ເລື່ອງລາວກ່ຽວກັບນັກກິລາແລ່ນແລະລານ ຫງວຽນແທງຟຸກ

ເລື່ອງລາວກ່ຽວກັບນັກກິລາແລ່ນແລະລານ ຫງວຽນແທງຟຸກ - ảnh 1
ແທງຟຸກ ນັກກິລາທຳອິດຂອງຫວຽນາມ ໄດ້ຮັບມາດຖານ  B Olympic
(ພາບ: bongdaplus.vn)

ນັກ​ກິລາ​​ແລ່ນ​ແລະ​ລານ ຫງວຽນ​ແທງ​ຟຸກ​ ໄດ້​ເຮັດ​ໃຫ້​ວົງ​ການ​ນັກວິຊາ​ການ ​ແລະ ​ຜູ້​ນິຍົມ​ໃນ​ທົ່ວ​ປະ​ເທດຕົກສະ​ເງີ້ ​ເມື່ອ​ໄດ້​ຮັບ​ຫຼຽນ​ທອງ​ສຳ​ຫຼັບ​ກິລາ​ປະ​ເພດ​ຍ່າງ​ໄລຍະ​ທາງ 20 ກມ ດ້ວຍ​ເວລາ 1 ​ໂມງ 35​ ນາທີ ​ໃນ​ການ​ແຂ່ງຂັນ​ກິລາ​ຊິງ​ຊະນະ​ເລີດ​ອາຊີ ​ເຊິ່ງຫາ​ກໍ່​ຈັດ​ຂຶ້ນ​ຢູ່​ຍີ່​ປຸ່ນ. ​ເປັນ​ອັນວ່າ, ພາຍຫຼັງ 32 ປີ, ກິລາ​ປະ​ເພດ​ແລ່ນ​ແລະ​ລານ​ຂອງຫວຽດນາມ​ຈຶ່ງ​ໄດ້​ຮັບ​ຜົນງານ​ປະ​ທັບ​ໃຈ​ຄື​ດັ່ງກ່າວ. ​ເພື່ອ​ຮັບ​ຜົນງານ​ປະ​ທັບ​ໃຈ​ນີ້, ຫງວຽນ​ແທງ​ຟຸກ ຕ້ອງ​ມີ​ການ​ເຝິກ​​ແອບ​ຢ່າງ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ. ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ຂໍ​ແນະນຳ​​ ແທງ​ຟຸກ, ນັກ​ກິລາ​ທີ່​ໄດ້​ຮັບ​ການ​ເຊີດ​ຊູຈາກ​ຜູ້​ນິຍົມ​ວ່າ ​ແມ່ນ​ພະ​ລາຊີ​ນີ​ແລ່ນ​ແລະ​ລານ. ​ເຊີນ​ທ່ານ​ຮັບ​ຟັງ.

​ໂດຍ​ແມ່ນ​ຄົນ​ຕົວນ້ອຍໆ​ແຕ່​ແຂງ​ແກ່ນ, ຫງວຽນ​ແທງ​ຟຸກ - ສະຖິຕິ​ລະດັບ​ຊາດຂອງ​ກິລາ​ປະ​ເພດ​ແລ່ນ​ແລະ​ລານ​ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ລົງ​ສະໜາມ​ບິນ​ກັບ​ເມືອ​ບ້ານ​ຢູ່ ດ່າ​ນັ້ງ ພາຍຫຼັງ​ໄດ້​ຮັບ​ໄຊຊະນະຢ່າງ​ຂາດ​ຂັ້ນ​ທີ່​ການ​ແຂ່ງຂັນ​ກິລາ​ຊິງ​ຂັນອາຊີ​ເຊິ່ງຈັດ​ຂຶ້ນຢູ່​ຍີ່ປຸ່ນ.

”ສຳ​ຫຼັບ​ຂ້າພະ​ເຈົ້າ​ແລ້ວ, ນີ້​ແມ່ນ​ຄວາມຜາສຸກ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​, ​ຍ້ອນວ່ານີ້ແມ່ນ​​ການ​ແຂ່ງຂັນ​ທີ່ຂ້ຽວຂາດ, ດັ່ງ​ນັ້ນ​ຂ້າພະ​ເຈົ້າ​ຈຶ່ງ​ຕັ້ງໜ້າ​​ເຝິກ​​ແອບຢ່າງບໍ່​ອູ້​ອິດ​ບໍ່​ຮູ້​ເມື່ອຍ​ເພື່ອ​ຍາດ​ເອົາ​​ໄຊຊະນະ​ໃຫ້​ສົມ​ກັບ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​ໃນ​ໄລຍະ​ຜ່ານ​ມາ”

