ເມືອງວ່າກັບສິນພິເສດເຂົ້າໜຽວຕ່ານ

(VOVWORLD) -ເມືອງວ່າແມ່ນຕາແສງປູກເຂົ້າໜຽວຕ່ານທີ່ກວ້າງໃຫຍ່ກວ່າໝູ່ ໃນເມືອງ ສົບໂກບແຂວງເຊີນລາດ້ວຍເນື້ອທີ່ກວ່າ 200 ເຮັກຕາ. ເຂົ້າໜຽວຕ່ານເມືອງວ່າ ແມ່ນເຂົ້າໜຽວເມັດໃຫຍ່, ຂາວ ເມື່ອນຶ້ງກໍ່ມີລົດຫອມພິເສດ. ແຕ່ດົນນານມາແລ້ວ ແນວພັນເຂົ້າໜຽວຊະນິດນີ້ ໄດ້ກາຍເປັນແນວພັນເຂົ້າພິເສດມີຊື່ສຽງຂອງເມືອງສົບໂກບ
ເມືອງວ່າກັບສິນພິເສດເຂົ້າໜຽວຕ່ານ - ảnh 1ເຂົ້າໜຽວຕ່ານຍາມສຸກ

ເມືອງວ່າ ແມ່ນແຫ່ງດຳລົງຊີວິດຕົ້ນຕໍຂອງພໍ່ແມ່ພີ່ນ້ອງເຜົ່າຜູ້ໄທ, ຢູ່ແຫ່ງນີ້ກໍ່ແມ່ນດິນແດນໂດຍທຳມະຊາດດົນບັນດາໃຫ້ ດ້ວຍທີ່ດິນອຸດົມສົມບູນ, ແຫ່ຼງນ້ຳຫຼວງຫຼາຍຈາກຫ້ວຍນ້ຳກ່າ, ນ້ຳສຸເຊິ່ງໄຫຼມາຈາກເນື້ອທີ່ປ່າດົງດິບ. ດິນຟ້າອາກາດອຳນວຍຄວາມສະດວກພ້ອມກັບດິນດີອຸດົມສົມບູນຕະຫຼອດປີອັນໄດ້ສ້າງເປັນແນວພັນເຂົ້າໜຽວຕ່ານທີ່ມີຄຸນນະພາບສູງ. ບັນດາຜູ້ອາຍຸສູງຢູ່ເມືອງວ່າໃຫ້ຮູ້ວ່າບໍ່ມີຜູ້ໃດໃນບ້ານຮູ້ແຈ້ງກ່ຽວກັບເຂົ້າໜຽວຕ່ານເມືອງວ່າແມ່ນມີມາແຕ່ຍາມໃດນັບແຕ່ສະໄໝປູ່ຍ່າຕາຍາຍກໍ່ໄດ້ມີແນວພັນເຂົ້າໜຽວນີ້ແລ້ວແລະເຊັ່ນຄົນນີ້ ກໍ່ປະໄວ້ໃຫ້ເຊັ່ນຄົນລຸ້ນຫຼັງ

