ເປັນຊາວປະມົງໃນມື້ໜຶ່ງ

(vovworld) – ມາ​ຢ້ຽມຢາມ​ອ່າວ​ຫ້າ​ລອງ, ​ແຂວງ​ກວາງ​ນິງ, ​ແມ່ນ​ມາ​ຢ້ຽມຢາມ​ໜຶ່ງ​ໃນບັນດາ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​ທີ່​ມີ​ຊື່​ສຽງ​ຂອງ​ໂລກ. ຢູ່​ທີ່​ນີ້, ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​ແຕ່​ໄດ້ຢ້ຽມ​ຊົມບັນດາ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ, ​ໄດ້​ສູບ​ອາກາດ​ທີ່​ປອດ​ໂປ່​ງ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ​ພິ​ເສດ​ອີກ​ດ້ວຍ. ​​ເຊີນ​ທ່ານ​ພ້ອມ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ທົດ​ລອງ​ ”ເປັນ​ຊາວ​ປະມົງ​ໃນ​ມື້ໜຶ່ງ” ​ເພື່ອ​ຄົ້ນ​ຫາ​ສິ່ງ​ທີ່​ຈັບ​ອົກ​ຈັບ​ໃຈ​ກາງ​ທະ​ເລ.

ເປັນຊາວປະມົງໃນມື້ໜຶ່ງ - ảnh 1

ກຳ່​ປັ່ນ​ທ່ອງ​ທ່ຽວ​​​ໂດຍສານ​ນັກ​ທ່ອງ​ທ່ຽວ​ເລີ່​ມ​ເດີນທາງ​ອອກຈາກ​ທ່າ​ກຳ່​ປັ່ນ​ທ່ອງ​ທ່ຽວ ບ້າຍ​ໃຈ໋ ນັບ​ແຕ່​ຮຸ່ງ​ເຊົ້າ ​ແລະ ​ໄປ​ຕາມ​ທິດ​ອ່າວ ບ໋າ​ຍຕືລອງ. ບົນ​ເສັ້ນທາງ​ໄປ​ຍັງ​ໝູ່​ບ້ານ​ຊາວ​ປະມົງ, ກຳ່​ປັ່ນ​ໄດ້​​ໄປຜ່ານ​ເກາະ​ຫີນ​ຫຼາຍ​ໜ່ວຍ, ດ້ວຍ​ຮູບ​ຮ່າງ​ທີ່​ແຕກ​ຕ່າງ​ກັນ. ຊາວ​ທ້ອງ​ຖີ່​ນ​ໄດ້​ຕັ້ງ​ຊື່​ໃຫ້​ເກາະ​ແຕ່ລະ​ໜ່ວຍ​ຕາມ​ຮູບ​ຮ່າງ​ຂອງ​ມັນ, ຕົວຢ່າງ​ຄື ​ເກາະ​ກາ, ​ເກາະ​ໜ້າ​ຍັກ,… ​ເຂົ້າ​ຮ່ວມ​ລາຍການ​ທ່ອງ​ທ່ຽວ ”​ເປັນ​ຊາວ​ປະ​ມົງ​ໃນ​ມື້ໜຶ່ງ”, ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ທຸກ​ສາລະ​ທິດ​ປາຖະໜາ​ໄດ້​ຄົ້ນ​ພົບ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ປະມົງ. ​ເຂົາ​ເຈົ້າ​ດີ​ໃຈ​ຫຼາຍ​ເມື່ອ​ໄດ້​ຮັບ​ຟັງທ່ານ​ນາງ ​ໂດ​ທິທູ​ຮ່ຽນ, ຜູ້ອຳນວຍການ​ບໍລິສັດ Datmo travel, ຫົວໜ່ວຍ​ຈັດ​ລາຍການ​ທ່ອງ​ທ່ຽວ ”​ເປັນ​ຊາວ​ປະ​ມົງ​ໃນ​ມື້ໜຶ່ງ” ​ແນະນຳ​ກ່ຽວ​ກັບ​ລາຍການ​ນີ້.

“ນີ້​ແມ່ນ​ລາຍ​ການ​ທ່ອງ​ທ່ຽວ​ຮ່ວມ​ດຳ​ລົງ​ຊີ​ວິດ​ກັບ​ປະ​ຊາ​ຄົມ ແລະ ເມື່ອ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ລາຍ​ການ​ທ່ອງ​ທ່ຽວນີ້, ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ຄົ້ນ​​ເຫັນທຳ​ມະ​ຊາດ​ທີ່​ສວຍ​ງາ​ມຂອງ​ອ່າວ​ຫ້າ​ລອງ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ດຳ​ລົງ​ຊີ​ວິດ​ພ້ອມ​ກັບ​ຊາວ​ປະ​ມົງ, ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ດຳ​ເນີນ​ຢູ່​ໝູ່ບ້ານຊາວ​ປະ​ມົງ​ໃນ​ອ່າວ​ຫ້າ​ລອງ​, ຄື​ຫາ​ປາ, ລ່ອງ​ເຮືອ​ກະ​ຈາດ, ດຳ​ລົງ​ຊີ​ວິດ​ເທິງເຮືອ​ແພໃນ​ອ່າວ​ຫ້າ​ລອງ ອີກ​ດ້ວຍ”.