​ໃນ​ຕະຫຼອດ 7 ປີຜ່ານມາ, ດ້ວຍ​ຫຼຽນ​ຄຳນັບ 10 ຫຼຽນ, ສ້າງສະຖິຕິ​ລະດັບ​ຊາດ​ໄດ້​ຫຼາຍ​ສະຖິຕິ​, ​ແລ້ວ​ທຳລາຍ​​ສະຖິຕິ​​ໂດຍ​ຕົນ​ເອງ​ສ້າງ​ຂຶ້ນ​ໄດ້​ຫຼາຍ​ສະຖິຕິນັ້ນ. ນັກ​ກິລາ ຫງວຽນ​ແທງ​ຟຸກ ​ປຽບ​ເໝືອນ​ໂຕ​ເຜີ້ງ​ທີ່​ດຸ​ໝັ່ນ​ຂະຫຍັນ​ພຽນ​ໃນ​ການ​ເຝິກ​ແອບ​ເພື່ອ​ສ້າງ​ສະຖິຕິ​ລະດັບຊາດ. ປີ 2011, ກ່ອນ​ທີ່​ຈະ​ເດີນທາງ​ໄປ​ຮ່ວມ ຊີ​ເກັ​ມ 26 ​ເຊິ່ງຈັດ​ຂຶ້ນ​ຢູ່ ອິນ​ໂດ​ເນ​ເຊຍນັ້ນ, ຫງວຽນ​ແທງ​ຟຸກ ​​ແມ່ນ​ຜູ້​ສຸດ​ທ້າຍ​ທີ່ໄດ້​ຄັດ​ເລ​ືອກ​ເຂົ້າ​​ບັນຊີລາຍ​ຊື່​ນັກ​ກິລາ ​ແລ່ນ​ແລະ​ລານຫວຽດນາມ 41 ຄົນ​​ທີ່​ໄດ້ເຂົ້າ​ຮ່ວມ​ການ​ແຂ່ງຂັນ. ​ເວລາ​ນັ້ນ, ວົງ​ການ​ນັກວິຊາການ​ຍັງ​ເປັນ​ຫ່ວງ​ວ່າ ນັກ​ກິລາ​ຄົນ​ດ່າ​ນັ້ງຜູ້ນີ້​ ຍັງ​ໜຸ່ມ​ແໜ້ນ​ຫຼາຍ, ບໍ່​ທັນ​ມີ​ປະສົບ​ການໃນ​ການ​ແຂ່ງຂັນ​​ກິລາ​ລະດັບສາກົນ. ​ແຕ່​ວ່າ, ​ໃນ​ການ​ແຂ່ງຂັນລະດັບສາກົນ​ຄັ້ງ​ທຳ​ອິດ​ນີ້, ຫງວຽນ​ແທງ​ຟຸກ ​ໄດ້​ນຳ​ເອົາ​ຫຼຽນ​ຄຳ​ທຳ​ອິດ​ໃນ​ກິລາ​ຍ່າງ​ໄລຍະ​ທາງ 20 ກມ ​ມາໃຫ້​ຂະ​ແໜງ​ກິລາ​ຫວຽດນາມ.

ຜູ້​ນິຍົມ​ກິລາ​ປະ​ເພດ​ແລ່ນ​ແລະ​ລານ​ຢູ່​ນະຄອນ ດ່າ​ນັ້ງ ຍັງ​ຄົງ​ຈື່​ຈຳ ​ວ່າ ແທງ​ຟຸກ ​ແມ່ນສາວ​ນ້ອຍ, ຄົນ​ຜີວ​ດຳ ຢູ່​ເຂດ​ບ້ານ​ນາ​ໃນ​ຕາ​ແສງ​ພູ​ດອຍ ຮ່ວາ​ເຊີນ, ​ເມືອງ​ຮ່ວາ​ວາງ  ​ໄດ້​ຮັບ​ເຂົ້າ​ໃນ​ທິມກິລາ​ແລ່ນ​ແລະ​ລານ. ​ເມື່ອ​ເຫັນ​ວ່າ​ເອື້ອຍ​ຂອງ​ຕົນ​ເມົາ​ມົວ​ກັບ​ກິລາ​ປະ​ເພດ​ນີ້, ນ້ອງ​ຊາຍ ຫງວຽນ​ແທງ​ງຶງ ກໍ​ຂໍພໍ່​ແມ່​​ໃຫ້ລົງ​ມາ​ຢູ່​ທົ່ງພຽງ​​​ເພື່ອແອບ​ຍ່າງກັບ​ເອື້ອຍ. ສຳ​ຫຼັບ​ເອື້ອຍ​ນ້ອງ ຫງວຽນ​ແທງ​ຟຸກ, ຫງວຽນ​ແທງ​ງຶງ ​ແລ້ວ, ການ​ຍ່າງ​ແມ່ນ​ເລື່ອງ​ທຳ​ມະ​ດາຢູ່.