        ດ້ວຍເນື້ອທີ່ປັກດຳກວ່າ 200 ເຮັກຕາ, ປະລິມານການຜະລິດເຂົ້າໜຽວຂອງຕາແສງເມືອງວ່າກໍ່ບັນລຸກວ່າ 900 ໂຕນຕໍ່ປີ. ພໍ່ແມ່ພີ່ນ້ອງເຜົ່າຜູ້ໄທຢູ່ເມືອງວ່າເຄີຍນຳໃຊ້ເຂົ້າໜຽວຊະນິດນີ້ ເພື່ອນຶ້ງເຂົ້າກິນແຕ່ລະວັນ, ດັ່ງນັ້ນເຂົ້າໜຽວຕ່ານແມ່ນອາຫານທີ່ຂາດບໍ່ໄດ້ໃນຄາບເຂົ້າຂອງແຕ່ລະຄອບຄົວ. ເຂົ້າໜຽວ ຕ່ານບໍ່ພຽງແຕ່ຮັບໃຊ້ການກິນປະຈຳວັນເທົ່ານັ້ນ ຫາກຍັງນຳໃຊ້ເພື່ອເຮັດເຂົ້າໝົມຂອງຖວາຍບູຊາ, ຂອງຕ້ອນ. ແຕ່ລະປີພໍ່ແມ່ພີ່ນ້ອງໄດ້ເລີ່ມຕົກກ້ານັບແຕ່ທ້າຍເດືອນເມສາ ແລະ ປັກດຳໃນເດືອນມິຖຸນາ ແລະ ກໍລະກົດ. ສຳລັບການເກັບກ່ຽວແມ່ນໃນກາງເດືອນຕຸລາຫາເດືອນພະຈິກ. ຂັ້ນຕອນການປູກເຂົ້າໜຽວຕ່ານ ແມ່ນຮຽກຮ້ອງໃຫ້ຕ້ອງໄຖນາຢ່າງລະອຽດພາຍຫຼັງໜຶ່ງຫາສອງເດືອນ ຈຶ່ງສາມາດປັກດຳໄດ້ ແລະ ບໍ່ປັກດຳໜາ. ໃນຍາມລະດູຜະຜິດເຂົ້າທັງທົ່ງນາເມືອງວ່າກໍ່ມີກິນຫອມຫວນທີ່ເປັນເອກະລັກຂອງແນວພັນເຂົ້າຕ່ານກຸ້ມໄປທົ່ວ ຄືດັ່ງເຊີື້ອເຊີນແຂກທ່ອງທ່ຽວ ທັງຢູ່ໃກ້ ແລະ ໄກຈົ່ງມານີ້ທ່ຽວຊົມ. ອ້າຍລໍ່ວັນຢຽບ ນາຍບ້ານໆເມືອງວ່າ ຕາແສງເມືອງວ່າໃຫ້ຮູ້ວ່າ:

      “ຄະນະຄຸ້ມຄອງບ້ານໄດ້ໂຄສະນາໃຫ້ພໍ່ແມ່ພີ່ນ້ອງຊາວກະສິກອນສືບຕໍ່ຂະຫຍາຍແນວພັນ ເພາະວ່າແນວພັນເຂົ້າຊະນິດນີ້ໄດ້ຕິດພັນກັບເຜົ່າລາວຢູ່ດິນແດນເມືອງວ່າ. ເປັນຕົ້ນແມ່ນໃນໂອກາດບຸນເຕັດປະຈຳຊາດກໍ່ໄດ້ນຳໃຊ້ເພື່ອຫໍ່ເຂົ້າຕົ້ມ, ສ່ວນບຸນປີໃໝ່ລາວກໍ່ເຄີຍໃຊ້ເພື່ອຫຸ້ງເຂົ້າເນື່ອງໃນໂອກາດວັນບຸນເຂົ້າຫໍ່, ເມື່ອກິນກໍ່ຮູ້ສຶກຫອມແລະແຊບຫຼາຍ  ດັ່ງນັ້ນກໍ່ບໍ່ອາດຂາດໄດ້”.

      ໃນຍາມບຸນເຕັດລະດູບານໃໝ່ວຽນມາໃນແຕ່ປີໃນບັນດາຄອບຄົວຊາວເຜົ່າຜູ້ໄທ, ເຜົ່າລາວຢູ່ເມືອງວ່າຄອບຄົວໃດກໍ່ຕ້ອງສະສົມເຂົ້າໜຽວຕ່ານຊະນິດນີ້ ເພື່ອຫໍ່ເຂົ້າຕົ້ມເປັນຂອງຖວາຍບູຊາບັນພະບູລຸດແລະກິນໃນໂອກາດບຸນເຕັດ. ເຂົ້າໜຽວຕ່ານເມືອງວ່າຕ້ອງກິນກັບຊີ້ນໝູສາມຊັ້ນ, ຖົ່ວດິນ,ໃບຕອງຈິງເພື່ອສ້າງເປັນເຂົ້າຕົ້ມໝູທີ່ຫອມແລະ ແຊບເປັນພິເສດ. ນາງເລກີມເງິນ ແຂກທ່ອງທ່ຽວທີ່ມາຈາກຮ່າໂນ້ຍເປີດເຜີຍວ່າ:

       “ເຂົ້າຕົ້ມແມ່ນອາຫານມີຂາຍຢູ່ທຸກໆແຫ່ງ ແຕ່ຢູ່ດິນແດນແຫ່ງນີ້ ເຂົ້າຕົ້ມກໍ່ມີລົດຫອມ ແລະ ແຊບພິເສດ. ເຂົ້າຕົ້ມຖືກຫໍ່ຈາກເຂົ້າໜຽວຕ່ານເມືອງວ່າມີທັງຊີ້ນໝູສາມຊັ້ນ, ມີໝາກຖົ່ວ, ໃບຕອງຈິງເມື່ອໄດ້ກິນກໍ່ຮູ້ສຶກແຊບຫຼາຍ”.

       ຕາມທ່ານນາງ ຕົ໋ງທິກຽນ ຮອງປະທານຄະນະກຳມະການປະຊາຊົນເມືອງສົບໂກບແຂວງເຊີນລາ, ປັດຈຸບັນທາງເມືອງກໍ່ໄດ້ມີແຜນນະໂຍບາຍຊ່ວຍໜູນພໍ່ແມ່ປະຊາຊົນລົງທຶນຜະລິດເຂົ້າໜຽວຕ່ານນີ້.  ພ້ອມກັນນັ້ນກໍ່ເປີດກວ້າງການຮ່ວມສຳພັນຊ່ວຍໜູນພໍ່ແມ່ປະຊາຊົນທາງດ້ານວັດຖຸ ເຕັກນິກການຜະລິດຕະຫຼອດຮອດການຈຳໜ່າຍອັນໄດ້ປະກອບສ່ວນຍົກສູງມູນຄ່າຜະລິດຕະພັນເຂົ້າສານ ນຳເຄື່ອງໝາຍເຂົ້າໜຽວຕ່ານເມືອງວ່າກ້າວໄປໄກກວ່າ.  ນາງຕົ໋ງທິກຽນເວົ້າວ່າ:

        “ເພື່ອຮັບປະກັນໃຫ້ເຂົ້າໜຽວມີລົດຫອມ ແລະ ແຊບ, ພວກຂ້າພະເຈົ້າກໍ່ໄດ້ສ້າງຕັ້ງເຂດຜະລິດສະເພາະ ມີເຄື່ອງໝາຍສະເພາະຂອງເຂົ້າໜຽວຕ່ານເມືອງສົບໂກບ. ບໍ່ພຽງແຕ່ນຳໃຊ້ໃນບໍລິເວນເມືອງຂອງຕົນເທົ່ານັ້ນ, ເຂົ້າໜຽວຕ່ານຍັງມີມູນຄ່າທາງດ້ານສິນຄ້າສູງໃນທ້ອງຕະຫຼາດ”.

       ຜະລິດຕະພັນເຂົ້າໜຽວ ຕ່ານ ເມືອງວ່າຍັງໄດ້ຮັບເລືອກເປັນໜຶ່ງໃນ 20 ຜະລິດຕະພັນ OCOP ຂອງແຂວງເຊີນລາ. ນີ້ແມ່ນຄວາມມ່ວນຊື່ນແຕ່ກໍ່ວາງອອກຄວາມຮັບຜິດຊອບໃຫ້ແກ່ອຳນາດການປົກຄອງແລະປະຊາຊົນຢູ່ແຫ່ງນີ້ ເພື່ອສືບຕໍ່ຮັກສາເສີມຂະຫຍາຍນຳລົດຫອມ ຂອງຜະລິດຕະພັນເຂົ້າໜຽວຕ່ານເມືອງວ່າ ກ້າວໄປໄກກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