ເສົາທຸງຊາດ ຫລູ໋ງກູ, ຕອນເຫນືອສຸດຂອງປະເທດຊາດ

(vovworld)- ​ໃນ​ແຜນ​ທີ່ປະ​ເທດ​ຫວຽດ​ນາມ, ມີ 4 ຂົ້ວ, ນັ້ນ​ແມ່ນ​ຂົ້ວ​ຕາ​ເວັນ​ອອກ, ​, ຂົ້ວ​ເຫນືອ, ຂົ້ວ​ຕາ​ເວັນ​ຕົກ, ຂົ້ວ​ໃຕ້. ຂົ້ວ​ເຫນືອ​ແມ່ນ​ຂຶ້ນ​ກັບ ຕາ​ແສງ ຫລູງ​ກູ ເມືອງ​ດົງ​ວັນ ແຂວງ ຮ່າ​ຢາງ.   ຢູ່​ຈອມ​ພູ ລອງ​ເຊີນ ຫລື​ເອີ້ນ​ວ່າ​ພູ​ຣ​ົ່ງ (ມັງ​ກອນ) ມີ​ຄວາມ​ສູງ 1.700 ແມັດ ເມື່ອ​ທຽບ​ໃສ່​ຫນ້າ​ນຳ​້​ທະ​ເລ ຂຶ້ນ​ກັບ ຕາ​ແສງ ຫລູ໋ງ​ກູ ​ແມ່ນ​ບ່ອນ​​ຕັ້ງ​ເສົາທຸງ​ຊາດ​ຫວຽດ​ນາມ ແລະ ຫລູ໋ງ​ກູ ຍາມ​ໃດ​ກໍ​ແມ່ນ​ສະ​ຖານ​​​ທີ່​ທ່ອງ​ທ່ຽວ​ທີ່ຂາດບໍ່​ໄດ້​ໃນ​ລາຍ​ການ​ທ່ອງ​ທ່ຽວ​ເຖິງ​ເຂດ​ໄຕ​ບັກ (ເຂດ​ຕາ​ເວັນ​ຕົກ​ສຽງ​ເຫນືອ​ຫວຽດ​ນາມ).

ເສົາທຸງຊາດ ຫລູ໋ງກູ, ຕອນເຫນືອສຸດຂອງປະເທດຊາດ - ảnh 1
ເສົາ​ທຸງ​ຊາດ ຫລູງ​ກູ ໄດ້​ຮັບ​ການກໍ່​ສ້າງ​ແຕ່​ສະ​ໄຫມ​ລາ​ຊະ​ວົງ  ລີ
ພາບ:internet

        ​ແຂວງ ຮ່າ​ຢາງ ແມ່ນຫ່າງ​ຈາກ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ ກວ່າ 300 ກິ​ໂລ​ແມັດ. ແລະ ຫລູງ​ກູ ແມ່ນ​ບ່ອນ​ສູງ​ສຸດ​ຂອງ​ຂົ້ວ​ເຫນືອ ຫວຽດ​ນາມ.  ຕາມ​ປະ​ຫວັດ​ຄວາມ​ເປັນ​ມາ​ແລ້ວ, ເສົາ​ທຸງ​ຊາດ ຫລູງ​ກູ ໄດ້​ຮັບ​ການກໍ່​ສ້າງ​ແຕ່​ສະ​ໄຫມ​ລາ​ຊະ​ວົງ  ລີ. ເສົາ​ທຸງນີ້​ແມ່ນ​ເຮັດ​ດ້ວຍ​ຕົ້ນ​ແປກ ມີ​ຄວາມ​ສູງ 10 ແມັດ. ມາ​ຮອດປີ 1887, ເສົາ​ທຸງ​ໄດ້​ຮັບ​ການກໍ່​ສ້າງ​ຄືນ​ໃຫມ່ ແລະ ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ເປັນ​ຫລາຍ​ເທື່ອ ດ້ວຍ​ຄວາມ​ສູງ ແລະ ຂະ​ຫນາດ​ແຕກ​ຕ່າງ​ກັນ. ຮອດ​ປີ 1978, ເສົາ​ທຸງ​ໄດ້​ກໍ່​ສ້າງ​ຄືນ​ໃຫມ່ ດ້ວຍ​ຂະ​ຫນາດ​ໃຫຍ່ກວ່າ ແລະ ​ທຸງ​ຊາດມີ​ພື້ນ​ສີ​ແດງ ​ດາວສີ​ເຫລືອງ, ກວ້າງ 54 ຕາ​ແ​ມັດ( ແມ່ນ​ສະ​ແດງ​ໃຫ້​ເຫັນ 54 ຊົນ​ເຜົ່າ ຢູ່​ຫວຽດ​ນາມ​ພວມ ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ), ລວງ​ຍາວ 9 ແມັດ, ລ​ວງກວ້າງ 6 ແມັດ. ແລະ​ມາ​ຮອດ​ປະ​ຈຸ​ບັນ, ເສົາ​ທຸງ​ມີ​ຄວາມ​ສູງ 33,15 ແມັດ, ໃນ​ນັ້ນ ຕີນ​ເສົາ ສູງ 20,25ແມັດ, ເສົາ​ທຸງ ສູງ 12,9ແມັດ. ເສົາ​ທຸງນີ້ ແມ່ນ​ໄດ້​ຮັບ​ການ​ອອກ​ແບບ​ຄ້າຍ​ຄື​ເສົາ​ທຸງ​ ຮ່າ​ໂນ້ຍ. ວັນ​ທີ 16/11/2009, ເສົາ​ທຸງ​ຫລູງ​ກູ ຖືກ​ຈັດ​ເຂົ້າ​ບັນ​ຊີ​ລາຍ​ຊື່​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ລະ​ດັບ​ຊາດ. ນາງ ຢຽມ​ມີ, ນັກ​ທ່ອງ​ທ່ຽວ ມາ​ຈາກ ນະ​ຄອນ ໂຮ່​ຈິ​ມີນ ​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ເມື່ອ​ໄດ້​ມາ​ຢ້ຽມ​ຢາມ ເສົາ​ທຸງ​ຫລູງ​ກູ ແຫ່ງ​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ ໄດ້ແບ່ງ​ປັນ​ວ່າ:

