ເສັ້ນທາງ ຕ່ານັງ - ຟານຢຸ໊ງ ເພື່ອຄົ້ນຫາຄວາມງາມຂອງພູຜາປ່າໄມ້

(VOVWORLD) -ໂດຍຫ່າງຈາກນະຄອນ ໂຮ່ຈີມິນ ປະມານ 300 ກິໂລແມັດ, ເສັ້ນທາງ ຕ່ານັງ - ຟານຢຸ໊ງ ນອນໃນບໍລິເວນແຂວງ ເລິມດົ່ງ ແລະ ແຂວງ ບິ່ງທ້ວນ ໄດ້ຮັບການຂະໜານນາມວ່າ ແມ່ນສວຍງາມທີ່ສຸດຢູ່ ຫວຽດນາມ ຍ້ອນມັນຍາມໃດກໍ່ຊ້ອນແຝງບັນດາສິ່ງທີ່ມະຫັດສະຈັນ ສຳລັບບັນດາຜູ້ນິຍົມຄົ້ນຫາທຳມະຊາດ. ຊ່ວງເວລາທີ່ງາມທີ່ສຸດໃນປີ ເພື່ອຄົ້ນຫາເສັ້ນທາງນີ້ແມ່ນເລີ່ມແຕ່ເດືອນ ມິຖຸນາ ຫາເດືອນ ທັນວາ ໃນແຕ່ລະປີ
ເສັ້ນທາງ ຕ່ານັງ - ຟານຢຸ໊ງ ເພື່ອຄົ້ນຫາຄວາມງາມຂອງພູຜາປ່າໄມ້ - ảnh 1ເສັ້ນທາງ ຕ່ານັງ - ຟານຢຸ໊ງ 

ເລີ່ມຕົ້ນການເດີນທາງໄປຍັງ ຕ່ານັງ - ຟານຢຸ໊ງ ແຂກທ່ອງທ່ຽວ ຈະໄດ່ຍ່າງບົນເສັ້ນທາງຄົດງໍລະອິດລະອ້ຽວ ຮາບພຽງ ຜ່ານໂນນນ້ອຍແຕ່ລະໜ່ວຍປະມານ 3 ກິໂລແມັດ ເພື່ອຈະຮອດແຄມປ່າ ເພື່ອກຽມພ້ອມໃຫ້ແກ່ການເດີນທາງພິຊິດເສັ້ນທາງງາມທີ່ສຸດຢູ່ ຫວຽດນາມ ເພື່ອຄົ້ນຫາຄວາມງາມຢູ່ເຂດພູຜາປ່າໄມ້. ທັດຊະນີຍະພາບຢູ່ແຫ່ງນີ້ ມີຄວາມສວຍສົດງົດງາມດ້ວຍສີຂຽວເຢັນສະບາຍ ຂອງຕົ້ນໄມ້ໃບຫຍ້າ ພ້ອມກັບຄວາມງາມດັ່ງໃນຝັນຂອງແຖວເຮືອນໄມ້ ຖືກຕັ້ງໃນຮ່ອມພູ. ອ້າຍ ຮວ່າງວັນກວາງ ຢູ່ຕາແສງ ຕ່ານັງ ເມືອງ ດຶກຈ້ອງ ແຂວງ ເລິມດົ່ງ ເຊິ່ງແມ່ນໜຶ່ງໃນບັນດາຜູ້ທຳອິດ ທີ່ໄດ້ໄປຄົ້ນຫາເສັ້ນທາງ ຕ່ານັງ - ຟານຢຸ໊ງ ໃຫ້ຮູ້ວ່າ:

   “ຕາມປົກກະຕິແລ້ວ ກໍ່ມີສອງລະດູ ນັ້ນແມ່ນລະດູແລ້ງ ແລະ ລະດູຝົນ. ຍາມລະດູຝົນ ຕົ້ນໄມ້ໃບຫຍ້າຂຽວງາມ. ມີສອງເສັ້ນທາງໄປຕາມໂນນພູ ແລະ  ເສັ້ນທາງໄປຕາມນ້ຳຕົກຕາດ ອີອາລີ. ສຳລັບເສັ້ນທາງໄປຕາມນ້ຳຕົກຕາດ, ບັນດານັກທ່ອງທ່ຽວ ເຄີຍເລືອກເຟັ້ນໄປຄົ້ນຫາໃນຍາມລະດູຝົນ, ຖ້າຫາກພວກເພື່ອນຢາກໄປຕາມເສັ້ນທາງນີ້ ກໍ່ຄວນຈົດທະບຽນລາຍການທ່ອງທ່ຽວ ກັບບັນດາບໍລິສັດທ່ອງທ່ຽວ ແລະ ການກິນ ການພັກເຊົາ ໂດຍແມ່ນບໍລິສັດຮັບຜິດຊອບ ຈາກບັນຫາຕັ້ງຄ້າຍຕະຫຼອດຮອດການກິນ ການຢູ່. ພ້ອມກັນນັ້ນ, ການຊ່ວຍໜູນຂອງພະນັກງານກວດກາປ່າໄມ້ ແມ່ນມີຄວາມສຳຄັນທີ່ສຸດໃນການຄົ້ນຫາເສັ້ນທາງນີ້ ເພາະວ່າຖ້າຫາກພວກເພື່ອນຖືກຫຼົງທາງ, ມີຄວາມອິດເມື່ອຍຢູ່ກາງທາງ, ພະນັກງານກວດກາປ່າໄມ້ຈະໃຫ້ການຊ່ວຍໜູນ”.