ເປັນຊາວປະມົງໃນມື້ໜຶ່ງ - ảnh 2

        ພາຍຫຼັງ​​ເກືອບ 4 ຊົ່ວ​ໂມງ​ເທິງ​ກ່ຳ​ປັ່ນ​, ນັກ​ທ່ອງ​ທ່ຽວ​ຈະໄດ້​ລົງ​ເຮືອ​ແພ​ຂອງ​ຊາວ​ປະ​ມົງ​ບ້ານ ວຸງວຽງ ທີ່​​ຫ່າງ​ຈາກ​ດິນ​ຕໍ່​ແຜ່ນ 24 ກມ. ໝູ່ບ້ານປະ​ມົງ ວຸງວຽງ ຕັ້ງ​ຢູ່​ເຂດ​ທີ່​ມີ​ຄວາມ​ສະ​ຫົງ​ບ​ງຽບ ດ້ວຍ​ທີວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ. ຊາວ​ປະ​ມົງ 160 ກວ່າ​ຄົນ​ຢູ່​ໃນ​ບ້ານ​ຍັງ​ຄົງ​ຮັກ​ສາ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຄົມ​ຊາວ​ປະ​ມົງ​ໃນ​ອ່າວຫ້າ​ລອງ​ໄວ້. ນັ້ນ​ແມ່ນ​ສາຍ​ເຫດ​ເພື່ອ​ໃຫ້​ໝູ່​ບ້ານ​​ຊາວປະ​ມົງ​ນີ້​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ. ທ່ານ​ນາງ ດິງ​ມິງ​ຮັ່ງ, ຜູ້​ຄຸ້ມ​ຄອງ​ບ້ານ​ຊາວ​ປະ​ມົງ​ວຸງວຽງ, ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ສົມ​ທົບ​ກັບ​ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ ເພື່ອ​ຊ່ວຍ​ຊາວ​ປະ​ມົງ​ທັງ​ເຮັດເສດ​ຖະ​ກິດ, ທັງ​​ເຮັດການ​ທ່ອງ​ທ່ຽວ ເພື່ອ​​ໃຫ້​ເຂົາ​ເຈົ້າ​ໄດ້ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ມໍ​ລະ​ດົກ. ຜ່ານ​ນັ້ນ​ເຂົາ​ເຈົ້າ​ຈະ​ເຂົ້າ​ໃຈ​ໄດ້ບັນ​ຫາ​ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ, ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ”.

ເປັນຊາວປະມົງໃນມື້ໜຶ່ງ - ảnh 3

ຄະນະ​ນັກ​ທ່ອງ​ທ່ຽວ​ຖືກ​ແບ່ງ​ອອກເປັນ​ຫຼາຍ​ໜ່ວຍ ​​ແລະ ​ໄດ້​ຮັບ​ເສື້ອ​ຊູຊີບ ​​​ເພື່ອ​ຈະ​ລົງ​ເຮືອ​ກະຈາ​ດ. ຊາວ​ປະມົງ​ຈະ​ພາ​ໄປ​ຍັງ​ເຂດ​ທີ່​ມີ​ປາ​ຫຼາຍ ​ແລະ ນັກ​ທ່ອງ​ທ່ຽວ​ກໍ່ໄດ້​ພາຍ​ເຮືອ​, ຫາ​ປາ​ຄື​ຊາວ​ປະມົງ​ແທ້. ທຳ​ອິດ, ຊາວ​ປະມົງ​ຈະ​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ວິທີ​​ຕຶກມອງ. ວຽກ​ງານ​ນີ້​ເບິ່ງ​ແລ້ວ​ຄິດ​ວ່າ​ຈະ​ງ່າຍດາຍ ​ແຕ່​ມັນ​ພັດ​ຕ້ອງການ​ມີ​ຄວາມ​ຄ່ອງ​ແຄ້ວ ຖ້າ​ບໍ່​ລະມັດ​ລະວັງ​ມອງ​ຈະ​ເປັນ​ຫຍຸ້ງ. ພາຍຫຼັງ​ຕຶກມອງ, ​ຕ້ອງພາຍ​ເຮືອ​ໄປ 1 ຮອບ. ວຽກ​ງານ​ຕໍ່​ໄປ​ແມ່ນ​ຕ້ອງ​ເຄາະ​​ເປັນ​ສຽງ​ເພື່ອ​ໃຫ້​ປາ​ລອດ​ເຂົ້າ​ມອງ.