        “ຢູ່​ທີ່ນີ້ ມີ​ແຜ່ນ​ສີ​ລາ​ຢັ້ງ​ຢືນ​ກ່ຽວ​ກັບ​ເສົາ​ທຸງ​ຊາດ ຫລູ໋ງ​ກູ ເມືອງ​ດົງ​ວັນ ແຂວງ ຮ່າ​ຢາງ. ຢືນ​ຢູ່​ທີ່ນີ້ ພວກ​ເຮົາ​ເຫັນ​ໄດ້​ຄວາມ​ໃຫຍ່​ໂຕ​ມະ​ໂຫ​ຖານ​ຂອງ​ທຳ​ມະ​ຊາດ ແລະ ຍິ່ງ​ຮູ້​ສຶກ​ເຖິງ​ສິ່ງ​ທີ່​ສັກ​ກະ​ລະ​ບູ​ຊາ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ.”

 

ເສົາທຸງຊາດ ຫລູ໋ງກູ, ຕອນເຫນືອສຸດຂອງປະເທດຊາດ - ảnh 2

ຫລູ໋ງ ພາ​ສາມົ້ງ​ແມ່ນ ສາ​ລີ ສະ​ນັ້ນ ຫລູງ​ກູ ໝາຍ​ຄວາມ​ວ່າ ຮ​ອ່ມ​ພູ​ສາ​ລີ. ແຕ່​ດົນ​ນານ​ມາ​ແລ້ວ,  ທົ່ວ​ທົ່ງ​ນາ ແທ່ນ​ຜາ ຊື່ງ​ແມ່ນ​ທົ່ງ​ນາທີ່ກວ້າງ​ໃຫຍ່​ສຸດ​ຢູ່ ຫລູ໋ງ​ກູ ​ແລະ ຢູ່​ທີ່ນີ້ ລ້ວນ​ແຕ່​ປູກ​ສາ​ລີ. ນີ້​ແມ່ນ​ວິ​ທີ​ອະ​ທິ​ບາຍ​ຂອງ​ຊາວ​ເຜົ່າ​ມົ້ງ. ສ່ວນ​ຊາວ​ເຜົ່າ​ໂລ​ໂລ ແມ່ນ​ອະ​ທິ​ບາຍ​ຕ່າງ​ກັນກ່ຽວ​ກັບ​ຄວາມ​ເປັນ​ມາ​ຂອງ ຫລູ໋ງ​ກູ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ ປະ​ຈຸ​ບັນ ເສົາ​ທຸງ ຫລູ໋ງ​ກູ ຍັງ​ແມ່ນ​ບ່ອນ​ສັກ​ກະ​ລະ​ບູ​ຊາ, ເປັນ​ຂີດ​ໝາຍ​ແຫ່ງພາ​ບ​ພົດ​ຂອງ​ຊາ​ດ​ຫວຽດ​ນາມ ແລະ ຍາ​ມ​ໃດ​ກໍ​ຝັງ​ເລິກໃນ​ດວງ​ໃຈ​ຂອງ​ປະ​ຊາ​ຊົນ​ຊົນ​​ບັນ​ດາເຜົ່າ​ສ່ວນ​ຫນ້ອຍ​ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ດິນ​ແຫ່ງນີ້ ກໍ​ຄື​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ ໝົດ​ທຸກ​ຄົນ​ໃນ​ທົ່ວ​ປະ​ເທດ.

