູ່​ບ້ານ ຈາ​ເກວ ​ໄດ້ລື້​ງ​ເຄີຍ​ກັບ​ຮູບ​ພາບ​ນັກ​ທ່ອງ​ທ່ຽວ​ຕ່​າງ​ປະ​ເທດ​ຫລາຍ​ຄົນ​ຂີ່​ລົດ​ຖີບ​ເປັນ​ຂະ​ບວນ​ໄປ​ຢ້ຽມ​ຢາມ​ໝູ່​ບ້ານ ແລະ ​ສະ​ໝັກ​ເປັນ​ຊາວ​ກະ​ສິ​ກອນ​ປູກ​ຜັກ. ໝູ​່​ບ້ານ​ປູກ​ຜັກ ຈາ​ເກວ ດ້ວຍ​ຜັກ​ຫອມ​ຫລາຍ​ປະ​ເພດ ແລະ ໄດ້​ຮັບ​ການ​ປູກ​ຝັງ​ຕາມ​ເຕັກ​ໂນ​ໂລ​ຊີ​ປອດ​ສານ​ພິດ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.  ປ້າ ໂດ​ທິ​ແທງ, ຊາວ​ກະ​ສິ​ກອນ​ປູກ​ຜັກ ຢູ່ ຈາ​ກວກ ໃຫ້​ຮູ້​ວ່າ:

   

ເປັນຊາວກະສິກອນປູກຜັກຢູ່ ໝູ່ບ້ານ ຈາເກວ- ໂຮ້ຍອານ - ảnh 1
ຊາວກະສິກອນແນະນຳວິທີປູກຜັກຫອມໃຫ້ແກ່ນັກທ່ອງທ່ຽວ
ພາບ:internet

          “ຜັກ​ຈາ​ເກວ ຫອມ​ຫລາຍ, ໃບ​ຜັກ​ນ້ອຍ. ຂ້​າ​ພະ​ເຈົ້າ​ປູກ​ຜັກ​ມາ​ເປັນ​ເວ​ລາ 20 ປີ​ແລ້ວ, ແລະ ຜັກ​ໃນ​ສວນ​ຂອງ​ຄອບ​ຄົວ​ສ່ວນ​ຫລາຍ​ແມ່ນ​ຂາຍ​ຍົກ. ຜັກ​ຫອມ​ຖືກໃຊ້​ໃນ​ອາ​ຫານ​ຫລາຍ​ເຍື່ອງ. ​ເມື່ອນັກ​ທ່ອງ​ທ່ຽວ​ມາ​ຢາມ, ບາງ​ຄົນ​ຢາກ​ປູກ​ຜັກ​ນຳ, ຂ້າ​ພະ​ເຈົ້າ​ກໍ່ເຊີນ​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ເລີຍ. ​​ແລະ​ແນະນຳ​ວິທີໃສ່​ຝຸ່ນ, ຫົດ​ນຳ້, ຂຸດຫນານ​ປູກ​ຜັກ​. ເມື່ອ​ເຫັນ​ວ່ານັກ​ທ່ອງ​ທ່ຽວ​ຮູ້​ສຶກ​ມ່ວນ​ຊື່ນ, ​ແລະ ​ປູກ​ຜັກຢ່າງ​ສຸດ​ຈິດ​ສຸດ​ໃຈ ຂ້າ​ພະ​ເຈົ້າ​ກໍ​ດີ​ໃຈ​ນຳ.”

          ປະ​ຈຸ​ບັນ ທັງ​ໝູ່​ບ້ານ​ມີ​ປະ​ມານ 100 ຄອບ​ຄົວ​ປູກ​ຜັກ ໃນ​ເນື້ອ​ທີ່ 40 ເຮັກ​ຕາ ດ້ວຍ​ຜັກ​ເກືອບ 30 ຊະ​ນິດ ແລະ ເກັບກ່ຽວ​ຕາມ​ລະ​ດູ​ການ. ຫ​ນຶ່ງ​ໃນ​ບັນ​ດາ​ຈຸດ​ພິ​ເສດ​ຂອງ​ໝູ່​ບ້ານ​ປູກ​ຜັກ ຈາ​ເກວ ນັ້ນ​ແມ່ນ ຜັກ​ຢູ່​ທີ່ນີ້ ຖືກ​ປູກ​ຝັງ​ຕາມ​ແບບ​ທຳ​ມະ​ຊາດ ແລະ ປອດ​ສານ​ພິດ. ປ້າ ເລ​ທິ​ບີງ ໃຫ້​ຮູ້​ຕື່ມ​ອີກວ່າ:

  

        “ການ​ປູກ​ຜັກ​ຢູ່​ທີ່ນີ້ ບໍ່​ໃຊ້​ສານ​ພິດ ຫລື​ສານ​ອື່ນ​ຈັກ​ເທື່ອ ພຽງ​ແຕ່​ໃຊ້​​ເທົາ​ໃນແມ່ນ້ຳ​​ເປັນ​ຕົ້ນ. ເມື່ອ​ນຳ​ເອົາ​ຜັກ​ຢູ່​ບ່ອນ​ອື່ນ​ມາ​ປູກ​ຢູ່​ທີ່ນີ້ ກ​ໍ​ເຫັນ​ວ່າ ມັນ​ຫອມກວ່າ.”

          ​ເມື່ອນັກ​ທ່ອງ​ທ່ຽວ​ມາ​ແຫ່ງນີ້​ຈະ​ໄດ້​ຮັບ​ຟັງ​ບັນ​ດາ​ເຄັດ​ລັບ​ໃນ​ການ​ປູກ​ຜັກ ​ເພື່ອເຮັດ​ໃຫ້​ຜັກ​ມີ​ລົດ​ຊາດ​ເປັນ​ເອ​ກະ​ລັກ​ສະ​ເພາະ​ແລະ​ຫອມກວ່າ​ຜັກ​ປູກ​ຢູ່​ບ່ອນ​ອື່ນ.ອ້າຍ ໂຮ່​ຊວນ​ແທ່ງ, ຊາວ​ກະ​ສິ​ກອນ​ປູກ​ຜັກ​ຢູ່ ຈາ​ເກວ ໃຫ້​ຮູ້​ວ່າ:

          “ຜັກ​ຫອມ​ຢູ່​ທີ່ນີ້ ມີ​ກິ່ນຫອມກວ່າ​ປູກ​ຢູ່​ບ່ອນ​ອື່ນ ຍ້ອນ​ທີ່ຕັ້ງພູມ​ສາດ ສົມ​ທົບ​ກັບ​ທີ່ດິນ​ທຳ​ມະ​ຊາດ ແລະ ​ເທົາ, ​ໄຄ​ໃນ​ແມ່​ນ້ຳ ໂກ​ກໍ. ຜັກ​ຢູ່​ທີ່ນີ້​ໃບ​ນ້ອຍກວ່າ ແຕ່​ກໍ​ຫອມກວ່າ. ຖ້າ​ຫາກ​ນຳ​ຜັກ​ຢູ່​ທີ່ນີ້​ໄປ​ປູກ​ຢູ່​ບ່ອນ​ອື່ນ ກິນຈະບໍ່​ຫອມ​ຄື​ຜັກ​ຢູ່​ທີ່ນີ້.”

          ໝູ່​ບ້ານ​ປູກ​ຜັກ ຈາ​ເກວ ເຖິງວ່າບໍ່​ແມ່ນ​ສະ​ຖາ​ນ​ທີ່​ທ່ອງ​ທ່ຽວ​ໃນ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວກໍ່ຕາມ ແຕ່​ພັດ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແບບ​ສະ​ໝັກ​ໃຈ​ທີ່​ຂາດບໍ່​ໄດ້​ໃນ​ລາຍ​ການ​ທ່ອງ​ທ່ຽວ​ຂອງ​ນັກ​ທ່ອງ​ທ່ຽວທຸກ​ຄົນ​​ເມື່ອ​ມາ​ຢ້ຽມ​ຢາມ​ໂຮ້ຍ​ອານ. ອ້າຍ​ເວືອງ​ຮ່​ວາງ, ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ທ່ອງ​ທ່ຽວ ກູ​ລາວ​ຈາມ ໃຫ້​ຮູ້​ວ່າ:

ນັກ​ທ່ອງ​ທ່ຽວ​ສ່ວນ​ຫລາຍ​ແມ່ນ​ຕີ​ລາ​ຄາ​ສູງ​ຮູບ​ແບບ​ທ່ອງ​ທ່ຽວ​ເປັນ​ຊາວ​ກະ​ສິ​ກອນ​ໃນມື້​ຫ​ນຶ່ງ​ຢູ່​ໝູ່​ບ້ານ​ຈາ​ເກວ. ໝູ່​ບ້ານ​ປູກ​ຜັກ​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ມາ​ແຫ່ງ​ນີ້​ຕ່າງ​ກໍ່ຮູ້​ສຶກ​ແປກ​ປະ​ຫລາດ ຍ້ອນປະ​ເທດ​ເຂົາ​ເຈົ້າ​ບໍ່​ມີ​ຮູບ​ການ​ທ່ອງ​ທ່ຽວນີ້. ຊ້ຳ​ບໍ່​ຫ​ນຳ, ເຂົາ​ເຈົ້າ​ກໍ່​ພ້ອມ​ແລ້ວ​ທີ່​ຈະຈ່າຍ​ເງິນ​ປ​ະ​ມານ 40-50 ໂດ​ລາ​ສະ​ຫະ​ລັດ​ເພື່ອ​​ກາຍເປັນ​ຊາວ​ກະ​ສິ​ກອນ​ປູກ​ຜັກ. ຍັງ​ມີ​ຈຸດ​ພິ​ເສດ​ໜຶ່ງອີກ​ທີ່​ພາ​ໃຫ້​​ນັກ​ທ່ອງ​ທ່ຽວ​ມັກ ນັ້ນ​ແມ່ນ ຜັກ​ຢູ່​ທີ່ນີ້ບໍ່​ໃຊ້​ສານ​ພິດ, ຟຸ່ນ​ເຄ​ມີ ພຽງ​ແຕ່​ໃຊ້ເທົານຳ້​ເທົ່າ​ນັ້ນ. ສະ​ນັ້ນ ຜັກຢູ່ໝູ່​ບ້ານ​ ຈາ​ກວກ ຈຶ່ງແມ່ນຜັກ​ປອດ​ສ​ານ​ພິດ.”

ເປັນຊາວກະສິກອນປູກຜັກຢູ່ ໝູ່ບ້ານ ຈາເກວ- ໂຮ້ຍອານ - ảnh 2
ນັກທ່ອງທ່ຽວຕ່າງປະເທດເປັນຊາວກະສິກອນປູກຜັກ
ພາບ: internet