​ໃກ້​ຈະ​ຮອດ​ຕອນ​ທຽງ, ​ເຊິ່ງ​ແມ່ນ​ຈຸດ​ເວລາ​ທີ່​ທຸກ​ຄົນ​ໃນ​ຄະນະ​ຮູ້ສຶກອິດ​ເມື່ອຍ ​ແລະ ​ຫີ​ວ​ເຂົ້າ​ແລ້ວ, ຊາວ​ປະມົງ​ຈະ​ອອກ​ສັນຍານ​ໃຫ້​ດຶງ​ມອງ​​ຂຶ້ນ​ເພື່ອເກັບ​ປາ. ນີ້​ແມ່ນ​ວຽກ​ງານ​ດູດ​ດື່ມ​ທີ່​ສຸດ​ສຳລັບ​ທຸກ​ຄົນ. ມອງ​ທີ່​ດຶງ​ມາ​ເຕັມ​ໄປ​ດ້ວຍ​ປາ​ເກັດ​ຂາວ​ແວວ​ວາວພາຍ​ໃຕ້​ແສງ​ແດດ​ກາງ​ທະ​ເລ. ນັກ​ທ່ອງ​ທ່ຽວ​ໄດ້​ຮັບ​ແນະນຳ​ວິທີ​ເກັບ​ປາ​ຄື​ແນວ​ໃດ​ເພື່ອ​ບໍ່​ໃຫ້​​ມອງຂາດ. ຜູ້​ໃດ​ກໍ່​ພາກພູມ​ໃຈ​ເມື່ອ​ຫາ​ປາ​ໄດ້​ຫຼາຍ​ຄື​ແນວ​ນັ້ນ. ອ້າຍ​ເຈິ່ນມິ​ງຮ່າ, ​ເວົ້າ​ດ້ວຍ​ຄວາມ​ພາກພູມ​ໃຈ​ວ່າ:

“​ໃນ​ການ​ຕຶກມອງ​ນີ້, ຂ້າພະ​ເຈົ້າຫາ​ປາ​ໄດ້​ຫຼາຍ ​ແລະ ຂ້າພະ​ເຈົ້າ​ກໍ່​ເຂົ້າ​ໃຈ​ໄດ້​ວ່າ ສຳລັບ​ຊາວ​ປະມົງ, ການ​ຫາ​ປາ​ບໍ່ແມ່ນ​​ເລື່ອງ​ງ່າຍດາຍ, ບໍ່​ແມ່ນ​ເວລາ​ໃດ​ກໍ່​ມີ​ຄວາມ​ສະດວກ​ສະບາຍ“.

ເປັນຊາວປະມົງໃນມື້ໜຶ່ງ - ảnh 4

​ໃນ​ຄາບ​ເຂົ້າ​ຕອນ​ທ່ຽງ, ມີ​ອາຫານ​ຫຼາຍ​ເຍື່ອງ​ທີ່​ໄດ້​ຮັບ​ການ​ປຸງ​ແຕ່ງ​ຈາກ​ປາ​ທີ່​ຫາ​ກໍ່​ຕຶກ​ໄດ້. ນັ້ນ​ແມ່ນ​ເຍື່ອງ​ອາຫານ​ທຳ​ມະ​ດາບໍ່​ຕ້ອງ​ປຸງ​ແຕ່ງ​ຢ່າງ​ລະອຽດ​ລະ​ອໍ ​ໂດຍ​ແມ່ຍິງ​ບ້ານ​ຊາວ​ປະມົງ ວຸງວຽງ​ ຕົ້ມ​ເອງ, ອັນ​ໄດ້​ນຳ​ມາ​ເຊິ່ງຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ທຸກ​ຄົນ.

ບົນ​ກຳ່​ປັ່ນ​ກັບ​ຄືນ​ທ່າ, ນັກ​ທ່ອງ​ທ່ຽວ​ຜູ້​ໃດ​ກໍ່​ຮູ້ສຶກ​ພາກພູມ​ໃຈ. ລາຍການ​ເປັນ​ຊາວ​ປະມົງ​ໃນ​ມື້ໜຶ່ງ ​ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ຄວາມ​ແປກ​ປະຫຼາດ ​ແລະ ຈັບ​ອົກ​ຈັບ​ໃຈ, ຜ່ານ​ນັ້ນ​ໄດ້​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຊີວິດ​ຂອງ​ຊາວ​ປະມົງ​ໃນ​ເຂດ​ທະ​ເລ.

ຕອບກັບ

ຂ່າວ/ບົດ​ອື່ນ