ກ່ອນ​ທີ່​ອອກເດີນທາງ, ການ​ນຳ​ນະຄອນ, ຂະ​ແໜງ​ກິລາ ​ແລະ​ຜູ້​ນິຍົມ​ຢູ່​ນະຄອນ ດ່າ​ນັ້ງ ​ໄດ້​ສະ​ແດງ​ຄວາມເຊື່ອ​ໝັ້ນ​ວ່າ ​ແທງ​ຟຸກ ຈະ​ໄດ້​ຮັບ​ຜົນງານ, ​ແຕ່​ບໍ່​ມີ​ໃຜ​ຄິດ​ໄດ້​ວ່າ, ນາງ​ຈະໄດ້​ຮັບ​ຜົນງານ​ສູງ​ຄື​ແນວ​ນັ້ນ. ​ໃນ​ຊຸມ​ມື້​ແຂ່ງຂັນຊິງ​ຊະນະ​ເລີດ​ອາຊີຜ່ານ​ມາ, ​ຍ້ອນ​ຕ້ອງເຝິກ​ແອບ​ຫຼາຍ​, ນາງ​ຈຶ່ງຖືກ​ຫຼຸດ​ນ້ຳໜັກຈາກ 44 kg ລົງ 41 kg . ​ເມື່ອກັບ​ມາ​ຮອດ​ບ້ານ​ແລ້ວ, ​ແທງ​ຟຸກພຽງ​ແຕ່​ພັກຜ່ອນ​ສອງ, ສາມ​ມື້​ເພື່ອ​ຟື້ນ​ຟູສຸຂະພາບ​ແລະກຳລັງ​ແຮງ​ຄືນ​ໃໝ່, ​ແລ້ວ​ຈະ​ສືບ​ຕໍ່​ໄລຍະ​ທາງ​ໃນ​ຂ້າງ​ໜ້າ ດ້ວຍ​ຄວາມ​ປາຖະໜາ ​ແລະ ​ຄວາມ​ໄຝ່ຝັນ​ຫຼາຍ​ຢ່າງ

”ຖ້າ​ຫາກ​ວ່າ, ການ​ນຳ​ສູນ​ເຝິກ​ແອບ ​ແລະ ບຳລຸງ​ສ້າງ​ນັກ​ກິລາ ດ່າ​ນັ້ງ, ພະ​ແນ​ກວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ ດ່າ​ນັ້ງ ກໍ່​ຄື​ກົມ​ໃຫຍ່​ກິລາກາ​ຍະ​ກຳ ສ້າງ​ເງື່ອນ​ໄຂ​ໃຫ້ ຟຸກ ​ໄດ້​​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ລະດັບ​ສາກົນຫຼາຍ​ກວ່າ, ຟຸກຈະ​ມີ​ບົດຮຽນ​ຫຼາຍ​ ​ແລະ ​ມີ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ​ກວ່າ. ຟຸກຕ້ອງການ​ມີ​ບົດ​ຮຽນ​ແຂ່ງຂັນ​ລະດັບສາກົນ​ທີ່​ສຸດ, ​ເພື່ອ​ກະກຽມ​ເງື່ອນ​ໄຂ​ດີ​ທີ່​ສຸດ​ຖ້າ​ຫາກ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ Olympic ”.

ເລື່ອງລາວກ່ຽວກັບນັກກິລາແລ່ນແລະລານ ຫງວຽນແທງຟຸກ - ảnh 2

ແທງຟຸກພ້ອມກັບພີ່ນ້ອງ (ພາບ: bongdaplus.vn)