           ເພື່ອ​ໃຫ້​ເຄ​ື່ອງ​ໝາຍ​ທ່ອງ​ທ່ຽວ​ຜັກ ຈາ​ເກວ ມີ​ຊື່​ສຽງ​ຄື​ປະ​ຈຸ​ບັນ ຕ້ອງ​ເວົ້າ​ເຖິງວິ​ໄສ​ທັດ ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ອຳ​ນາດ​ການ​ປົກ​ຄອງ ກວ໋າງ​ນາມ ທຸກ​ຂັ້ນ. ເພື່ອ​ອະ​ນຸ​ລັກ​ຮັກ​ສາ​ເຄື່ອງ​ໝາຍ​ຜັກ ຈາ​ເກວມາ​ເປັນ​ເວລາ​ເກືອບ 400 ປີນັ້ນ​, ນັບ​ແຕ່​ປີ 2004 ມາ​ຮອດ​ປະ​ຈຸ​ບັນ, ຄະ​ນະ​ກຳ​ມະ​ກາ​ນ​ປະ​ຊາ​ຊົນ ນະ​ຄອນ ໂຮ້ຍ​ອານ ໄດ້​ລົງ​ທຶນ​ຍົກ​ລະ​ດັບ​ພື້ນ​ຖານ​ໂຄງ​ລ່າງ, ຈົດ​ທະ​ບຽນ​ປົກ​ປ້ອງ​​ເຄື່ອງໝາຍ​ເອກະ​ສິດ “ຈາ​ເກວ-ໂຮ້ຍ​ອານ”. ອຳ​ນາດ​ການ​ປົກ​ຄອງ ນະ​ຄອນ ໂຮ້ຍ​ອານ ກໍ່​ຮຽກຮ້ອງ​ໃຫ້​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ໃນ​ບໍ​ລິ​ເວນຈັດໝູ່​ບ້ານ​ປູກ​ຜັກ ຈາ​ເກວ ເຂົ້າ​ໃນ​ລາຍ​ການ​ທ່ອງ​ທ່ຽວ. ແລະ 10 ປີ​ຜ່ານ​ມາ, ໝູ່​ບ້ານ​ປູກ​ຜັກ ຈາ​ເກວ ໄດ້​ຢືນ​ຢັນ​ໃຫ້​ເຫັນ​ວ່າ​ເຄື່ອງ​ໝາຍ​ທ່ອງ​ທ່ຽວ​ວົງ​ຄະ​ນາ​ຍາດ​​ໄດ້​ປະສົບ​ຜົນສຳ​ເລັດ​ ແລະ ຊາວ​ກະ​ສິ​ກອນ​ແມ່ນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ກົງ. ຍ້ອນ​ເຫດນັ້ນ, ຍາມ​ໃດ​ເຂົາ​ເຈົ້າ​ກໍ​ມີ​ສະ​ຕິ​​ຮັກ​ສາ​ເຄື່ອງ​ໝາຍ ແລະ ມີ​ຄວາມໃກ້​ຊິດ​ສະ​ຫ​ນິດ​ສະ​ຫ​ນົມ​ກັບ​ນັກ​ທ່ອງ​ທ່ຽວ. ຢູ່​ທີ່ນ​ີ້ ​ຊາວ​ກະ​ສິ​ກອນທຸກ​ຄົນ​ຕ່າງ​ກໍ່ໄດ້​ຮັບ​ຖື​ວ່າ​ແມ່ນ​ຜູ້​ນຳ​ທ່ຽວ​ຂອງ​ໝູ່​ບ້ານ, ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ເອງ ຫລື​ໄປ​ຕາມ​ຄະ​ນະ​ກໍ​ລ້ວນ​ແຕ່​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ສະ​ຫ​ນິດ​ສະ​ຫ​ນົມ. ເອື້ອຍ Beth ນັກ​ທ່ອງ​ທ່ຽວທີ່​ຫາ​ກໍ​ເປັນ​ຊາວ​ກະ​ສິ​ກອນ​ປູກ​ຜັກ​ໃນ​ມື້​ຫ​ນຶ່ງ​ໃຫ້​ຮູ້​ວ່າ:

          “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມ່ວນ​ຫລາຍ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ການ​ປູກ​ຜັກ​ກັບ​ຊາວ​ກະ​ສ​ິ​ກອນ. ຂ້າ​ພ​ະ​ເຈົ້າ​ຄິດ​ວ່າ ຕົນ​ເອງ​ຕ້ອງ​ຝືກ​ແອບ​ຫລາຍກວ່າ. ຂ້າ​ພະ​ເຈົ້າ​ມາ​ນີ້​ຕາມ​ລາຍ​ການ​ທ່ອງ​ທ່ຽວ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ໂຮ້ຍ​ອານ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຫວຽດ​ນາມ​ແມ່ນ​ປະ​ເທດ​ງາມ​ຫລາຍ.”

          ເອື້ອຍ Beth ກໍ​ຄື​ນັກ​ທ່ອງ​ທ່ຽວ​ອື່ນອີກ​ຫລາຍ​ຄົນ ລ້ວນ​ແຕ່​ເວົ້າ​ວ່າ ເຂົາ​ເຈົ້າ​ບໍ​ຄິດ​​ໄດ້​ວ່າ ມາ​ຫວຽດ​ນາມ ເພື່ອ​ກາຍ​ເປັນ​ຊາວ​ກະ​ສິ​ກອນ​ຢ່າງ​ແທ້​ຈິງ​ຄື​ແນວນີ້. ເມື່ອ​ສັງ​ເກດ​ສວນ​ຜັກ​ຫອມ​ທຸກ​ຊະ​ນິດ ທີ່​ຂຽວ​ອຸ່ມ​ທຸ່ມ ນັກ​ທ່ອງ​ທ່ຽວຈະ​ຮູ້ສຶກ​ຈັບ​ອົກ​ຈັບ​ໃຈ​ຫຼາຍ​ຈົນ​ກໍ່​ບໍ່​ຢາກຍ້າຍ​ໄປ​ອອກ​ຈາກ​ແຫ່ງ​ນີ້ອີກ.

         

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