        ຢາກ​​ເຫັນ​ປະ​ຈັກ​ຕາ ເສົາ​ທຸງ​ຊາດ​ຫລູງ​ກູ, ທ່ານ​ຕ້ອງ​ຂຶ້ນ​ຂັ້ນ​ໄດ 389 ຂັ້ນແມ່ນ ​ຮອດຈອມ​ພູຣົ່ງ, ຕໍ່​ຈາກ​ນັ້ນ ​ທ່ານ​ຕ້ອງ​ຂຶ້ນ​ຂັ້ນ​ໄດ​ເຮັດ​ດ້ວຍ​ເຫລັກ​ກ້າ ຕື່ມ​ອີກ 140 ຂັ້ນ ຈຶ່ງຈະ​ຮອດ​ເສົາ​ທຸງ​ຊາດ ຫລູງ​ກູ. ຢູ່​ຕີນເສົາ ລ້ວນ​ແຕ່ໄດ​້​ປະ​ດັບ​ປະ​ດາ​ດ້ວຍ​ຮູບ​ແກະ​ຄວັດ​ສະ​ຫລັກ​ຫີນ​ຂຽວ ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ. ນັ້ນ​ແມ່ນ​ຮູບ​ຄ້ອງ​ບ້າງ ຊື່ງ​ແມ່ນ​ສັນ​ຍາ​ລັກ​ຂອງວັດ​ທະ​ນະ​ທຳ​ຫວຽດ​ນາມ, ບັນ​ດາ​ຮູບ​ພາບ​ກ່ຽວ​ກັບ​ຊີ​ວິດ, ປະ​ຊ​າ​ຊົນ, ຮີ​ດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ດາ​ເຜົ່າ​ຢູ່ ຮ່າ​ຢາງ ແລະ ໄລ​ຍະ​ປະ​ຫວັດ​ສາດ​ຂອງ​ຊາດ​ຫວຽດ​ນາມ.

ອ້າຍ ແຢງ​ຕຽບ, ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່ ເຊັກ​ໂກ ຫາ​ກໍ​ໄປ​ຢ້ຽມ​ຢາມ ຮ່າ​ຢາງ ແບ່ງ​ປັນ​ວ່າ:

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ເສົາ​ທຸງ​ຊາດ ມີ​ສິ່ງ​ປະ​ທັບ​ໃຈ​ຫລາຍ​ຢ່າງ. ພິ​ເສດ  ​ຜືນທຸງ​ມີ​ຂະ​ຫນາດ 54 ຕາ​ແມັດ ແມ່ນ ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ 54 ຊົນ​ເຜົ່າ​ອ້າຍ​ນ້ອງ​ຢູ່​ຫວຽດ​ນາມ. ນອກນັ້ນ ເສົາ​ທຸງນີ້​ແມ່ນ​ໄດ້​ກໍ່​ສ້າງ​ນັບ​ແຕ່​ສະ​ໄຫມ ລີ​ເທື່ອງ​ກຽດ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບັນ​ດາ​ຂໍ້​ມູນ​ປະ​ຫວັດ​ສາດນີ້​ແມ່ນ​ມີ​ປະ​ໂຫຍດ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ຈະ​ແບ່ງ​ປັນ​ຄວາມ​ຮູ້​ດ້ານ​ປະ​ຫວັດ​ສາດນີ້​ໃຫ້​ໝູ່​ເພື່ອນ.”

        ຢ​ືນຢູ່​​ຂ້າງ​​ເສົາ ຫລູ໋ງ​ກູ ​ຫລຽວ​ເບິ່ງ​ທາງ​ລຸ່ມ, ຢູ່​ຕີນ​ພູ ແມ່ນ​ບ້ານ​ຂອງ​ຊາວ​ເຜົ່າ ໂລ​ໂລ, ມີ​ເກືອບ 80 ຄອບ​ຄົວ​ດຳ​ລົງ​ຊີ​ວິດ ດ້ວຍ​ພົນ​ລະ​ເມືອງ 400 ຄົນ ພ້ອມ​ກັບ​ບັນ​ດາ​​ເນື້​ອ​ທີ່ນາ​ຂັ້ນ​ໄດ​ທີ່​ສວຍ​ງາມ. ນອກນັ້ນ ເມື່ອ​ລົງ​​ມາຕີນ​ພູ, ​ນັກ​ທ່ອງ​ທ່ຽວ ຍັງ​ໄດ້​ເຂົ້າ​ຊົມ ຫ້ອງວາງ​ສະ​ແດງ​ບັນ​ດາ​ອຸ​ປະ​ກອນ​ການ​ຜະ​ລິດ, ຊຸດ​ອາ​ພອນ​ພື້ນ​ເມືອງ ແລະ ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະຂອງ​ບັນ​ດາ​ເຜົ່າຢູ່ ຮ່າ​ຢາງ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