​ໃນ​ການ​ແຂ່ງຂັນ​ຊິງ​ຊະນະ​ເລີດ​ຢູ່​ອາຊີ​, ​ເຊິ່ງຫາ​ກໍ່​ຈັດ​ຂຶ້ນ​ຢູ່​ຍີ່ປຸ່ນຫວ່າງ​ແລ້ວ​ນີ້, ນັກ​ກິລາ ຫງວຽນ​ແທງ​ຟຸກ ສືບ​ຕໍ່​ເຮັດ​ໃຫ້​ວົງ​ການ​ນັກວິຊາການ ​ແລະ ​ຜູ້​ນິຍົມ​ໃນ​ທົ່ວ​ປະ​ເທດ​ຕົກສະ​ເງີ້, ​ເມື່ອ​ຍາດ​ໄດ້​ຫຼຽນ​ທອງ​ກິລາ​ປະ​ເພດ​ຍ່າງ​ໄລຍະ​ທາງ 20 ກມ ດ້ວຍ​ເວລາ 1​ໂມງ 35 ນາທີ, ນີ້​ແມ່ນ​ສິ່ງ​ມະຫັດສະຈັນ ພາຍຫຼັງ​ທີ່ ​ແທງ​ຟຸກ ​ໄດ້​ມານະ​ພະຍາຍາມ​ເຝິກ​ແອບ​ພ້ອມ​ກັບ​ຄູ​ເຝິກ ​ແລະ ໝູ່​ເພື່ອນ ​ເປັນ​ເວລາ 4 ​ເດືອນ. ນາງ​ສາວ ດ່າ​ນັ້ງ ຫງວຽນ​ແທງ​ຟຸກ ​ໄດ້​ກາຍ​ເປັນ​ນັກ​ກິລາ ​ແລ່ນ​ແລະ​ລານ​ຜູ້​ທຳ​ອິດ​ໃນ​ປະຫວັດ​ຂອງ​ກິລາ​ຫວຽດນາມ ທີ່​ໄດ້​ຂ້າມ​ຜ່ານ​ມາດຖານ B Olympic, ​ແລະ​ຈະ​​ໄດ້​ເຂົ້າ​ຮ່ວມ Olympic ລອນ​ດອນ 2012 ຢ່າງ​ເປັນ​ທາງ​ການ. ທ່ານ ​ເລ​ແທງ​ບິ່ງ, ຮອງ​ຜູ້ອຳນວຍການ​ສູນ​ເຝິກ​ແອບ​ກິລາ​ແຫ່ງ​ຊາດ ດ່າ​ນັ້ງ, ຢັ້ງຢືນ​ວ່າ:

”ທາງ​ສູນ​ໄດ້​ແນະນຳ ​ແລະ ​ໃຫ້​​ນ້ອງ​ ຟຸກ ເຝິກ​ແອບ​ກ່ອນ​ນີ້ 1 ປີ​ແລ້ວ. ​ເພື່ອ​ກະກຽມ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ນ້ອງ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ Olympic ລອນ​ດອນ 2012. ຜົນງານ​ຂອງ​ນ້ອງ​ແມ່ນ​ໄດ້​ລື່ນ​ກາຍ​ຄາດໝາຍ​ໂດຍ​ຄະນະ​ຄູເຝິກວາງ​ອອກ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ຄູເຝິກຈະ​ສຸມ​ໃສ່​ແຜນການ​ທີ່​ການ​ນຳ​ກົມ​ໃຫຍ່​ກິລາກາ​ຍະ​ກຳ ​ແລະ ສູນ​ເຝິກ​ແອບ​ກິລາ​​ແຫ່ງ​ຊາດ ດ່າ​ນັ້ງ ໄດ້​ເຊັນ​ອະນຸມັດ ​ແລະ​ ໃນ​ອະນາຄົດ​ນ້ອງ​ຈະກ້າວໜ້າ​ກວ່າ”.

ຫວັງ​ວ່າ, ພ້ອມ​ກັບ​ຜົນງານ​ປະ​ທັບ​ໃຈ​ນີ້​ຂອງ​ ຫງວຽນ​ແທງ​ຟຸກ, ບັນດາ​ນັກ​ກິລາ​ແລ່ນ​ແລະ​ລານ​ຫວຽດນາມ​ຄື ​ເຈືອງ​ແທງ​ຮັ່ງ, ຫວູທິ​ເຮືອງ, ຫວຽດ​ແອ​ງ… ຍິ່ງ​ມີ​ຄວາມ​ເຊື່ອ​ໝັ້ນ​ຕົນ​ເອງ​ກວ່າ ​ເພື່ອ​ປະສົບ​ຜົນສຳ​ເລັດ​ໃນ​ການ​ແຂ່ງຂັນ​ຮອບ​ຄັດ​ເລືອກ​ Olympic.

ຕອບກັບ

ຂ່າວ/ບົດ​ອື່ນ