   ສຳລັບການເດີນທາງຕາມທາງໂນນພູ ກໍ່ຈະປາກົດມີທາງຄ້ອຍສູງຊັນ ເຊິ່ງແຂກທ່ອງທ່ຽວກໍ່ຕ້ອງຜ່ານຜ່າຢ່າງແນ່ນອນ, ຖ້າຫາກເບິ່ງທາງໄກ, ບັນດາທາງຄ້ອຍນັ້ນກໍ່ເຫັນວ່າທຳມະດາ, ແຕ່ເມື່ອເຂົ້າໃກ້ ແລະ ຮອດຕອນຕ້ອງປີນພູ, ໃຜໆກໍ່ມີຄວາມຮູ້ສຶກວ່າຕ້ອງໃຊ້ກຳລັງແຮງຂອງຂາທັງຄູ່ ເພື່ອພະຍາຍາມຂຶ້ນຮອດຈອມໂນນພູ. ຄວາມອິດເມື່ອຍ ແລະ ການສຸມກຳລັງແຮງແມ່ນ ຫຼວງຫຼາຍ, ແຕ່ລາງວັນທີ່ສະຫງວນໃຫ້ແກ່ການເດີນທາງຂ້າມຜ່ານໂນນພູ ກໍ່ແມ່ນຂອງຂວັນອັນລ້ຳຄ່າ ໂດຍທຳມະຊາດມອບໃຫ້. ນັ້ນແມ່ນບັນດາທົ່ງຫຍ້າຂຽວອຸ່ມທຸ່ມທີ່ກວ້າງໃຫຍ່ໄພສານ, ພູຜາປ່າໄມ້ສະຫຼັບສັບຊ້ອນຍາວຢຽດຈົນສຸດສາຍຕາ, ອາກາດປອດໂປ່ງຢູ່ເຂດພູພຽງ ແລະ ມີລົມພັດມາເຢັນສະບາຍ ກໍ່ເຮັດໃຫ້ຄວາມອິດເມື່ອຍ ຄວາມລຳບາກຂອງນັກທ່ອງທ່ຽວທັງຫຼາຍຖືກຫາຍໄປ. ບັນດາຜູ້ເຂົ້າຮ່ວມການຄົ້ນຫາເສັ້ນທາງດັ່ງກ່າວ ໄດ້ສະແດງຄວາມຮູ້ສຶກວ່າ:

 (ຊາຍ) “ເປັນຄັ້ງທຳອິດທີ່ນ້ອງໄດ້ຄົ້ນຫາເສັ້ນທາງນີ້, ນ້ອງກໍ່ບໍ່ຈື່ວ່າໄດ້ຜ່ານໂນນພູບໍ່ຈັກວ່າເທົ່າໃດໜ່ວຍ. ຍິ່ງຂຶ້ນສູງກໍ່ຮູ້ສຶກວ່າຍິ່ງສວຍງາມ, ເມື່ອໄດ້ໄປແລ້ວ ເຮົາກໍ່ຢາກໄປຕໍ່ຈົນສຸດເສັ້ນທາງ”.

 (ຍິງ) “ເຮົາໄດ້ໄປ ກໍ່ໄດ້ເຫັນເຂດປ່າດົງດິບ ແລະ ຄວາມສວຍງາມແບບລຽບງ່າຍ ຂອງພູຜາປ່າໄມ້. ບັນດາເສັ້ນທາງຈາກສາຍພູນີ້ ຜ່ານສາຍພູອື່ນ ກໍ່ຍັງຄົງໄດ້ຮັບການຮັກສາດັ້ງເດີມ ບໍ່ຖືກມະນຸດທຳລາຍ”.

     ເສັ້ນທາງໂນນພູ ຍັງມີຄວາມງົດງາມຂອງບັນດາທົ່ງຫຍ້າ. ພູໜ່ວຍນີ້ຕິດຕໍ່ກັບພູໜ່ວຍອື່ນ ດ້ວຍບັນດາທົ່ງຫຍ້າຂຽວອຸ່ມທຸ່ມ. ຫຼັກໝາຍ ດິງຕ່ານັງ ຟານຢຸ໊ງ ໄດ້ເປັນຂີດໝາຍຄວາມສູງ 1.701 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ ກໍ່ແມ່ນຈຸດທີ່ດູດດື່ມ ເຊິ່ງນັກທ່ອງທ່ຽວມັກຄົ້ນຫາ. ຢູ່ທີ່ນີ້ແຂກທ່ອງທ່ຽວ ຈະໄດ້ຢຸດແວ່ພັກຜ່ອນກິນເຂົ້າແລ້ວກໍ່ໄປຕໍ່ຮອດ ຟານຢຸ໊ງ ຂຶ້ນກັບບໍລິເວນແຂວງ ບິ່ງທ້ວນ. ກໍ່ຍັງຄົງແມ່ນເສັ້ນທາງພູຄົດງໍລະອິດລະອ້ຽວ, ແຂກທ່ອງທ່ຽວໄດ້ຂ້າມຜ່ານເສັ້ນທາງນີ້ ເພື່ອຈະຮອດໂນນໜ່ວຍໜຶ່ງມີຕົ້ນແປກສອງຕົ້ນ ເພື່ອຕັ້ງຄ້າຍນອນພັກຜ່ອນ. ຢູ່ທີ່ນີ້ທັງຄະນະນັກທ່ອງທ່ຽວ ຈະໄດ້ປຸງແຕ່ງອາຫານພ້ອມກັບຊາວທ້ອງຖິ່ນ. ເພື່ອນ ຮວ່າງຫງວຽນແອັງຢຸຍ ຜູ້ນຳທ່ຽວ ໃຫ້ຮູ້ວ່າ:

    “ສະຖານທີ່ຕັ້ງຄ້າຍແມ່ນຂຶ້ນກັບຕາແສງ ຟານຢຸ໊ງ ເມືອງ ຕຸຍຟອງ ແຂວງ ບິ່ງທ້ວນ. ຢູ່ທີ່ນີ້ ແຂກທ່ອງທ່ຽວຈະໄດ້ຕັ້ງຄ້າຍນອນພັກຜ່ອນໜຶ່ງຄືນໃນປ່າ. ຄືນນີ້ແມ່ນຄືນທີ່ໜ້າປະທັບໃຈ. ພວກເພື່ອນຈະໄດ້ພ້ອມກັນນັ່ງອ້ອມກອງໄຟ ເພື່ອເຮັດປີ້ງໄກ່ ປີ້ງມັນຕົ້ນ ແລະ ໂອ້ລົມກັນຢ່າງມ່ວນຊື່ນ”.

       ໃນມື້ທີ່ສອງ ເພື່ອຄົ້ນຫາ ຟານຢຸ໊ງ ລວມມີເສັ້ນທາງຜ່ານພູຜາປ່າໄມ້ປະມານ 12 ກິໂລແມັດ ແລະ ທາງຂີ້ຊາຍ ແລະ ຫີນປະມານ 5 ກິໂລແມັດ. ສຳລັບເສັ້ນທາງນີ້ ແມ່ນນັກທ່ອງທ່ຽວພຽງແຕ່ ລົງຄ້ອຍ. ບົນເສັ້ນທາງນີ້ກໍ່ມີນ້ຳຕົກຕາດ, ຫ້ວຍນ້ຳ ບາງເທື່ອກໍ່ເຫັນທົ່ງຫຍ້າຂຽວອຸ່ມທຸ່ມ ຖືກປົກຄຸມໄປດ້ວຍຄວາມເຢັນຂອງບັນດາຕົ້ນໄມ້ໃຫຍ່. ຜ່ານການຄົ້ນຫາເສັ້ນທາງ ຕ່ານັງ - ຟານຢຸ໊ງ ເປັນເວວລາສອງວັນ, ແຂກທ່ອງທ່ຽວຈະຮູ້ສຶກໄດ້ເຖິງຄວາມງາມຂອງພູຜາປ່າໄມ້ ນັ້ນແມ່ນສີຂຽວຂອງປ່າໄມ້ທີ່ກວ້າງໃຫຍ່ໄພສານ, ແມ່ນຄວາມໜາວເຢັນຈາກບັນດາສາຍລົມພັດມາຈາກເຂດ ເຕິຍງວຽນ, ແລະ ເໜືອກວ່າສິ່ງໃດໝົດ ແມ່ນຄວາມກ້າຫານເກີນຂອບເຂດ ຂອງກະໂຕເຮົາເອງ ເພື່ອຄົ້ນຫາເສັ້ນທາງນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